ຂ້າ​ພະ​ເຈົ້າ​ມີ​ເພື່ອນ​ມິ​ດຢູ່​ຈີນ——ນາງ​ໂຟຼ ອິຊາ​ວາ ກຳມະ​ການ​ກິ​ຕິ​ມະ​ສັກ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາກົນເວົ້າ​ເຖິງ​ການ​ຜູກ​ພັນ​ກັບ​ຈີນ

(GMT+08:00) 2008-08-19 17:18:39 cri
-----------------------------------------------------------------------------------------------------------------
ທ່ານ​ຜູ້​ຟັງ, ​ມີ​ນັກ​ກິລາ​​ຍິງ​ຜູ້​ໜຶ່ງ, ​ແມ່ນ​ເພື່ອນ​​ເກົ່າ​ຂອງ​ທ່ານ​ເຮີ​​ເຈິ້ນ​ລຽງ ກຳມະ​ການ​ສັນ​ຊາດ​ຈີນຂອງ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ, ​ເຄີຍ​ໄດ້​ແຊມປຽນ​ການ​ແຂ່ງ​ຂັນ​ເຕັນ​ນິສ ​ຂີ່​ມ້າ​ແລະ​ກອຟ, ​ນາງກໍ່​ແມ່ນ​ນາງ​ຟຼໍ ອິຊາ​ວາ ອາ​ຍຸ87ປີ ​ແມ່ນໜຶ່ງ​ໃນ​ກຳມະ​ການ​ເພດ​ຍິງ​ລຸ້ນ​ເກົ່າ​ທີ່​ສຸດ ກຳມະ​ການ​ກິ​ຕິ​ມະ​ສັກ​ສັນຊາດ​ເວ​ເນຊູ​ເອລາ​ຂອງ​ຄະນະ​ກຳມະ​ການ​ໂອ​ລິ​ມປິກ​ສາກົນ.

ນາງ​ອິຊາ​ວາ​ມີ​ຄວາມ​ຜູກ​ພັນ​ອັນ​ເລິກ​ເຊິ່ງກັບ​ຈີນ. ຫຼານ​ຊາຍຂອງ​ເພິ່ນ​ຮຽນ​ຢູ່​ປັກ​ກິ່ງ, ຫຼານ​ຊາຍ​ອີກ​ຜູ້ໜຶ່ງ​ກໍເຄີຍ​ເຮັດວຽກ​ຢູ່ວິທະ​ຍຸCRI. ຍ້ອນ​ສາ​ເຫດ​ຫຼາຍ​ຢ່າງ, ​ເພິ່ນ​ເຄີຍ​ມາ​ຈີນ​ຫຼາຍ​ເທື່ອ. ​ເພິ່ນ​ຫວນ​ຄືນ​ວ່າ,

