ນາງຖົງ​ເວິນ ນັກ​ກິລາ​ຢູ​ໂດ​ຂອງ​ຈີນ:"ຄວາມ​ເປັນ​ຜູ້ຍິງ​ທີ່​ທ່ານ​ຍັງ​ບໍ່​ເຄີຍ​ຮູ້"

(GMT+08:00) 2008-08-17 18:07:40 cri
-----------------------------------------------------------------------------------------------------------------

ໃນ​ການ​ແຂ່ງຂັນຄູ່​ຊິ​ງຊະນະ​ເລີດ​ຢູ​ໂດ​ລຸ້ນ78ກິ​ໂລ​ຂຶ້ນ​ໄປເພດ​ຍິງຂອງໂອ​ລິ​ມປິກ​ປັກ​ກິ່ງ​ທີ່​ສິ້ນ​ສຸດ​ລົງ​ໃນ​ຕອນ​ຄ່ຳ​ວັນ​ທີ15 ສິງຫາ​ນີ້,ນາງຖົງ​ເວິນ ນັກ​ກິລາ​ຈີນຫຼຽນ​ຄຳ​ໂດຍເອົາ​ຊະນະນາງ​ຊູ​ຄາ​ດາ ມາ​ຄີ ນັກ​ກິລາ​ຍີ່ປຸ່ນ​ເຊິ່ງ​ເປັນ​ແຊັມ​ເກົ່າ​ໃນ​​ໂອ​ລິ​ມປິກ2004​ແລະສາມາດ​ບັນລຸ​ຄຳ​ໝັ້ນ​ສັນຍາ​ທີ່ວ່າ"ຮັກສາ​ກຽດສັກ​ສີຂອງ​ຢູ​ໂດ​ຈີນລຸ້ນ​ໃຫຍ່​ໃນ​ໂລກ".

ໃນ​ເວລາ​ນັ້ນ,ນາງ​ຖາ​ເວິນ​ຮ້ອງ​ໄຫ້ດ້ອຍ​ຄວາມ​ພູມ​ໃຈ.ນາງ​ທ່ອງ​ເວິນ ສາວ​ທ່ຽນ​ສິນ​ທີ່​ສູງ1,80​ແມັດ,ໜັກ130ກິ​ໂລກ​ອດຄູ​ເຝິກຂອງລາວຄື​ເດັກ​ນ້ອຍ.

ນາງ​ບອກ​ນັກ​ຂ່າວ​ວ່າ,"ກ່ອນ​ການ​​ແຂ່ງຂັນ,ຂ້ອຍ​ເຄີຍ​ບອກ​ຄູ​ເຝິກວ່າ,ປີ2004,ຂ້ອຍ​ບໍ່​ຢູ່,​​ປ່ອຍໃຫ້​ຜູ່​ອື່ນເອົາຫຼຽນ​ຄຳ​ໄປ;​ແຕ່ປີ2008,ຂ້ອຍ​ມາ​ແລ້ວ,ຂ້ອຍ​ຕ້ອງທວງ​ເອົາຫຼຽນ​ນີ້​ຄືນ."

ທ່ານ​ອາດ​ຈະ​ຄຶດ​ບໍ່​ເຖິງ​ເລີຍ​ວ່າ,ໜາ​ງຖົງ​ເວິນ​ແຂງ​ແຮງ​ບຶກ​ບຶນ​ຜູ້​ນີ້​ມີ​ເລື່ອງ​ໜຶ່ງ​ທີ່​ໜ້ອຍ​ຄົນຮູ້.

