ພາ​ສາ​ຈີນ​ໂອ​ລິມ​ປິກ 080819

(GMT+08:00) 2008-08-20 16:00:59 cri
-----------------------------------------------------------------------------------------------------------------

ກ້ອນ​ນ້ຳ​ສີ່ຫລ່ຽມ

ວັນນີ:ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ຮັກ​ແພງ, ​ສັງຂານ​ແລະ​ວັນນີ​ຍິນ​ດີ​ຕ້ອນຮັບ​ທ່ານ​ເຂົ້າສູ່​ລາຍການ​ສອນ​ພາສາ​ຈີນ​ໂອ​ລິ​ມປິກ.

ສັງຂານ:​ເຈົ້າສະບາຍດີ​ທຸກ​ທ່ານ, ​ເຖິງ​ເວລາ​ນີ້​ຂອງ​ແຕ່​ລະມື້,ຜູ່​ຈັດ​ລາຍ ການ​ທັງ​ສອງ​ກໍ່​ມາ​ລໍຖ້າ​ທ່ານ​ເພື່ອ​ສອນ​ພາສາ​ຈີນ​ຈັກ​ສອງ​ສາມ​ປະ​ໂຫຍ​ກທີ່​ເຂົ້າກັບ​ບັນຍາກາດ​ງານ​ໂອ​ລິ​ມປິກ.ນີ້​ວັນນີ,​ໃນ​ຫລາຍ​ມື້​ມານີ້, ການ​ແຂ່ງຂັນ​ລອຍນ້ຳຂອງ​ງານ​ໂອ​ລິ​ມປິກ​ປັກກິ່ງ​ຖື​ວ່າ​ໄດ້​ເຂົ້າສູ່​ຍອດ​ສູງ​ແລ້ວ.​ໂດຍ​ສະ​ເພາະ​ໃນ​ວັນ​ທີ 18 ສິງຫານີ້,ທ້າວ Michael phelps ນັກ​ກິລາ​ອາ​ເມ​ລິ​ກາ​​ໄດ້​ສ້າງ​ຄວາມ​ອັດສະຈັນ​​ໃນ​ປະຫວັດ​ໂອ​ລິ​ມປິກ​ໃນ​ການ​ແຂ່ງຂັນ​ລອຍ​ນ້ຳ.

ວັນນີ:​ເຈົ້າ​ແມ່ນ​ແລ້ວ, ​ໃນ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ຄັ້ງນີ້,ລາວ​ຊິງ​ໄດ້​ຫລຽນ​ຄຳ 8 ຫລຽນ, ກາຍ​ເປັນ​ນັກ​ກິລາ​ທີ່​ຊິງ​ໄດ້​ຫລຽນ​ຄຳ​ຫລາຍ​ກວ່າ​ຫມູ່​ໃນ​ງານ​ໂອ​ລິ​ມປິກ​ພຽງ​ເທື່ອ​ດຽວ,ນັບ​ລວມ​ແລ້ວ,ລາວ​ໄດ້​​ເປັນ​ແຊມ 14 ​ເທື່ອ​ໃນ​ງານ​ໂອ​ລິ​ມ ປິກ,​ແລະ​ເປັນ​ນັກ​ກິລາ​ທີ່​ຊິງ​ໄດ້​ຫລຽນ​ຄຳ​ຫລາຍ​ກວ່າ​ຫມູ່​ໃນ​ປະຫວັດ​ງານ​ໂອ​ລິ​ມປິກ​ຄື​ກັນ.

ສັງຂານ:ກໍ່​ແມ່ນ​ໃນ​ງານ​ໂອ​ລິ​ມປິກ​ຄັ້ງນີ້, Michael phelps ​ໄດ້​ທຳລາຍ​ສະຖິຕິ​ໂລກ​ຕັ້ງ 7 ​ບາຍ​ການ​ພຸ້ນ​ໄດ໋.