ຂ້າພະ​ເຈົ້າ​ມາ​ຈີນ​ເທື່ອ​ທຳ​ອິດ​ແມ່ນ​ປີ1982, ທ່ານ​ເຮີ​ເຈິ້ນ​ລຽງ​ໄດ້​ເຊີນ​ຂ້າພະ​ເຈົ້າ​ມາ​ຈີນສອງ​ອາທິດ. ​ໃນ​ຄາວ​ນັ້ນ, ຈີນ​ມີ​ລົດຍົນ​ໜ້ອຍທີ່​ສຸດ, ​ໂຮງ​ແຮມ​ກໍ່​ບໍ່​ງາມ​ປານ​ໃດ, ​ແຕ່​​ຂ້າພະ​ເຈົ້າ​ຮູ້ສຶກ​ມັກ​ປະ​ເທດ​ຈີນ​ທີ່​​ເກົ່າ​ແກ່​ແນວ​ນີ້​ຫຼາຍ​ກວ່າ. ຂ້າ​ພະ​ເຈົ້າ​ຍັງ​ຈື່​ໄດ້​ວ່າ, ​ໃນ​ເວລາ​ລາ​ຈາກ​ໄປ, ຂ້າພະ​ເຈົ້າ​ຫຼັ່ງ​ນ້ຳຕາ​ຢູ່​ສະໜາມ​ບິນ, ​ຍ້ອນ​ບໍ່​ຢາກ​ຈາກ​ໄປ. ​​ໃນ​ເວລາມາ​ປັກ​ກິ່ງ​ເທື່ອ​ທີ​ສອງນັ້ນ, ປັກ​ກິ່ງ​ໄດ້​ຮັບ​ສິດ​ຈັດ​ງານ​ກິລ​າ ໂອ​ລິ​ມປິກ​ດ້ວຍ​ຄະ​ແນນ​ສູງ, ​ໃນ​ຄ້າວ​ນັ້ນ​ປັກ​ກິ່ງ​ໄດ້​ມີ​ການ​ປ່ຽນ​ແປງຢ່າງ​ໃຫຍ່​ຫຼວງ. ສ່ວນ​ເທື່ອ​ນີ້​ແມ່ນ​ເທື່ອ​ທີ​ສາມ​ແລ້ວ. ກ່ອນ​ຈະ​ມາທ່ານ​ເຮີ​ເຈິ້ນ​ລຽງ​ບອກ​ວ່າ, ​ເວລາ​ໄປ​ຮອດ​ປັກ​ກິ່ງ​​ເຈົ້າ​ອາດ​ຈະ​ບໍ່​ຈື່​ຫຍັງ​ໝົດ​ແລ້ວ. ຄື​ເພິ່ນ​ເວົ້າຖືກ​ແທ້ໆ. ການ​ພັດທະ​ນາ​ທາງ​ສັງຄົມ ສິດ​ເສລີ​ຂອງ​ປະຊາ​ຊົນ ຕົວ​ເມືອງ​ທີ່​ທັນ​ສະ​ໄໝ, ທັງ​ໝົດ​ເຫຼົ່າ​ນີ້​ເຮັດ​ໃຫ້​ຄົນ​ຕື້ນ​ຕັນ​ໃຈ​ຫຼາຍ. ພວກ​ເຈົ້າ​ຄວນ​ຮູ້ສຶກ​ພາກພູມ​ໃຈ​ທີ່​ໄດ້​ຮັບ​ຜົນງານ​ດີ​ປານ​ນີ້, ​ແລະ​ອະນາ​ຄົດ​ຍັງ​ຈະ​ດີງາມ​ກວ່າ​ເກົ່າ. ປະຊາຊົນ​ຈີນ​ຮັກ​ຫອມ​ປະ​ເທດ​ຊາດ​ຂອງ​ຕົນ, ນີ້​ກໍ່​ແມ່ນ​ພະລັງ​ທີ່ແຂງ​ແຮງ​ທີ່​ສຸດ​ທີ່​ຊຸກ​ຍູ້​ໃຫ້​ຈີນກ້າວ​ໄປ​ໜ້າ.

ປີ1981, ນາງ​ອິຊາ​ວາ​ແລະ​ນາງ​ພິຣິ​ໂອ ຮາກມານ ຄົນ​ແຟງ​ລັງ​ພ້ອມ​ກັນ​ກາຍ​ເປັນ​ກຳມະ​ການ​ເພດ​ຍິງ​ລຸ້ນ​ທຳ​ອິດ​ຂອງ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ. ​ໃນ​ນາມ​ເປັນ​ນັກ​ກິລາ​ ນັກ​ຂ່າວ ​ແລະ​ນັກ​ກິ​ຈະ​ກຳ​ກິລາ​ທີ່​ດີ​ເດັ່ນ, ນາງ​ອິຊາ​ວາ​ໄດ້​ເຂົ້າ​ຮ່ວມ​ຂະ​ບວນການ​ຂະຫຍາຍ​ຕົວ​ທີ່​ເພດ​ຍິງ​ເຂົ້າ​ຮ່ວມ​ງານ​ກິລາ​ໂອ​ລິມປິກ. ນາງ​ມີ​ພາບ​ປະ​ທັບ​ໃຈ​ອັນ​ເລິກ​ເຊິ່ງຕໍ່​ນັກ​ກິລາ​​ເພດ​ຍິງ​ຂອງ​ຈີນ. ນາງ​ເວົ້າ​ວ່າ,

