ອາສາ​ສະໝັກ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ເຂດ​ຊຸມ​ຊົນ​ທີ່ມັກ​ແຂກມັກຄົນ​ແລະບໍລິການດີ​ໃນ​ງານ​​ໂອ​ລິ​ມປິກ​ປັກ​ກິ່ງ

(GMT+08:00) 2008-08-18 19:49:53 cri
-----------------------------------------------------------------------------------------------------------------
ໃນ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ,ມີ​ອາສາ​ສະໝັກຈຳນວນ​ຫຼວງ​ຫຼາຍ.ຫວ່າງ​ມໍ່ໆ​ນີ້,​ໃນ​ເວລາ​ແສງ​ທອງ ນັກ​ຂ່າວCRI​ໄປ​ສຳພາດ,ກໍ່​ໄດ້​ຮູ້ຈັກ​ກັບ​ອາສາ​ສະໝັກ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ເຂດ​ຊຸມ​ຊົນ​ກຸ່ມ​ໜຶ່ງ,​ໃນ​ລາຍການ"ການ​ບັນທຶກ​ປະຈຳ​ວັນ​ຂອງ​ແສງ​ທອງ"ພາກ​ນີ້,ພວກ​ເຮົາ​ກໍ່​ມາ​ລົມ​ກ່ຽວ​ກັບ​ເຂົາ​ເຈົ້າ.

ໃນ​ງານ​ໂອ​ລິ​ມປິ​ກປັກ​ກິ່ງ,ຢູ່​ແຄມ​ຖະໜົນ ກ້ອງ​ຂົວ​ແລະ​ຢູ່​ຂ້າງ​ປ້າຍ​ລົດ​ເມ,ຈົນ​ກະ​ທັ້ງຢູ່ປະຕູ​ເຂດ​ຊຸມ​ຊົນຂອງ​ປັກ​ກິ່ງ,​ແສງ​ທອງ​ໄດ້​ເຫັນກຸ່ມ​ຄົນທີ່​ນຸ່ງ​ເສື້ອ​ສີຂາວ​ທີ່​ພິມ​ເຄື່ອງ​ໝາຍ​ໂອ​ລິ​ມປິກແລະ​ໃສ່ຜ້າ​ພັນ​ແຂນສີແດງ,​ເຂົາ​ເຈົ້າ​ແມ່ນ​ອາສາ​ສະ​ໝັກ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ,​​ເຂົາ​ເຈົ້າ​ບໍ່​ພຽງ​ແຕ່​ໄດ້ຮັກສາຄວາມ​ສະຫງົບ​ຂອງ​ສັງຄົມ​ໃນ​ໄລຍະ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ເທົ່າ​ນັ້ນ,ຍັງ​ແມ່ນ​ຜູ້​ຊີ້​ທາງ​ທີ່​ດີ​ສຳລັບຄົນທີ່​ໄປມາຕາມ​ທາງ.​ແມ່​​ປ້າເຊີນ​ຮົງ​ກໍ່​ແມ່ນສະມາຊິກ​ໜຶ່ງ​ໃນ​​ເຂົາ​ເຈົ້າ.

ແມ່​ປ້າເຊີນ​ຮົງ​ອາຍຸ 60 ກວ່າ​ປີ​,​ໄດ້​ອອກ​ກິນ​ເບ້ຍ​ບຳນານ​ແລ້ວ,​ແມ່​ປ້າກໍ່​ຢູ່​ໃນ​ເຂດຊຸມ​ຊົນ"ອໍ້​ລີ​ນຊຸ່ນ​ທ່ຽນ"ທີ່ຕັ້ງຢູ່​ຟາກ​ກົງ​ກັນ​ຂ້າມ​ຂອງ​ບ້ານ​ໂອ​ລິມປິກ​ປັກ​ກິ່ງ,ກ່ອນ​ໄຂ​ງານ​ໂອ​ລິ​ມປິກ,ຄະນະ​ກຳມະການເຂດ​ຊຸມ​ຊົນ​ຮຽກຮ້ອງ​ໃຫ້​​ໄທ​ເມືອງ​ເປັນ​ອາສາ​ສະໝັກ​ງານ​ໂອ​ລິ​ມປິກ,​ແມ່​ປ້າເຊີນ​ຮົງ​ກໍ່ສະໝັກ​​ເຂົ້າ​ຮ່ວມ​ຢ່າງ​ບໍ່​ລັ່ງ​ເລ​ໃຈ,​ແມ່​ປ້າໄດ້​ຫວນ​ຄື​ນສະພາບ​ໃນ​ຄາວ​ນັ້ນ​ວ່າ:

