ທ່ານ​ຫູ​ຈິນ​ທາວ​ສຳ​ຫຼວດ​ສະພາບ​ຂອງ​ຄະ​ນະ​ນັກ​ກິລາ​ຈີນ​ທີ່​ກຽມ​​ເຂົ້າ​ຮ່ວມ​ງານ​ໂອ​ລິມ​ປິກ​ຄົນ​ພິ​ການ​ປັກ​ກິ່ງ.

(GMT+08:00) 2008-08-21 12:05:15 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 20 ສິງຫາ​ນີ້, ທ່ານ​ຫູ​ຈິນທາວ ປະທານ​ປະ​ເທດ​ຈີນ​ໄດ້​ໄປ​ສຳ​ຫຼວດສະພາບ​ການ​ກ່ຽວ​ກັບ​ຄະນະ​ນັກ​ກິລາ​ຈີນ​ກຽມ​ເຂົ້າ​ຮ່ວມ​ງານ​ໂອ​ລິ​ມປິກ​ຄົນ​ພິການ​ປັກ​ກິ່ງ​ແລະ​ການ​ບໍລິການ​ຄົນ​ພິການ​ໃນ​ເຂດ​ຊຸມ​ຊົນ​ຂອງນະຄອນ​ປັກ​ກິ່ງ.

ຄະນະ​ນັກ​ກິລາ​ຈີນ​​ໄດ້​ສົ່ງ 547 ຄົນ​ເຂົ້າຮ່ວມ​ງານ​ໂອ​ລິ​ມປິກ​ຄົນ​ພິການ​ປັກ​ກິ່ງ,​ແມ່ນ​ຄະນະ​ນັກ​ກິ​ລາ​ທີ່​ໃຫຍ່​ກວ່າ​ຫມູ່​​ໃນ​ປະຫວັດສາດ​ຈີນ​​ເຂົ້າ ຮ່ວມງານ​ໂອ​ລິ​ມປິກ​ຄົນ​ພິການ . ທ່ານ​ຫູ​ຈິນທາວ​ໄດ້ໄປຢາມ​ນັກ​ກິລາ​ຄົນ​ພິການ​ຂອງ​ລາຍການ​:​ແລ່ນ​ແລະ​ລານ ບານ​ເຕະຂອງ​ຄົນພິການ​ທາງ​ສະຫມອງ​ ລອຍ​ນ້ຳ​ແລະ​ບານບ້ວງ​ລໍ້​ເຂັນ​ເປັນ​ຕົ້ນ,  ທ່ານ​ກ່າວ​ວ່າ,ຫວັງ​ໃຫ້​ນັກ​ກິລາ​ຄົນ​ພິການ​ຖື​ການ​ເຂົ້າ​ຮ່ວມ​​ເປັນ​ເລື່ອງ​ທີ່ສຳຄັນ​ກວ່າ​ການ​ຂະນະຫຼື​​ເສຍ​ໄຊ, ​ ​ເຂົ້າ​ຮ່ວມ​ການ​ແຂ່ງຂັນຢ່າງ​ສະບາຍ​​ໃຈ​, ສຳຜັດກັບ​ຄວາມ​​ມ່ວນ​ຊື່ນ​ແລະ​ສຸຂະພາບ​ທີ່​ແຂງ​ແຮງ​ທີ່​ກິດຈະກຳ​ກິລາມາ​ໃຫ້.


ຫຼັງ​ຈາກ​ນັ້ນ, ທ່ານ​ຫູ​ຈິນທາວ​ຍັງ​ໄປ​​ເບິ່ງ​ເຂດ​ຊຸມ​ຊົນ​ແຫ່ງ​ຫນຶ່ງ​ຢູ່​ເຂດ​ຊີ​ເສີງ​ຂອງ​ປັກ​ກິ່ງ, ​ເພື່ອ​ຮັບ​ຮູ້​ເຖິງ​ສະພາບ​ຕ່າງໆ​ຂອງ​ເຂດ​ຊຸມ​ຊົນ​ທີ່​ອຳ​ນວຍ​ການ​ບໍລິການ​ແກ່​ຄົນ​ພິການ​ເຊັ່ນ: ຟື້ນ​ຟູ​ສຸຂະພາບ ການ​ສຶກສາ ປະກອບ​ອາຊີບ​ແລະ​ດຳ​ເນີນ​ກິດຈະກຳ​ຫຼິ້ນ​ມ່ວນ​ຊື່ນແລະ​ກິ​ລາ​ເປັນ​ຕົ້ນ.  ທ່ານ​ຫູ​ຈິນທາວ​ກ່າວ​ວ່າ​,ຄົນ​ພິການ​ແມ່ນ​ຫມູ່​ຄົນ​ທີ່​ຕ້ອງການ​​​ເບິ່ງ​ແຍງ​ຫຼາຍ​ກວ່າ​ຫມູ່​ໃນ​ມະຫາ​ຄອບຄົວ​ຂອງ​ສັງຄົມ.  ການ​ຊ່ອຍ​ເຫຼື​ອຄົນ​ພິການ​ແມ່ນ​ຫນ້າ​ທີ່ຮັບຜິດຊອບ​ຂອງ​ລັດຖະບານ,ຕ້ອງ​ຊຸກຍູ້​ການ​ພັດທະນາ​ຂອງ​ວຽກ​ງານ​ຄົນ​ພິການ​ຕື່ມ​ອີກ

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>