ແຟນ​ໂອ​ລິມ​ປິກ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຢາກ​ສະ​ແດງ​ຕົນ​ເອງ​​ທີ່​ອັດ​ສະ​ຈັນ​ຂອງ​ຄົນ​ຈີນ

(GMT+08:00) 2008-08-19 14:43:10 cri
-----------------------------------------------------------------------------------------------------------------

ສະບາຍດີ​ທ່ານ​ຜູ້​ຟັງ, ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ບໍ່​ພຽງ​ແຕ່ມີ​ອາສາ​ສະໝັກ​​ເປັນລ້ານ​ຄົນ, ຍັງ​ມີ​ແຟນ​ໂອ​ລິ​ມປິກ​ທີ່​ຫຼົງ​ໄຫຼ​ໂອ​ລິ​ມປິກ​ຢ່າງ​ໜັກໜ່ວງ​ຈຳນວນ​ໜຶ່ງ. ຫຼາຍພັນ​ປີ​ມາ​ນີ້, ຊາວ​ຈີນ​ລ້ວນ​ແຕ່​​ເປັນ​ຄົນ​ບໍ່​ມັກສະ​ແດງ​ຕົນ​ເອງ​. ​ແຕ່​ວ່າ, ​ແຟນ​ໂອ​ລິ​ມປິກ​ຂອງ​ແຫ່ງ​ຕ່າງໆ​ທົ່ວ​ປະ​ເທດ​ພັດ​ໄດ້​ຢັ້ງຢືນ​ໃຫ້ຊາວ​ໂລກ​​ເຫັນ​ວ່າ ຄົນ​ຈີນ​ກໍ່​ມີ​ນິດ​ໃສ​ທີ່​ຢາກ​ສະ​ແດງ​ຕົນ​ເອງ​ຢ່າງ​ແຮງ​ກ້າ​ທີ່​ສຸດ. ​ໃນ​ລາຍການ​ບົດ​ບັນທຶກ​ປະຈຳ​ວັນ​ຂອງ​ແສງ​ທອງມື້​ນີ້, ​ແສງ​ທອງ​ຈະ​ເລົ່າ​ເລື່ອງ​ຂອງເຂົາ​ເຈົ້າສູ່​ທ່ານ​ຟັງ.

ທ້າວ​ຊຸນ​ຕິ້ງ​ໂກ ອາຍຸ 29 ປີ, ຢູ່​ໜ້າ​ເອິກ​ຂອງ​ລາວ​ໄດ້ສັກ​ລາຍ​ເປັນຮູບ​ 5 ບ້ວງ​ແລະ​ກາ​ປະ​ທັບ​ຈີນ, ຫຼັງ​ແລະ​ສອງ​ແຂນ​ໄດ້​ສັກ​ລາຍ​ຮູບ 32 ລາຍການ​ກິລາ​ໂອ​ລິ​ມປິກ, ​ແມ່ນ​​ແຟນ​ໂອ​ລິ​ມປິກ​ຮ້ອຍ​ສ່ວນ​ຮ້ອຍ. ທ້າວ​ຊຸນ​ຕິ້ງ​ໂກ​ມີ​ຊື່ຫຼີ້ນວ່າ"ອ້າຍອ່າ​ເປີ້ຍ", ​ໄດ້​ຊື່ມາ​ຈາກ​ສັດ​ນຳ​ໂຊກ"ຝູວາ​ເປີ້ຍ​​ເປີ້ຍ".
"ຂ້ອຍ​​ແມ່ນ​ອ້າຍ​ອ່າ​ເປີ້ຍ, ຂີ່​ລົດຖີບ​ມາ​ປັກ​ກິ່ງ, ​​​ເພື່ອໂຄສະນາ​​ໂອ​ລິ​ມປິກ, ​ໃຫ້ຄົນ​ທັງຫຼາຍມາ​ເຊຍ". ສຽງ​ເພງ​ນີ້ດັງ​ຢູ່​​ນອກ"ກ້ອນ​ນ້ຳ 4 ຫຼ່ຽມ", ​ເພງ​ນີ້​ແມ່ນ​ທ້າວ​ຊຸນ​ຕິ້ງ​ໂກ​ແຕ່ງ​​ເອງ.
ວັນ​ທີ 22 ກໍລະກົດ​ 2007, ຍ້ອນ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກພໍ່ທີ່ຕາ​ບອດ, "ອ້າຍ​ອ່າ​ເປີ້ຍ"​ໄດ້​ຈາກ​ນະຄອນ​ຫາງ​ໂຈ​ວ​ເດີນທາງ​ໄປ​ປັກ​ກິ່ງ, ພາຫະນະ​​ເດີນທາງຂອງ​ລາວ​​ແມ່ນ​ສາມ​ລໍ້ຖີບ​ຄູ່​ໃຈ.

