ພາ​ສາ​ຈີນ​ໂອ​ລິມ​ປິກ 080816

(GMT+08:00) 2008-08-15 13:41:09 cri
-----------------------------------------------------------------------------------------------------------------

ຄອບຄົວ​ໂອ​ລິ​ມປິກ

ວັນນີ:ສະບາຍດີ​ທ່ານ​ຜູ່​ຟັງ​ທີ່ຮັກ​ແພງ,ສັງຂານ​ກັບ​ວັນນີ​ຢູ່​ປັກ​ກິ່ງ​ມາ​ທັກ​ທາຍ​ສະບາຍດີ​ນຳ​ທ່ານ​ທີ່​ຢູ່​ວຽງ​ຈັນ​ພີ້ອີກ​ແລ້ວ.

ສັງຂານ:​​​ເຈົ້າ ສະບາຍດີ​ມິດ​ລາຍການ​ທຸກ​ທ່ານ,​ໃນ​ລາຍການ​ມື້ນີ້ ພວກ​ເຮົາ​ຈະ​ສືບຕໍ່ສອນ​ພາສາ​ຈີນ​ກ່ຽວ​ກັບ​​ໂອ​ລິ​ມປິກ​ໃຫ້​ທ່ານ.
ວັນນີ:​ເຈົ້າ​ແມ່ນ​ແລ້ວ, ນີ້​ສັງຂານ, ກ່ອນ​​ເລີ່​ມສອນ​ມື້ນີ້,ວັນນີ​ຢາກ​ຖາມ​ສັງຂານ​ວ່າ, ຖ້າ​ວ່າ​ສັງຂານ​ໄດ້​ໄປ​ບ່ອນ​ບ່ອນ​ໃດ​ບ່ອນ​ຫນຶ່ງທີ່​ໃຫມ່​ສຳລັບ​ສັງຂານ, ​ເຮັດ​ແນວ​ໃດ​ຈິ່ງ​ສາມາດ​ຊອກ​ຮູ້​ຮີດຄອງປະ​ເພນີ​ວັດທະນະທຳ​ຂອງ​ບ່ອນ​ນັ້ນ​ໄດ້​ຢ່າງ​ວ່ອງ​ໄວ?

ສັງຂານ:ອື່, ສັງຂານ​ຄິດ​ວ່າການ​​ເຂົ້າກິ້ງ​ເກືອກ​ລີ​ເລືອ​ກັບ​ໄປ​ຄອບຄົວ​ຂອງ​ປະຊາຊົນ​ທຳ​ມະ​ດາຢູ່​ແຫ່ງ​ນັ້ນ,​ແລະ​ດຳລົງ​ຊີວິດ​ກັບ​ເຂົາ​ເຈົ້າ​ໄລຍະ​ຫນຶ່ງ​, ກໍ່​ຄົງ​ຮູ້​ດີ​ກ່ຽວ​ກັບຮີດຄອງປະ​ເພນີ​ຢູ່​ແຫ່ງ​ນັ້ນດີກວ່າ​ການ​ອ່ານ​ປື້​ມອີກ,​ແມ່ນ​ບໍ່​ວັນນີ

ວັນນີ:​ແມ່ນ​ແລ້ວ,ສະນັ້ນ ​ເນື່ອງ​ໃນ​ໂອ​ກາດ​ຈັດ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ, ​ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ໄດ້​ຮູ້​ກັບ​ປັກ​ກິ່ງຫລາຍ​ກວ່າ​ເກົ່າ, ພາກ ສ່ວນ​ທີ່​ກ່ຽວຂ້ອງ​ໄດ້​ຈັດ​ກິດຈະກຳ​ບໍລິການ​ທີ່​ໃຫ້​ຊື່ວ່າຄອບ​ຄົວ​ໂອ​ລິ​ມປິກຫລື​ພາສາ​ອັງກິດ​ເວົ້າວ່າ Olympic home stay.

ສັງຂານ: ຄອບ​ຄົວ​ໂອ​ລິ​ມປິກ?ອື່,ສັງຂານ​ຄື​ຊິ​ໄດ້​ຍິນ​​ແລ້ວ, ​ແມ່ນ​ແລ້ວ​ໃນ​ລາຍການ​ຂອງ​ພວກ​ເຮົາ​ຜ່ານ​ມານ​ນີ້,ກໍ່​ໄດ້​ແນະນຳ​ແລ້ວ, ​ປັກ​ກິ່ງ​ແມ່ນ​ໄດ້​ເລືອກ​ເອົາ​ຄອບຄົວ​ຊາວ​ປັກ​ກິ່ງ​ທຳ​ມະ​ດາ​ທີ່​ມີ​ຈຸດ​ພິ​ເສດ​ແລະ​ມີ​ລັກສະນະ​ຕົວ​ແທນ​ຕັ້ງ​ເປັນ​ຄອບຄົວ​ໂອ​ລິ​ມປິກ, ​ເພື່ອ​ຕ້ອນຮັບ​ຜູ່​ຊົມ​ແລະ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ທີ່​ມາ​ທ່ຽວ​ປັກ​ກິ່ງ​ໃນ​ໄລຍະງານ​ໂອ​ລິ​ມປິກ.

