ຄະນະ​ກິລາ​ລາວ​ກັບ​ອາສາ​ສະໝັກ

(GMT+08:00) 2008-08-16 16:56:38 cri
-----------------------------------------------------------------------------------------------------------------
ອາສາ​ສະໝັກ​ແມ່ນ​ພາກສ່ວນ​ສຳຄັນ​ໃນ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ,ມີ​ຈຳນວນ​ຄົນ​ຫຼວງ​ຫຼາຍ,​ແຈກ​ຢາຍ​ຢູ່​ທຸກ​ຂົງ​ເຂດ​ບໍລິການ​ຂອງ​ງານ​​ໂອ​ລິ​ມປິກ,​ການ​ອຸທິດ​ກຳລັງວັງຊາ​ທີ່​ບໍ່​ເຫັນ​ແກ່​ຕົວ​ຂອງ​ເຂົາ​ເຈົ້າ​ເຮັດ​ໃຫ້​ວຽກງານ​ທຸກ​ດ້ານ​ຂອງ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ດຳ​ເນີນ​ໄປ​ຢ່າງ​ສະດວກ,​ຄວາມ​ສາມາດຂອງ​ເຂົາ​ເຈົ້າ​ກໍ່​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຢ່າງ​ກວ້າງຂວາງ​ຈາກ​ອົງການ​ຈັດ​ຕັ້ງ​ງານ​ໂອ​ລິ​ມປິກ​ແລະ​ເພື່ອນ​ມິດ​ຕ່າງປະ​ເທດ.​ແຕ່​ລະ​ມື້,ຄະນະ​ກິລາ​ລາວ​ທີ່​​ເຂົ້າ​ຮ່ວມ​ງານ​ໂອລິ​ມປິກ​​​ຄັ້ງ​ນີ້ກໍ່​ໄດ້ດຳລົງ​ຊີວິດ​ຮ່ວມ​ກັບ​ອາສາ​ສະໝັກ,​ໃນ​ລາຍການ​"ຄະນະ​ກິລາ​ລາວ​ຢູ່​ປັກ​ກິ່ງ"ພາກ​ນີ້,ພວກ​ເຮົາຈະພາ​ທ່ານ​ໄປ​ຊອກ​ຮູ້​​ເລື່ອງລາວ​ລະຫວ່າງ​ຄະນະ​ກິລາ​ລາວ​ກັບ​ອາສາ​ສະໝັກ.

ພາຍຫຼັງ​ຄະນະ​ກິລາ​ລາວ​ໄດ້​ມາ​ຮອດ​ປັກ​ກິ່ງ​ແລ້ວ,ອົງການ​ຈັດ​ຕັ້ງ​ໄດ້​ຈັດ​ວາງອາສາ​ສະໝັກ 3 ຄົນ​ໃຫ້​ເຂົາ​ເຈົ້າ,3 ຄົນ​ດັ່ງກ່າວ​ລ້ວນ​ແຕ່​ແມ່ນ​ນັກຮຽນ​ຂອງ​ພະ​ແນ​ກພາສາ​ລາວ​ມະຫາວິທະຍາ​ໄລ​ພາສາ​ຕ່າງປະ​ເທດ​ປັກ​ກິ່ງ,​ເຂົາ​ເຈົ້າ​ຮັບ​ໃຊ້ຄະນະ​ກິລາ​ລາວ​ໃນ​ໝົດ​ມື້.ທ່ານ​ຊົມ​ພູ ພົງສາ ຫົວໜ້າ​ຄະນະ​ກິລາ​ລາວ​ແມ່ນ​ຜູ້​ທີ່​ຕິດ​ຕໍ່​ກັບ​ອາສາ​ສະໝັກ​ຫຼາຍ​ກວ່າ​ໝູ່​ໃນ​ຄະນະ,​ແຕ່​ລະ​ມື້,ອາສາ​ສະໝັກ​ກໍ່​ຈະ​ຊ່ວຍ​​ເພິ່ນ​ເຮັດ​ວຽກ,ທ່ານຕີ​ລາຄາ​ໃນ​ລະດັບ​ສູງ​ຕໍ່ອາສາ​ສະໝັກທັງຫຼາຍ.