ປັດຈຸບັນ, ການ​ແຂ່ງຂັນ​ກິລາໂອ​ລິ​ມປິກພວມດຳ​ເນີນ​ໄປ​ຢ່າງ​ດຸ​ເດືອດ​, ຫຼາຍມື້​ມາ​ນີ້, "ອ້າຍອ່າ​ເປີ້ຍ"​ໄດ້​ນັ່ງ​ຖ້າ​ຢູ່​​ເຂດ​ອ້ອມ​ແອ້ມ"ກ້ອນນ້ຳ​ 4 ຫຼ່ຽມ", ​ເພື່ອຂໍ​ລາຍ​ເຊັນ​ສະໜັບ​ສະ​ໜູນ​ໂອ​ລິ​ມປິກຈາກຜູ້​ຊົມ​ຊາວຈີນ​ແລະ​ຕ່າງປະ​ເທດ, ຈຸດປະສົງ​ຂອງ​ລາວ​ແມ່ນ​ໜ້າ​ງຶດ​ງໍ້ຫຼາຍ, ລາວ​ເວົ້າວ່າ, "ຂ້ອຍ​ຢາກ​ຂໍ​ລາຍ​ເຊັນ 3 ​ແສນ ກວ່າ​ລາຍ​ເຊັນ, ​ເພື່ອມອບ​ໃຫ້​ຄະນະ​ກຳມະການ​ຈັດ​ງານໂອ​ລິ​ມປິກ​ປັກ​ກິ່ງ."

ສິ່ງ​ທີ່​ເຮັດ​ໃຫ້"ອ້າຍ​ອ່າ​ເປີ້ຍ"ດີ​ໃຈ​ນັ້ນ​ແມ່ນ, ຫຼາຍມື້ກ່ອນ, ລາວ​ໄດ້​ຮັບ​ການ​ສຳພາດ​ໂດຍຈຳ​ເພາະ​ຈາກບໍລິສັດBBCອັງກິດ. ສື່​ມວນ​ຊົນ​ອັງກິດ​ຈຳນວນ​ໜຶ່ງ​ຍັງ​ເຊີນ​ລາວ​ໄປ​ເຂົ້າຮ່ວມ​ການ​ໂຄສະນາ​ໂອ​ລິ​ມປິກ​ລອນ​ດອນ​. ລາວ​ເວົ້າວ່າ, "ຂ້ອຍ​ຢາກ​ສົ່ງ​ຕໍ່ນ້ຳ​ໃຈ​ໂອ​ລິ​ມປິກ​ປັກ​ກິ່ງ​ໄປ​ຮອດ​ງານ​ໂອ​ລິ​ມປິກ​ຄັ້ງໜ້າ".

****** ******* ******

"ຂ້ອຍ​ຊື່"ມິ​ສ໌ເຕີ​ຍິ້ມ", ທ້າວ​ລິວ​ຢູ້ຕົ່ງ​ຂອງ​ແຂວງ​ຊ່ານ​ຕົ່ງ​ຢືນ​ຢູ່​ໜ້າສູນ​ລອຍ​ນ້ຳ"ກ້ອນນ້ຳ 4 ຫຼ່ຽມ", ທັກ​ທາຍ​ສະບາຍດີ​ກັບ​ໝົດ​ທຸກ​ຄົນທີ່​ຍ່າງ​ຜ່ານ. ລາວ​ເຫັນ​ວ່າ, ຊີວິດ​​ໃນປັດຈຸບັນສະບາຍຫຼາຍ, ຄວນຍິ້ມ​ແຍ້ມ​ແຈ່ມ​ໃສ, ສະນັ້ນຈຶ່ງຕັ້ງຊື່​ຂອງ​ຕົນ​ວ່າ"ມິ​ສ໌ເຕີ​ຍິ້ມ".

ລາວ​ຂໍ​ຖ່າຍຮູບ​ກັບ​​ແສງ​ທອງ, ​ແລະ​ຮ້ອງ​ສຽງ​ດັງ​ທັກ​ທາຍກັບ​ຄົນ​ຕ່າງປະ​ເທດ​ທີ່​ຍ່າງ​ຜ່ານ​ວ່າ: wellcome to Beijing ,one world,one dreamd. ທ້າວ​ລິວ​ຢູ້ຕົ່ງ​ບອກ​ນັກ​ຂ່າວ​ວ່າ, ທີ່​ຈິງ​ແລ້ວ, ລາວ​ຮູ້​​ພາສາ​ອັງກິດພຽງ​ປະ​ໂຫຍກທີ່​ກ່າວ​ມານັ້ນ.

