ການ​ແຂ່ງ​ຂັນ​ໂອ​ລິມ​ປິກ​ປັກ​ກິ່ງ​​ໃນ​ມື້​ນີ້​ຈະ​ໄດ້​ຊິງ​ຫຼຽນ​ຄຳ​18​ຫຼຽນ

(GMT+08:00) 2008-08-18 11:54:33 cri
-----------------------------------------------------------------------------------------------------------------


ຕາມ​ຂ່າວCRI: ວັນ​ທີ 18 ສິງຫາ​ນີ້, ການ​​ແຂ່ງຂັນ​ໂອ​ລິ​ມປິກ​ປັກ​ກິ່ງ​​ໄດ້​ເຂົ້າ​ສູ່ມື້​ທີ 10,  ຈະ​ໄດ້​ຊິງ​ຫຼຽນ​ຄຳ 18 ຫຼຽນ.  ​ໃນ​ການ​ແຂ່ງຂັນ​ວັນ​ທີ 17 ສິງຫາ​ນີ້,  ທິມຈີນ​ໄດ້​ຮັບ​ຫຼຽນ​ຄຳ 8 ຫຼຽນ, ​ແລ້ວ​ຊິງ​ໄດ້​ຫຼຽນ​ຄຳ​ທັງ​ຫມົດ 35 ຫຼຽນ ,ສ້າງ​ສະຖິຕິ​ສູງ​ສຸດ​ໃນ​ປະຫວັດສາດ. ນອກ​ນີ້,ທິມຈີນ​ຍັງ​ຊິງ​​ໄດ້ຫຼຽນ​ເງິນ 13 ຫຼຽນ ຫຼຽນ​ທອງ 13 ຫຼຽນ, ​ເປັນອັນ​ດັບ​ທີ​ຫນຶ່ງ​ໃນ​ຕາຕະລາງ​ຫຼຽນ.  ທິມອາ​ເມ​ລິ​ກາ​ເປັນ​ທີ​ສອງ​ດ້ວຍ​ຫຼຽນ​ຄຳ 19 ຫຼຽນ  ຫຼຽນ​ເງິນ 21 ຫຼຽນ​ແລະ​ຫຼຽນ​ທອງ 25 ຫຼຽນ.  ທິມອັງກິດ​​ເປັນທີ​ສາມ​ດ້ວຍຫຼຽນ​ຄຳ 11 ຫຼຽນ  ຫຼຽນ​ເງິນ 6 ຫຼຽນ​ແລະ​ຫຼຽນ​ທອງ 8 ຫຼຽນ.


ນອກ​ນີ້, ​ໃນ​ການ​ແຂ່ງຂັນ​ປິງປ໋ອງຫມູ່​ຄະນະ​ເພດ​ຍິງ​ໃນ​ວັນ​ທີ 17 ສິງຫາ​ນີ້, ທິມສິງກະ​ໂປ​ບໍ່​ໄດ້​ໄຊຊະນະ​ທິມຈີນ​ດ້ວຍ​ 0 ຕໍ່ 3, ​ແຕ່ກໍ່​​​ຊິງ​ໄດ້​ຫຼຽນ​ເງິນ​ 1 ຫຼຽນອັນ​ລ້ຳ​ຄ່າສິ້ນ​ສຸດ​ປະຫວັດສິງກະ​ໂປ​ທີ່​ບໍ່​ໄດ້​ຈັກ​ຫຼຽນ​ໃນ​​ໂອ​ລິ​ມປິກ​ໃນ 48 ປີ​ມາ​ນີ້, ​ແລ້ວ​ເຂົ້າ​ສູ່​ຕາຕະລາງ​ຫຼຽນ​ໂອ​ລິ​ມປິກ​ປັກ​ກິ່ງ, ​ຮ່ວມ​ກັບ​ມະ​ເລ​ເຊຍ​​ແລະ​ຫວຽດນາມ​ເປັນ​ທີ 54.


ສິ່ງ​ທີ່​​ເວົ້າ​ເຖິງຫຼາຍ​ກວ່າ​ເກົ່າ​ແມ່ນ:  ຫຼັງ​ຈາກທ້າວ​​ຢູ​ເຊ​ນ ​ໂປ​ເທີ​ໄດ້​ແຊມ​ປຽນ​ດ້ວຍ​ເວລາ 9 ວິນາທີ 69 ລິບດາ,​ແລະ​ທຳລາຍ​ສະຖິຕິ​ສູງ​ສຸດ​​ໃນ​ໂລກ​ແລ້ວ,  ​ໃນ​ການ​ແຂ່ງຂັນແລ່ນ 100 ​ແມັດ​ເພດ​ຍິງງານ​ກິລາ​ໂອ​ລິມປິກ​ປັກ​ກິ່ງໃນ​ຕອນ​ຄ່ຳ​ວັນ​ທີ 17 ສິງຫາ​ນີ້,  ນັກ​ກິລາ​ຢາ​ມາຍກາ 3 ຄົນ​ ຊິງ​​ໄດ້ຫຼຽນທັງ​ຫມົດ​ໃນ​ລາຍການ​ດັ່ງກ່າວ. ​ໃນ​ນັ້ນ ນາງ​ຟຼາ​ເຊີ ​ເຊ​ລີ ອັນ​ຊິງ​ໄດ້​ຫຼຽນ​ຄຳ​ດ້ວຍ​ເວລາ 10 ວິນາທີ 78 ລິບດາ

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>