ພາ​ສາ​ຈີນ​ໂອ​ລິມ​ປິກ 080817

(GMT+08:00) 2008-08-20 15:56:37 cri
-----------------------------------------------------------------------------------------------------------------

ຄອບ​ຄົວ​ໂອ​ລິ​ມປິກ-2

ວັນນີ:ສະບາຍດີ​ທ່ານ​ຜູ່​ຟັງ​ທີ່ຮັກ​ແພງ, ຍິນ​ດີ​ຕ້ອນຮັບ​ທ່ານ​ເຂົ້າສູ່​ລາຍການ​ສອນ​ພາສາ​ຈີນ​ໂອ​ລິ​ມປິກ.

ສັງຂານ:​ສະບາຍດີ​ທ່ານ​ຜູ່​ຟັງ​ທຸກ​ທ່ານທີ່​ຄິດ​ຮອດ​ຄິດ​ເຖິງ,​ໃນ​ລາຍການ​ມື້ວານ​ນີ້,ພວກ​ເຮົາ​ໄດ້​ຮຽນ​ກ່ຽວ​ກັບ​ສິ່ງ​ກໍ່ສ້າງ​ພື້ນ​ເມືອງ​ຂອງ​ປັກ​ກິ່ງ​ຄື ຊື້​ເຫີ​ຢ້ວນ​ແລະ​ທາງ​ຍ່າງ​ລະຫວ່າງ​ຊື້​ເຫີ​ຢ້ວນນັ້ນຄື ຫູ​ຖົງ.

ວັນນີ:​ເຈົ້າ​ແມ່ນ​ແລ້ວ, ​ເນື່ອງ​ໃນ​ໂອກາດ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ, ​ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ຮູ້​ກັບ​ປັກ​ກິ່ງ​ຫລາຍ​ກວ່າ​ເກົ່າ, ປັກ​ກິ່ງ​ໄດ້​ຈັດ​ກິດຈະກຳ​ທີ່​ໃສ່​ຊື່ວ່າ ຄອບຄົວ​ໂອ​ລິ​ມປິກ 奥运人家

ສັງຂານ:ກິດຈະກຳ​ນີ້​ແມ່ນ​ເລືອກ​ເອົາ​ຄອບຄົວ​ຊາວ​ປັກ​ກິ່ງ​ທີ່​ມີ​ຈຸດ​ພິ​ເສດ​ແລະ​ສາມາດ​ເປັນ​ຕົວ​ແທນ​ໃຫ້​ແກ່​ປັກ​ກິ່ງ​ນັ້ນມາ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ທີ່​ມາ​ທ່ຽວ​ປັກ​ກິ່ງ.

ວັນນີ​:​ເຈົ້າ​ແມ່ນ​ແລ້ວ, ຄຳ​ວ່າ​ຄອບຄົວ​ໂອ​ລິ​ມປິກ ພາສາ​ຈີນ​ວ່າ:奥运人家(ອ່ານ​ຕາມ)

ວັນນີ:ຄຳ​ວ່າ 奥运 ກໍ່​ເຂົ້າ​ໃຈດີ,​ແມ່ນ​ຄຳ​ຫຍໍ້​ຂອງ 奥林匹克运动. 奥运 (ອ່ານ​ຕາມ)

ວັນນີ:ສ່ວນ​ຄຳ​ວ່າ 人家  ກໍ່​ບໍ່​ຍາກ​ປານ​ໃດ.​ແຕ່​ວ່າ​ວັນນີ​ຈະ​ບອກ​ສັງຂານ​ວ່າ:ຄຳ​ວ່າ 人家,​ໃນ​ພາສາ​ຈີນ,​ໃນ​ກໍລະນີ​ຕ່າງ​ກັນຈະ​ມີ​ຄວາມ​ຫມາຍ​ບໍ່​ຄື​ກັນ.​ໃນ​ຄຳ​ວ່າ 奥运人家 ,人家 ​ແປ​ວ່າ​ຄອບຄົວ.(ອ່ານ​ຕາມ)

ສັງຂານ: ອ້າວ,ຄັນ​ຊັ້ນ​ຄຳ​ວ່າ​ເຢີ​ນ​ເຈ່ຍ ຍັງ​ມີ​ຄວາມ​ຫມາຍ​ອື່ນ​ອີກ​ບໍ່?

ວັນນີ:ຍັງ​ມີ​ຄວາມ​ຫມາຍວ່າ​ຜູ່​ອື່ນ, ​ເຊັ່ນ​ວ່າ: 人家都说,北京奥运会开幕式非常精彩.人家 ຢູ່​ໃນ​ປະ​ໂຫຍ​ກນີ້​ກໍ່​ບໍ່​ແມ່ນ​ຄວາມ​ຫມາຍ​ທີ່ວ່າ​ຄອບຄົວ,ຫາກ​ແມ່ນ​ຫມາຍ​ເຖິງ ຜູ່​ອື່ນ, ຄົນ​ອື່ນໆ.(​ເຢີ​ນ​ເຈ່ຍ)

ສັງຂານ:ອື່,ຍັງ​ມີ​ຄວາມ​ຫມາຍ​ອື່ນ​ບໍ່?