ນອກຈາກ​ອາສາ​ສະໝັກພາສາ​ລາວ​ແລ້ວ,ອາສາ​ສະໝັກ​ອື່ນໆ​ໃນງານ​​ໂອລິ​ມປິກ​ປັກ​ກິ່ງ​ກໍ່​​ໄດ້​ເຮັດ​ໃຫ້​ທ່ານ​ຊົມ​ພູປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ.

ໃນ​ໄລຍະ​ຢູ່​ປັກ​ກິ່ງ,ບາງ​ເທື່ອ,ທ່ານ​ອາ​ລົງ​ກອນ ​ແພງ​ສະຫວັນ ນາຍ​ແພດ​ຂອງ​ຄະນະ​ກິລາ​ລາວຈະ​ອອກ​ໄປເຮັດ​ວຽກຢູ່​ນອກ​ບ້ານ​ໂອ​ລິ​ມປິກ,ສະ​ນັ້ນ,ທ່ານ​ໄດ້ຕິດ​ຕໍ່​ກັບ​ອາສາ​ສະໝັກ​ເລື້ອຍໆ,ທ່ານ​ຮູ້ສຶກ​ພໍ​ໃຈ​ຫຼາຍ​ຕໍ່​ອາສາ​ສະໝັກ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ທີ່​ໄດ້​ອຳນວຍ​ການ​ບໍລິການ​ຢ່າງທົ່ວ​ເຖິງ.

ທ່ານ​ອາ​ລົງ​ກອນ ​ແພງ​ສະຫວັນ​ເຫັນ​ວ່າ,ອາສາ​ສະໝັກ​ພາສາ​ອັງກິດ​ຫຼາຍ​ຄົນ​ຂອງ​ປັກ​ກິ່ງ​ມີ​ລະດັບ​ສູງ​ຫຼາຍ,ນີ້​ເຮັດ​ໃຫ້ທ່ານ​ຮູ້ສຶກ​ສະດວກ​ສະບາຍ.

ກ່ອນ​ຈະ​ມາ​ປັກ​ກິ່ງ,ນາງ​ພິ​ໄລ​ລັກ ສັກ​ປະ​ເສີດ ນັກ​ກິລາ​ແລ່ນ​ແລະ​ລານ​ຂອງ​ລາວຄຶດ​ວ່າ,ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ມີ​ແຕ່​ອາສາ​ສະໝັກ​ພາສາ​ອັງກິດ​ເທົ່າ​ນັ້ນ,ນາງ​ບໍ່​ຄຶດ​ເລີຍ​ວ່າ,ປັກ​ກິ່ງ​ຍັງ​ມີ​ອາສາ​ສະໝັກ​ພາສາ​ລາວ​ອຳນວຍ​ການ​ບໍລິການ​ໃຫ້​ເຂົາ​ເຈົ້າ,ນີ້​ເຮັດ​​ໃຫ້​ນາງ​ຮູ້ສຶກ​ເກີນ​ຄວາມ​ຄາດໝາຍ.

ເວົ້າ​ສຳລັບ​ພວກ​ອາສາ​ສະໝັກ​ແລ້ວ,ສາມາດ​ອຳນວຍ​ການ​ບໍລິການ​ໃຫ້​ງານ​ໂອ​ລິ​ມປິກ,​ເຂົາ​ເຈົ້າ​ຮູ້ສຶກ​ດີ​ໃຈ​ຫຼາຍ,​ໃນ​ການ​ໃຫ້​ບໍລິການ​,​ເຂົາ​ເຈົ້າ​ໄດ້​ຮັບ​ຄວາມ​ເຄົາລົບ​ແລະ​ການ​ສະໜັບສະໜູນ​ຈາກ​ວົງ​ການ​ຕ່າງໆ​ໃນ​ສັງຄົມ.