ພວກ​​ເຂົາ​ເ​ຈົ້າ​ດີ​ເດັ່ນ​ທີ່​ສຸດ, ​ໂດຍ​ສະ​ເພາະ​ແມ່ນ​ນັກ​ກິລາ​ໂດດ​ນ້ຳ, ​ເຂົາ​ເຈົ້າສາ​ມາດ​ເຮັດ​ທ່າ​ທີ່ຜູ້​ຊົມ​ຄາດ​ບໍ່​ເຖິງ. ມື້ວານ​ນີ້, ຂ້າພະ​ເຈົ້າ​ໄດ້​ໄປ​ຊົມ​ການ​ແຂ່ງຂັນ​ເຕັນ​ນິສ, ນາງ​ເຈິ້ງ​ເຈ​ມີ​ຄວາມ​ສາ​ມາດ​ສູງ, ທັງ​ເຊື່ອ​ໝັ້ນ​ຕໍ່ຕົນ​ເອງ​ທັງຕີ​ໄດ້​ດີ, ລາວ​ໄດ້​ຢ່ຽນຈາກ​ທ່າ​​ຮັບ​ມາ​ໄດ້​ໄຊຊະ​ນະ​ໃນ​ທີ່​ສຸດ.

ໃນ​ໄວ​ໜຸ່ມ, ນາງ​ອິ​ຊາ​ວາ​ເຄີຍ​ຫຼິ້ນ​ກິລາຫຼາຍ​ຢ່າງ, ​ເຊັ່ນ​ເຕັນ​ນິສ ຂີ່​ມ້າ ຕີຄີ​ແລະ​ລອຍ​ນ້ຳ​ເປັນ​ຕົ້ນ, ຫຼັງ​ຈາກ​ເປັນ​ແມ່​ເຖົ້າ​ແລ້ວ​ຍັງ​ເຄີຍ​ໄດ້​ຮັບ​​ແຊມ​ປຽນ​ບານກອຟ​ໃນທົ່ວ​ປະ​ເທດ. ​ແຕ່​ວ່າ​​ໃນ​ງານ​ໂອ​ລິ​ມປິກ​ປັກ​ກິ່ງເທື່ອ​ນີ້​ເພິ່ນ​ຢາກ​ຊົມ​ກວ່າ​ໝູ່​ແມ່ນ​ເຕັນ​ນິສ. ​ເພິ່ນ​ເຄີຍ​ເປັນ​ສັກ​ຂີ​ພິ​ຍານ​ໃຫ້​ແກ່​ພິທີ​ໄຂ​ງານ​ກິລາ​ໂອ​ລິ​ມປິກ​ຫຼາຍ​ຄັ້ງ, ​ແຕ່​ພິທີ​ໄຂ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ສ້າງ​ພາບ​ປະ​ທັບ​ໃຈ​ງາມ​ກວ່າ​ໝູ່​ແກ່​ເພິ່ນ. ນາງ​ເວົ້າ​ວ່າ,