ວັນນີ:ສະນັ້ນ ຄົນ​​ຈິ່ງ​ຖື​ລາວ​ເປັນຄວາມ​ອັດສະຈັນ​ຂອງ​ງານ​ໂອ​ລິ​ມປິກ,​ແລະ​ເປັນຄວາມ​ອັດສະຈັນ​ຂອງ​ມະນຸດ​ທີ່​ທ້າ​ທາຍ​ກັບ​ຊີວິດ​ຂອງ​ຕົນ.ສ່ວນ​ບ່ອນ​​ເຮັດ​ໃຫ້​ລາວ​ໄດ້​ສ້າງ​ຜົນງານ​ອັນ​ຮຸ່ງ​ເຮືອງ​ນັ້ນກໍ່​ແມ່ນ​ສູນ​ລອຍ​ນ້ຳ​ແຫ່ງ​ຊາດ​ຈີນ, ຄົນ​ຈີນ​ມັກ​ເອີ້ນ​ເປັນ 水立方 ກ້ອນ​ນ້ຳ​ສີ່ຫລ່ຽມ

ສັງຂານ: ຊຸ້ຍ ລີ້ ຟ່າງ

ວັນນີ:ສ່ວນ​ຊື່​ທາງ​ການ​ແມ່ນ 中国国家游泳中心

ສັງຂານ: ຈົ່ງ​ກົວ ກົວ​ເຈ່ຍ ຢິວຢົງ ຈົ່ງ​ຊິ່ນ

ວັນນີ:ພວກ​ເຮົາ​ກໍ່​ຮູ້​ວ່າການ​ແຂ່ງຂັນ​ລອຍ​ນ້ຳ​ແມ່ນ​ແບ່ງ​ຕາມ​ທ່າລອຍ​ແລະ​ໄລຍະ​ທາງ.ທ່າລອຍ ​ໃນ​ພາສາ​ຈີນ​ເອີ້ນ​ວ່າ 泳姿
ສັງຂານ: ຢົງ​ຈື່

ວັນນີ:​ເຈົ້າ​ແມ່ນ​ແລ້ວ, ​​ທ່າ​ລອຍ​ຕ່າງໆ​ມີ​ຄື 自由泳 ລອຍ​ຂວ້ຳ 仰泳 ລອຍ​ຫງາຍ 蝶泳 ລອຍ​ແບບ​ເມືອງ​ກະ​ເບື້ອ ​蛙泳 ລອຍ​​ກົບ(ອ່ານ​ຕາມ)

ວັນນີ:ສ່ວນ​ການ​ລອຍ​ແບບ​ທີ່​ປ່ຽນ​ທ່າ​ຕ່າງໆ​ນັ້ນກໍ່​ເອີ້ນ​ວ່າ 混合泳 (ອ່ານ​ຕາມ) 混合 ​ແປ​ວ່າ ປະສົມ 混合泳 ລອຍ​ປະສົມ

ສັງຂານ:​ການ​ແຂ່ງຂັນ​ລອຍ​ປະສົມ​ມີ​ທັງ​ທິມຍິງ​ແລະ​ທິມຊາຍ​ທີ່ມີ​ໄລຍະ​ທາງ​ເປັນ 200 ​ແມັດ​ແລະ 400 ​ແມັດ.​ໄລຍະ 200 ​ແມັດ​ແລະ 400 ​ແມັດ​ນີ້,ພາສາ​ຈີນ​ວ່າ​ແນວ​ໃດ?

ວັນນີ: 二百米 四百米

ສັງຂານ: ​ເອີ້​ປາຍ​ຫມີ້     ຊື້​ປາຍ​ຫມີ້

ວັນນີ:ສ່ວນ​ການ​ແຂ່ງຂັນ​ລອຍ​ປະສົມ​ຍັງ​ມີ​ການ​ແຂ່ງຂັນ​ປະ​ເພດ​ທິມ ​ພາສາ​ຈີນ​ເອີ້ນ​ວ່າ 集体项目   集体 ຫມູ່​ຄະນະ ທິມ 项目 ​ແມ່ນ ລາຍການ.

