ຄວາມຮູ້ສຶກກ່ຽວກັບໂອລິມປິກຂອງຊາວໜຸ່ມຕ່າງປະເທດ
-----------------------------------------------------------------------------------------------------------------
ປັກກິ່ງມີໂຮງຮຽນຂອງສະຖານທູດຣັດເຊຍແຫ່ງໜຶ່ງ, ມີຊາວໜຸ່ມເຍົາວະຊົນຣັດເຊຍແລະເບລາຣຸດຊີຮຽນຢູ່ທີ່ນີ້ເຂົາເຈົ້າມາປັກກິ່ງນຳພໍ່ແມ່, ເລີ່ມການຮ່ຳຮຽນໃໝ່ແລະດຳລົງຊີວິດໃໝ່. ຄືກັນກັບຊາວໜຸ່ມຊາວວະຊົນຈີນ, ເຂົາເຈົ້າເຫຼົ່ານີ້ກໍຄອງຄອຍຫາງານໂອລິມປິກຄືກັນ. ໃນສາຍຕາຂອງເຂົາເຈົ້າ, ນີ້ແມ່ນວັນບຸນມະໂຫລານ, ແມ່ນງານຊຸມນຸມມິດຕະພາບຂອງປະຊາຊົນທົ່ວໂລກ.
"ປັກກິ່ງຍິນດີຕ້ອນຮັບເຈົ້າ! ຈີນຍິນດີຕ້ອນຮັບເຈົ້າ! ຂ້ອຍຮັກປັກກິ່ງ!"
ນາງທາຈີຢານາແລະທ້າວອັນເດຼ ສາວນ້ອຍເບລາຣຸດຊີບອກນັກຂ່າວວ່າ, 3 ປະໂຫຍກດັ່ງກ່າວສະມາດສະແດງຈິດໃຈຂອງເຂົາເຈົ້າໃນປະຈຸບັນທີ່ສຸດ.
ນາງທາຈີຢານາອາຍຸ 16 ປີໄດ້ດຳລົງຊີວິດຢູ່ປັກກິ່ງ 3 ປີເຄິ່ງແລ້ວ, ເພງໂອລິມປິກທີ່ນາງມັກທີ່ສຸດແມ່ນເພງ"ປັກກິ່ງຍິນດີຕ້ອນຮັບເຈົ້າ". ນາງທາຈີຢານາກ່າວວ່າ, ເນື້ອຮ້ອງດີຫຼາຍ, ເຮັດໃຫ້ນາງຮູ້ສຶກວ່ານາງກໍແມ່ນ"ເຈົ້າພາບນ້ອຍ"ຜູ້ໜຶ່ງຂອງປັກກິ່ງ.
"ຈີນແມ່ນປະເທດເຂັ້ມແຂງແລະສວຍງາມຫຼາຍ, ຂ້ອຍມັກຈີນທີ່ສຸດ. ຈີນພວມອອກແຮງຈັດງານໂອລິມປິກຢ່າງສຸດຂີດ,ຂ້ອຍກໍຮູ້ສຶກໂຊກດີຫຼາຍທີ່ສາມາດຕ້ອນຮັບງານໂອລິມປິກຢູ່ປັກກິ່ງ.ໂອກາດແບບນີ້ຫາຍາກຫຼາຍ, ນີ້ເປັນເລື່ອງທີ່ຍອດຍ້ຽມ."
ນາງທາຈີຢານາບອກນັກຂ່າວວ່າ,ນາງຫວັງຢາກມີໂອກາດຫຼາຍກວ່ານີ້ເພື່ອໄດ້ໄປຊົມການແຂ່ງຂັນຢູ່ສະໜາມກິລາ.ເມື່ອກ່າວເຖິງນັກກິລາຈີນ,ນາງເວົ້າ ວ່າ:"ຂ້ອຍຮູ້ຈັກຢາວມິງ,ຂ້ອຍຍັງມັກຜູ່ສາວຈີນສອງຄົນທີ່ເປັນນັກກິລາໂດດນ້ຳ,ກໍ່ຄືນາງກົວຈິ່ງຈິ່ງແລະນາງອູມິນເຊຍ,ຂ້ອຍຮູ້ສຶກວ່າເຂົາເຈົ້າເກັ່ງຫຼາຍ,ທັງງາມຫຼາຍ"
ນາງດາລີອາ ສາວນ້ອຍຣັດເຊຍ ອາຍຸ13ປີທີ່ຮຽນ ຢູ່ໂຮງຮຽນສະຖານທູດຣັດເຊຍປັກກິ່ງ8ປີ.ຫວ່າງກ່ອນນີ້ບໍ່ດົນ,ນາງໄດ້ຕິດຕາມພໍ່ແມ່ໄປຊົມການແຂ່ງຂັນເຕະບານທີ່ຍີ່ປຸ່ນແຂ່ງກັບອາເມລິກາຢູ່ເມືອງສິນຫວງຕາວ.ນາງເວົ້າຢ່າງຕື່ນເຕັ້ນວ່າ,ນາງໄດ້ໄປສະໜາມກິລາງານໂອລິມປິກໝົດທຸກແຫ່ງແລ້ວ."ສະໜາມກິລາການແຂ່ງຂັນຂອງຈີນງາມທີ່ສຸດ.ຄົນຈີນມັກຊ່ວຍເຫຼືອຊາວຕ່າງປະເທດທີ່ສຸດ"
ທ້າວອັງເດຼທີ່ອາຍຸ11ປີ ແມ່ນມາຈາກເບລາລຸດຊີ,ລາວຈົນອົດຖ້າບໍ່ໄດ້ຢາກໃຫ້ຜູ່ອື່ນແບ່ງປັນຄວາມຮູ້ສຶກທີ່ໄປຊົມການແຂ່ງຂັນຢູ່ສະໜາມກິລາເປັນເທື່ອທຳອິດ."ງານກິລາໂອລິມປິກມ່ວນຫຼາຍ,ນີ້ແມ່ນເທື່ອທຳອິດທີ່ຂ້ອຍໄປຊົມການແຂ່ງຂັນບານບ້ວງຢູ່ສະໜາມກິລາ.ພວກເຮົາຮ້ອງຢ່າງສຸດສຽງວ່າ"ເບລາລຸດຊີ ແຊມປຽນ".ການຊົມການແຂ່ງຂັນຢູ່ສະໜາມກິລາຄັກອີ່ຫຼີ,ນະຄອນຫຼວງມິນຂອງພວກເຮົາບໍ່ເຄີຍຈັດງານກິລາໂອລິມປິກຈັກເທື່ອ,ເທື່ອນີ້ແມ່ນຂ້ອຍຊົມການແຂ່ງຂັນງານກິລາໂອລິມປິກຢູ່ສະໜາມກິລາເປັນເທື່ອທຳອິດ."
