ປະທານາທິບໍດີ​ເບຣາລຸດຊີ​ກ່າວ​ວ່າ ຈີນ​ຈະ​ກ້າວ​ຂຶ້ນ​ສູ່​ຈຸດ​ສຸດ​ຍອດ​ຂອງ​ໂລກ​ໃນ​ອະນາຄົດ

(GMT+08:00) 2008-08-15 16:09:33 cri
-----------------------------------------------------------------------------------------------------------------
ງານ​ກິລາ​ໂອ​ລິ​ມປິກ​ຄັ້ງ​ທີ29​ພວມ​ດຳ​ເນີນ​ຢູ່​ປັກ​ກິ່ງ.ປັກ​ກິ່ງ​ທີ່​ເປັນ​ຕົວ​ເມືອງ​ຕາ​ເວັນ​ອອກ​ທີ່​ມີ​ປະຫວັດ​ສາດ​ຍາວນານ,ບໍ່​ພຽງ​ແຕ່​ໄດ້​ດຶງ​ດູດ​ນັກ​ກິລາ ​ແຫ່ງ​ຕ່າງໆ​ໃນ​ໂລກ​ມາ​ແຫ່ງ​ນີ້​ເທົ່າ​ນັ້ນ,​ແຕ່ຍັງ​ໄດ້ກາຍ​ເປັນ​ເວທີ​ທີ່​ເຕົ້າ​ໂຮມ​ບຸກຄົນ​ສຳຄັນ​ທາງ​ກາ​ເມືອງ​​ຂອງ​ສາກົນ.​ນັກ​ຂ່າວCRI​ໄດ້​ສຳ​ພາດ​ທ່ານ​ອາ​ເລັກ​ຊັນ​ເຕີ ກຼີ​ໂກ​ເຣຍວິສ ລູຄາ​ແຊນ​ໂຄ ປະທາ​ນາທິ​ບໍດີ​ເບ​ຣາລຸດຊີ ທີ່​ມາ​ເຂົ້າ​ຮ່ວມ​ພິທີ​ໄຂ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ.

ໃນ​ເວລາ​ໃຫ້​ສຳພາດ,​ເມື່ອ​ກ່າວ​ເຖິງ​ພິທີ​ໄຂ​ງານ​ກິລາ​ໂອ​ລິ​ມປິກ,ທ່ານ​ລູຄາ​ແຊນ​ໂຄ ຜູ່​ນຳ​ສູງ​ສຸດ​ຂອງ​​ເບຣາລຸດຊີ ກໍ່​ຍ້ອງຍໍ​​ບໍ່​ຂາດ​ສົບ​ຂາດ​ປາກ​ວ່າ:

 "​ບໍ່​ຕ້ອງ​ສົງ​​ໃສ​ເລີຍວ່າ​ຈີນ​ໄດ້​ຮັບ​ໄຊ​ຊະນະ​ແລ້ວ,​ເພາະວ່າ​ວຽກ​ງານ​ກຽມ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ແລະ​ການສະ​ແດງ​ຂອງ​ພິທີ​ໄຂງານ​ຂອງ​ຈີນ​ໄດ້​ສະ​ແດງ​ໃຫ້​ເຫັນ​ພະລັງ​ແຮງ​ຕົວ​ຈິງ​ຂອງ​ຈີນ​ຕໍ່​ຊາວ​ໂລກ,ສິ່ງເຫຼົ່ານີ້​ແມ່ນ​ປະ​ເທດ​ອື່ນ​​ແມ່ນຍາກ​ທີ່​ຈະ​ເຮັດ​ໄດ້."

ຕອນ​ຄ່ຳ​ວັນ​ທີ8​ສິງຫາ​ນີ້,ທ່ານ​ປະທາ​ນາທິບໍ​ດີ​ລູ​ຄາແຊນ​ໂຄ​ພ້ອມ​ກັບ​ບຸກຄົນ​ສຳຄັນ​ທາງ​​ເມືອງ​ຂອງປະ​ເທດ​ຕ່າງ​ໆ80​ກວ່າ​ທ່ານ​ໄດ້​ຊົມ​ພິທີ​ໄຂ​ງານ​.ທ່ານລູຄາ​ແຊນ​ໂຄ​ບອກ​ນັກ​ຂ່າວ​ວ່າ,ພິທີ​ໄຂ​ງານ​ກິລາ​ໂອ​ລິມ​ປິກ​ສາມາດ​ດູດ​ດຶງ​ຜູ່​ນຳ​ຂອງ​ຕ່າງປະ​ເທດ​ໄດ້ຫຼາຍ​ປານ​ນີ້, ໄດ້​ສ່ອງ​ແສ​ງ​ໃຫ້​ເຫັນ​ຢ່າງ​ເຕັມ​ສ່ວນ​​ເຖິງ​ຖານະ​ບົດບາດຂອງ​ຈີນຢູ່​ໃນ​ໂລກ,ນີ້​ແມ່ນ​ໄຊ​ຊະນະ​ຂອງ​ປະຊາຊົນ​ຈີນ.​ທ່ານ​ກ່າວ​ວ່າ:

 "​​ໃນ​ເມື່ອ​ກ່ອນ,ຄົນ​ຈີນ​ຂໍ​ແຕ່​ກິ​ມອິ່ມ​ນຸ່ງ​ອຸ່ນ​ກໍ່​ພໍ​ແລ້ວ,​ແຕ່​ປັດຈຸ​ບັນ,ຊີວິດ​ການ​ເປັນ​ຢູ່​ຂອງ​ຄົນ​ຈີນ​ໄດ້​ບັນລຸ​ເຖິງ​ມາດຕະ​ຖານ​ຂອງ​ໂລກ.​ປະ​ຊາ​ຊົນ​ຈີນ​ສາມາດ​ດຳລົງ​ຊີວິດ,​​ແລະ​ເຮັດ​ວຽກ​ເປັນ​ຢ່າງ​ດີ​ທັງ​ໄດ້​ຮັບ​ການ​ສຶກສາ​ທີ່​ດີ,​ເຂົາ​ເຈົ້າ​ໄດ້​ພິຊິດ​ໃຈຂອງ​ທົ່ວ​ໂລກ​ດ້ວຍ​ການອອກ​ແຮງ​ງານ​ຢ່າງດຸ​ໝັ່ນຂອງ​ຕົນ​."
 
ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ຄັ້ງ​ນີ້, ​ເບ​ຣາ​ລຸດຊີ​ໄດ້​ແຕ່ງ​ຄະ​ນະນັກ​ກິລາທີ່​ມີ330​ກວ່າ​ຄົນ​ໄປ​ຮ່ວມ, ​ໃນ​ນັ້ນມີ​ນັກ​ກິລາ​211ຄົນ, ​ເປັນ​ຄະ​ນະ​ນັກ​ກິລາ​ທີ່​ມີ​ຈຳນວນ​ຫຼາຍ​ກວ່າ​ໝູ່​ໃນ​ປະ​ຫວັດ​ການ​ເຂົ້າ​ຮ່ວມ​​ໂອ​ລິ​ມປິກ​ຂອງ​ເບ​ຣາລຸດຊີ. ທ່ານລູຄາ​​ເຊັນ​ໂກ ປະທາ​ນາທິບໍດີ​ເບ​ຣາ​ລຸດຊີ​ທີ່​ມັກ​ຫຼິ້ນ​ກິລາ​ທັງ​ເປັນ​ປະທານ​ຄະນະ​ກຳມະການ​ໂອ​ລິ​ມປິກ​ຂອງ​ເບ​ຣາ​ລຸດຊີດ້ວຍ​ຕົນເອງ​ນັ້ນ​​ກ່າວຢ່າງ​ຖ່ອມ​ຕົວວ່າ, ຂ້າພະ​ເຈົ້າ​ເຫັນ​ວ່າ, ​ເບ​ຣາລຸດຊີ​ຄວນ​ຮຽນ​ນຳ​ຈີນ​ໃນ​ດ້ານ​ຕ່າງໆ, ​ໂດຍ​ສະ​ເພາະ​ແມ່ນ​ຄວນ​ຖອດ​ຖອນ​ບົດຮຽນ​ຂອງ​ຈີນ​ໃນ​ການ​ປົກຄອງ​ປະ​ເທດ​ແລະ​ກະກຽມ​ງານ​ກິລາ​ໂອ​ລິ​ມປິກ. ຫຼັງ​ຈາກ​ງານ​ກິລາ​ໂອ​ລິ​ມປິກ​ສິ້ນ​ສຸດ​ລົງ​ແລ້ວ, ​ເບ​ຣາ​ລຸດຊີ​ຍັງ​ຈະ​ຖອດ​ຖອນ​ບົດຮຽນ​ນຳ​ຈີນ​ໃນ​ດ້ານ​ການ​ພັດທະນາ​ກິລາອີກ.
 
