ພາສາ​ຝຣັ່ງ​ໃນ​ງານ​ໂອ​ລິມ​ປິກ​ປັກ​ກິ່ງ

(GMT+08:00) 2008-08-16 20:49:49 cri
-----------------------------------------------------------------------------------------------------------------
ມື້ນີ້​​ແມ່ນ​ວັນ​ທີ 15 ສິງຫາ, ​ແສງ​ທອງ​ເປັນ​ນັກ​ຂ່າວ​ທີ່​ໄປ​ເອົາ​ຂ່າວ​ຢູ່​ງານ​ໂອ​ລິມປິກ​ປັກ​ກິ່ງມາຫຼາຍມື້​ແລ້ວ, ​ໃນ​​​ເວລາ​ໄປ​ເອົາ​ຂ່າວ, ​ແສງ​ທອງ​ໄດ້​​ເຫັນ​​ເລື່ອງ​ແປກ​ເລື່ອງ​ໜຶ່ງ​ຄື ພາສາ​ຝຣັ່ງມີ​ບົດບາດ​ສູງ​ຫຼາຍ​ໃນ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ, ບາງ​ເທື່ອ​ຍັງ​ຮູ້ສຶກ​ວ່າ, ມັນ​ສຳຄັນ​ກວ່າ​ພາສາອັງກິດ. ຈາກ​ພິທີ​ໄຂ​ຈົນຮອດ​ສະໜາມກິລາ, ຜູ້​ຊົມ​ທົ່ວ​ໂລກ​ລ້ວນ​ແຕ່​ໄດ້​ຟັງການ​ກະຈາຍສຽງ​ເປັນ​ພາສາ​ຝຣັ່ງກ່ອນ​, ​ຈາກ​ນັ້ນ​ແມ່ນ​ພາສາ​ອັງກິດ, ສຸດ​ທ້າຍ​ຈຶ່ງ​ແມ່ນ​ພາສາ​ຈີນ; ຈຳນວນ​ອາສາ​ສະໝັກ​ພາສາ​ຝຣັ່ງຂອງ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ກໍ່​ບໍ່​ໜ້ອຍ​ກວ່າ​ພາສາ​ອັງກິດ. ​ແສງ​ທອງ​ໄດ້​ລົມ​ເລື່ອງ​ນີ້ກັບ​ຫຼາຍຄົນ, ​ແຕ່​ບໍ່​ໄດ້​ຮັບການ​ອະທິບາຍ​ທີ່ໜ້າ​ພໍ​ໃຈ​ມາ, ມື້​ນີ້​ເຂົ້າ​ອິນ​ເຕີ​ເນັດ​ຈຶ່ງ​ໄດ້​ຄຳ​ຕອບ​ທີ່​ໜ້າພໍ​ໃຈ.

