ພາ​ສາ​ຈີນ​ໂອ​ລິມ​ປິກ 080821

(GMT+08:00) 2008-08-21 17:30:50 cri
-----------------------------------------------------------------------------------------------------------------
ທຳລາຍ​ສະຖິຕິ​ໂລກ

ວັນນີ:ສະບາຍດີ​ທ່ານ​ຜູ່​ຟັງ​ທີ່ຮັກ​ແພງ​ທຸກ​ທ່ານ, ​​ແຕ່​ລະມື້​ ສັງຂານ​ແລະ​ວັນນີ​ກໍ່​ມາ​ຢູ່​ແຫ່ງ​ນີ້​ເພື່ອ​ສອນ​ພາສາ​ຈີນ​ກ່ຽວ​ກັບ​ໂອ​ລິ​ມປິກ​ຈັກ​ສອງ​ສາມ​ປະ​ໂຫຍ​ກກັບ​ທ່ານ,ຫວັງ​ວ່າ​ທ່ານຄົງ​ຈະ​ມັກ.

ສັງຂານ:​ເຈົ້າສະບາຍດີ,ທ່ານ​ຜູ່​ຟັງ, ອີງ​ຕາມ​ສະຖິຕິ, ນັບ​ມາ​ຮອດ​ວັນ​ທີ 20 ສິງຫານ​ນີ້,​ໃນ​ການ​ແຂ່ງຂັນ​ຂອງ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ, ນັກ​ກິລາ​ປະ​ເທດ​ຕ່າງໆ​ໄດ້​ທຳລາຍ​ສະຖິຕິ​ໂລກ 30 ກວ່າ​ລາຍການ, ​ແລະ​ທຳລາຍ​ສະຖິຕິ​ໂອ​ລິ​ມປິກ 50 ກວ່າ​ລາຍການ.

ວັນນີ:ບໍ່​ແມ່ນ​ຫນ້ອຍ​ເນາະ.ສອງ​ສາມມື້ກ່ອນ, ວັນນີ​ກໍ່​ໄດ້​ອ່ານ​ຂ່າວ​ພົບ​ວ່າ, ຢູ່​ສູນ​ລອຍ​ນ້ຳ​ແຫ່ງ​ຊາດ​ຈີນ​ ຫລື 水立方 ການ​ແຂ່ງຂັນ​ລອຍ​ນ້ຳ​ປະ​ເພດ​ຕ່າງໆ​ກໍ່​ມີ​ສະຖິຕິ​ໃຫມ່ໆ​ອອກ​ມາເລື້ອຍໆ.ບາງ​ຄົນ​ຈົນ​ເວົ້າວ່າ 水立方 ​ແມ່ນ 水立方ທີ່​ມີ​ຄວາມ​ອັດສະຈັນ.

ສັງຂານ: ສັງຂານ​ກໍ່​ໄດ້​ອ່ານ​ຂ່າວ​ນີ້​ແລ້ວ, ສ່ວນ​ປະທານ​ສະຫະພັນ​ລອຍ​ນ້ຳ​ສາກົນ​ກໍ່​ໄດ້​ເວົ້າວ່າ​ຄວນ​ຖື ຊຸຍ​ລີ້​ຟ່າງ​ ​ເປັນ​ວັງ​ລອຍ​ນ້ຳ,​ແຕ່​ວ່າ​ສະຖິຕິ​ໂລກ​ບໍ່​ມີ​ສ່ວນ​ກ່ຽວ​ພັນ​ກັບ​ວັງ​ລອຍ​ນ້ຳນ​ນີ້​ຫລາຍ,​ເພາະວ່າ​ໃນ​ປີ​ທີ່​ຈັດ​ງານ​ໂອ​ລິ​ມ ປິກ​ນັ້ນ, ​ແນ່ນອນ​ກໍ່​ຖື​ວ່າ​ເປັນ​ປີ​ທີ່​ສ້າງ​ສະຖິຕິ​ໂລກ​ໃຫມ່​ໄດ້,ສ່ວນ​ງານ​ໂອ​ລິ​ມ ປິກ​ເອງ​ກໍ່​ແມ່ນ​ງານ​ທີ່​ສ້າງ​ສະຖິຕິ​ໂອ​ລິ​ມປິກ​ໃຫມ່ຄື​ກັນ.

