ປະທານາ​ທິ​ບໍ​ດີ​ລູ​ມາ​ນີ​ກ່າວ​ວ່າ, ຄວາມ​ກ້າວ​ໜ້າ​ຂອງ​ຈີນ​ເປັນ​ໜ້າ​ງົດ​ງໍ້

(GMT+08:00) 2008-08-21 09:51:06 cri
-----------------------------------------------------------------------------------------------------------------
ທ່ານ​ໄຕຼອັນ ​ເບ​ເຊ​ສກູ ປະທານາທິບໍດີ​ລູມາ​ນີ​ໄດ້​ເດີນທາງ​ໄປ​ຮອດປັກ​ກິ່ງ​ໃນ​ວັນ​ທີ 7 ສິງຫາ​ຕາມ​ຄຳ​ເຊື້ອ​ເຊີນ, ​ແລະ​ເຂົ້າຮ່ວມ​ກິດຈະກຳ​ທີ່​ກ່ຽວຂ້ອງ​ຂອງ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ. ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຈີນ​ໃນ​ຫວ່າງ​ບໍ່​ດົນ​ນີ້, ທ່ານ​ໄດ້​ສະ​ແດງ​ຄວາມ​ໝັ້ນ​ໃຈ​ເຕັມ​ປ່ຽມ​ຕໍ່​ປັກ​ກິ່ງ​ຈັດ​ງານ​ໂອ​ລິ​ມປິກ​ທີ່ດີ​ເດັ່ນຢ່າງ​ສຳ​ເລັດ​ຜົນ, ​ແລະ​ເຊື່ອ​ໝັ້ນວ່າ, ການ​ພົວພັນ​ລູມາ​ນີກັບ​ຈີນ​ຈະ​ມີ​ອະນາຄົດ​ທີ່​ດີງາມ. ​ໃນ​ລາຍການ"ສຳພາ​ດບຸກຄົນ​ສຳຄັນ"ມື້​ນີ້, ​ເຊີນ​ຟັງ​ການ​ສຳພາດ​ຂອງ​ນັກ​ຂ່າວCRIທີ່​ມີ​ຕໍ່​ປະທານາທິບໍດີ​ເບ​ເຊ​ສກູ.

ທ່ານ​ເບ​ເຊ​ສກູ​ກ່າວ​ວ່າ, ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ແມ່ນ​ງານ​ມະ​ທະ​ກຳ​ດ້ານ​ກິລາ​ຂອງ​ທົ່ວ​ໂລກ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ທີ່​ຈັດ​ຂຶ້ນ​ໃນຫຼາຍປີ​ມາ​ນີ້, ​ໃນ​ເວລາ​ສອງ​ມື້ຫຼັງຈາກ​ທ່ານ​ເດີ​ນທາງ​ມາ​ຮອດ​ປັກ​ກິ່ງ, ສິ່ງ​ທີ່​ໄດ້​ຮູ້​ໄດ້​ເຫັນ​ເຮັດ​ໃຫ້​ທ່ານ​ມີ​ຄວາມ​ໝັ້ນ​ໃຈ​ເຕັມ​ປ່ຽມ​ຕໍ່​ງານ​ໂອ​ລິ​ມປິ​ກປັກ​ກິ່ງ​ໄດ້​ຮັບ​ຜົນສຳ​ເລັດ.ທ່ານ​ເວົ້າວ່າ:

"ຂ້າ​ພະ​ເຈົ້າມີ​ພາບ​ປະ​ທັບ​ໃຈດີ​ຫຼາຍຕໍ່​ງານ​ໂອ​ລິ​ມປິກ​ປັກ​ກິ່ງ. ສິ່ງ​ທີ່​ເຮັດ​ໃຫ້​ຄົນ​ດີ​ໃຈນັ້ນ​ແມ່ນ, ພວກ​ເຮົາ​ໄດ້​ຕ້ອນຮັບ​ງານ​ມະຫາ​ກຳ​​ກິລາທີ່​ຍິ່ງ​ໃຫຍ່​ກວ່າ​ໝູ່​ຂອງໂລກ​​ນີ້. ນັກ​ກິລາ 1 ໝື່ນ 6 ພັນ​ກວ່າ​ຄົນ​ໄດ້​ເຂົ້າຮ່ວມ​ການ​ແຂ່ງຂັນ, ອາສາ​ສະໝັກ 1 ລ້ານ​ກວ່າ​ຄົນ​ໄດ້​ໃຫ້ການ​ບໍລິການ​ແກ່​ນັກ​ກິລາທີ່​ມາ​ຮອດ​ປັກ​ກິ່ງ. ທັງ​ໝົດ​ເຫຼົ່ານີ້​ໄດ້​ສ້າງ​ພາບ​ປະ​ທັບ​ໃຈ​ເລິກ​ເຊິ່ງທີ່​ສຸດ​ໄວ້​ໃຫ້​ຂ້າພະ​ເຈົ້າ. ຂ້າພະ​ເຈົ້າຮູ້ສຶກ​ວ່າ, ງານ​ລ້ຽງ​ອາຫານ​ທ່ຽງ​ທີ່​ທ່ານ​ປະທານ​ຫູ​ຈິນທ່າວ​ຈັດ​ເພື່ອ​ຮັບຮອງ​ພວກ​ຂ້າພະ​ເຈົ້າ​ໃນ​ວັນ​ທີ 8 ສິງຫາ​ນັ້ນ​ແມ່ນ​ງານ​ລ້ຽງ​ທີ່​ແຊບ​ກວ່າ​ໝູ່​ແລະ​ອຸດົມສົມບູນ​ກວ່າ​ໝູ່​ທີ່​ຂ້າພະ​ເຈົ້າ​​ເຄີຍເຫັນມາ​ຮອດ​ປັດຈຸບັນ. ປັກ​ກິ່ງ​ໄດ້​ຈັດ​ວຽກ​ງານ​ຕ່າງໆ​ໃຫ້​ຮຽບຮ້ອຍ​ດີ, ສະນັ້ນ, ຂ້າພະ​ເຈົ້າ​ເຊື່ອ​ວ່າ, ພິທີ​ໄຂ​ຂອງ​ງານ​ໂອ​ລິ​ມປິກ​ຄັ້ງນີ້​ຈະ​ຖືກ​ທົ່ວ​​ໂລກ​ຈາລຶກ​ໄວ້."

ໃນ​ເວລາ​​ໃຫ້​ສຳພາດ, ທ່ານ​ເບ​ເຊ​ສກູ​ຍັງ​ສະ​ແດງ​ຄວາມ​ເຄົາລົບ​ຕໍ່​ວຽກ​ງານ​ກະກຽມ​ທັງ​ໝົດ​ທີ່​ປັກ​ກິ່ງ​ເຮັດ​ເພື່ອ​ງານ​ໂອ​ລິ​ມປິກ​ໃນຫຼາຍປີ​ມາ​ນີ້. ທ່ານ​ເວົ້າວ່າ:

"ຂ້າພະ​ເຈົ້າສາມາດ​ສຳນຶກ​ຮູ້​ເຖິງ​ຄວາມ​ພະຍາຍາມ​ຂອງ​ປັກ​ກິ່ງ​​ເພື່ອ​ກະກຽມ​ງານ​ໂອ​ລິ​ມປິກ, ບໍ່​ພຽງ​ແຕ່ຜ່ານ​ການ​ໄດ້​ຮູ້​ໄດ້​ເຫັນ​ຢູ່​ປັກ​ກິ່ງ​ໃນ​ສອງ​ມື້​ມາ​ນີ້, ທີ່​ຈິງ​ແລ້ວ, ​ໃນ​ 2 ປີ​ມາ​ນີ້, ສື່​ມວນ​ຊົນ​ຂອງ​ທົ່ວ​ໂລກ​ລ້ວນ​ແຕ່​ໄດ້​​ແຈ້ງ​ຂ່າວ​ປັກ​ກິ່ງ, ຂ້າພະ​ເຈົ້າຈຶ່ງໄດ້​ຮູ້​ວ່າ, ປັກ​ກິ່ງ​ໄດ້​ລົງທຶນ​ຫຼວງຫຼາຍ​ເພື່ອ​ງານ​ໂອ​ລິ​ມປິກ, ​ໄດ້​ຮູ້​ວ່າ, ຈາກ​ມວນ​ຊົນ​ຮອດ​ວິສະວະກອນ​ແລະ​​ສິລະ​ປິນທັງຫຼາຍຂອງ​ຈີນ​ລ້ວນ​ແຕ່​ໄດ້​ອອກ​ເຫື່ອ​ເທ​ແຮງ​​ເພື່ອ​ສະ​ແດງ​ພິທີ​ໄຂ​ອັນ​ດັບໜຶ່ງ​​ໃນ​ໂລກ, ກ່ຽວ​ກັບ​ເລື່ອງ​ນີ້, ຂ້າພະ​ເຈົ້າຄວນ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ພວກ​ທ່ານ, ​ພວກທ່ານ​ໄດ້​ເຮັດ​ເຖິງ​ຄາດໝາຍ​ແລ້ວ."