ທີ່​ຈິງ​ແລ້ວ, ຖ້າ​ຢາກ​ຕອບ​ບັນຫາ​ດັ່ງກ່າວ, ຕ້ອງ​ນັບ​​ເບິ່ງ​ວ່າ​ໃນ​ໂລກ​ປັດຈຸບັນ​ມີ​ຈັກປະ​ເທດ​​ທີ່ໃຊ້ພາສາ​ຝຣັ່ງ, ​ແລະ​ມີ​ປະຊາກອນ​​ໃຊ້ພາສາ​ຝຣັ່ງຫຼາຍຊ່ຳ​ໃດ. ຕາມ​ສະຖິຕິ, ​ໃນ​ໂລກ​ມີ 200 ລ້ານ​ຄົນ​ເວົ້າພາສາ​ຝຣັ່ງ, ຕົວ​ເລກ​ນີ້​ຖ້າ​ທຽບ​ໃສ່​ພາສາ​ອັງກິດ​ແລະ​ພາສາ​ຈີນ​ແລ້ວ​​ແມ່ນບໍ່ຫຼາຍ, ​ແຕ່​ຖ້າ​ຢາກ​​ຕີ​ລາຄາ​ວ່າ​ພາສາ​ໜຶ່ງ​ຈະ​ເປັນ​ຂອງ​ໂລກຫຼືບໍ່, ບໍ່​ພຽງ​ແຕ່ຕ້ອງ​ເບິ່ງ​ວ່າ​ມີ​ປະຊາກອນຫຼາຍ​ເທົ່າ​​ໃດ​​ໃຊ້​ພາສາ​ດັ່ງກ່າວ​ເທົ່າ​ນັ້ນ, ຫາກ​ຍັງ​ຕ້ອງ​ເບິ່ງ​ວ່າ​ຈະ​ມີ​ປະ​ເທດ​ແລະ​ເຂດ​ແຄວ້ນຫຼາຍ​ເທົ່າ​ໃດ​ເວົ້າພາສາ​ນີ້​ອີກ. ປັດຈຸບັນ, ປະ​ເທດ​ທີ່​ໃຊ້ພາສາ​ຝຣັ່ງຫຼືຝຣັ່ງ​ໂກ​ໂຟນ໌ມີ 60 ກວ່າ​ປະ​ເທດ​ແລະ​ປະ​ເທດຜູ້ສັງ​ເກດ​ການ, ປະຊາກອນ​ທັງ​ໝົດຫຼາຍກວ່າ 800 ລ້ານ​ຄົນ. ພາສາຝຣັ່ງມີ 20 ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ​ໃນ​ໂລກ​ກຳນົດ​ເປັນ​ພາສາ​ທາງ​ການ. ຍ້ອນ​ວ່າ​ຜູ້​ເວົ້າພາສາ​ຝຣັ່ງສ່ວນຫຼາຍ​ເຕົ້າ​ໂຮມ​ກັນ​ຢູ່​ປະ​ເທດ​ທີ່​ພວມ​ພັດທະນາ​ຂອງ​ອາ​ຟຼິກາ​ແລະ​ທະວີບອາ​ເມ​ລິ​ກາ, ປະຊາກອນ​ຂອງ​ປະ​ເທດ​ເຫຼົ່ານີ້​​ເພີ່ມ​ຂຶ້ນ​ໄວຫຼາຍ, ສະນັ້ນ, ປະຊາກອນ​ທີ່​ເວົ້າພາສາ​ຝຣັ່ງຍັງ​ຈະ​ເພີ່ມ​ຂຶ້ນ​ຕໍ່​ໄປ.

ສະນັ້ນ, ​ໃນ​ງານ​ໂອ​ລິ​ມປິກ, ການ​ໃຊ້ພາສາ​ຝຣັ່ງ​ຈຶ່ງ​ສຳຄັນຫຼາຍ, ບໍ່​ພຽງ​ແຕ່ສະດວກ​ສຳລັບ​ນັກ​ກິລາ ຄູ​ເຝິກ​ແລະ​ນັກ​ຂ່າວ​ຢູ່ໃນ​ສະໜາມກິລາ​ເທົ່າ​ນັ້ນ, ຜູ້​ຟັງ​ແລະ​ຜູ້​ຊົມ​ທີ່​ເບິ່ງ​ການຖ່າຍ​ທອດ​ສົດ​​ໃນ​ໂລກ​ກໍ່​ມີ​ຈຳນວນຫຼວງຫຼາຍ. ​ຖ້າ​ເວົ້າ​ໃນ​ດ້ານ​ກົດໝາຍ​ແລ້ວ, "ກົດ​ບັດ​ໂອ​ລິ​ມປິກ"ກຳນົດ​ວ່າ, ພາສາ​ທາງ​ການ​ຂອງ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ​ແມ່ນ​ພາສາ​ຝຣັ່ງ​ແລະ​ພາສາ​ອັງກິດ, ຖ້າບໍ່​ມີ​ຄວາມ​ເຂົ້າ​ໃຈກັນ, ກໍຈະຖື​ພາສາ​ຝຣັ່ງ​ເປັນຫຼັກ. ສະນັ້ນ, ​ໃນ​ເວລາ​ດົນ​ນານ​ມານີ້, ຄະນະ​ກຳມະການ​ໂອ​ລິ​ມປິກສາກົນ​ໄດ້​ອອກ​ແຮງ​ປົກ​ປັກ​ຮັກສາ​ແລະ​ພັດທະນາ​ພາສາ​ຝຣັ່ງ​ຕະຫຼອດມາ. ສ່ວນ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ​ທີ່​ສ້າງຕັ້ງຂຶ້ນ​ຕາມ​ຄວາມ​ລິ​ເລີ່ມຂອງ​ທ່ານກູ​ບາຍ​ດານຄົນ​ຝຣັ່ງນັ້ນ, ຫາ​ກໍ່​ສ້າງຕັ້ງຂຶ້ນ​ກໍ່​ໄດ້​ໃຊ້​ພາສາ​ຝຣັ່ງ. ທ່ານຊາກ ຣົກ​ເກ ປະທານ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ​ແມ່ນ​ຄົນ​ແບນ​ຊິກ, ກໍ່​ເປັນ​"ຜູ້​ທີ່​ໃຊ້​ພາສາ​ຝຣັ່ງ".