ນາງຖົງເວິນ​ທີ່​ມີ​ອາຍຸ25ປີ​ແມ່ນຜູ່​ທີ່ມີ​ຊື່ສ​ຽງຂອງ​ທີ​ມຢູ​ໂດ​ເພດ​ຍິງ​ທຽນສິງ,ຍັງ​ແມ່ນ​ຫົວໜ້າ​ທີ​ມທີ່​ມີ​ນິດ​ໃສ​ອ່ອນ​ແກ່​ທີ່​ສຸດໃນ​ສາຍຕາ​ຂອງ​ສະມາຊິກ​ທີມ.ນັກ​ກິລາລຸ້ນນ້ອງ​ຂອງ​ທີ​ມຢູ​ໂດ​ຕ້ອງ​ຄວບ​ຄຸມນ້ຳໜັກ​ຮ່າງກາຍ​ກ່ອນ​ການ​ແຂ່ງຂັນ,ສະພາບ​ຮ່າງກາຍ​​ແມ່ນ​ບໍ່​ຄ່ອຍ​ປົກກະຕິ.​ໃນ​​ໄລຍະ​ນີ້,ນາງຖົງ​ເວິນ​ຈະ​ຊ່ອຍ​ເຫຼືອ​ສະມາຊິກ​​ໃນທີ​ມຊັກ​ເຄື່ອງ​ນຸ່ງ​ຢາງເປັນ​​ເຈົ້າ​ການ.ນາງ​ຖົງ​ເວິນ​ຍັງ​​ແຕ່ງກິນ​​​ເກັ່ງ​ຫຼາຍ,​ໝູ່ເພື່ອນ​ມັກ​ກິນ​ປາ​ທີ່​ນາງ​ປຸງ​ແຕ່ງ​ທີ່​ສຸດ.​ໃນ​ຄວາມ​ເຫັນຂອງ​ນາງ​​ເພ່ນຢູ້ຊ້ຽງ ຜູ່​ທີ່​ພັກ​​ຫ້ອງ​ດຽວກັນ​ກັບ​ນາງ​ຖົງ​ເວິນ,ການທຳ​ຄວາມ​ສະອາດ​ຫ້ອງ​ນອນ​ທີ່​ນາງຖົງ​ເວິນ​ເຮັດ​ແມ່ນລະອຽດທີ່​ສຸດ.ນາງ​ເພ່ນຢູ້ຊ້ຽງບອກ​ວ່າ,ມີ​ເທື່ອ​ໜຶ່ງ​ກິນ​ເຂົ້າ​ແລງແລ້ວ,ນາງ​ຖົງເວິນ​ຈະ​ອະນາ​ໄມ​ຫ້ອງ​ຜູ່​ດຽວ,ນາງ​ເພ່ນຢູ້ຊ້ຽງຢາກຊ່ອຍ​ເຫຼືອ​,​ແຕ່​ນາງຖົງ​ເວິນ​​ເຫັນ​ວ່າ​ສອງ​ຄົນ​ປັດກວາດ​ບໍ່​ສະດວກ,ນາງ​ເພ່ນຢູ້ຊ້ຽງຈຳ​ເປັນ​ຕ້ອງ​ຊອກ​ລົມ​ກັບ​ໝູ່​ຜູ້ອື່ນ​ເພື່ອ​ຂ້າ​ເວລາ.ພາຍຫຼັງ3ຊົ່ວ​ໂມງ,ນາງ​​ເພ່ນຢູ້ຊ້ຽງ​ເຫັນ​ຫ້ອງ​ນອນ​ທີ່"ປ່ຽນ​ໂສມ​ໜ້າ​ໃໝ່​ໝົດ",​ເກືອບ​ບໍ່​ເຊື່ອສາຍ​ຕາ​ຂອງ​ຕົນ​ເອງ​ເລີຍ.

ກໍ່​ຄື​ກັບ​ຜູ້​ສາວທົ່ວ​ໄປ,ນາງຖົງ​ເວິນ​ມັກ​ເວົ້າມັກ​ລົມ,ມັກ​ຮ້ອງ​ເພງ,ມັກ​ຟ້ອນມັກ​ເຕັ້ນ,​​ໃນ​ເວລາ​ມີ​ວານ​ມ່ວນ​ຊື່ນ​,ນາງ​ຖົງ​ເວິນ​ທັງ​ເປັນ​ໂຄສົກ​ເວທີ,ທັງຮ້ອງ​ທັງ​ຟ້ອນ​ມັກ​ມ່ວນ​ຫຼາຍ.​​ພາບ​ປະ​ທັບ​ໃຈ​ຂອງ​ສະມາຊິກ​ໃນ​ທີມ,​ເພງ​ທີ່​ນາງ​ທອງ​ເວິນ​ມັກ​ຮ້ອງ​ທີ່​ສຸດ​ແມ່ນ"ຟ້າ​ຫຼັງ​ຝົນ".​ໃນ​ງານມ່ວນ​ຊື່ນ​ນຳ​ກັນ​ຄ່ຳ​ຄືນ​ຕ້ອນຮັບ​ປີ​ໃໝ່ຂອງທີ​ມ​ຢູ​ໂດ​ທຽນສິງ​ປີ2007,​ການສະ​ແດງເຕັ້ນ​ລາ​ຕິນ​ທີ່​ນາງຖົງ​ເວິນ​ສະ​ແດງຮ່ວມ​ກັບ​ໝູ່,​ຍັງ​ເປັນ​ພາບ​ປະ​ທັບ​ໃຈ​ມາ​ຈົນຮອດ​ປັດຈຸບັນ.