ທ່ານ​ເບ​ເຊ​ສກູ​ເຄີຍ​ຢ້ຽມຢາມ​ຈີນ​ທາງ​ລັດຖະກິດ​ໃນ​ປີ 2006. ຈາກ​ນັ້ນພຽງ​ 2 ປີ, ທ່ານກໍ່​ໄດ້​ມາ​ຢ້ຽມຢາມ​ຈີນ​ອີກ, ​​ທ່ານເຫັນ​ວ່າ, ຈັງຫວະ​ການ​ປ່ຽນ​ແປງທີ່​​ໄວ​ທີ່​ສຸດ​ຂອງ​ຈີນບໍ່​ພຽງ​ແຕ່​ໄດ້​ສ້າງ​ພາບ​ປະ​ທັບ​ໃຈ​ເລິກ​ເຊິ່ງ​ໃຫ້​ແກ່​ທ່ານ, ຄວາມ​ກ້າວໜ້າ​ຂອງ​ຈີນ​ກໍ່​ໄດ້​ຮັບ​ຄວາມ​ຢືນຢັນ​ຈາກ​ທົ່ວ​ໂລກ.ທ່ານ​ເວົ້າວ່າ:

"ການ​ພັດທະນາ​ຂອງ​ຈີນ​​ໄດ້ປ່ຽນ​ໂສມ​ໜ້າ​ໃໝ່​ຊູ່​ມື້. ​ໂດຍ​ສະ​ເພາະ​ໃນ 2 ປີ​ມໍ່ໆ​ມາ​ນີ້, ຜູ້​ທີ່​ອາ​ໄສ​ຢູ່​ຈີນ​ອາດ​ຈະ​ສັງ​ເກດ​ບໍ່​ໄດ້​, ​ແຕ່​ແຂກ​ທີ່​ມາ​ຈາກ​ຕ່າງປະ​ເທດ​ຄື​ພວກຂ້າພະ​ເຈົ້າ​ພັດ​ໄດ້​ສຳນຶກ​ຮູ້​ເຖິງ​ຄວາມ​ກ້າວໜ້າ​ຂອງ​ຈີນ​ທີ່​ເຮັດ​ໃຫ້​ຄົນ​ງົດ​ງໍ້. ປັດຈຸບັນ, ທົ່ວ​ໂລກ​ລ້ວນ​ແຕ່​ໄດ້​ເຫັນ​ຢ່າງ​ຄັກ​ແນ່​ວ່າ, ປະ​ເທດ​ຈີນ​ໃໝ່​ແມ່ນ​ປະ​ເທດ​ທີ່​ພວມ​ພັດທະນາ, ​ແມ່ນ​ປະ​ເທດທີ່​ສຸມ​ກຳລັງ​ຍົກ​ສູງ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຂອງ​ຕົນ, ​ແມ່ນ​ປະ​ເທດ​ທີ່​ເຕັມ​ໄປ​​ແຕ່​ກຳລັງ​ດຶງ​ດູດ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ, ຍິ່ງ​ແມ່ນ​ປະ​ເທດ​ທີ່​ຍົກ​ສູງ​ຄຸນ​ທາດ​​ແຮ​ງງານ​ຢ່າງຫຼວງຫຼາຍ. ທັງ​ໝົດ​ເຫຼົ່ານີ້​ລ້ວນ​ແຕ່​ແມ່ນ​ການ​ປ່ຽນ​ແປງ​ທີ່ຄົນ​ຕ່າງປະ​ເທດ​ທີ່​ມາ​ຢ້ຽມຢາມ​ຈີນ​ໃນ​ສອງ​ປີ​ມານີ້ສຳນຶກ​ຮູ້​ຢ່າງ​ເລິກ​ເຊິ່ງ."

