ສຽງ​ຂອງ​ອາ​ສາ​ສະ​ໝັກ​ສະ​ພາ​ກາ​ແດງ​ອາ​ເມ​ລິ​ກາ

(GMT+08:00) 2008-08-28 17:51:45 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວCRI:ຢູ່ພາຍ​​ໃນ​ແລະ​ນອກ​ສະໜາມ​ແຂ່ງຂັນ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ,ຢູ່​ຕາມ​ຖະ​ໜົນ​ຫົນທາງ​ແລະ​ບ່ອນ​ທ່ອງ​ທ່ຽວ,​ມີ​ອາ​ສາ​ສະ​ໝັກ​ສະ​ພາ​ກາ​ແດງ​5​ໝື່ນ​ກວ່າ​ຄົນ​ທີ່​ມາ​ຈາກ​ປະ​ເທດ​ແລ​ະ​ເຂດ​ແຄ້ວນ​ຕ່າງໆ​ໃນ​ໂລກ.​ທ່ານ​ໄມ​ໂຄ ​ວັອງ ຊາວ​ຈີນ​ສັນ​ຊາດ​ອາ​ເມ​ລິ​ກາ​ທີ່​ມາ​ຈາກ​ຊັນ ຟຼັນ​ຊິສ​ໂກ​ຂອງ​ອາ​ເມ​ລິ​ກາ​ກໍ່​ແມ່ນ​ຜູ້​ໜຶ່ງ.​ໃນ​ໄລ​ຍະ​ງານ​ກິ​ລາ​ໂອ​ລິມ​ປິກ,​ສະ​ເລ່ຍ​ແລ້ວ,​ພະ​ລາດ​ຊະ​ວັງ​ກູ້​ກົ່ງ​ທີ່​​ເປັນ​ບ່ອນ​ທ່ອງ​ທ່ຽວ​ທີ່​ມີ​​ຊື່​ສຽງ​ທີ່​ສຸດ​ຂອງ​ປັກ​ກິ່ງ​ໄດ້​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ຈີນ​ແລະ​ຕ່າງ​ປະ​ເທດ​8-9​ໝື່ນ​ຄົນ​ທຸກ​ມື້.​ດ້ວຍ​ເຫດ​ນີ້,​ສະ​ພາ​ກາ​ແດງ​ຈີນ​ແລະ​ຫໍ​ພິ​ພິ​ທະ​ພັນ​ພະ​ລາດ​ຊະ​ວັງ​ກູ້​ກົ່ງ​ໄດ້​ພ້ອມ​ກັນ​ສ້າງ​ບ່ອນ​ກອບ​ກູ້​ແລະ​ພະ​ຍາ​ບານ​ແຫ່ງ​ໜຶ່ງ​ຢູ່​ໃນ​ພະ​ລາດ​ຊະ​ວັງ​ກູ້​ກົ່ງ,​ເພື່ອ​ປິ່ນ​ປົວ​ຂັ້ນ​ຕົ້ນ​ໃຫ້​ນັກ​ທ່ອງ​ທ່ຽວ​ທີ່​ມີ​ອາ​ການ​ວິນ​​ແດດ​ຍ້ອນ​ອາ​ກາດ​ຮ້ອນ​ຫຼາຍ​ຫຼື​ວ່າ​ຜູ້​ທີ່​ເກີດ​ພະ​ຍາດ​ສຸກ​ເສີນ​ຫຼຶ​ເກີດ​ບາດ​ເຈັບ​ຍ້ອນ​ອຸ​ປະ​ຕິ​ເຫດ​.ທ່າ​ນ​ໄມ​ໂຄ ວອັງ​ທີ່​ອາ​ຍຸ​50​ກວ່າ​ປີ​ກໍ່​ແມ່ນ​ໃຫ້​ການ​ບໍ​ລິ​ການ​ດ້ານ​ພາ​ສາ​ອັງ​ກິດ​ໃຫ້​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ຢູ່​ບ່ອນ​ນີ້.

