ພາ​ສາ​ຈີນ​ໂອ​ລິມ​ປິກ 080820

(GMT+08:00) 2008-08-20 16:03:05 cri
-----------------------------------------------------------------------------------------------------------------

ຮັງ​ນົກ

ວັນນີ:ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ຮັກ​ແພງ​ທຸກ​ທ່ານ, ພົບ​ກັນ​ອີກ​ແລ້ວ​ໃນ​ລາຍການ​ພາສາ​ຈີນ​ໂອ​ລິ​ມປິກ.

ສັງຂານ:ສະບາຍດີ​ທ່ານ​ຜູ່​ຟັງ, ບໍ່​ຮູ້​ວ່າ​​ໃນ​ແຕ່​ລະ​ມື້​ເວລາ​ດຽວ​ກັນ​ນີ້,​ໄດ້​ຮຽນ​ພາສາ​ຈີນ​ກ່ຽວ​ກັບ​ໂອ​ລິ​ມປິກກັບ​ວັນນີ​ແລະ​ສັງຂານ,​ແລະ​ຟັງ​ເພງ​ມ່ວນໆ​ໄປ​ນຳ,ທ່ານ​ກໍ່​ຮູ້ສຶກ​ສະບາຍ​ໃຈ​ບໍ່?

ວັນນີ:ສ່ວນ​ຜູ່​ຈັດ​ລາຍການ​ທັງ​ສອງ​ກໍ່​ມີ​ຄວາມ​ຍິນ​ດີ​ຈະ​ສອນ​ພາສາ​ຈີນ​ກັບ​ທ່ານ​ໃຫ້​ຫລາຍ​ເທົ່າ​ທີ່​ຈະ​ຫລາຍ​ໄດ້.ມາ​ຮອດ​ດຽວ​ນີ້, ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ກໍ່​ເຂົ້າມາ​ກາຍ​ເຄີ່ງ​ທາງ​ແລ້ວ, ການ​ແຂ່ງຂັນ​ລອຍ​ນ້ຳ​ທີ່​ຈັດ​ຂຶ້ນ​ຢູ່ ສູນ​ລອຍ​ນ້ຳ​ແຫ່ງ​ຊາດ​ຈີນ ຫລື 水立方 ກໍ່​ໄດ້​ສິ້ນ​ສຸດ​ລົງ​ແລ້ວ, ​ແຕ່​ການ​ແຂ່ງຂັນ​ແລ່ນ​ແລະ​ລານ​ຢູ່​ສະຫນາມກິລາ​ແຫ່ງ​ຊາດ​ຈີນ​ຫາກໍ່​ຈັດ​ຂຶ້ນ​ບໍ່​​ເທົ່າ​ໃດ​ມື້.

ສັງຂານ:​ເຈົ້າ​ແມ່ນ​ແລ້ວ,ຍ້ອນ​ວ່າ​ສະຫນາມກິລາ​ແຫ່ງ​ຊາດ​ຈີນ​ມີ​ຮູບ​ນອກ​ຄື​ກັບ​ຮັງ​ນົກ, ສະນັ້ນ ຄົນ​ຈີນ​ກໍ່​ເລີຍ​ເອີ້ນ​ມັນ​ເປັນ ຮັງ​ນົກ ຫລື ນຽວຊາວ

ວັນນີ:​ເຈົ້າ​ແມ່ນ​ແລ້ວ, 鸟巢 ກໍ່​ແມ່ນ​ສະຫນາມກິລາ​ແຫ່ງ​ຊາດ​ຈີນ.ສະຫນາມກິລາ​ແຫ່ງ​ຊາດ​ພາສາ​ຈີນ​ເອີ້​ນວ່າ:国家体育场(ອ່ານ​ຕາມ)

ສັງຂານ:ກົວ​ເຈ່ຍ ທີ​ອີ້ ຊາງ. ພິທີ​​ໄຂງານ​ແລະ​ອັດງານ​ໂອ​ລິ​ມປິກ ການ​​ແຂ່ງຂັນ​ບານ​ເຕະ​ຮອບຊິງ​ຊະ​ນະ​ເລີດ​ແລະ​ການ​ແຂ່ງຂັນ​​ແລ່ນ​ແລະ​ລານ​ຕ່າງໆ​ກໍ່​ລ້ວນ​ແຕ່​ຈັດ​ຂຶ້ນ​ຢູ່​ຮັງ​ນົກ ຫລື ນຽວຊາວ.

ວັນນີ:​ເຈົ້າ​ແມ່ນ​ແລ້ວ, ສະນັ້ນ 鸟巢 ກໍ​ເປັນ​ສັກຂີ​ພິຍານ​ໃຫ້​ແກ່​ການ​ຊິງ​ຫລຽນ​ຄຳ​ຫລາຍ​ສິບ​ຫລຽນ.ສ່ວນ​ການ​ແຂ່ງຂັນ​ແລ່ນ​ແລະ​ລານ​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ສະຫນາມກິລາ​ຮັງ​ນົກ​ນີ້​ກໍ່​ມີ​ບົດບາດ​ຕັດສິນ​ການລ​ຽນລຳດັບ​ຫລຽນ​ຄຳ​ຂອງ​ປະ​ເທດ​ຕ່າງໆ.