ລູມາ​ນີ​ແລະ​ຈີນ​ມີ​ມິດຕະພາບ​ມູນ​ເຊື້ອ​ຍາວ​ນານ​. ​ໃນ​ໄລຍະທ່ານ​ເບ​ເຊ​ສກູ​ຢ້ຽມຢາມ​ຈີນ​ເມື່ອ​ປີ 2006, ທ່ານ​ຫູ​ຈິນທ່າວ ປະທານ​ປະ​ເທດ​ຈີນ​ຊີ້​ອອກ​ວ່າ, "ຈີນ​ກັບ​ລູມາ​ນີ​ແມ່ນ​ອ້າຍ​ນ້ອງ​ທີ່​ດີ, ​ແລະ​ເພື່ອນ​ມິດ​ທີ່​ດີ". ສ່ວນ​ທ່ານ​ເບ​ເຊ​ສກູ​ກໍ່ກ່າວ​ເນັ້ນວ່າ, "ຈີນ​ຢູ່​ໃນ​ຖະນະ​ນຳ​ໜ້າ​ຂອງ​ການ​ພົວພັນ​ການ​ຕ່າງປະ​ເທດ​ທັງຫຼາຍຂອງ​ລູມາ​ນີ". ປັດຈຸບັນ, ທ່ານ​ເບ​ເຊ​ສກູຍັງ​ເຫັນ​ໄປ​ໃສ​ແງ່​ດີ​ຕໍ່​ການ​ພົວພັນ​ລະຫວ່າງ​ລູມາ​ນີ​ຈີນ. ທ່ານ​ເຫັນ​ວ່າ​, ​ໃນ​ອະນາຄົດ, ລູມາ​ນີຈະ​ເຂົ້າ​ໃກ້​ຈີນກວ່າ​​ເກົ່າ​.ທ່ານ​ເວົ້າວ່າ:

"​ໃນ​ການ​ພົບ​ປະ​ກັບ​ທ່ານ​ປະທານ​ຫູ​ຈິນທ່າວ, ​ສອງ​ຝ່າຍ​ພວກ​ເຮົາລ້ວນ​ແຕ່​ໄດ້​ຢືນ​ຢັນ​ອີກ​ເທື່ອ​ໜຶ່ງ​ຕໍ່​ລັກສະນະ​ພິ​ເສດ​ຂອງ​ການ​ພົວພັນ​ລູມາ​ນີຈີນ, ລັກສະນະ​ພິ​ເສດ​ດັ່ງກ່າວ​​ໄດ້​ມາ​ຈາກ​ຄວາມ​​ຮັບ​ຮູ້​ຄື​ກັນ​ແລະ​ຄວາມ​ພະຍາຍາມ​ຂອງ​ສອງ​ຝ່າຍ. ຈີນ​ຍຶດໝັ້ນ​ເດີນ​ຕາມ​ເສັ້ນທາງ​ພັດທະນາ​ຂອງ​ຕົນ​ຢ່າງ​ໝັ້ນໜຽວ​ບໍ່​ປ່ຽນ​ແປງ, ສ່ວນ​ລູມາ​ນີ ​ເຖິງ​ຈະ​ເປັນ​ປະ​ເທດ​ສະມາຊິກ​ຂອງ​ກຸ່ມ​ນາ​ໂຕ​ແລະ​ສະຫະພາບ​ເອີ​ລົບ, ກໍ່​ຍັງ​ຮັກສາ​ການ​ພົວພັນ​ກັບ​ຈີນ​ຢ່າງ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ, ​ແລະ​ໄດ້​ສ້າງ​ເງື່ອນ​ໄຂ​ທີ່​ມີ​ຜົນ​ດີ​​ຢ່າງ​ບໍ່​ຢຸດ​ຢັ້ງເພື່ອ​ຂະຫຍາຍ​ການ​ພົວພັນ​ດັ່ງກ່າວ. ການ​ພົວພັນ​ລູມາ​ນີຈີນ​ແມ່ນ​ສ້າງ​ຂຶ້ນ​ຢູ່​ບົນ​ພື້ນຖານ​ທີ່​ຕ່າງ​ເຄົາລົບ​ກັນ, ​ເຖິງ​ວ່າ​ລູມາ​ນີ​ແມ່ນ​ປະ​ເທດ​ທີ່​ນ້ອຍ​ກວ່າ​ຈີນຢ່າງຫຼວງຫຼາຍ, ​ແຕ່​ພວກ​ຂ້າພະ​ເຈົ້າຍັງ​ສາມາດ​ສຳນຶກ​ຮູ້​​ເຖິງ​ຄວາມ​ເຄົາລົບ​ຂອງ​ຈີນ​ທີ່​ມີ​ຕໍ່​ພວກ​ຂ້າພະ​ເຈົ້າ, ສະນັ້ນ, ພວກຂ້າພະ​ເຈົ້າ​ກໍ່​ເຄົາລົບ​ຈີນ​ເຊັ່ນ​ດຽວ​ກັນ. ການ​ພົວພັນ​ເສດຖະກິດ​ລູມາ​ນີຈີນ​ກໍ່​ໄດ້​ຮັກສາ​ທ່ວງທ່າ​ຂະຫຍາຍຕົວ​ທີ່​ດີງາມ, ​ໂດຍ​ສະ​ເພາະ​ແມ່ນພາຍຫຼັງຂ້າພະ​ເຈົ້າຢ້ຽມຢາ​ມຈີນ​​ໃນ​ສອງ​ປີ​ກ່ອນ​, ຝ່າຍ​ຈີນ​ໄດ້​ໃຊ້​ມາດ​ຕະການ​ທີ່​ບັງ​ເກີດ​ຜົນ​ຈຳນວນ​ໜຶ່ງ​ມາ​ເຮັດ​ໃຫ້ການ​ຄ້າ​ສອງ​ຝ່າຍ​ດຸນ​ດ່ຽງ​ກັນ, ນີ້​ເຮັດ​ໃຫ້​ພວກ​ຂ້າພະ​ເຈົ້າ​ພໍ​ໃຈຫຼາຍທີ່​ສຸດ. ​ເວົ້າລວມ​ແລ້ວ, ຂ້າພະ​ເຈົ້າ​ເຊື່ອ​ໝັ້ນວ່າ, ການ​ພົວພັນ​ລູມາ​ນີຈີນ​ຍ່ອມ​ຈະ​ມີ​ອະນາຄົດ​ທີ່​ດີງາມ, ​ແລະ​ຈະ​ໄດ້​ຮັບ​ການ​ປັບປຸງ​ຕື່ມ​ອີກ."

ປີ 2009 ຈະ​ແມ່ນ​ສອງ​ປະ​ເທດ​ຈີນ​ລູມາ​ນີສ້າງ​ສາຍສຳພັນ​ທາງ​ການ​ທູດ​ຄົບຮອບ 60 ປີ. ​ໃນ​ໄລຍະ​ໃໝ່, ຈະ​ສືບ​ທອດ​ມິດຕະພາບມູນ​ເຊື້ອ​ແນວ​ໃດ​ຢູ່​ໃນ​ຊາວ​ໜຸ່ມ​ລຸ້ນ​ໃໝ່ຂອງ​ຈີນ​ລູມາ​ນີສອງ​ປະ​ເທດນີ້​ແມ່ນ​ບັນຫາ​ທີ່​ຜູ້ນຳ​ສອງ​ປະ​ເທດ​ເອົາ​ໃຈ​ໃສ່​ທີ່​ສຸດ. ທ່ານ​ເບ​ເຊ​ສກູ​ເຫັນ​ວ່າ, ປີໜ້າ​ແມ່ນ​ໂອກາດດີ​ທີ່​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນແລະ​ມິດຕະພາບ​ລະຫວ່າງ​ຊາວ​ໜຸ່ມສອງ​ປະ​ເທດ​ລູມາ​ນີຈີນ.ທ່ານ​ເວົ້າວ່າ:

