ປະ​ທາ​ນາ​ທິ​ບໍດີ​ປາ​ນາ​ມາ​ຍ້ອງ​ຍໍ​ນັກ​ກິ​ລາ​ເຕັ້ນ​ໄກ​ຂອງ​ປາ​ນາ​ມາ​ຊິງ​ໄດ້​ຫລຽນ​ຄຳ​ຫລຽນ​ທຳ​ອິດ

(GMT+08:00) 2008-08-20 14:33:18 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 19 ສິງຫານ​ນີ້, ທ່ານ​ມາ​ທິນ.​ໂທ​ລີ​ໂຮ​ສ ປະທານາທິບໍດີປາ​ນາມາ​ໄດ້​ຍ້ອງຍໍ​ທ້າວ​ຊາ​ລະດີ​ໂນ ນັກ​ກິລາ​ເຕັ້ນ​ໄກ​ທີ່​ມີ​ຊື່ສຽງ​ຂອງ​ປາ​ນາມາ​​ຊິງ​ໄດ້​ຫລຽນ​ຄຳ​ໂອ​ລິ​ມປິກ​ຫລຽນ​ທຳ​ອິດ​ໃຫ້​​ແກ່​ປາ​ນາມາ​,​ເຮັດ​ໃຫ້​ທົ່ວ​ປະ​ເທດ​ຮູ້ສຶກ​ເບີກບານ​ມ່ວນ​ຊື່ນ​ແລະ​ພາກ​ພຸມ​ໃຈ​ຫລາຍ,​ແລະ​ປະກາດ​ວ່າ​ຈະ​ເອົາ​ຊື່​ຂອງ​ທ້າວ​ຊາ​ລະດີ​ໂນ​ຂະ​ຫນານນາມ​ສະຫນາມກິລາ​ແຫ່ງ​ຫນຶ່ງ​ທີ່​ກຳລັງ​ກໍ່ສ້າງ​ຢູ່.

​ໃນ​ການ​ແຂ່ງຂັນ​ເຕັ້ນ​ໄກ​ຂອງ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​​ໃນ​ວັນ​ທີ 18 ສິງຫານ​ນີ້, ທ້າວ​ຊາ​ລະດີ​ໂນ​ຊິງ​ໄດ້​ຫລຽນ​ຄຳ​ໂອ​ລິ​ມປິກ​ຫລຽນ​ທຳ​ອິດ​ໃນ​ປະຫວັດສາດ​ໃຫ້​ປາ​ນາ​ມາ​ດ້ວຍ​ຜົນງານ 8,34 ​ແມັດ.ມື້​ດຽວ​ກັນ, ຟ້າ​ຍັງ​ບໍ່​ທັນ​ແຈ້ງ​,ປະຊາຊົນ​ປາ​ນາມາ​ກໍ່​ເຝົ້າ​ເບິ່ງ​ການຖ່າຍ​ທອດ​​ຂອງ​ໂທລະພາບ,​ໃຫ້​ກຳລັງ​ໃຈ​ແກ່​ທ້າວ​ຊາ​ລະດີ​ໂນ,​ເມື່ອ​ໄດ້​ເຫັນ​ລາວ​ຊະນະ​ແລ້ວ, ທົ່ວ​ປະ​ເທດ​ປາ​ນາ​ມາກ​ກໍ່​ຟົດ​ສະຫນັ່ນ​ຫວັ່ນ​ໄຫວ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>