ຄວາມຈົບ​ຄວາມ​ງາມທີ່​ພວກ​ເຮົາເຫັນ​ຢູ່ນີ້, ມື້​ໜ້າອາດ​ຈະບໍ່​ເຫັນ​ອີກແລ້ວ​. ຜູ້ທີ່​ອອກ​ແບບ​ພິທີ​ໄຂ​ງານ​ຄວນ​ໄດ້​ຮັບ​ນາມ​ມະ​ຍົດ​ເປັນ​ວີລະ​ຊົນ​ຂອງ​ຊາດ. ມີ​ບາງ​ຕອນ​ຂ້າພະ​ເຈົ້າ​ຮູ້ສຶກ​ວ່າ​ພວມ​ເບິ່ງ​ຮູບ​ເງົາ​ໃນ​ອະນາຄົດ. ​ເມື່ອ​ເຫັນ​ດອກ​ໄມ້​ໄຟ​ທີ່​ຮຸ່ງ​ເຮືອງ​ເຫຼືອງ​ເຫຼື້ອມ​ເຕັມ​ທ້ອງ​ຟ້າ​ຂ້າ​ພະ​ເຈົ້າ​ຕື້ນ​ຕັນ​ໃຈ​ຈົນ​ນ້ຳຕາໄ​ຫຼ, ຈັ່ງ​ແມ່ນ ງາມອີຫຼີ. ຂ້າພະ​ເຈົ້າຄິດ​ວ່າ, ນີ້​​ແມ່ນປະ​ຊາຊົນ​ຈີນ​ສະ​ແດງ​ຜົນ​ງານ​ຂອງ​ຕົນ​ທີ່​ຍາດ​ມາ​ໄດ້ດ້ວຍ​ຄວາມ​ພະຍາ​ຍາມ​ແລະ​ການ​ເສຍ​ສະ​ຫຼະ​ໃນ​ຫຼາຍ​ປີ​ມາ​ນີ້ຕໍ່​ທົ່ວ​ໂລກ.

ໃນ​ເມື່ອ​ກ່ອນ, ​ໃນ​ຖາ​ນະ​ເປັນ​ກຳມະ​ການ​ຂອງ​ຄະນະ​ກຳມະ​ການ​ໂອ​ລິ​ມປິກ​ສາກົນ, ນາງ​ອິຊາ​ວາ​ໄດ້​ເຮັດ​ວຽກ​ຫຼາຍ​ຢ່າງ​ເພື່ອ​ສະໜັບ​ສະ​ໜູນ​ປັກ​ກິ່ງ​ຮ້ອງ​ຂໍ​ຈັດ​ງານ​ກິລາ​ໂອ​ລິ​ມປິກ.

ນາງ​ກ່າວ​ວ່າ,​ໃນ​ຄາວ​ນັ້ນ,ນາງ​ຄື​ກັບ​ກຳມະ​ການ​ຫຼາຍ​ຄົນ,ລ້ວນ​ແຕ່​ຫວັງ​ຢາກ​ໃຫ້ນ້ຳ​ໃຈ​ໂອ​ລິມ​ປິກ​ໄດ້​ຮັບ​ການ​ເຜີຍ​ແຜ່​ຢູ່​ປະ​ເທດ​ທີ່​ມີ​ປະຊາ​ກອນ​ຫຼາຍ​ກວ່າ​ໝູ່​ໃນ​ໂລກ.ມື້​ນີ້,​​ເປົ້າ​ໝາຍ​ນີ້​ໄດ້​ບັນລຸ​ຜົນ​ເປັນ​ຈິງ​ແລ້ວ.ນາງ​​ເວົ້າ​ວ່າ:

"​ເວົ້າ​ສຳລັບ​ຈີນ​ແລ້ວ,ນີ້​ແມ່ນ​ໂອກາດ​ດີ​ທີ່​ສຸດ,ຊາວ​ໂລກ​ຈະ​ໄດ້​ເຫັນ​ຊີວິດ​ສັງ​ຄົມ​ຂອງ​ຈີນ​​ໄດ້​ປ່ຽນ​ແປງ​ແນວ​ໃດ.ຈີນ​ເປີດ​ປະຕູ​ໃຫ້204​ປະ​ເທດ​ແລະ​ເຂດ​ແຄວ້ນ​ໃນ​ໂລກ,ຄົນ​ຈີນ, ຄົນ​ເອີ​ລົບ ຄົນ​ອາ​ຟິຼກກາ​ແລະ​ຄົນ​ທະວີບ​ອາ​ເມ​ລິ​ກາ​ເຕົ້າ​ໂຮມ​ກັນ​ໂດຍ​ບໍ່​ຈຳ​ແນ​ກຄວາມ​ແຕກ​ຕ່າງ​ກັນ,ກາຍ​ເປັນ​ອ້າຍ​ນ້ອງ​ແລະ​ໝູ່​ເພື່ອນ​ກັນ.​ການ​ເຕີບ​ໃຫຍ່​ດ້ານ​ຮ່າງ​ກາຍ​ແລະ​ຈິດ​ໃຈ​ຂອງ​ໄວ​ໜຸ່ມ​ຈີນ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຢ່າງ​ຫຼາກຫຼາຍ​ຈາກ​ປະສົບ​ການ​ແນວ​ນີ້.ນີ້​ກໍ່​ແມ່ນ​ມໍ​ລະ​ດົກ​ທີ່​ສຳ​ຄັນ​ທີ່​ສຸດ​ທີ່​ງານ​ກິລາ​ໂອ​ລິ​ມປິກ​ສ້າງ​​ໄວ້ໃຫ້​ແກ່​ຈີນ."

ໃນ​ນາມ​ເປັນ​ຜູ່​ສະໜັບ​ສະໜູນ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຢ່າງ​ເດັດ​ດ່ຽວ,​ທ່ານ​ນາງ​ຟຼໍ ອິຊາ​ວາ ບໍ່​ເອົາ​ຫົວ​ຊາ ​ຕໍ່ຄຳ​ຕິຕຽນ​ຕ່າງໆ​ທີ່​ສື່​ມວນ​ຊົນ​ບາງ​ສຳນັກ​ເວົ້າ​ໃສ່​ງານ​ກິລາ​ໂອ​ລິ​ມປິກ.ນາງ​ເວົ້າ​ວ່າ:

"ຄຳ​ຕິຕຽນ​ເຫຼົ່າ​ນີ້​ແມ່ນ​ຍ້ອນ​ໄຮ້​ຄວາມ​ຮູ້​ຕໍ່​ປະຫວັດ​ສາດ,​ແລະ​ບໍ່​ເຂົ້າ​ໃຈ​ອາ​ລິ​ຍະ​ທຳ​ອື່ນໆ.ການ​ຕິຕຽນ​ທັງ​ໝົດ​ຂອງ​ສື່​ມວນ​ຊົນ​ເຫຼົ່ານີ້​ແມ່ນ​ຄວາມຮູ້ຜິວ​ເຜີນ,​ເພາະ​ເຂົາ​ເຈົ້າ​ບໍ່​ເຂົ້າ​ໃຈ​ເລື່ອງ​ຕ່າງໆ​ທີ່​ຈີນ​ໄດ້​ປະສົບ.​ປະຊາ​ຊົນ​ຈີນ​ຫາ​ກໍ່​ໄດ້​ຮັບ​ຄວາມ​ເສລີພາບ​ແລະ​ສັນຕິ​ພາບ,​ທຸກ​ສິ່ງ​ທຸກ​ຢ່າງ​ບໍ່​ອາດ​ຈະ​ແກ້​ໄຂ​ໄດ້​ໃນ​ມື້ໜຶ່ງ​ຍາມ​ດຽວ.ສະ​ນັ້ນ,​ຂ້າພະ​ເຈົ້າ​ແມ່ນ​ອົດ​ທົນຕໍ່​ຄຳ​ຕິຕຽນ​ເຫຼົ່າ​ນີ້​ບໍ່​ໄດ້,ຂ້າພ​ະ​ເຈົ້າ​ຂໍ​ໃຊ້​ຄຳເວົ້າ​ຕໍ່​ເຂົາ​ເຈົ້າ​ວ່າ"​ໄຮ້​ຄວາມ​ຮູ້".