ສັງຂານ:​ເຈົ້າ​ແມ່ນ​ແລ້ວ, ການ​ແຂ່ງຂັນ​ແລ່ນ​ແລະ​ລານ​ ພາສາ​ຈີນ​ຈະ​ເວົ້າ​ແນວ​ໃດວັນນີ?

ວັນນີ:田径赛

ສັງຂານ:ທຽນ​ຈິ້ງ​ຊ້າຍ

ວັນນີ:ສ່ວນການ​ແຂ່ງຂັນ​ປະ​ເພດ​ລານ​ ຫລື 田赛 ​ແມ່ນ​ຊື່​ລວມຂອງ​ການ​ແຂ່ງຂັນ​ປະ​ເພດ​ເຕັ້ນ​ໄກ ​ເຕັ້ນສູງ​ແລະ​ປະ​ເພດ​ໂຍນ​ແກວ່ງ​ແລະ​ຊັດ,​ເຊັ່ນ​ວ່າ 跳高 ​ເຕັ້ນສູງ ; 跳远 ​ເຕັ້ນ​ໄກ.ສ່ວນ​ປະ​ເພດ​ໂຍນ​ນັ້ນມີ 铅球 ​ໂຍນ​ລູກ​ຊືນ 铁饼 ;ຄວ່າງ​ຈານ​ເຫລັກ; 标枪 ຊັດ​ຫລາວ.ການ​ແຂ່ງຂັນ​ປະ​ເພດ​ລານ​ຫລື 田赛 ​ແມ່ນ​ຈຳ​ແນ​ກດ້ວຍ​ຄວາມ​ສູງ​ຫລື​ໄລຍະ​ທາງ, ​ເພື່ອ​ຕັດສິນວ່າ​ໃຜ​ຊະນະ.

ສັງຂານ: ​ເຈົ້າ​ແມ່ນ​ແລ້ວ, ສ່ວນ​ການ​ແຂ່ງຂັນ​ປະ​ເພດ​ແລ່ນ​ແມ່ນ​ຈັດຢູ່​ຕາມ​ທາງ​ແລ່ນ​ເຊິ່ງລວມທັງ​ການ​ແລ່ນ​ແລະ​ການ​ຍ່າງ.​ແມ່ນ​ຕັດສິນ​ດ້ວຍ​ເວລາ​ທີ່​ໃຊ້​ໃນ​ການ​ແຂ່ງຂັນ.ຜູ່​ໃດ​ໃຊ້​ເວລາ​ສັ້ນທີ່​ສຸດ, ຜູ່​ນັ້ນ​ໄດ້​ຊະນະ.

ວັນນີ:​ເຈົ້າ​ແມ່ນ​ແລ້ວ,ການ​ແຂ່ງຂັນ​ປະ​ເພດ​ແລ່ນ ພາສາ​ຈີນ​ເອີ້ນ​ວ່າ 径赛.ການ​ແຂ່ງຂັນ​ປະ​ເພດ​ແລ່ນ​ໃນ​ງານ​ໂອ​ລິ​ມປິກ​ມີ​ການ​ແຂ່ງຂັນ​ແລ່ນ​ສັ້ນ​ເຊັ່ນ​ວ່າ ການ​ແລ່ນ 100 ​ແມັດ 100米赛跑 ການ​ແຂ່ງຂັນ​ແລ່ນ 200 ​ແມັດ​ຫລື 200 米赛跑.​ແລະ​ກໍ່​ມີ​ການ​​ແຂ່ງຂັນ​ແລ່ນ​ໄລຍະ​ຍາວ​ເຊັ່ນ​ການ​ແລ່ນ​ມາ​ທາ​ທອນ,ພາສາ​ຈີນ​ເອີ້ນ​ວ່າ 马拉松.​

ສັງຂານ:ໃນ​ໂອກາດ​ນີ້​ສັງຂານຂໍ​ແນະນຳ​ຄວາມ​ຮູ້​​ເລັກ​ນ້ອຍ​ກ່ຽວ​ກັບການ​ແລ່ນ​ມາລາ​ທອນ.ຍ້ອນ​ວ່າ​ສະພາບ​ແວດ​ລ້ອມ​ການ​ແຂ່ງຂັນ​ຢູ່​​ແຫ່ງ​ຕ່າງໆ​ຕ່າງ​ກັນ​ຫລາຍ, ການ​ແລ່ນ​ມາລາ​ທອນ​ກໍ່​ມີ​ແຕ່​ຜົນງານ​ທີ່​ດີກວ່າ​ຫມູ່,ບໍ່​ໄດ້​ຈັດ​ໃຫ້​ມີ​ສະຖິຕິ​ໂອ​ລິ​ມປິກ.