ສັງຂານ:(ອ່ານ​ຕາມ).ຖື​ວ່າ​ແມ່ນ​ການ​ແຂ່ງຂັນ​​ລອຍ​ປ່ຽນ,​ແມ່ນ​ບໍ່?

ວັນນີ:​ເຈົ້າ​ແມ່ນ​ແລ້ວ, ການ​ແຂ່ງຂັນລອຍ​ປ່ຽນ ພາສາ​ຈີນ​ເອີ້ນ​ວ່າ 接力赛

ສັງຂານ:​ເຈ່ ລີ້ ຊ້າຍ

ວັນນີ:​ເຈົ້າ.ມາ​ຮອດ​ນີ້ ລາຍການ​ມື້ນີ້ ກໍ່​ໃຫ້​ຈະ​ຫມົດ​ເວລາ​ໄປ​ແລ້ວ.ບໍ່​ຮູ້​ວ່າ​ທ່ານ​ຜູ່​ຟັງ​ໄດ້​ຮູ໊​ເວົາກ່ຽວ​ກັບສູນ​ລອຍ​ນ້ຳ​ແຫ່ງ​ຊາດ​ຈີນ 水立方 ​ແລະ​ກ່ຽວ​ກັບ​ການ​ແຂ່ງຂັນ​ລອຍ​ນ້ຳ​ ຫລື 游泳 ​ແລ້ວ​ບໍ່?ຕອນ​ທ້າຍ ວັນນີ​ຂໍ​ມອບ​ເພງ 一天到晚游泳的鱼 ມາ​ໃຫ້​ທ່ານ​ຟັງ.

ສັງຂານ: ອື່, ຄິດ​ວ່າ​ຖ້າ​ຈະ​ໄດ້​ໄປ​ລອຍ​ນ້ຳ​ຢູ່​ໃນ 水立方,ກໍ່​ຄື​ຊິ​ມີ​ສຸກ​ຫລາຍ​ຄື​ກັບ​ປາ​ທີ່ລອຍ​ຢູ່​ໃນ​ນ້ຳ​ຢ່າງ​ອິດສະຫລະ​ເສລີ.

ວັນນີ:​ເຈົ້າ, ຈີນ​ມີ​ຄຳ​ສຸພາສິດ​ຄຳ​ຫນຶ່ງ​ວ່າ 如鱼得水,​ແປ​ວ່າ​ຄື​ກັບ​ປາ​ທີ່​ລອຍ​ຢູ່​ໃນ​ນ້ຳ ຄຳນ​ນີ້​ເອົາມາ​ປຽບທຽບດ​ວ່າ​ຄົນ​​ເຮົາ​ທີ່​ໄດ້​ຢູ່​ກັບ​ຄົນ​ທີ່​ເຂົ້າກັນ​ດີ​ຫລື​ວ່າ​ຢູ່​ໃນ​ສະພາບ​ແວດ​ລ້ອມ​ທີ່​ເຫມາະ​ກັບ​ຕົນ​ເອງ​ຫລາຍ.​ໃນ​ໂອກາດ​ນີ້, ວັນນີ​ກໍ່​ຂໍ​ມອບ​​ເພງ​ນີ້​ໃຫ້​ແກ່​ນັກ​ກິລາ​ທີ່​ພວມ​ຫ້າວຫັນ​ສູ້​ຊົນ​ຢູ່​ໃນ​ສະຫນາມ​ແຂ່ງຂັນ, ຂໍ​ໃຫ້​ເຂົາ​ເຈົ້າຈົ່ງ​ສ້າງ​ຜົນງານ​ທີ່​ດີ​ໃນ​ລາຍການ​ທີ່​ຕົນ​ເອງ​ຊຳນານ​ຄື​ກັບປາ​ທີ່​ລອຍ​ຢູ່​ໃນ​ນ້ຳຫລື 如鱼得水

ສັງຂານ:ສະບາຍດີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>