ວັນນີ:​ເຈົ້າ​ແມ່ນ​ແລ້ວ, ສ່ວນ​ຢູ່​ປັກ​ກິ່ງ,ດຽວນີ້ມີ​ຄອບຄົວ​ໂອ​ລິ​ມປິກ​ເກືອບ 600 ຄອຍ​ຄົວ, ​ເຮືອນ​ຢູ່​ຂອງ​ຄອບຄົວ​ເຫລົ່ານີ້ສ່ວນ​ຫລາຍ​ກໍ່​ແມ່ນ​ເຮືອນ 四合院

ສັງຂານ:ຊື້ ​ເຫີ ຢ້ວນ? ​ແມ່ນ​ເຮືອນ​ແບບ​ໃດ?

ວັນນີ:四合院 ​ແມ່ນເຮືອນpk;ອ້ອມ 4 ດ້ານ​ມີ​ເດີ່ນ​ທາງ​ກາງ.​​ເພາະວ່າ​ມັນ​ມີ​ຮູບ​ສີ່ຫລ່ຽມ​ຄື​ກັບຮັບກັບ​​ໄຟ​ອັນ​ຫນຶ່ງ​ນີ້​ແຫລະ. ສ່ວນ​ຫລາຍ​ແບ່ງ​ເປັນ​ສອງ​ພາກສ່ວນ,ສວນ​ນອກ​ແລະ​ສວນ​ໃນ,ສວນ​​ໃນ​ແມ່ນ​ບ່ອນ​ພັກ​ເຊົາ​ຂອງ​ເຈົ້າຂອງ​ເຮືອນ, ສວນ​ໃນ​ອກ​ແມ່ນ​ມີ​ຫ້ອງ​ຮັບ​ແຂກ,​ແລະ​ຫ້ອງ​ນອນ​ສຳລັບ​ໃຫ້​ແຂກ​ທີ່​ມາ​ຢາມ. ສັງຂານ​ອາດ​ຈະ​ເຄີຍ​ໄປ​ທ່ຽວ​ວັງ​ກູ້​ກົ່ງ,ຖ້າວ່າ​ໄດ້​ສັງ​ເກດ​ເບິ່ງ​ຢ່າງ​ລະອຽດ​ແລ້ວ, ສັງຂານ​ກໍ່​ຈະ​ຮູ້​ວ່າ​ທີ່​ຈິງ​ແລ້ວ​ວັງ​ກູ້​ກົງ​ແມ່ນ​ເຮືອນ 四合院 ທີ່ຂະຫຍາຍ​ໃຫ້​ກວ້າງ​ໃຫຍ່​ອອກ,​ ງາມ​ຫລູຫລາຫລາຍ​ທີ່​ເປັນ​ບ່ອນ​ພັກ​ຂອງ​ເຈົ້າຊີວິດ​.

ສັງຂານ:​ໂອ,​ເຂົ້າ​ໃຈ​ແລ້ວ, ຊື້​ເຫີ​ຢ້ວນ, ກູ້​ກົ່ງ, ສັງຂານ​ຈະ​ຈື່​ໄວ້.ສັງຂານ​ຮູ້​ວ່າ, ຊື້​ເຫີ​ຢ້ວນທີ່​ຍັງ​ເຫລືອ​ຢູ່​ປັກ​ກິ່ງ​ໃນ​ປັດຈຸບັນ​ສ່ວນ​ຫລາຍ​ແມ່ນ​ເຮືອນ​ທີ່​ປຸກ​ໃນ​ສະ​ໄຫມ​ລາດ​ຊະ​ວົງ​ມິ​ງ​ແລະ​ລາດ​ຊະ​ວົງ​ຊິ່ງ,ມີ​ປະຫວັດ​ຮ້ອຍ​ກວ່າ​ປີ​ແລ້ວ,​ແມ່ນ​ບໍ່​ວັນນີ