ວັນນີ:ມີ​ຢູ່, ​ແຕ່​ວ່າ​ໃນ​ກໍລະນີ​ນີ້, ຄິດ​ວ່າ​ສັງຂານ​ຈະ​ໃຊ້​ບໍ່​ໄດ້​ແລ້ວ. ​​ໃນ​ກໍລະນີ​ນີ້, ຄຳ​ວ່າ 人家 ​ແມ່ນ​ຫມາຍ​ເຖິງ​ຜູ່​ເວົ້າ​ເອງ.ສ່ວນ​ຫລາຍ​ແມ່ນ​ຜູ່​ສາວ​ມັກ​ເວົ້າ​ໃນ​ເວລາ​ເອາະ​ເຊາະອອດ​ອ້ອນ​ແຟນ​ຂອງ​ຕົນ​. ​ເຊັ່ນ​ວ່າ​ຄູ່​ຮັກ​ຄູ່​ຫນຶ່ງ​​ໄປ​ຍ່າງ​ຫລິ້ນ​ສະຖານ​ທີ່​ໃດ​ຫນຶ່ງ, ຜູ່​ສາວ​ຮູ້ສຶກ​ເມື່ອຍ​,ມັກນັ່ງພັກຜ່ອນ​ເລື້ອຍໆ, ​ເຫັນ​ແນວ​ນັ້ນຜູ່​ບ່າວກໍ່ມັກ​ຈົ່ມ​ຈັກ​ສອງ​ສາມ​ຄວາມ, ​ແລະ​ຜູ່​ສາວກໍ່ມັກ​ເວົ້າ​​ອອດ​ອ້ອນເພື່ອ​ແກ້​ຕົວ​ຕົນ​ເອງ​ວ່າ: 人家走不动了嘛(ອ່ານ​ຕາມ)​ແປ​ວ່າ ​ໂອຍ ນ້ອງ​ເມື່ອຍ ຍ່າງ​ບໍ່​ໄຫວ​ແລ້ວ.ຢູ່​ແຫ່ງ​ນີ້, 人家 ກໍ່​ຫມາຍ​ເຖິງ​ຜູ່​ສາວ​ນັ້ນ​ເອງ.

ສັງຂານ:​ໂອ,​ແມ່ນ​ຫວະ?ພາສາ​ຈີນ​ນີ້​ສະ​ລັບ​ຊັບຊ້ອນ​ເຕີບ​ເນາະ, ຄຳວ່າ ​ເຢີ​ນ​ເຈ່ຍ ຄຳ​ດຽວ​ກໍ່​ມີ​ຄວາມ​ຫມາຍ​ຫລາຍ​ຢ່າງ.ສົມ​ພໍ​ໄດ້​ຍິນ​ຄົນ​ຕ່າງ​ປະ​ເທດ​ມັກ​​ຈົ່ມ​ວ່າ​ພາສາ​ຈີນ​ຮຽນ​ຍາ​ກຫລາຍ.

ວັນນີ:​ແມ່ນ​ແລ້ວ,​ແຕ່ວັນນີ​ຄິດ​ວ່າການ​ຮຽນ​ພາສາ​ຂອງ​ປະ​ເທດ​ໃດ​ກໍ່​ແລ້ວ​ແຕ່​ບໍ່​ແມ່ນ​ເລື່ອງ​ງ່າຍຫມົດ, ພາສາ​ລາວ​ກໍ່​ຄື​ກັນ,​ແມ່ນ​ບໍ່​ສັງຂານ.ກໍ່​ມີ​ແຕ່​ພະຍາຍາມຕັ້ງ​ໃຈ​ອົດທົນ​ພາກພ​ພຽນຮ່ຳຮຽນ​ເຝິກ​ແອບເລື້ອຍໆ,​ແລະ​ລົງ​ເລິກ​ເຂົ້າ​ໄປ​ໃນ​ຮີດຄອງ​ປະ​ເພນີ​ຂອງ​ປະ​ເທດ​ນັ້ນ​ແລ້ວ, ມັນ​ກໍ່​ບໍ່​ເຫນືອ​ບ່າ​ກວ່າ​ແຮງ​ດອກ,​ແມ່ນ​ບໍ່?

ສັງຂານ:​ແມ່ນ​ແລ້ວ, ສະນັ້ນ ພວກ​ເຮົາ​ສອງ​ຄົນ​ກໍ່​ຕ່າງ​ຊ່ວຍ​ເຫລືອກັນ​ເນາະ,​ເພື່ອ​ໃຫ້​ສັງຂານ​​ເວົ້າພາສາ​ຈີນ​ໄດ້ຫລາຍກວ່າ​ເກົ່າ,​ແລະວັນນີ​ເວົ້າພາສາ​ລາວ​​​ໄດ້ເກັ່ງ​ກວ່າ​ເກົ່າ.

ວັນນີ:​ເຈົ້າ. ມາຮອດ​​ນີ້​ເວລາ​ຂອງ​ລາຍການ​ມື້ນີ້ ກໍ່​ຈະ​ສິ້ນ​ສຸດ​ລົງ​ແລ້ວ, ຕອນ​ທ້າຍ​ຂໍ​ມອບ​ເພງ 北京一夜 ຄືນ​ຫນຶ່ງ​ຢູ່​ປັກ​ກິ່ງ​ສູ່​ຟັງ, ​ເພງ​ນີ້​ແມ່ນ​ເພງ​ສະ​ໄຫມ​ນິຍົມຫລື​ເພງ pop ແຕ່​ກໍ່​ມີ​ຈະ​ຫວະ​ຂອງ​ງິ້ວປັກ​ກິ່ງ​ປະສົມ​ປະສານ​ຢູ່​ນຳ, ວັນນີ​ມັກ​ຫລາຍ, ຫວັງ​ວ່າ​ທ່ານ​ຜູ່​ຟັງ​ກໍ່​ມັກ​ຄື​ກັນ.

ສັງຂານ:ສະບາຍດີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>