ທ່ານ​ເວົ້າ​ສູ່​ຟັງ​ກ່ຽວ​ກັບ​ສະພາກາ​ແດງ​ອາ​ເມ​ລິ​ກາ​ເຂົ້າຮ່ວມ​ງານ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງ.​"ສະ​ພາ​ກາ​ແດງ​ອາ​ເມ​ລິ​ກາ​ດີ​ໃຈ​ຫຼາຍ​ທີ່​ສາ​ມາດ​ສົ່ງ​ຜູ້​ແທນ​ສອງ​ຄົນ​ມາ​ສະ​ໜັບ​ສະ​ໜູນ​ວຽກ​ງານ​ຂອງ​ສະ​ພາ​ກາ​ແດງ​ຈີນ​ໃນ​ໄລຍະ​ງານ​ກິ​ລາ​ໂອ​ລິ​ມປິກ​ປັກ​ກິ່ງ.​ພາຍ​ຫຼັງ​ຈີນ​ຮ້ອງ​ຂໍ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ຢ່າງ​ສຳ​ເລັດ​ຜົນ​ແລ້ວ,​ສອງ​ຝ່າຍ​ໄດ້​ຕິດ​ຕໍ່​ປະ​ສານ​ງານ​ກັນ​ຫຼາຍ​ເທື່ອ.​ຍ້ອນ​ວ່າ​ສະ​ພາ​ກາ​ແດງ​ອາ​ເມ​ລິ​ກາ​ມີ​ບົດຮຽນ​ທີ່​ໄດ້​ເຂົ້າ​ຮ່ວມ​ງານ​ກິລາ​ໂອ​ລິມ​ປິກ​ສາມ​ເທື່ອ,​ສະ​ນັ້ນ,​ພວກ​ເຮົາ​ສາ​ມາດ​ໃຫ້​ການ​ແນະ​ນຳ​ຈຳ​ນວນ​ໜຶ່ງ.​ນອກ​ນີ້,​ພວກ​ເຮົາ​ຮູ້​ເວົ້າ​ພາ​ສາ​ຈີນ​ແລະ​ພາ​ສາ​ອັງ​ກິດ​ພ້ອມ​ກັນ,​ຈະ​ສາ​ມາດ​ຊ່ວຍ​ເຫຼືອ​ນັກ​ທ່ອງ​ທ່ຽວ​ໄດ້​ເປັນ​ຢ່າງ​ດີ."

ໄມ​​ໂຄ​ວັອງ​ເກີດຢູ່​ຮົງ​ກົງ,​ເພິ່ນ​ເຄີຍ​ເປັນ​ຕຳຫຼວດ​ຮົງ​ກົງ.ພາຍຫຼັງ​ຍ້າຍ​ໄປ​ຢູ່​ອາ​ເມ​ລິ​ກາ​ແລ້ວ,ຕາມ​ຈິງ,​ ​ຫຼັງ​ອອກ​ບຳນານ ,ເພິ່ນ​ສາມາດ​ດຳລົງ​ຊີວິດ ​ຢ່າງ​ສະ​ບາຍ,​ແຕ່​ເພິ່ນ​ໄດ້​ເລືອກ​ເອົາ​ການ​ເຂົ້າ​ຮ່ວມ​ວຽກ​ງານ​ສາທາລະນະ​ປະ​ໂຫຍ​ດຢ່າງ​ຕັ້ງ​ໜ້າ.ປັດ​ຈຸ​ບັນ,​ເພິ່ນ​ແມ່ນ​ຜູ່​ອຳ​ນວຍ​ການ​ພະ​ແນ​ກອົບຮົມ​ຄົນ​ເຊື້ອສາຍ​ອາຊີ​ຂອງ​ສະພາກາ​ແດງ​ຢູ່ເຂດ​ອ່າວ​ຊານ​ຟຼານ​ຊີ​ສ​ໂກ.​ທ່ານ​ກ່າວ​ວ່າ,​ຢູ່​ເມືອງ​ຊານ​ຟຼານຊິ​ສ​ໂກ​ທີ່​ທ່ານ​ຢູ່​ນັ້ນ​ມີ​ຊາວ​ຈີນ​ຈຳ​ນວນ​ຫຼວງ​ຫຼາຍ,​ທ່ານ​ສາ​ມາດ​ ໃຊ້​ທ່າ​ແຮງ​ດ້ານ​ພາສາ​ຂອງ​ຕົນ,​ເຮັດ​ວຽກ​ອົບ​ຮົມ​ຢູ່​ສະ​ພາ​ກາ​ແດງ​ແຫ່ງ​ນັ້ນ.​ທ່ານ​ກ່າວ​ວ່າ:​"ຂ້ອຍ​ແມ່ນ​ພະນັກງານ​ຂອງ​ສະ​ພາ​ກາ​ແດງ​ເຂດ​ອ່າວ​ຊານ​ຟຼານ​ຊິສ​ໂກ​ອາ​ເມ​ລິ​ກາ​ທີ່ ຮັບ​ໃຊ້​ຊຸມ​ຊົນ​ຊາວ​ຈີນ​ໂດຍ​ສະ​ເພາະ,​ຢູ່​ແຫ່ງ​ນັ້ນ​ບໍ່​ໄດ້​ຈັດ​ໃຫ້​ຮຽນ​ພາ​ສາ​ຈີນ,​ສະ​ນັ້ນ,​ຂ້ອຍ​ໄດ້​ແປ​ເອ​ກະ​ສານ​ຢ່າງ​ຫຼວງ​ຫຼາຍ​ເພື່ອ​ເປັນ​ເອ​ກະ​ສານ​ອົບ​ຮົມ​ການ​ປະ​ຖົມ​ພະ​ຍາ​ບານ​ສະ​ບັບ​ພາ​ສາ​ຈີນ​ໃຫ້​ແກ່​ຊາວ​ຈີນ.​"