"​​ໃນ​ເວລາ​ນັ້ນ,​ແມ່​ເຖົ້າທັງຫຼາຍ​ຂອງ​ຄະນະ​ກຳມະການ​​ເຂດ​ຊຸມ​ຊົນ​ພວກ​ເຮົາພວມຫຼິ້ນ​ມວຍ​ໄທ​ເກັກເພື່ອ​ຫັດ​ກາຍ,ທາງ​ຄະນະ​ກຳ​ມະ​ການ​ກໍ່​ກ່າວ​ວ່າ,ງານ​ໂອ​ລິ​ມປິກ​ຈະ​ໄຂ​ຂຶ້ນ​ແລ້ວ,ຕ້ອງການ​ຜູ້​ຮັບ​ໃຊ້​ຈຳນວນໜຶ່ງ,​ໄທ​ເມືອງ​ໃນ​ເຂດ​ຊຸມ​ຊົນ​ພວກ​ເຮົາ,ຜູ້​ໃດ​ຢາກ​ໄປ​ຮັບ​ໃຊ້​ງານ​ໂອ​ລິ​ມປິກ,​ລ້ວນ​ແຕ່​ໄປ​ເຂົ້າ​ຮ່ວມ​ໄດ້.ດຽວ​ນີ້,ພວກ​ເຮົາ​ກໍ​ໄດ້​ອອກກິນ​​ເບ້ຍ​ບຳນານ​ແລ້ວ,ບໍ່​ມີ​ວຽກ​ຫຍັງ,ມີ​ແຕ່​ເບິ່ງ​ແຍງ​ຫຼານ​ນ້ອຍ​​ເທົ່າ​ນັ້ນ,​ເວລາ​ຫຼານ​​ເຂົ້າ​ຮຽນ,ພວກ​ເຮົາ​ກໍ່ພະຍາຍາມ​ຍາດ​ເວລາ,ວຽກຂອງ​ຕົນ​ເອງ​ກໍ່​ພະຍາຍາມ​ເຮັດ​ກ່ອນ​ຫຼື​ຫຼັງ​ຢູ່​ຍາມ."

ແຕ່​ລະ​ມື້,ແມ່​ປ້າເຊີນ​ຮົງ​ແລະ​ແມ່​ເຖົ້າອີກ​ຫຼາຍ​ຄົນ​ກໍ່​ຕ້ອງ​ຢູ່​ຍາມ 5 , 6 ຊົ່ວ​ໂມງ​ໃນ​ໜ້າ​ທີ່​ວຽກ​ງານ​ຂອງ​ຕົນ,ຄັນ​ຮົ່ມກັນ​ແດດ​ຄັນ​ໜຶ່ງ ​ເກົ້າ​ອີ້​ນ້ອຍ​ຈັກ​ອັນ​ສອງ​ອັນ,​ເງື່ອນ​ໄຂ​ງ່າຍ​ຫຼາຍ,​ແຕ່​ວ່າ,​ແມ່​​ເຖົ້າ​ທັງຫຼາຍ​ພັດ​ບໍລິການ​ເປັນ​ຢ່າງ​ດີ,​ແມ່​ປ້າເຊີນ​ຮົງ​ເວົ້າ​ວ່າ,ສາມາດ​ສະ​ແດງ​ຄວາມ​ຮັກ​ແພງ​ຂອງ​ເຈົ້າພາບ​ໃນ​ໄລຍະ​ງານ​ໂອ​ລິ​ມປິກ​ແລະ​ເຮັດ​ວຽກ​ຂອງ​ຕົນ​ໃຫ້​ດີ​ກໍ່​ແມ່ນຄວາມ​ຫວັງ​ທີ່​ໃຫຍ່​ກວ່າ​ໝູ່​ຂອງ​ແມ່​ປ້າແລ້ວ,​ແມ່​​ປ້າເວົ້າ​ວ່າ:

"ຕາມ​ການ​ໂຄສະນາ,ຕ້ອງ​ເປັນ​ເຈົ້າພາບ​ທີ່​ດີ,ຄວນ​ສຸພາບ​ແລະ​ມີ​ຄວາມ​ຮັກ​ແຮງ,​ແຂກ​ຕ່າງປະ​ເທດ​ມາທາງ​ໄກ​ກໍ່​ບໍ່​ແມ່ນ​​ງ່າຍ.​ເຂົາ​ເຈົ້າ​ຕ້ອງ​ຖາມ​ທາງ,​ໄປ​ໃສ​ກໍ່​ບໍ່​ຮູ້​ທາງ,ກໍ່​ຕ້ອງການ​ພວກ​ເຮົາ​ຊ່ວຍ,ພວກ​ເຮົາ​ກໍ່​ໄປ​ຊ່ວຍ​​ໂລດ."

ໃນ​ເວລາ​ຢູ່​ຍາມ​ໃນ​ໄລ​ຍະ​ງານ​ໂອ​ລິ​ມປິກ,​ເລື່ອງ​ທີ່​​ເຮັດ​ໃຫ້​ແມ່​ປ້າເຊີນ​ຮົງປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງກວ່າ​ໝູ່ນັ້ນ​ກໍ່​ແມ່ນ​ໃນ​ວັນ​ທີ 10 ສິງຫາ​ນີ້,ຝົນຕົກ​ແຮງ,​ແມ່​ປ້າໄດ້​ຊ່ວຍຄົນ​ຕ່າງປະ​ເທດ 2 ຄົນ​ໄປຫຼີກ​ຝົນ,ດຽວ​ນີ້,​ເມື່ອ​ເວົ້າ​ເຖິງ​ເລື່ອງ​ນີ້,​ແມ່​ປ້າກໍ່​ຍັງ​ຈື່​​ໄດ້​ດີ,​ແມ່​ປ້າເວົ້າວ່າ:

"ຕອນ​ບ່າຍ​ວັນ​ທີ 10 ສິງ​ຫາ​ນີ້,ພວກ​ເຮົາ​ຢູ່​ຍາມ,​ເວລາ 17 ​ໂມງ, ຝົນຕົກ​ແຮງ​ຫຼາຍ,ພວກ​ເຮົາ​ກໍ່​ຢູ່​ໃນ​ຄັນ​ຮົ່ມນີ້,ມີ​ພໍ່​ເຖົ້າ​ແລະ​ແມ່​ເຖົ້າ​ຄູ່​ໜຶ່ງ​ຂອງ​ອັງກິດ​ມາ​,​ເຂົາ​ເຈົ້າ​ກໍ່​ຢູ່​ໃນ​ເຂດ​ຊຸມ​ຊົນ​ອໍ້​ລີ​ນຊຸ່ນທ່ຽນ,​ເຂົາ​ເຈົ້າຫາ​ກໍ່​ລົງ​ລົດ​ຢູ່​ປ້າຍລົດ​ບ້ານ​ໂອ​ລິ​ມປິກ,ກໍ່​ເຂົ້າມາ​ຫຼີກ​ຝົນ​ໃນ​ຄັນ​ຮົ່ມ​ພວກ​ເຮົາ​ໃນ​ທັນທີ.ຄັນ​ຮົ່ມນີ້​ກັນ​ຝົນ​ບໍ່​ດີ​ປານ​ໃດ,ທາງນອກ​ຝົນຕົກ​ແຮງ,ທາງ​ໃນ​ຝົນຕົກນ້ອຍ,ພວກ​ເຮົາ​ກໍ່​ໃຊ້​ຄັນ​ຮົ່ມຂອງ​ຕົນ​ຊ່ວຍ​ກັນ​ນ້ຳ​ຝົນ,ຢ້ານ​ເຂົາ​ເຈົ້າ​ຖືກ​ຝົນ​ຮ່ຳ.ຜູ້​ທີ່​ມາ​ລ້ວນ​ແຕ່​ເປັນ​ແຂກ,ພວກ​ເຮົາ​ກໍ່​​ເປັນເຈົ້າພາບ,ຄວນ​ຮັກ​ແພງ​ຊ່ວຍ​​ເຫຼືອ​ເປັນ​ຢ່າງ​ດີ,ຂ້ອຍ​ກໍ່​ເອົາ​ຄັນ​ຮົ່ມ​ຂອງ​ຕົນ​​ຊ່ວຍ​ເຂົາ​ເຈົ້າ​ກັນ​ຝົນ,​ແຕ່​ຂ້ອຍ​ເອງ​ພັດຖືກ​ຝົນ​ຮ່ຳ,​​ເສື້ອ ​ສົ້ງ ​ເກີບ​ແລະ​ຖົງຕີນ​ຂອງ​ຂ້ອຍ​ປຽກໝົດ."