ວັນນີ:​ເຈົ້າ​ແມ່ນ​ແລ້ວ, ​ໃນ​ໂອ​ລິ​ມປິກມິ​ວນິ​ກ​ໃນ​ປີ 1972 ​ໄດ້​ສ້າງ​ສະຖິຕິ​ອັນ​ຫນຶ່ງ​ຈົນ​ຮອດ​ປັດຈຸບັນ​ຍັງ​ບໍ່​ໄດ້​ຖືກ​ທຳລາຍ​ເທື່ອ,ນັ້ນກໍ່​ຄື ພຽງ​ແຕ່​ການ​ແຂ່ງຂັນ​ລອຍ​ນ້ຳ​ທໍ່​ນັ້ນ,ກໍ່​ໄດ້​ສ້າງ​ສະຖິຕິ​ໂລກ​ໃຫມ່ 28 ລາຍການ,ອັນ​ນີ້​ກໍ່​ແມ່ນ​ສະຖິຕິ​ອັນ​ຫນຶ່ງ​ຄື​ກັນ.ສະນັ້ນ ມື້ນີ້ ພວກ​ເຮົາ​ກໍ່​ມາ​ຮຽນ​ກ່ຽວ​ກັບ​ສະຖິຕິ ພາສາ​ຈີນ​ວ່າ​ແນວ​ໃດ?

ສັງຂານ:​ເຈົ້າ,ສະຖິຕິ​ທີ່​ສ້າງ​ໄວ້​ໃນ​ການ​ແຂ່ງຂັນ​ຕ່າງໆ​ນັ້ນ,ພວກ​ເຮົາ​ມັກ​ເວົ້າ​ເຖິງ​ເລື້ອຍໆ​ນັ້ນກໍ່​ແມ່ນ ສະຖິຕິ​ໂລກ​ເນາະ,ວັນນີ, ພາສາ​ຈີນ​ເວົ້າ​ແນວ​ໃດ?

ວັນນີ: 世界纪录

ສັງຂານ: ຊື້ ​ເຈ້ ຈີ້ ລູ້.  ຊັ້ນ​ສະຖິຕິ​ໂອ​ລິ​ມປິກ​ແດ່?​ເວົ້າ​ແນວ​ໃດ?

ວັນນີ:奥运会纪录

ສັງຂານ: ອ້າວ​ຢຸ້ນຮຸ້ຍ ຈີ້​ລູ້

ວັນນີ:​ເຈົ້າ​ແມ່ນ​ແລ້ວ, ​ໃນ​ການ​ເວົ້າສະຖິຕິ​ຂອງ​ໂລກ​ຫລື​ວ່າ​ຂອງ​ໂອ​ລິ​ມ ປິກ​ກໍ່​ແລ້ວ​ແຕ່, ສັງຂານ​ຈະ​ສັງ​ເກດ​ເຫັນ​ວ່າ, ມີ​ຄຳ​ຫນຶ່ງ​​ແມ່ນ​ບໍ່​ປ່ຽນ,ນັ້ນກໍ່​ຄື 纪录 ສະ​ຖິຕິ.​ເມື່ອ​ຈື່ 纪录 ​ໄວ້​ແລ້ວ, ກໍ່​ສາມາດ​ເພີ່ມ​ຄຳ​ສັບ​ຕ່າງໆ​ຢູ່​ຕໍ່ຫນ້າ​ຄຳ 纪录 ​ໄດ້​ແລ້ວ, ​ເຊັ່ນ​ວ່າ 亚洲纪录   全国纪录

ສັງຂານ: ຢ້າ​ໂຈ່​ວ ຈີ້​ລູ້      ຊວນ​ໂກ​ຈີ້​ລູ້.​ໂອ​ວັນນີ, ມື້ນ​ນີ້​ສັງຂານ​ໄດ້​ຮຽນ​ຢູ້​ເວົ້າ ຈີ້​ລູ້ ຫລາຍ​ຢ່າງ, ກໍ່​ຖື​ວ່າ​ແມ່ນການ​ທຳລາຍ​ສະຖິຕິ​ຂອງ​ສັງຂານ​ເອງ​ແລ້ວ.