ເດືອນມີນາປີນີ້,ນາງຢູລີອາ ສາວນ້ອຍອາຍຸ11ປີທີ່ມາຈາກເບລາລຸດຊີໄດ້ຕິດຕາມພໍ່ແມ່ມາປັກກິ່ງ.ພາຍໃນເວລາ5ເດືອນເທົ່ານັ້ນ,ນາງກໍ່ໄດ້ຮູ້ຈັກກັບເພື່ອນຈີນຫຼາຍຄົນທີ່ເວົ້າພາສາຣັດເຊຍເປັນ.ເຂົາເຈົ້າມັກໄປຍ່າງຫຼິ້ນຢູ່ສວນສາທາລະນະ"ຢື້ຖານ"ເລື້ອຍໆ.ນາງບອກວ່າ:
"ຂ້ອຍມີພາບປະທັບໃຈເປັນພິເສດຕໍ່ປັກກິ່ງ,ປັກກິ່ງງາມທີ່ສຸດ,ມີຕຶກອາຄານທີ່ສູງໃຫຍ່ສວຍງາມ,ມີຕົ້ນໄມ້ຫຼວງຫຼາຍ.ອາຫານກໍ່ແຊບ,ຄື ຂົ້ວຊີ້ນໄກ່ໃສ່ໝາກຖົ່ວດິນ ເຂົ້າຈ້າວແລະຂົ້ວໝາກເຂືອ,ຂ້ອຍມັກເປັນພິເສດ."
ເດັກນ້ອຍຕ່າງປະເທດເຫຼົ່ານີ້ພາກັນບອກນັກຂ່າວວ່າ,ວັດທະນະທຳຂອງປັກກິ່ງມີສະເໜ່ຫຼາຍ,ພວກເຂົາເຈົ້າຫວັງຢາກຮ່ຳຮຽນແລະດຳລົງຊີວິດຢູ່ປັກກິ່ງ.ປີເຕີ ເດັກຊາຍຣັດເຊຍທີ່ມີອາຍຸ12ປີບອກນັກຂ່າວວ່າ:"ຄວາມຫວັງຂອງຂ້ອຍແມ່ນຢາກຮ່ຳຮຽນຢູ່ຈີນ.ຂ້ອຍມັກຈີນຫຼາຍ."
ຕາຈີຢານາເວົ້າຄວາມຝັນຂອງຕົນສູ່ນັກຂ່າວວ່າ:"ປີນີ້ຂ້ອຍຈະຮຽນຈົບຈາກໂຮງຮຽນມັດທະຍົມຕອນປາຍ,ຂ້ອຍຫວັງວ່າ ໃນມະຫາວິທະຍາໄລ,ຂ້ອຍຈະສາມາດຮຽນວິຊາພາສາຈີນຫຼືວ່າວິຊາການພົວພັນສາກົນ."
ໃນໄລຍະງານກິລາໂອລິມປິກປັກກິ່ງ,ໃນຂະນະທີ່ຮູ້ສຶກເຖິງຄວາມມ່ວນຊື່ນທີ່ນຳມາໃຫ້ ຈາກການແຂ່ງຂັນຢ່າງເຕັມທີ່,ເຊົາໜຸ່ມເຍົາວະຊົນຂອງຕ່າງປະເທດເຫຼົ່ານີ້ຍັງໄດ້ຮູ້ສຶກເຖິງຄວາມອົບອຸ່ນແລະຮັກແຂກແພງຄົນຂອງປັກກິ່ງ.ກ່ຽວກັບຄຳຂວັນຂອງງານກິລາໂອ ລິມປິກປັກກິ່ງທີ່ວ່າ "ໂລກດຽວ,ຄວາມຝັນດຽວ", ຢູເລຍມີຄວາມເຂົ້າໃຈຂອງຕົນ.ນາງບອກນັກຂ່າວວ່າ:"ໂລກດຽວກໍ່ໝາຍຄວາມວ່າ,ໂລກພວກເຮົາຄືທິມໃຫຍ່ທີ່ມີສະມາຊິກຢ່າງຫຼວງຫຼາຍ,ມິດຕະພາບສາມາດເອົາຊະນະທຸກສິ່ງທຸກຢ່າງ.ຄວາມຝັນດຽວໝາຍຄວາມວ່າ ຄົນທັງໝົດດຳລົງຊີວິດຢູ່ຮ່ວມກັນໂດຍສັນຕິ."