ວຽກ​ໃນ​ຍາມ​ຫວ່າງ​ທີ່​ນາງ​ມັກ​ທີ່​ສຸດ​ແມ່ນ​ການ​ແສ່ວ​ໄຂວ່.ກ່ອນ​ງານ​ກິລາ​​ເອຊຽນ​ເກ​ມ,ນາງຮີບ​ຟ້າວ​​ແສ່ວ​ໄຂວ່​ຕົວ​ໜັງສື"福ຝູ"(​ໃຫ້​ສຳ​ເລັດ​ທີ່​ແປ​ວ່າ"ຄວາມສຸກ​ແລະ​ຍັງ​ເຮັດ​ຂອບ​ໃຫ້​ຕົວ​ໜັງສື​ນີ້​ງາມ​ໆ​ອີກ).​ແມ່ຂອງ​ນາງບໍ່​ເຂົ້າ​ໃຈວ່າ:"​ເປັນນັກ​ກິລາ​ຢູ​ໂດ​ແລ້ວ​,​ເປັນ​ຫຍັງ​ຈຶ່ງມັກ​ຖັກ​ແສ່ວ​ແນວ​ນີ້?"ນາງ​ຖົງ​ເວິນ​ຕອບ​​ແມ່ວ່າ:"​ແຕ່​ລະ​ມື້​ກໍ່ມີ​ແຕ່​ເຝິກຊ້ອມ​ແລະ​ແຂ່ງຂັນ,ຖ້າ​ບໍ່​ຮຽນເຮັດ​ວຽກ​ຂອງ​ຜູ່​ຍິງ​ແນວ​ນີ້,ກໍ່​ຈະ​ບໍ່​ມີ​ຄວາມ​ເປັນ​ຜູ່​ຍິງ​ໃນ​ຕົວ​ເລີຍ."

ນາງ​ຖົງ​ເວິນ​ທີ່​ມັກຫ​ຫຼິ້ນ​ຕຸກກະຕາ​ທີ່​ມີ​ຂົນ​ອ່ອນໆ​ນຸ້ມໆ​ມາ​ແຕ່​ຕອນ​ເປັນ​ເດັກນ້ອຍ,ດຽວ​ນີ້​ມັກ​ຕຸກ​ກະຕາ​ອູດ​ຂົນ​ນຸ້ມ​ແລະ​ຕຸ​ກະ​ຕາ​ສະນຸບປີ​ທີ່​ໃສ່​ມວກ​ນ້າ​ຮັກ​.ອາດ​ຈະ​ແມ່ນ​ຍ້ອນ​ຄວາມ​ອົດທົນ​ສູງ​ຂອງ​ອູດ​ນາງ​ຖົງ​ເວິນ​ຈຶ່ງ​ສາມາດ​ອົດທົນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ທີ່​ຄົນ​ທົ່ວ​ໄປ​ຄຶດ​ບໍ່​ເຖິງ,ສາມາດ​ຕໍ່​ສູ້​ກັບ​​ແຮງ​ກົດ​ດັນ​ຈົນ​ສຳ​ເລັດ​ວຽກ​ງານ,ສົມທົບ​ກັບ​ບຸກຄະ​ລິກທີ່​ເປີດ​ເຜີຍ​ໜ້າ​ຮັກ​ຂອງ​ຕຸກກະຕາ​ສະນຸບປີ,ນາງ​ຖົງ​ເວິນ​ຈຶ່ງ​ໄດ້​ຮັບ​ຜົນສຳ​ເລັດ​ໃນ​ການ​ແຂ່ງຂັນ​ແລະ​ຄວາມ​ເບີ​ກບານ​ມ່ວນ​ຊື່ນ​ໃນ​ຊີວິດ​ຂອງ​ນາງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>