ຫົວ​ໜ້າ​ພະ​ແນກ​ອາ​ສາ​ສະ​ໝັກ​ຂອງ​ຄະ​ນະ​ຈັດ​ຕັ້ງ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ກ່າວ​ວ່າ,​ການ​ບໍ​ລິ​ການ​ຂອງ​ອາ​ສາ​ສະ​ໝັກ​ເຮັດ​ໃຫ້​ຄົນ​ເພີ່ງ​ພໍ​ໃຈ

(GMT+08:00) 2008-08-18 16:20:03 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວCRI:ວັນ​ທີ18ສິງຫາ​ນີ້,ທ່ານ​ລິວ​ຈ້ຽນ ຫົວໜ້າ​ພະ​ແນ​ກອາສາ​ສະໝັກ​ຂອງ​ຄະນະ​ຈັດຕັ້ງງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ກ່າວ​ວ່າ,ນັບ​ມາ​ຮອດ​ປະຈຸ​ບັນ​ນີ້,ການ​ບໍລິການ​ຂອງ​ອາ ສາ​ສະໝັກ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ເຮັດ​ໃຫ້​ຄົນ​ທັງຫຼາຍ​ເພີ່ງ​ພໍ​ໃຈ.

ທ່ານ​ລິວ​ຈ້ຽນ​ແມ່ນ​ໃຫ້​ທັດ​ສະ​ນະ​ດັ່ງກ່າວ​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນຢູ່​ສູນ​ຖະ​ແຫຼງຂ່າວ​ສາ​ກົນ​ປັກ​ກິ່ງ​ທີ່​ຈັດ​ຂຶ້ນ​ໃນ​ມື້​ນີ້.​ທ່ານ​ກ່າວ​ວ່າ,ການ​ບໍລິການ​ຂອງ​ອາ​ສາ​ສະ​ໝັກ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ຈາກ​ທ່ານ​ລິວ​ຊີ ປະ​ທານ​ຄະ​ນະ​ຈັດ​ຕັ້ງ​ງານ​ກິ​ລາ​​ໂອ ລິມ​ປິກ​ປັກ​ກິ່ງ ທ່ານ​ຊາກ​ໂຣ​ເກີ ປະ​ທານ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ​ແລະ​ທ່ານ​ຟິ ລິບ ​ເຄຼ​ເວີນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ຄົນ​ພິ​ການ​ສາvກົນ.

ນອກ​ນີ້,ທ່ານ​ເສິນ​ຊ່ຽນ​ຟັ່ນ ຮອງ​ເລ​ຂາ​ຄະນະ​ຊາວ​ໜຸ່ມ​ນະຄອນ​ປັກ​ກິ່ງ​ທີ່​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​​ຂ່າວ​ກ່າວ​ວ່າ,​ພາຍ​ຫຼັງ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ສິ້ນ​ສຸດ​ລົງ​ແລ້ວ,​ຈະ​ມີ​ອາ​ສາ​ສະ​ໝັກ​3​ໝື່ນ​ກວ່າ​ຄົນ​ທີ່​ໄດ້​ຮັບ​ການ​ອົບ​ຮົມ​ໂດຍ​ຈຳ​ເພາະ​ຈະ​ສືບ​ຕໍ່​ຮັບ​ໃຊ້​ງານ​ກິລາ​ໂອ​ລິມ​ປິກ​ຄົນ​ພິການ​ປັກ​ກິ່ງ,​ພ້ອມ​ກັນ​ນັ້ນ,​ອາ​ສາ​ສະ​ໝັກ​ໃນ​ຕົວ​ເມືອງ​4​ແສນ​ຄົນ​ແລະ​ອາ​ສາ​ສະ​ໝັກ​ສັງ​ຄົມ​ຫຼາຍ​ກວ່າ​1​ລ້ານ​ຄົນ​ທີ່​ໄດ້​ຮັບ​ໃຊ້​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ນັ້ນກໍ່​ຈະ​ຮັບ​ໃຊ້​ງານ​ກິ ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ປັກ​ກິ່ງ​ຕໍ່​ໄປ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>