ວັນນີ:​ເຈົ້າ​ແມ່ນ​ແລ້ວ, ອັນ​ນີ້​ກໍ່​ຖື​ວ່າ​ແມ່ນ 个人纪录 ​ແປ​ວ່າ​ສະຖິຕິ​ສ່ວນ​ຕົວຂອງ ສັງຂານ​ກໍ່​ໄດ້.

ສັງຂານ: ​ເກີ້​ເຢີ​ນຈີ້​ລູ້.

ວັນນີ:​ເຈົ້າ​ແມ່ນ​ແລ້ວ, ​ເວົ້າຮອດ​ນີ້, ພວກ​ເຮົາ​ກໍ່​ສາມາດ​ຂະຫຍາຍ​ຄຳ​ວ່າ 纪录 ​ໃຫ້​ກວ້າງ​ອອກ​ໄປອີກ.ສະຖິຕິກິນ​ເນສທີ່​ໄດ້​ໂຮມ​ສູນ​ສິ່ງ​​ທີ່ສຸດຂອງ​ໂລກ​ນັ້ນ​ເອີ້ນ​ວ່າ 吉尼斯纪录

ສັງຂານ: ຈີ ຫນີ ຊື່ ຈີ້ ລູ້. ນີ້​ວັນນີ, ​ເວົ້າສະຖິຕິ​ຫລາຍ​ປານ​ນີ້,ຊັ້ນ​ທຳລາຍ​ສະຖິຕິ​ເວົ້າ​ແນວ​ໃດ?

ວັນນີ:打破纪录 ຫລຶ​ເວົ້າງ່າຍໆ​ວ່າ 破纪录

ສັງຂານ:ຕາ ​ໂພ້ ຈີ້​ລູ້   ​ໂພ້ຈີ້​ລູ້

ວັນນີ:​ເຈົ້າ​ແມ່ນ​ແລ້ວ,ກະບໍ່ຮູ້​ວ່າ​ທ່ານ​ຜູ່​ຟັງ​ໄດ້​ຈື່​​ໄດ້​ບໍ່​ວ່າຄຳ​ວ່າ ​ສະຖິຕິ ​ໃນ​ພາສາ​ຈີນ​ເວົ້າ​ແນວ​​ໃດ? ຖ້າວ່າ​ທ່ານ​ຍັງຈື່​ບໍ່​ໄດ້, ກໍ່​ບໍ່​ເປັນ​ຫຍັງ, ທ່ານ​ສາມາດ​ເຂົ້າ​​ເບິ່ງ​ແວັບ​ໄຊ​ຂອງ​ພວກ​ເຮົາ, ​ແລະ​ຟັງ​ລາຍການ​ນີ້​ຜ່ານ​ອິນ​ເທີ​ແນັດ​ໄດ້.

ສັງຂານ:​ເຈົ້າ,​ແວັບ​ໄຊ​ຂອງ​ພວກ​ເຮົາ​ແມ່ນ laos.cri.cn,ມາ​ຮອດ​ນີ້​ລາຍການ​ມື້ນີ້​ກໍ່​ໃກ້​ຈະ​ສິ້ນ​ສຸດ​ລົງ​ແລ້ວ, ຕອນ​ທ້າຍ​ຂໍ​ມອບ​ເພງ ອ້າວ​ຢຸ້ນ ຊ້ຽງຊຽນຊົ່ງ ​ໂອ​ລິ​ມປິກ​ກ້າວ​ໄປ​ຫນ້າ ສູ່​ທ່ານ​ຟັງ.ຜູ່​ຈັດ​ລາຍ​ງານ​ທັງ​ສອງ​ຂໍ​ລາ​ທ່ານ​ໄປ​ພ້ອມ​ກັບສ​ຽງນີ້​ເພງ​ເລີຍ.ສະບາຍດີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>