ສິນ​ຄ້າ​ທີ່​ລະ​ລຶກ​ໂອ​ລິມ​ປິກ​ປັກ​ກິ່ງ​ຂາຍ​ດີ​ຫຼາຍ

(GMT+08:00) 2008-08-19 15:35:09 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິນ​ຮວາ:  ​ໃນ​ເວລາ​ຈັດ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ, ​ສິນຄ້າທີ່​ລະ​ລຶກທີ່​ເປັນ​ສິດ​ສຳ​ປະທານ​ຂອງໂອ​ລິ​ມປິກ​ທີ່​ງາມປາ​ນີດ​ໄດ້​ຮັບ​ຄວາມ​ນິຍົມ​ຫຼາຍ​ຢູ່​


ຈົນ​ຮອດ​ປະຈຸ​ບັນ, ປະ​ເພດ​ສິນຄ້າ​ທີ່​ລະ​ລຶກ​ໂອ​ລິ​ມປິກ​​ມີ​ຫຼາຍ​ກວ່າ 8000 ກວ່າ​ຊະນິດ​ເຊິ່ງລວມມີ​ຕຸ​ກະ​ຕາ​ສັດ​ນຳ​ໂຊກ  ​ເຄື່ອງ​ວິຈິດ​ຕະກຳ​ ​ເຄື່ອງປັ້ນດິນ​ເຜົາ​ແລະຫຼຽນ​ທີ່​ລະ​ລຶກ​ທີ່​ມີ​ສີສັນ​ຊົນ​ເຜົ່າ ມີຄຸນ​ນະພາ​ບດີ​ແລະ​ລາຄາ​ສົມ​ເຫດ​ສົມ​ຜົນ  ​ໄດ້​ສະ​ແດງ​ເຖິງ​ປະ​ເພດ​ກິລາ​ແລະ​ຈຸດ​ພິ​ເສດ​ຂອງ​ສະຫນາມແຂ່ງຂັນ​ຢ່າງ​ພົ້ນ​ເດັ່ນ.  ຄວາມ​ເດັ່ນ​ສະຫງ່າ​ຂອງສະຫນາມກິລາ​ແຫ່ງ​ຊາດ​ປັກ​ກິ່ງຫຼືຮັງ​ນົກແລະ​ຄວາມ​ສວຍ​ງາມ​ຂອງສູນ​ລອຍ​ນ້ຳ​ແຫ່ງ​ຊາດຫຼືກ້ອນ​ນ້ຳ​ສີ່​ຫຼ່ຽມກໍ​ໄດ້​ເຊື່ອ​ມ​ໂຍງ​ເຂົ້າ​ໃນ​ການ​ອອກ​ແບບ​ຂອງ​ສິນຄ້າ​ທີ່​ລະ​ລຶກ


ຢູ່​ຖະຫນົນ​ວາງ​ຟູ້ຈິງ​ທີ່ຄຶກຄື້ນ​ຂອງ​ປັກ​ກິ່ງ, ຮ້ານຂາຍ​ສິນ​ຄ້າ​ທີ່​ລະ​ລຶກຫ່າງ​​ກັນ​ພຽງ​ຖະຫນົນ​ດຽວ​ເທົ່າ​ນັ້ນ​ມີ​ເຖິງ 14 ຮ້ານ,​ໃນ​ຖະ ຫນົນ​ເສັ້ນ​ນີ້​ກໍ່ມີຕຶກ​ວິ​ຈິດສິນ​ປັກ​ກິ່ງ​,   ຜູ່​ຂາຍເຄື່ອງເວົ້າ​ວ່າ,  ​​ໃນ​ມື້​ທຳ​ອິດ​ທີ່ຮ້ານ​​ຄ້າ​ໃຫຍ່​​ນີ້ເປີດບໍລິການ,ກໍ​ຂາຍ​ໄດ້ເຖິງ 8 ​ແສນ​ຢວນ,  ​ແຕ່​ເຂົ້າ​ສູ່​ເດືອນ​ສິງຫາ​ນີ້​ເປັນ​ຕົ້ນ​ມາ,  ຈຳນວນລູກ​ຄ້າ​ໃນ​​ແຕ່​ລະ​ມື້​ຫຼາ​ຍກວ່າ​ຫຼາຍ​ເດືອນ​ກ່ອນ 1 ​ເທົ່າ​ຂຶ້ນ​ໄປ,  ການ​ຈຳຫນ່າຍ​ໃນ​ທ້າຍ​ສັບ​ປະດາ​​ຍິ່ງ​ຟົດ​ຟື້ນ ​

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>