ວັນນີ:​ເຈົ້າ​ແມ່ນ​ແລ້ວ, ການ​ແຂ່ງຂັນ​ປະ​ເພດ​ແລ່ນ​ຫລື 径赛; ຍັງ​ລວມທັງ​ການ​ແຂ່ງ​ຂັນ​ຍ່າງ​ທົນ​ແລະ​ການ​ແຂ່ງຂັນ​ແລ່ນ​ຕໍ່​ໄມ້.ຍ່າງ​ທົນ​ແມ່ນ 竞走 ​ແລ່ນ​ຕໍ່​ໄມ້​ແມ່ນ 接力赛跑

ສັງຂານ: (ອ່ານ​ຕາມ)ນີ້​ວັນນີ,ຮູ້​ບໍ່​ວ່າ​ສັງຂານ​ສົນ​ໃຈ​ນຳ​ການ​ແຂ່ງຂັນ​ປະ​ເພດ​ແລ່ນ​ປະ​ເພດ​ໃດ​ຫລາຍ​ທີ່​ສຸດ?

ວັນນີ:​ປະ​ເພດ​ໃດ?

ສັງຂານ:​ແນ່ນອນ​ແມ່ນ​ການ​ແຂ່ງຂັນ​ແລ່ນ​ຂ້າມ​ຮົ້ວ 110 ​ແມັດ​ເພດ​ຊາຍ​ທີ່​ຄົນ​ຈີນ​ເກືອບ​ທຸກ​ຄົນ​ກໍ່ສົນ​ໃຈຫລາຍທີ່​ສຸດ.

ວັນນີ:​ໂອ,ບໍ່​ແມ່ນສັງຂານ​ກໍ່​ສົນ​ໃຈ​ນຳ 刘翔 ທີ່​ເປັນ​ນັກ​ກິລາ​ແລ່ນ​ຂ້າມ​ຮົ້ວ​ທີ່​ມີ​ຊື່ສຽງຂອງ​ຈີນຫັ້ນບໍ່?

ສັງຂານ: ​ເຈົ້າ, ​ເພາະວ່າ​ຫລິວ​ຊຽງ​ຊິງ​ໄດ້​ຫລຽນ​ຄຳ​ໃນ​ງານ​ໂອ​ລິ​ມປິກ​ອາ​​ແຕນ​ເມື່ອ​ສີ່​ປີ​ກ່ອນ, ​ໄດ້​ສ້າງ​ອັດສະຈັນ​ໃນ​ລາຍການ​ແຂ່ງຂັນ​ແລ່ນ​ໄລຍະ​ສັ້ນ​ໃຫ້​ຄົນ​ຈີນ​​ແລະ​ຄົນ​ອາຊີ​ກໍ່​ວ່າ​ໄດ້.ສະນັ້ນ ສັງຂານ​ແລະ​ຄົນ​ຈີນ​ສ່ວນ​ຫລາຍ​ກໍ່​ສົນ​ໃຈ​ນຳ​ການ​ແຂ່ງຂັນ​ຂອງ​ຫລິວ​ຊຽງ​ເທື່ອ​ນີ້​ຫລາຍ. ​ແຕ່​ເສຍ​ດາຍອີ່ຫລີ, ຫລິວ​ຊຽງ​ໄດ້​ຖອນ​ຕົວອອກ​ຈາກ​ການ​ແຂ່ງຂັນ​ຍ້ອນ​ເຈັບ​ຂໍ່ຕີນ​ເບື້ອງ​ຂວາ,​ແຕ່​ເມື່ອ​ໄດ້​ອ່ານ​ຂ່າວ​​ໃນ​ສອງ​ສາມມື້ນີ້​ເຫັນ​ວ່າ, ປະຊາຊົນ​ຈີນ​ຍັງ​ສະຫນັບ ສະຫນູນ​ຫລິວ​ຊຽງ​ຄື​ເກົ່າ, ຍັງ​ຖື​ລາວ​ເປັນ​ວິລະ​ຊົນ​ໃນ​ໃຈ​ຂອງທຸກ​ຄົນ​.

ວັນນີ:​ເຈົ້າ​ແມ່ນ​ແລ້ວ, ​ໃນ​ຕອນ​ທ້າຍ​ລາຍການ​ມື້ນີ້, ຂໍ​ມອບ​ເພງ 奔跑 ​ແລ່ນ​ໃຫ້ຫລິວ​ຊຽງ​ແລະ​ຜູ່​ຟັງ​ລາວ​ຟັງ​ນຳ​ກັນ, ຫວັງ​ວ່າ​ຫລິວ​ຊຽງ​ຈະ​ຟື້ນ​ຟູ​ສຸກຂະພາບ​ແລະ​ກັບ​ຄືນ​ສະ​ຫນາມ​ແຂ່ງຂັນ​ໂດຍ​ໄວ.

ສັງຂານ:​ແລະ​ຂໍ​ມອບ​ເພງ​ນີ້​ໃຫ້​ຄົນ​ທັງຫລາຍ​ທີ່​ກຳລັງ​ແລ່ນ​ຢູ່​ບົນ​ເສັ້ນທາງ​ແຫ່ງ​ຄວາມ​ຝັນ​ຂອງ​ຕົນ​ເອງ.ສະບາຍດີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>