ພາ​ສາ​ຈີນ​ໂອ​ລິມ​ປິກ 080818

(GMT+08:00) 2008-08-20 15:59:03 cri
-----------------------------------------------------------------------------------------------------------------

ອາສາ​ສະຫມັກ

ວັນນີ:ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ຮັກ​ແພງ, ພົບ​ກັນ​ອີກ​ແລ້ວ​​ໃນ​ລາຍການ​ສອນ​ພາສາ​ຈີນ​ໂອ​ລິ​ມປິກ.

ສັງຂານ: ​ເຈົ້າສະບາຍດີ,​​ໃນ​ໄລຍະ​ງານ​ໂອ​ລິ​ມປິກ​ປັກກິ່ງ​ນີ້,​ແຕ່​ລະມື້ ວັນນີ​ແລະ​ສັງຂານ​ກໍ່​ມາ​ພົບ​ກັບ​ທ່ານ​ຢູ່​ແຫ່ງ​ນີ້, ​ເພື່ອ​ສອນ​ພາສາ​ຈີນ​ຈັກ​ສອງ​ສາມ​ປະ​ໂຫຍ​ກກ່ຽວ​ກັບ​ໂອ​ລິ​ມປິກ,​ແລະ​ໃນ​ທ້າຍ​ລາຍການ​ພວກ​ເຮົາ​ກໍ່​ຈະ​ເປີດ​ເພງ​ມ່ວນໆ​ສູ່​ຟັງ​ພ້ອມ.

ວັນນີ​​​:​ເຈົ້າ​ແມ່ນ​ແລ້ວ,ຫວັງ​ວ່າ​ຜ່ານ​ຈາກ​ລາຍການ​ນີ້,ທ່ານ​ຈະ​ໄດ້​ຮູ້​ພາສາ​ຈີນ​ຫລາຍ​ຕື່ມ​ແລະ​ຮູ້​ສຶກມ່ວນ​ໃຈຂຶ້ນ.

ສັງຂານ: ນີ້​ວັນນີ, ຍັງ​ຈື່​ບໍ່​ວ່າ​ໃນ​ພິທີ​ໄຂ​ງານ​ໂອ​ລິ​ມປິກ​ປັກກິ່ງ​ທີ່​ຈັດ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 8 ສິງຫານີ້,ທ່ານ​ຊາກ ​ໂລ​ເກ ປະທານ​ຄະນະ​ກຳມະການ​ໂອ​ລິ​ມປິກ​ໃນ​ເວລາ​ກ່າວ​ຄຳ​ອວຍພອນ​​ເພິ່ນ​ໄດ້​ເນັ້ນການສະ​ແດງ​ຄວາມຂອບ​ໃຈ​ອາສາ​ສະຫມັກຂອງ​ງານ​ເທື່ອນີ້,ທ່ານ​ເວົ້າ​ວ່າ: ​ໃນ​ຂະນະ​ທີ່​ພວກ​ເຮົາ​ປ່ຽນ​ຄວາມ​ຝັນ​ໂອ​ລິ​ມປິກ​ໃຫ້​ເປັນ​ຈິງ, ພວກ​ເຮົາ​ຍັງ​ຕ້ອງ​ຂອບ​ໃຈ​ອາສາ​ສະຫມັກເປັນ​ພັນ​ເປັນ​ຫມມື່ນ​ທີ່​ໄດ້​ໃຫ້ການ​ບໍລິການ​ຢ່າງກະຕືລື້​ລົ້ນ,ຖ້າ​ບໍ່​ມີ​ເຂົາ​ເຈົ້າ, ທຸກ​ສິ່ງ​ທຸກ​ຢ່າງ​ກໍ່ກາຍ​ເປັນ​ຈິງ​ບໍ່​ໄດ້.

ວັນນີ:​​ເຈົ້າ​ແມ່ນ​ແລ້ວ, ສະນັ້ນ ​ໃນ​ລາຍການ​ມື້ນີ້ ພວກ​ເຮົາ​ກໍ່ມາຮຽນ​ພາສາ​ຈີນ​ກ່ຽວ​ກັບ​ອາສາ​ສະຫມັກ​ຈະ​ດີບໍ່ສັງຂານ.

ສັງຂານ:ດີ​ແທ້​ດີ​ວ່າ!​​ເພາະວ່າ​ຄຳ​ວ່າ​ອາສາ​ສະຫມັກມີ​ຄວາມ​ຫມາຍ​ດີ​ຫລາຍ.