ແມ່​ປ້າເຊີນ​ຮົງ​ເວົ້າ​ວ່າ,ຕົນ​ເອງ​ສາມາດ​ເປັນ​ອາສາ​ສະໝັກ​ປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ງານ​ໂອ​ລິ​ມປິກ,​ແມ່​ປ້າຮູ້ສຶກ​ດີ​ໃຈ​ທີ່​ສຸດ,​ເທື່ອ​ນີ້,​ແມ່​ປ້າເປັນ​ອາສາ​ສະໝັກ​ກໍ່​ແມ່ນ​ຄວາມ​ພູມ​ໃຈຂອງ​ໝົດ​ຄອບຄົວ,​ແມ່ປ້າ​ເວົ້າ​ວ່າ:

"​ເທື່ອ​ນີ້,ຂ້ອຍ​ສາມາ​ດ​ເປັນ​ອາສາ​ສະໝັກ​ໃນ​ງານ​ໂອ​ລິ​ມປິກ,ຮູ້ສຶກ​ພູມ​ໃຈ​ຫຼາຍ,ບໍ່​ພຽງ​ແຕ່​ຂ້ອຍ​ເອງ​ດີ​ໃຈ​ເທົ່າ​ນັ້ນ,ໝົດ​ຄອບຄົວ​ກໍ່​ດີ​ໃຈ​ນຳ,ລູກ​ສາວ​ຂ້ອຍ​ເວົ້າ​ວ່າ:​ແມ່,​ເຈົ້າ​ເປັນ​ອາສາ​ສະໝັ​ກ​ແລ້ວ,ຄອບ​ຄົວ​ເຮົາ​ກໍ່​ມີ​ອາສາ​ສະໝັກ​ແລ້ວ,​ເຂົາ​ເຈົ້າ​ດີ​ໃຈ​ໝົດ,ຖ້າ​ບໍ່​ມີ​ງານ​​ໂອ​ລິ​ມປິກ​ປັກ​ກິ່ງ,ພວກ​​ເຮົາ​ກໍ່​ອຸທິດ​ກຳລັງວັງຊາ​ຂອງ​ຕົນ​ບໍ່​ໄດ້,ຖ້າ​ພວກ​ເຮົາ​ສາມາດ​ໄປ​ເຮັດ,ກໍ່​ຕ້ອງ​ໄປ​ເຮັດ."

ຢູ່​ປັກ​ກິ່ງ,ອາສາ​ສະໝັກ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ເຂດ​ຊຸມ​ຊົນ​ຄື​ແມ່​ປ້າເຊີນ​ຮົງ​ຍັງ​ມີ​ຈຳນວນ​ຫຼວງ​ຫຼາຍ,​ເຂົາ​​ເຈົ້າ​ລ້ວນ​ແຕ່​ພວມ​ອຸທິດ​ກຳລັງ​ຂອງ​ຕົນ​ເພື່ອ​ຈັດ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>