ເມື່ອ​ກ່າວ​ເຖິງ​ຄວາມ​ເຂົ້າ​ໃຈ​ແລະ​ຄວາມ​ຮັກ​ຫອມ​ຕໍ່​ຈີນ​ຂອງ​ທ່ານ​ນາງ​ຟຼໍອິ​ຊາ​ວາ​ແລ້ວ,​ມັນ​ກ່ຽວ​ພັນ​ກັບ​ທ່ານ​ເຮີ​ເຈິ້ນລຽງ ຄົນ​ຈີນ​ທີ່​ເປັນ​ຄະນະ​ກຳມະ​ການ​ໂອ​ລິ​ມປິກ​ສາກົນ.​ເນື່ອງ​ຈາກ​ວ່າ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ກຳມະ​ການ​ໃນ​ປີ​ດຽວ​ກັນ,​ສະ​ນັ້ນ,​ສອງ​ຄົນ​ນີ້ນັ່ງ​ຮຽງ​ກັນ​ໃນ​ກອງ​ປະ​ຊຸມ​ຂອງ​ຄະນະ​ກຳມະ​ການ​ໂອ​ລິ​ມປິກ​ສາກົນ,​ເຂົາ​ເຈົ້າຈິ່ງ​ໄດ້ຜູກ​ມິດຕະ​ພາບ​ທີ່​ສະໜິດ​ແໜ້ນ​ແລະ​ເລິກ​ເຊິ່ງ.ນາງ​ຟຼໍອິ​ຊາ​ວາ​ເວົ້າ​ເຖິງ​ທ່ານ​ເຮີ​​ເຈີ້ນ​ລຽງ​ຄື​ແນວ​ນີ້:

"​ເພິ່ນ​ເປັນ​ຄົນ​ເກັ່ງ​ຫຼາຍ,​ເວົ້າ​ພາສາ​ຝະຣັ່ງ​ແລະ​ພາສາ​ອັງ​ກິດ​ໄດ້​ດີ​ທີ່​ສຸດ,ໜ້າ​ເຄົາ​ລົບ​ນັບຖື.​ເພິ່ນ​ເປັນ​ປະທານ​ອະ​ນຸ​ຄະນະ​ກຳມະການ​ວັດທະ​ນະທຳ​ການ​ສຶກສາ​ຂອງ​ຄະນະ​ກຳມະ​ການ​ໂອ​ລິມ​ປິກ​ສາກົນ,​ເພິ່ນ​ໄດ້​ວາງ​ແຜນ​ການ​ຄົ້ນຄວ້າ​ທີ່​ມີ​ຄຸນ​ຄ່າ​ຫຼາຍທີ່​ສຸດ,​ເພິ່ນ​ແມ່ນ​ບຸກຄົນ​ສຳຄັນ​ທີ່​ສຸດ​ໃນ​ຄະນະ​ກຳມະ​ການ​ໂອ​ລິມ​ປິກສາ​ກົນ,​ເພິ່ນ​ຍັງ​​ເປັນ​ຄົນ​ທີ່​ເອົາ​ໃຈ​ໃສ່​ຜູ່​ອື່ນ​ທີ່​ສຸດ."

ນາງ​ຟຼໍອີ​ຊາ​ວາ​ໄດ້​​ເວົ້າ​ເລື້ອຍໆ​ກ່ຽວ​ກັບ​ນາງ​ເຄົາລົບ​ນັບຖື​ທັດ​ສະນະ​ຄະຕິ​ທີ່​ກົມກຽວ​ກັນ​ຂອງ​ຈີນ,​ເຄົາລົບ​ນັບຖື​ປະຊາ​ຊົນ​ຈີນ​ແລະ​ມັກ​ໝີ​ແພນ​ດາ.​ໃນ​ການ​ສຳພາດ,ນາງ​ໄດ້​ບອກ​ນັກ​ຂ່າວ​ດ້ວຍ​ຄວາມ​ທະ​ນົງ​​ໃຈ ວ່າ,ນາງ​ມີ​ໝູ່​ຄົນ​ຈີນ​ຫຼາຍໆ​ຄົນ: "ຂ້ອຍ​ມີ​ໝູ່​ຢູ່​ຈີນ".
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>