ວັນນີ:ອາສາ​ສະຫມັກ ພາສາ​ຈີນ​ວ່າ 志愿者 (ອ່ານ​ຕາມ)

ວັນນີ:​​ໃນ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ຄັ້ງນີ້, ມີ 志愿者 ​ເຖິງ 5 ​ແສນ​ຄົນ, ​ໄດ້​ສ້າງ​ສະຖິຕິ​​ໃຫມ່ໃນ​ປະຫວັດ​ງານ​ໂອ​ລິ​ມປິກ.​ໃນ​ນັ້ນ ອາສາ​ສະຫມັກ​ທີ່​ບໍລິການ​ການ​ແຂ່ງຂັນ​ ​ແປ​ວ່າ 赛事志愿者 (ອ່ານ​ຕາມ) ມີ​ເຖິງ 1 ​ແສນ​ຄົນ, ອາສາ​ສະຫມັກ​ທີ່​ບໍລິການ​ໃນ​ເມືອງ​ ​ແປ​ວ່າ 城市志愿者 (ອ່ານ​ຕາມ)ມີ​ເຖິງ 4 ​ແສນ​ຄົນ.

ສັງຂານ:​ເຈົ້າ​ແມ່ນ​ແລ້ວ, ສັງຂານ​ກໍ່​ເຄີຍ​ອ່ານ​ຂ່າວ​ພົບ​ວ່າ, ​ໃນ ຊ້າຍ​ຊື້ ຈື້ຢ້ວນ​ເຈີ ຫລື ອາສາ​ສະຫມັກ​ທີ່​ບໍລິການ​ການ​ແຂ່ງຂັນ 1​ ແສນຄົນ​ຂອງ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ, ມີ 7 ຫມື່ນ​ຄົນ​ແມ່ນ​ບໍລິການ​ງານ​ໂອ​ລິ​ມປິກ,3 ຫມື່ນ​ຄົນ​ແມ່ນ​ບໍລິການງານ​ໂອ​ລິ​ມປິກ​ຄົນ​ພິການ.

ວັນນີ​:​ແມ່ນ​ແລ້ວ, 志愿者 ​ໄດ້​ຖືກ​ແຈກ​ຢາຍ​​ໄປ​ສູ່​ຫນ່ວຍ​ງານ​ຕ່າງໆ​ທີ່​ຢູ່​ປະຈຳສະຫນາມກິລາ​,​ເຊັ່ນ​ວ່າ ນາງ​ສາວ​ຖື​ລາງວັນ​ແລະ​ຜູ່​ຂັບ​ລົດ​ໃນ​ງານ​ໂອ​ລິ​ມປິກ​ລ້ວນ​ແຕ່​ແມ່ນ​ອາສາ​ສະຫມັກ.

ສັງຂານ:​ແມ່ນ​ແລ້ວ, ​ໂດຍ​ສະ​ເພາະ​ຢູ່​ໃນ​ເຂດ​ແຂ່ງຂັນ,ພວກ​ເຮົາ​ຈະ​ໄດ້​ເຫັນ​ອາສາ​ສະຫມັກ​ທີ່​ບໍລິການ​ການ​ແຂ່ງຂັນ​ທີ່​ນຸ່ງ​ເສື້ອ​ສີຟ້າ​ແລະສົ້ງສີຂີ້​ເຖົ່າ.

ວັນນີ:ອື່, ວັນນີ​ເຄີຍ​ໄດ້​ສັງ​ເກດ​ເບິ່ງ​ເຄື່ອງ​ນຸ່ງຂອງ​ອາສາ​ສະຫມັກ,​ເຫັນ​ວ່າ​ສົ້ງ​ທີ່​ເຂົາ​ເຈົ້າ​ນຸ່ງ​ນັ້ນພິ​ເສດ​ຫລາຍ, ​ເພາະວ່າ​ມີ​ຊິ​ບຫຍິບ​ໃສ່​ບ່ອນຫົວ​ເຂົ່າ, ​ເມື່ອ​ຮີດ​ຊິ​ບອອກ​ແລ້ວ, ​ໂສ້ງ​ຂາ​ຍາວ​ກໍ່ຈະ​ກາຍ​ເປັນ​ຂາ​ສັ້ນ​.ຖື​ວ່າສົ້ງໂຕດຽວ​ນຸ່ງ​ໄດ້​ສອງ​​ແບບ.

ສັງຂານ: ​ໂອ,​ແມ່ນ​ຫວະ?​ແຕ່​ສັງຂານ​ເຫັນ​ວ່າ​ບໍ່ພ​ຽງ​ເຄື່ອງ​ນຸ່ງຂອງ​ເຂົາ​ເຈົ້າ​ງາມ​ຫລາຍ​ເທົ່າ​ນັ້ນ, ຮອຍຍິ້ມ​ຂອງ​ອາສາ​ສະຫມັກ​ກໍ່​ງາມປະ​ທັບ​ໃຈຄື​ກັນ​​ໄດ໋.​ເພາະວ່າ​ສັງຂານຮູ້​ວ່າ​ອາສາ​ສະຫມັກ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ເທື່ອ​ນີ້​ມີ​ຄຳ​ຂວັນ​ວ່າ:ຮອຍ​ຍິ້ມ​ຂອງ​ອາສາ​ສະຫມັກ​ແມ່ນ​ພາບ​ພົດ​ທີ່​ງາມ​ທີ່ສຸດ​ຂອງ​ປັກ​ກິ່ງ.ພາສາ​ອັງກິດ​ແປ​ວ່າ volunteer's smile beijing's image

ວັນນີ:​ເຈົ້າ, ຄະນະ​ຈັດຕັ້ງງານ​ໂອ​ລິ​ມປິກ​ປັກ​ກິ່ງ​ຍັງ​ໄດ້​ແຈກ​ບ້ວງ​ຮອຍ​ຍິ້ມ​ໃຫ້​ອາສາ​ສະຫມັກ​ແຕ່ລະຄົນ.