ພາຍ​ໃຕ້​ການ​ລະດົມ​ຂອງ​ມະ​ຫາ​ຄອບ​ຄົວ​ຄະ​ນະ​ກຳ​ມະ​ການ​ສະ​ພາ​ກາ​ແດງ​ສາກົນ,​ເທື່ອ​ນີ້,​ທ່ານ​ໄມ​ໂຄ​ວັອງ​ໄດ້​ມາ​ຮອດ​ປັກ​ກິ່ງ​ເພື່ອ​​ຈຸດ​ປະ​ສົງ​ທີ່​ຢາກ​ລົງ​ເລິກ​ການ​ຮ່ວມ​ມື​ກັບ​ສະ​ພາ​ກາ​ແດງ​ຈີນ.​ນັບແຕ່9​ໂມງ​ຈົນ​ຮອດ​16-17​ໂມງ​ ທຸກໆ​ມື້,​ທ່ານ​ ພ້ອມ​ກັບ​ໝູ່​ຮ່ວມ​ງານ​ຜັດ​ປ່ຽນ​ກັນ​ໃຫ້​ການ​ບໍ​ລິ​ການ​ດ້ານ​ການ​ປິ່ນ​ປົວ ​ໃຫ້​ຄຳ​ປຶກ​ສາ​ແລະ​ການ​ແປ​ພາ​ສາ​ຢູ່​ສະ​ຖາ​ນີ​ຊ່ວຍ​ເຫຼືອ​ສຸກ​ເສີນ​ຢູ່​ວັງ​ກູ້​ກົ່ງ​ແລະ​ສະ​ຖາ​ນີ​ທີ່​ບໍ​ລິ​ການ​ສະ​ພາ​ກາ​ແດງ​ຂອງ​ງານ​ໂອ​ລິ​ມປິກ​ທີ່​ຢູ່​ໃນ​ແລະ​ນອກ​ສະ​ໜາມ​ກິ​ລາ​ຕ່າງໆ.​ນອກ​ນີ້,​ທ່ານ​ຍັງ​ພວມ​ຮ່ວມ​ມື​ກັບ​ບຸກ​ຄົນ​ທີ່​ກ່ຽວ​ຂ້ອງ​ຂອງ​ສະ​ພາ​ກາ​ແດງ​ຈີນ,ດຳ​ເນີນ​ການ​ແປ​ພາ​ສາ​ແລະ​ຮຽບ​ຮຽງ​ຄູ່​ມື​ອົບ​ຮົມ​ການ​ຊ່ວຍ​ເຫຼືອ​ສຸກ​ເສີນ​ສະ​ບັບ​ພາ​ສາ​ອັງ​ກິດ.​ເຖິງ​ຈະ​ເມື່ອຍ​ແລະ​ລຳ​ບາກ​ຫຼາຍ​ແດ່​ກໍ່​ຕາມ,​ແຕ່​ຄວາມ​ໝັ້ນ​ໃຈ​ຂອງ​ທ່ານ​ພັດ​ບໍ່​ໄດ້​ຈາງ​ຫາຍ​ລົງ,​ທ່ານ​ກ່າວ​ວ່າ,​ທ່ານ​ສາ​ມາດ​ມີ​ສ່ວນ​ຮ່ວມ​ເຂົ້າ​ໃນ​ການ​ບໍ​ລິ​ການ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ,​ທ່ານ​ກໍ່​ຮູ້​ສຶກ​ເປັນ​ກຽດ​ຫຼາຍ​ແລ້ວ.​"ຂ້ອຍ​ຕື່ນ​ເຕັ້ນ​ຫຼາຍ,​ແຕ່​ກ່ອນ,​ຂ້ອຍ​ມີ​ແຕ່​ຊົມ​ງານ​ກິລາ​ໂອ​ລິ​ມປິກ​ຢູ່​ເຮືອນ,​ແຕ່​ດຽວ​ນີ້,​ຂ້ອຍ​ໄດ້​ມີ​ສ່ວນ​ຮ່ວມ​​ໂດຍ​ຕົນ​ເອງ,​ມີ​ໂອ​ກາດ​ຊ່ວຍ​ເຫຼືອ​ສະ​ພາ​ກາ​ແດງ​ຈີນ.​ໃນ​ນາມ​ເປັນ​ຄົນ​ຈີນ,​ສາ​ມາດ​ປະ​ກອບ​ສ່ວນ​ເພື່ອ​ງານ​ກິ​ລາ​ໂອ​ລິມ​ປິກ,​ຂ້ອຍ​ດີ​ໃຈ​ຫຼາຍ."

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>