"​ໃນ​ໃຈ​ຂອງ​ຄົນ​ລູມາ​ນີທີ່​ຢູ່​ໃນ​ລຸ້ນດຽວ​ກັບ​ຂ້າພະ​ເຈົ້າ, ລ້ວນ​ແຕ່​ມີ​ທັດສະນະ​ມິດຕະພາບ​ທຸກ​ເຊັ່ນ​ຄົນ​ລະຫວ່າງ​ລູມາ​ນີຈີນ​ແລ້ວ, ​ເພາະວ່າ ລູມາ​ນີຈະ​ບໍ່​ລືມ​ຄວາມ​ຊ່ວຍ​ເຫຼືອຂອງ​ຈີນ​ໃນ​​ເວລາ​ພວກ​ເຮົາ​ຖືກ​ຕ່າງປະ​ເທດ​ຮຸກ​ຮານ​ໃນ​ປີ 1968 ນັ້ນຈົນ​ເທົ່າ​ໃດໆ. ​ເຊັ່ນ​ດຽວ​ກັນ, ຈີນ​ກໍ່​ບໍ່​ໄດ້ຫຼົງລືມ​ວ່າ ລູມາ​ນີ​ແມ່ນ​ປະ​ເທດ​ໜຶ່ງ​​ທີ່​ຮັບຮອງ​ຈີນ​ງວດ​ທຳ​ອິດ. ຂ້າພະ​ເຈົ້າຢາກ​​ເນັ້ນໜັກ​ວ່າ, ປີໜ້າ​ກໍ່​ແມ່ນ​ປີ​ທີ່​ລູມາ​ນີຈີນ​ສ້າງສາ​ຍສຳພັນ​ທາງ​ການ​ທູດ​ຄົບຮອບ 60 ປີ​ແລ້ວ, ຂ້າພະ​ເຈົ້າຄຶດ​ວ່າ, ມີ​ຄວາມ​ຈຳ​ເປັນ​ຈັດ​ກິດຈະກຳ​ຕ່າງໆ​ເພື່ອ​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ​ແລະ​ມິດຕະພາບ​ລະຫວ່າງ​ຊາວ​ໜຸ່ມ​ຂອງ​ລູມາ​ນີ​ແລະ​ຈີນ. ສິ່ງ​ທີ່​ເຮັດ​ໃຫ້​ຂ້າ​ພະ​ເຈົ້າດີ​ໃຈ​ທີ່​ສຸດ​ນັ້ນ​ແມ່ນ, ​ໃນ​ການ​ເຈລະຈາ​ກັບ​ຂ້າພະ​ເຈົ້າ, ທ່ານຫູ​ຈີນ​ທ່າວ ປະທານ​ປະ​ເທດ​ຈີນ​ກໍ່​ໄດ້​ເຫັນ​ດີ​ຈັດ​ກິດຈະກຳ​ຈຳນວນ​ໜຶ່ງ​ໃນ​ປີໜ້າ​ເພຶ່ອລະ​ລຶກ​ເວລາ​ອັນ​ສຳຄັນ​ດັ່ງກ່າວ​ນີ້. ຖ້າ​ມີ​ຄວາມ​ອາດ​ເປັນ​ໄປ​ໄດ້, ພວກ​ຂ້າພະ​ເຈົ້າ​ຈະ​ຄອຍ​ຖ້າ​ການ​ຢ້ຽມຢາມ​ຂອງ​ທ່ານ​ຫູ​ຈີນ​ທ່າວ​ຢູ່​ບູກາ​ເລັສທ໌."
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>