ມື້​ທີ​ສອງ​ຫຼັງພິທີ​ໄຂ​ໂອ​ລິ​ມປິກ, ອົງການ"ປັກ​ກິ່ງ​ສາກົນ​ພາສາ​ຝຣັ່ງ"​ໄດ້​ຈັດ​ງານ​ມະ​ໂຫລານ​ຄອບຄົວ​ໃຫຍ່​ຂອງ​ພາສາ​ຝຣັ່ງ", ທ່າ​ນຣົກ​ເກ​​ແລະ​ທ່ານຣັບປະ​ແຣັງ ອະດີດ​ນາຍົກລັດຖະມົນຕີຝຣັ່ງລ້ວນ​ແຕ່​ໄດ້​ເຂົ້າຮ່ວມ. ​ໃນກິດຈະກຳ​ດັ່ງກ່າວ, ທ່ານຊາກ ຣົກ​ເກ​​ເວົ້າ​ຢ່າງ​ດີ​ໃຈ​ວ່າ, "ຕົນ​ເອງ​ໄດ້​​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ວ່າ, ​ໃນ​ພິທີ​ໄຂ​ງານ​ໂອ​ລິ​ມປິກ​ມື້ວານ​ນີ້, ​ໂດຍ​​ໃຊ້ພາສາ​ຝຣັ່ງກ່ອນ, ​ແລ້ວ​ຈຶ່ງ​ແມ່ນ​ພາສາ​ອັງກິດ​ແລະ​ພາສາ​ຈີນ, ​ເຖິງ​ວ່າ​ຈີນ​ບໍ່​ແມ່ນ​ປະ​ເທດ​ໃຊ້ພາສາ​ຝຣັ່ງ, ​ແຕ່​ພິທີ​ໄຂ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​​ໃນ​ຕອນ​ຄ່ຳ​ວັນ​ທີ 8 ​ພັດໄດ້​ສະ​ແດງ​ໃຫ້​ເຫັນ​ບົດບາດ​ທີ່​ພົ້ນ​ເດັ່ນຂອງ​ພາສາ​ຝຣັ່ງ​​ໃນ​ດ້ານ​ປາກ​ເວົ້າ​ແລະ​ດ້ານ​ລາຍ​ລັກ​ອັກສອນ".

ທີ່​ຈິງ, ​ເວົ້າສຳລັບ​ຄົນ​ຈີນ​ແລ້ວ, ​ເທື່ອ​ນີ້​ໄດ້​ບັນລຸ​ຄວາມ​​ໄຝ່ຝັນ​ຮ້ອຍ​ປີ​ຈັດ​ງານມະຫະກຳ​ກິລາ​ຂອງ​ທົ່ວ​ໂລກ​ຢູ່​ປັກ​ກິ່ງ ກໍ່​ມີສ່ວນ​ກ່ຽວຂ້ອງ​ກັບ​ພາສາ​ຝຣັ່ງ. ປີ 1929, ​ເດັກ​ຊາຍ​ຜູ້​ໜຶ່ງ​ເກີດ​ຢູ່​ນະຄອນ​ອູ​ຊີ​ແຂວງ​ຈ່ຽງຊູ່, ພາຍ​ລຸນ​ມາ, ໝົດ​ຄອບຄົວ​ຍ້າຍ​ໄປ​ຢູ່​ເຂດ​ເຊົ່າຂອງ​ຝຣັ່ງຢູ່ນະຄອນ​ຊຽງ​ໄຮ້, ລາວ​ໄປ​ຮຽນ​ຢູ່​ໂຮງຮຽນ​ພາສາ​ຝຣັ່ງຂອງ​ຈີນ, ​ເວົ້າ​ພາສາ​ຝຣັ່ງ​ໄດ້ຫຼ່ຽນ​ໄຫຼດີ, ​ແ
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>