ທ້າວ​ລິວ​ຢູ້ຕົ່ງ​ຍັງມີຫຼາຍວິທີ​ຢອກ​ໃຫ້​ຄົນ​ທີ່ຍ່າງຜ່ານ​ຫົວ, ຕົວຢ່າງ​ຄື: ຫັນຫຼັງສະ​ແດງ​ຊົງ​ຜົມ​ໂອ​ລິ​ມປິກ​ຂອງ​ລາວ. ງ່ອນ​ຂອງ​ລາວ​ຍ້ອມ​ເປັນ​ຮູບ 5 ບ້ວງ​ໂອ​ລິ​ມປິກ, ​ດຶງ​ດູດ​ສາຍຕາ​ຄົນຫຼາຍ.

ລົດຖີບ​ຂອງ"ມິ​ສ໌ເຕີ​ຍິ້ມ"ຍັງ​​ໄດ້​ແຂວນ​ປ້າຍ​ເຈ້ຍ​ແຜ່ນ​ໜຶ່ງ, ຂຽນ​ກາບກອນ​ໃສ່ຊື່ວ່າ"​ເພງ​ສັນຕິພາບ​ຂອງ​ພິທີ​ໄຂ". ລາວ​ມັກ​ຍິ້ມ, ມັກ​ຮ້ອງ​ເພງ, ຈິ່ງ​ໄດ້​ດູດ​ດຶງສາຍ​ຕາ​ຂອງ​ຄົນ​ທີ່​ຍ່າງ​ຜ່ານ​ໄປມາ.

********** *****

ທ້າວ​ສິນ​ເຊິ້ງຈຸ່ນ ທີ່​ເຮັດ​ວຽກດ້ານ​ຈັກ​ສານ​ມາ 20 ກວ່າປີ​, ​ກໍ່​ແມ່ນ​ແຟນ​ໂອ​ລິມປິກຜູ້​ໜຶ່ງ. ​ເມື່ອ​ໄດ້​ເຫັນ​ຂ່າວ​ຄາວ​ກ່ຽວ​ກັບ"​ຮັງ​ນົກ"ຈາກ​ສື່​ມວນ​ຊົນ​ແລ້ວ, ລາວ​ໄດ້​ຊອກ​ຫາ​ຂໍ້​ມູນຢ່າງຫຼວງຫຼາຍ, ​ແຕ່​ເດືອນ​ກັນຍາ​ປີ 2007 ກໍ່​ເລີ່​ມລົງມືສານ"ຮັງ​ນົກ", ​ໃນ​ທີ່​ສຸດ, ​ໄດ້​ໃຊ້​​ແຖມ​ຜ້າ​ສີ​ຍາວ 8 ພັນ​ແມັດ​​ສານ​ເປັນ"ຮັງ​ນົກ​ສີຄຳ"ທີ່​ເຮັດ​ໃຫ້​ຄົນງຶດງໍ້. ຢູ່​ນອກ"ຮັງ​ນົກ"ຍັງ​ມີມັງກອນ 2 ​ໂຕ​​ແລະ​ນົກຍາງຫຼາຍ​ໂຕ​ທີ່​ເປັນ​ສັດ​ສິລິ​ມຸງ​ຄຸນ.

ທ້າວ​ສິນ​ເຊີ້ງ​ຈູ່ນບອກ​ວ່າ​ລາວ​​ມີ​ເງິນບໍ່ຫຼາຍ. ​ໃນ​ໄລຍະ​ໂອ​ລິ​ມປິກ, ກາງ​ເວັນ, ລາ​ວ​ໄດ້​ຍ່າງ​ສະ​ແດງ"ຮັງ​ນົກ​ນ້ອຍ"ຂອງ​ລາວ​ຢູ່​ນອກ"ສະໜາມກິລາຮັງ​ນົກ", ຕອນ​ຄ່ຳ​​ນອນ​ຕາມ​ເດີ່ນ​​ໃກ້ໆ​ບໍລິ​ເວັນ​ນັ້ນ​ເລີຍ. ລາວ​ຍັງ​ບອກ​ແສງ​ທອງ​ວ່າ, ຫຼາຍມື້​ກ່ອນ, ​ເຄີຍ​ມີ​ຄົນ​​ໃຊ້ເງິນ 4 ໝື່ນ​ຢວນ​ເພື່ອ​ຊື້"ຮັງ​ນົກ"ຂອງ​ລາວ, ​ແຕ່​ລາວ​ບໍ່​ຍອມ​ຂາຍ, ຄວາມ​ປາຖະໜາ​ສູງສຸດ​ຂອງແມ່ນ"ຮັງ​ນົກ​ຂອງ​ຕົນ​ຖືກ​ຄະນະ​ກຳມະການ​ຈັດ​ງານ​ໂອ​ລິ​ມປິກຫຼືຫໍພິພິທະ​ພັນ​ແຫ່ງ​ຊາດ​ຈີນສະ​ສົມ​ໄວ້.
(ຈົບ)

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>