ສັງຂານ: ບ້ວງ​ຮອຍ​ຍິ້ມ? ​ແມ່ນ​ຫຍັງ​ເກາະ​ວັນນີ?

ວັນນີ:ບ້ວງຮອຍ​ຍິ້ມ​ແມ່ນ​ປອກ​ແຂນ​ປຼາສຕິກ​ທີ່​ອາສາ​ສະຫມັກ​ປັກ​ກິ່ງ​ໃສ່​ແຂນ​ແລະ​ເປັນ​ສັນຍາ​ລັກຂອງ​ການ​ບໍລິການ​ໂອ​ລິ​ມປິກ, ມີ​ຫ້າ​ສີ່​ຄື ສີ​ແດງ ສີຟ້າ ສີ​ເຫລືອງ ສີດຳ​ແລະ​ສີຂຽວ​ນຳ​ກັນ, ທີ່ຕ່າງ​ມີ​ຄວາມ​ຫມາຍວ່າ: ຊ່ວຍ​ເຫລືອ​ຜູ່​ອື່ນ ຮຽນ​ກ້າວ​ໄປ​ຫນ້າ ມີ​ມາດ​ລະ​ຍາດ ສັດ​ຊື່​​ຈິງ​ໃຈແລະ​ອະນຸລັກ​ສິ່ງ​ແວດ​ລ້ອມ.

ສັງຂານ:ຫ້າສີນີ້ກໍ່​ແມ່ນ​ສີ​ຂອງ​ຫ້າ​ບ້ວງ​ຂອງ​ໂອ​ລິ​ມປິກ​ນັ້ນ​ເອງ​ທ່ານ​ຜູ່​ຟັງ.

ວັນນີ:​ເຈົ້າ​ແມ່ນ​ແລ້ວ, ສ່ວນ​ຄຳ​ວ່າ ບ້ວງຮອຍ​ຍິ້ມ ພາສາ​ຈີນ​ເອີ້ນ​ວ່າ 微笑圈 ບ້ວງ ​ກໍ່​ແມ່ນ 圈 ຮອຍ​ຍິ້ມ ​ແມ່ນ ​​微笑 ຄຳ​ວ່າ 微笑圈 ກໍ່​ຖືກ​ກະຊວງ​ສຶກສາ​ທິການ​ຈີນ​ແລະ​ຄະນະ​ກຳມະການ​ພາສາ​ຈີນຈັດ​ເປັນ​ສັບ​ໃຫມ່​ຂອງ​ພາສາ​ຈີນ​ອີກ.

ສັງຂານ:(ອ່ານ​ຕາມ) ຖື​ວ່າ​ນີ້​ກໍ່​ແມ່ນ​ຮອງ​ຮອຍ​ປະຫວັດສາດ​ທີ່​ງານ​ໂອ ​ລິ​ມປິກ​ຈະຝາກໄວ້​ໃຫ້​ກິລາ​ໂອ​ລິ​ມປິກ​ສາກົນ​.

ວັນນີ:ພວກ​ເຮົາ​ມາ​ແອບ​ເວົ້າ ບ້ວງຮອຍ​ຍິ້ມ​ນຳ​ກັນອີກ​ເນາະ.微笑圈 (ອ່ານ​ຕາມ)

ວັນນີ: ​ 微笑圈 ມີ​ຫ້າ​ສີ​ນຳ​ກັນ ສີ ພາສາ​ຈີນ​ເອີ້ນ​ວ່າ 颜色​ຫ້າ​ສີ່​ນີ້​ແມ່ນ 红色  蓝色 黄色 黑色 绿色(ອ່ານ​ຕາມ)

ວັນນີ:ລົມ​ກັນ​ໄປ​ລົມ​ກັນ​ມາ, ​ເວລາ​ລາຍການ​ກໍ່​ໃກ້ຊິ​ຫມົດ​ອີກແລ້ວ, ຕອນ​ທ້າຍ​ນີ້​ຈະ​ໃຫ້​ຟັງ​ເພງ 微笑北京 ຮອຍ​ຍິ້ມ​ຂອງ​ປັກ​ກິ່ງ.

ສັງຂານ: ສະບາຍດີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>