ນັບ​ມາ​ຮອດ​ປະຈຸ​ບັນ, ຄຸນ​ນະພາ​ບອາກາດ​ຂອງ​ປັກ​ກິ່ງ​ໃນ​ໄລຍະ​ງານ​ໂອ​ລິ​ມປິກ​ໄດ້​ຕາມມາດຕະຖານ​​ຕະຫຼອດມາ

(GMT+08:00) 2008-08-16 13:55:01 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 15 ສີ​ງຫາ​ນີ້, ​ປັກ​ກິ່ງ​ໄດ້​ມີອາກາດ​ສົດ​​ໃສ​ໃນ​ລະດູ​​ໃບ​ໄມ້ລົ່ນ, ຄຸນ​ນະພາ​ບອາກາດບັນລຸລະດັບ​ໜຶ່ງ. ວັນ​ທີ 16 ສີ​ງຫາ​ນີ້, ອາກາດ​ປັກ​ກິ່ງ​ທ້ອງຟ້າ​ປອດ​ໂປ່​ງ.

ຕົວ​ເລກ​ຕິດຕາມ​ວັດ​ແທກ​ສະ​ແດງ​ໃຫ້​ເຫັນ​ວ່າ, ຄຸນ​ນະພາ​ບອາກາດ​ຂອງ​ປັກ​ກິ່ງ​ໄດ້ມາດຕະຖານ​ທັງໝົດ, ​ໃນ​ນັ້ນ​ມີ 6 ມື້​ບັນລຸ​ຊັ້ນ​ເອກ, ມີ 9 ມື້​ບັນລຸ​ຊັ້ນ​ສອງ.

ທ່ານ​ຕູ້​ຊ້າ​ວຈົ່ງ ຮອງ​ຫົວໜ້າ​ພະ​ແນ​ກ​ອະນຸລັກ​ສິ່ງ​ແວດ​ລ້ອມ​ປັກ​ກິ່ງ​ກ່າວ​ວ່າ, ​ນັບ​ແຕ່​ເດືອນ​ກໍ​ລະກົດ​ມາ​ນີ້, ລະດັບ​ລະບາຍ​ມົນ​ລະ​ພິດ​ຂອງ​ປັກ​ກິ່ງລວມ​ໄດ້​ຫຼຸດ​ລົງ​ຢ່າງ​ຫຼວງ​ຫຼາຍ, ລະດັບ​​ຊຸນ​ເຟີ ດີ​ອັອກສິດກາກ​ບອນ​ໂມ​ໂນ​ສິດ​ແລະ​ນີ​ໂຕຼ​ແຊນອອກ​ຊິດ​ແລະ​ລະອອງ​ຕ່າງໆ ຕ່ຳ​ກວ່າ​ໄລຍະ​ດຽວ​ກັນ​ໃນ​ປີ​ກາຍ​ປະມານ 20%. ທ່ານ​ກ່າວ​ວ່າ, ຜົນ​ຕິດຕາມ​ວັດ​ແທກ​ສະ​ແດງ​ໃຫ້​ເຫັນ​ວ່າ, ນັບ​ມາ​ຮອດ​ປະຈຸ​ບັນ, ຄຸນ​ນະພາ​ບອາກາດ​ຂອງ​ປັກ​ກິ່ງ​ໃນ​ໄລຍະ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ແມ່ນ​ໄດ້​ຕາມ​ມາດ​ຕະ​ຖານ​ຕະ​ຫຼອດ​ມາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>