ປະທານ​ຄະນະ​ກຳມະການ​ໂອ​ລິ​ມປິກ​ຕີ​ມໍ​ເລັສ​​ເຕຍ້ອງຍໍ​ບ້ານ​ໂອ​ລິ​ມປິກ

(GMT+08:00) 2008-08-17 17:32:49 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວCRI: ວັນ​ທີ 16 ສີ​ງຫາ​ນີ້​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວCRI, ທ່ານ​ໂຈ​ໂອ ຄາຣັສຄາ​ໂລ ປະທານ​ຄະນະ​ກຳມະການ​​ໂອ​ລິ​ມປິກ​ຕີ​ມໍເລັສ​ເຕກ່າວ​ວ່າ, ສິ່ງ​ກໍ່ສ້າງ​ຂອງ​ບ້ານ​ໂອ​ລິ​ມປິກ​ປັກ​ກິ່ງ​ສົມບູນ​ແບບ​ຫຼາຍ, ​ໄດ້​ສະໜອງ​ສິ່ງ​ອຳ​ນວຍ​ຄວາມ​ສະດວກ​ທີ່ດີ​ທີ່​ສຸດ​ໃຫ້​ແກ່​ນັກ​ກິລາ​ປະ​ເທດ​ຕ່າງໆ.

ທ່ານຄາຣັສຄາ​ໂລ ​ເຄີຍນຳ​ພາຄະ​ນະ​ນັກ​ກິລາ​ຕີ​ມໍ​ເລັສ​​ເຕ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ຂະໜາດ​ໃຫຍ່​ຫຼາຍ​ເທື່ອ​, ລວມທັງ​ງານ​ໂອ​ລິ​ມປິກ​ຊິດ​ນີ​ແລະ​ງານ​ໂອ​ລິ​ມປິກ​ອາ​ແຕນ. ທ່ານ​ກ່າວ​ວ່າ, ທຽບ​ກັບ​ປະສົບ​ການ​ໃນ​ເມື່ອ​ກ່ອນ, ບ້ານ​ໂອ​ລິ​ມປິກ​ຂອງ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ບໍ່​ວ່າ​ໃນ​ບ່ອນ​ພັກ, ກາ​ນກິນ​ດື່ມ​ແລະ​ສິ່ງ​ອຳນວຍ​ຄວາມ​ສະດວກ​ຕ່າງໆ​ລ້ວນ​ແຕ່​ສົມບູນ​ແບບ​ຫຼາຍ. ທ່ານ​ເຫັນ​ວ່າ, ສິ່ງ​ຕ່າງໆ​ເຫຼົ່າ​ນີ້​ສາມາດ​ເຮັດ​ໃຫ້​ນັກ​ກິລາ​ຕັ້ງ​ໃຈ​ຝຶກ​ຊ້ອມ​ໄດ້​ດີກວ່າ​ເກົ່າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>