ນັບ​ແຕ່​ເບ​ຣາ​ລຸດຊີ​ປະຕິບັດ​ລະບອບ​ປະທານາທິບໍດີ​ໃນ​ປີ1994ມາ​ນີ້, ທ່ານ​ລູຄາ​ເຊັນ​ໂຄ​ໄດ້​ດຳລົງ​ຕຳ​ແໜ່​ງປະທາ​ນາທິບໍດີ3​ເທື່ອ​ລຽນຕິດ​ມາແລ້ວ, ​ໃນ14ປີ​ທີ່​ຜ່ານ​ມາ, ຜູ້ນຳ​ເບຣາລຸດຊີ​ຜູ້​ນີ້​ໄດ້​​ໃຫ້​ຄວາມ​ສຳຄັນ​ແກ່ຈີນ​​ຕະຫຼອດ​ມາແລະ​ອອກ​ແຮງ​ຊຸກ​ຍູ້​ການ​ພົວພັນ​ລະຫວ່າງ​ເບຣາ​ລຸດຊີ​ກັບ​ຈີນ, ທ່ານ​ໄດ້​ມາ​ຢ້ຽມຢາມ​ຈີນ​ທາງ​ລັດຖະກິດ3​ເທື່ອ​ແລ້ວ. ທ່ານ​ລູຄາ​ເຊັນ​ໂຄ​ເຄີຍ​ເຮັດ​ວຽກ​ນຳພາ​ດ້ານ​ກະສິກຳ​ເປັນ​ເວລາ​ຍາວ​ນານ​, ​ແລະ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ນຳ​ຊົນນະບົດ​ຈີນ, ​ໃນ​ສາຍ​ຕາ​ຂອງ​ທ່ານ, ຊົນນະບົດ​ບາງ​ແຫ່ງ​ຂອງ​ຈີນ​ໄດ້​ພັດທະນາ​ຢ່າງ​ວ່ອງ​ໄວ, ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ບາງ​ທ້ອງ​ຖິ່ນ​ໄດ້​ບັນລຸ​ມາດຕະ​ຖານ​ຂອງ​ເອີ​ລົບ. ຈີນ​ທີ່​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ​ເຮັດ​ໃຫ້​ທ່ານ​ມີ​ພາບ​ປະ​ທັບ​ໃຈ​ອັນ​ເລິກ​ເຊິ່ງ, ທ່ານ​ກ່າວ​ວ່າ,

ຄວາມ​ໄວ​ແຫ່ງ​ການ​ພັດທະ​ນາ​ຂອງ​ຈີນ​ເຮັດ​ໃຫ້​ຄົນ​ງຶດ​ງໍ້. ປະຈຸ​ບັນ, ຈີນ​ຍິ່ງ​ເອົາ​ໃຈ​ໃສ່​ຫຼາຍ​ກວ່າ​ເກົ່າ​ນຳ​ການ​ຄວບ​ຄຸມ​ບໍ່​ໃຫ້​ເສດ​ຖະກິດ​ພັດທະນາ​ໄວ​ເກີນ​ໄປ, ອອກ​ແຮງ​ດຶງ​ດູດ​ເງິນ​ລົງທຶນ​. ຂ້າພະ​ເຈົ້າ​ສັງ​ເກດ​ເຫັນ​ວ່າ, ບໍລິສັດ​ຕ່າງຊາດ​ນັບ​ມື້​ນັບ​ຫຼາຍ​ໄດ້ມາດຳ​ເນີນທຸ​ລະ​ກິດ​ຢູ່​ຈີນ, ນີ້​ແມ່ນ​ຜົນ​ງານ​ແຫ່ງ​ຄວາມ​ພະຍາ​ຍາມ​ຂອງ​ປະຊາຊົນ​ຈີນ.
 
ຈີນ​ກັບ​ເບ​ລາຣຸດຊີ​ສ້າງ​ຕັ້ງ​ສາຍ​ພົວພັນ​ການທູດ​ນຳ​ກັນ​ມາ​ເປັນ​ເວລາ 16 ປີ​​ແລ້ວ, ການ​ພົວພັນ​ລະ​ຫວ່າງ​ສອງ​ປະ​ເທດຂະ​ຫຍາຍ​ຕົວ​ຢ່າງ​ໝັ້ນ​ທ່ຽງ​ແລະ​ວ່ອງ​ໄວ. ​ໂດຍ​ສະ​ເພາະ​ແມ່ນ​ການ​ຮ່ວມ​ມື​ເສດຖະກິດ​ລະຫວ່າງ​ສອງ​ປະ​ເທດ​, ​ໄດ້ຈາກ​ບໍ່​ເຄີຍ​ມີ​ມາ​ສູ່ການ​ເລີ່ມມີ, ຈາກ​ມີ​ການ​ຮ່ວມ​ມື​ໜ້ອຍ​ຮອດ​ການ​ຮ່ວມ​ມື​ຫຼາຍ, ຄວາມ​ໄວ​ໃນ​ການ​ພັດທະ​ນາ​ເຮັດ​​ໃຫ້​ຄົນ​ປະຈັກ​ຕາ. ທ່ານລູຄາ​ເຊັນ​ໂຄ ປະທາ​ນາທິ​ບໍດີ​ເບ​ລາຣຸດຊີກ່າວ​ວ່າ, ​ໃນ​ຕອນ​ເລີ່​ມຕົ້ນ, ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ເບ​ລາຣຸດຊີ​ມີ​ພຽງ​ແຕ່ 100 ລ້ານ​ໂດ​ລາ, ຮອດ​ປັດຈຸບັນນີ້​ຄາດ​ວ່າຈະ​ບັນລຸ 2 ຕື້​ໂດ​ລາ. ທ່ານ​ກ່າວວ່າ: "ພວກ​ຂ້າພະ​ເຈົ້າ​ສອງ​ຝ່າຍ​ພວມ​ກ້າວໜ້າ​ຢ່າງ​ຫຼວງ​ຫຼາຍ. ​ເຖິງ​ວ່າ​ປະຈຸ​ບັນ​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ​ຍັງ​ບໍ່​ຫຼາຍ​ກໍ​ຕາມ, ​ແຕ່​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ, ຈຸດ​ນີ້​ສຳຄັນ​ຫຼາຍ."
 