ວັນນີ:​ເຈົ້າ​ແມ່ນ​ແລ້ວ, ​ເມືອງ​ປັກ​ກິ່ງ​ເກົ່າ​ກໍ່​ແມ່ນ​ປະກອບ​ດ້ວຍ​ເຮືອນ 四合院 ຕັ້ງລຽນຕິດ​ກັນ​ເປັນ​ພັນ​ເປັນ​ຫມື່ນ​,​ເພື່ອ​ໃຫ້​ຄວາມ​ສະດວກ​ໃຫ້​ແກ່​ປະຊາຊົນອອກ​ເດີນທາງ, ຢູ່​ລະຫວ່າງ​ເຮືອນ 四合院 ສອງ​ແຖວ, ຕ້ອງ​ມີ​ທາງ​ນ້ອຍໆ,ນີ້​ກໍ່​ແມ່ນ 胡同

ສັງຂານ: ຫູ​ຖົງ ສັງຂານ​ຮູ້​ແລ້ວ, ຫູ​ຖົງ​ກໍ່​ແມ່ນ​ທາງ​ທີ່​ຕິດຕໍ່ລະຫວ່າງ​ເຮືອນ ຊື້​ເຫີ​ຢ້ວນແມ່ນ​ບໍ່​ຫລະ?

ວັນນີ:​ແມ່ນ​ແທ້, ສ່ວນ​ປັກ​ກິ່ງ​ມີ 胡同 ​ເທົ່າ​ໃດ​ສາຍ​ແທ້? ມີ​ການ​ບັນທຶກ​ວ່າ, ​ໃນ​ສະ​ໄຫມ​ລາດ​ຊະ​ວົງ​ມິ​ງທີ່​ຫລາຍ​ຮ້ອຍ​ປີ​ກ່ອນ, ປັກ​ກິ່ງ​ມີ 胡同 ຫລາຍ​ພັນ​ສາຍ.ຕັ້ງ​ແຕ່​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ມາ, ຄຽງ​ຄູ່​ກັບ​ການ​ພັດທະນາ​ຂອງ​ເສດຖະກິດ​ແລະ​ການກໍ່ສ້າງ​ຕົວ​ເມືອງ, ນະຄອນ​ປັກ​ກິ່ງ​ໄດ້​ມ້າງ​ແລະ​ດັດ​ສ້າງ 胡同 ຈຳນວນ​ຫນຶ່ງ, ມາ​ຮອດ​ດຽວນີ້ ຍັງ​ມີ 胡同 4000 ກວ່າ​ສາຍ.

ສັງຂານ:​ໂອ່​ຫລາຍ​ເຕີບ​ເນາະ!.

ວັນນີ:​ອື່, ນັກ​ທ່ອງ​ທ່ຽວ​ບໍ່​ຫນ້ອຍ​ໂດຍ​ສະ​ເພາະ​ແມ່ນ​ຄົນ​ຕ່າງປະ​ເທດ​ທີ່​ມາ​ທ່ຽວ​ປັກ​ກິ່ງ​ນັ້ນ, ສ່ວນ​ຫລາຍ​ສົນ​ໃຈນຳ 胡同 ທີ່​​ແຄບ​ໆ​ແລະຄົດໆ​ລ້ຽວ​ໆແລະ​ເຮືອນ 四合院 ຫລາຍ.

ສັງຂານ:​ສົມ​ພໍ​ສັງຂານ​ກໍ່​ເຄີຍ​ໄດ້​ຍິນ​ເຂົາ​ເຈົ້າວ່າ​ວັດທະນະທຳ​ດັ້ງ​ເດີມ​ຂອງ​ປັກ​ກິ່ງ​ກໍ່​ເອີ້ນວ່າ​ວັດທະນະທຳ​ຫູ​ຖົງ​ແລະ​ວັດທະນະທຳ​ຊື້​ເຫີ​ຢ້ວນ​ໄດ້​ເນາະ.

ວັນນີ:​ເຈົ້າ​ແມ່ນ​ແລ້ວ, ບັດ​ນີ້​ພວກ​ເຮົາ​ມາ​ແອບ​​ເວົ້າຄືນອີກ 四合院 (ອ່ານ​ຕາມ) 胡同(ອ່ານ​ຕາມ)

ວັນນີ:ມາ​ຮອດ​ນີ້,ລາຍການ​ມື້​ນີ້​ກໍ່​ໃກ້​ຈະ​ສິ້ນ​ສຸດ​ລົງ​ແລ້ວ, ຕອນ​ທ້າຍ​ລາຍການ, ຈະ​ໃຫ້​ຟັງ​ເພງ​ຫນຶ່ງ​ທີ່ຊື່ວ່າ 故乡是北京 ບ້ານ​ເກີດ​ຢູ່​ປັກ​ກິ່ງສູ່​ຟັງ.

ສັງຂານ:ສະບາຍດີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>