ທ້າວ​ຈ່າງ​ເຫລີ​ຍ​ແມ່ນ​ອາສາ​ສະໝັກ​ທີ່​​ໃຫ້ບໍລິການ​ດ້ານ​ລົດຍົນ​ແກ່ຄະນະ​ກິລາ​ລາວ​ໂດຍ​ສະ​ເພາະ​ໃນ​ໄລຍະ​ງານ​ໂອ​ລິ​ມປິກ,ລາວ​ເວົ້າ​ວ່າ,ລາວເປັນ​ອາສາ​ສະໝັກ​ເທື່ອ​ນີ້,​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ຫຼາຍ​ຝ່າຍ,​ເຖິງ​ວ່າບາງ​ເທື່ອ​ເຮັດ​ວຽກ​ເມື່ອຍ​ຫຼາຍກໍ່ຕາມ,​ແຕ່ຮູ້ສຶກ​ມ່ວນ​ຫຼາຍ.ລາວ​ເວົ້າ​ວ່າ:

"ຂ້ອຍ​ມາ​ເປັນ​ອາສາ​ສະໝັກ​ງານ​ໂອ​ລິ​ມປິກ,ທາງ​ມະຫາວິທະຍາ​ໄລ​ສະໜັບສະໜູນ​ທີ່​ສຸດ,ຂ້ອຍ​ເອງ​ກໍ່​ຢາກ​ເປັນ.​ແນ່ນອນ​ແລ້ວ,ເມື່ອຍຫຼາຍ,​​ເພາະວ່າ,​ເຮັດ​ວຽກ​ທັງ​ຕອນເຊົ້າ​ແລະຕອນແລງ,ຮູ້ສຶກ​ເມື່ອຍ​ຫຼາຍ,ດຽວ​ນີ້,ໄຄ​​ແດ່​ແລ້ວ.ຂ້ອຍ​ຮູ້ສຶກ​ໂຊກ​ດີ​ຫຼາຍ​ທີ່​ສາມາດ​ເປັນ​ອາສາ​ສະໝັກ​ຂອງ​ງານ​ໂອ​ລິ​ມປິກ,​ເຖິງ​ວ່າ​ເມື່ອຍ​​ແດ່,​ແຕ່​ກໍ່​ດີ​ໃຈ."

ນາງ​ຈູ່ທ່າວ,ຊື່​ລາວ​ແມ່ນ​ພຸດ​ທິດາ,​ແມ່ນ​ອາສາ​ສະໝັກ​ພາສາ​ລາວ​ທີ່​ອຳນວຍ​ການ​ບໍລິການ​ໃຫ້​ຄະນະ​ກິລາ​ລາວ,ນາງ​ຮູ້ສຶກ​ວ່າ​ພູມ​ໃຈ​ຫຼາຍ​ທີ່​ສາມາດ​ຕາງໜ້າ​ປະ​ເທດ​ຊາດ​ອຳນວຍ​ການ​ບໍລິການ​ໃຫ້​ງານ​ໂອ​ລິ​ມປິກ.

ນາງ​ຈູ່ທ່າວ​ເຫັນ​ວ່າ,ການ​ເຂົ້າ​ເປັນອາສາ​ສະໝັກ​ບໍລິການໃນ​ງານ​ໂອ​ລິ​ມປິກ​ເທື່ອ​ນີ້,​ໄດ້​ຮັບ​ໝາກຜົນ​ຫຼາຍ​ຢ່າງ,​​ເຮັດ​ໃຫ້​ຕົນ​ໄດ້​ຮັບ​ການ​ຝຶກ​ຝົນ​ຫຼໍ່​ຫຼອມ​ບໍ່​ໜ້ອຍ.

ກ່ຽວ​ກັບ​ເລື່ອງລາວ​ລະຫວ່າງ​ຄະນະ​ກິລາ​ລາວ​ກັບ​ອາສາ​ສະໝັກ,ມື້​ນີ້​ຂໍ​ສະ​ເໜີ​ຮອດ​ທໍ່​ນີ້​ກ່ອນ,​ໃນ​ລາຍການ​ຕໍ່​ໄປ,ພວກ​​ເຮົາ​ຍັງ​ຈະ​ແນະ​ນຳ​ສະພາບ​ດ້ານ​ອື່ນ​ຂອງ​ຄະນະ​ກິລາ​ລາວ​ສູ່​ທ່ານ​ຟັງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>