ປະທາ​ນາທິ​ບໍດີ​ລູຄາ​ເຊັນ​ໂກ​ກ່າວ​ວ່າ, ​ເບ​ລາຣຸດຊີ​ແລະ​ຈີນ​ມີ​ຊ່ອງ​ທາງ​ຂອງ​ການ​ຮ່ວມ​ມື​ໃນ​ດ້ານ​ເສດ​ຖະກິດ​ການ​ຄ້າ​ອະນາຄົດ​ຢ່າງ​ຫຼວງ​ຫຼາຍ, ​ໂດຍສະ​ເພາະ​ໃນ​ຂົງ​ເຂດ​ໄຮ້​ເຕັກ. ​ເບ​ລາຣຸດ​ຊີຍິນ​ດີ​ເຂົ້າ​ຮ່ວມ​ຍຸດ​ທະ​ສາດ​ຂອງ​ຈີນ​ທີ່​ພັດທະນາ​ພາກ​ຕາ​ເວັນ​ຕົກ​ແລະ​ຟື້ນ​ຟູ​ແຫຼ່ງ​ອຸດ​ສາ​ຫະ​ກຳ​ເກົ່າທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ໃຫ້​ຈະ​ເລີ​ນ, ​ແລະ​ຍິນ​ດີ​ເພີ່ມ​ທະວີ​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ກັບ​ຈີນ​ໃນ​ຂົງ​ເຂດ​ວັດ​ທະ​ນະ​ທຳ ການ​ສຶກສາ​ແລະ​ກິລາ​ຕື່ມ​ອີກ. ​ເຖິງ​ວ່າ​ສອງ​ປະ​ເທດ ​ເບຣາ​ຣຸດຊີ​ຈີນ​ຢູ່​ໄກ​ກັນ, ​ແຕ່​ຜົນ​ປະ​ໂຫຍດ​ຮ່ວມທົ່ວ​ໄປ​ຊ້ຳພັດ​ສາມາດ​ເຮັດ​ໃຫ້​ສອງ​ຝ່າຍ​ກາຍ​ເປັນ​ເພື່ອນ​ທີ່​ຈິງ​ໃຈ​ຕໍ່​ກັນ. ທ່ານປະ​ທານາ​ທິບໍ​ດີ​ລູຄາ​ເຊັນ​ໂກບ​ອກຕໍ່​ນັກ​ຂ່າວ​ວ່າ, ທ່ານ​ເຊື່ອ​ວ່າການ​ພົວພັນ​ລະ​ຫວ່າງ​ຈີນ​ກັບ​ເບ​ລາຣຸດ​ຊີຈະ​ມີ​ ອະນາຄົດອັນ​ດີງາມ​ກວ່າ​ເກົ່າ, ​ແລະ​ເຊື່ອ​ວ່າ​ຈີນ​ຈະ​ກ້າວ​ໄປ​ສູ່​ຈຸດ​ສູງ​ສຸດໃນ​ອະນາຄົດ.
 
"ຕໍ່​ໄປ​ພວກ​​ເຮົາ​ຄວນ​ພິຈາ​ລະນາ​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ສ້າງ​ການ​ພົວພັນ​ທີ່​ແໜ້ນ​ແຟ້ນ​ກວ່າ​ເກົ່າ​ໃນ​ຂົງ​ເຂດ​ການ​ເມືອງ. ພວກ​ເຮົາ​ບໍ່​ມີ​ບັນຫາ​ຫຍັງກັນ​ເລີຍ, ຄວນ​ສືບ​ຕໍ່​ພັດ​ທະ​ນາ​ຕໍ່​ໄປ. ຂ້າພະ​ເຈົ້າ​ເຫັນ​ວ່າ, ຈີນ​ຈະ​ກ້າວ​ໄປ​ສູ່​ຈຸດ​ສູງ​ສຸດ​ໃນ​ອະນາຄົດ."
 
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>