ພາ​ສາ​ຈີນ​ໂອ​ລິມ​ປິກ 080822

(GMT+08:00) 2008-08-21 17:35:21 cri
-----------------------------------------------------------------------------------------------------------------
ລາຍການ​ປະ​ເພດ​ທິມ

ວັນນີ:ສະບາຍດີ​ທ່ານ​ຜູ່​ຟັງ​ທີ່ຮັກ​ແພງ,ສັງຂານ​ແລະ​ວັນນີ​ໄດ້​ມາ​ພົບ​ກັບ​ທ່ານ​ອີກ​ແລ້ວ​ຕາມ​ນັດ.

ສັງຂານ:​​ເຈົ້າສະບາຍດີ​ທ່ານ​ຜູ່​ຟັງ​ທຸກ​ທ່ານ, ​ເຖິງ​ເວລາ​ນີ້​ກໍ່​ແມ່ນ​ລາຍການ​ສອນ​ພາສາ​ຈີນ​ກ່ຽວ​ກັບ​ໂອ​ລິ​ມປິກ.

ວັນນີ:​ເຈົ້າ, ນີ້​ສັງຂານ, ​ເວທີ​ງານ​ໂອ​ລິ​ມປິກ​ແມ່ນຂອງ​ນັກ​ກິລາ​ທຸກ​ຄົນ, ​ແລະ​ຂອງຫມູ່​ຄະນະ​ທິມ​ເຂົາ​ເຈົ້າ. ລາຍການ​ແຂ່ງຂັນ​ປະ​ເພດ​ທິມກໍ່​ຖື​ວ່າເປັນ​ສັນຍາ​ລັກ​ທີ່​ສະ​ແດງ​ໃຫ້​ເຫັນ​ກຳລັງ​​ແຮງ​ລວມຫມູ່​ຂອງ​ທິມ​ໃດ​ທິມຫນຶ່ງ,​ແລະ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຫລາຍ.​ໃນ​ລາຍການ​ມື້ນີ້, ພວກ​ເຮົາ​ກໍ່​ມາ​ສອນ​ກ່ຽວ​ກັບ​ການ​ແຂ່ງຂັນລາຍການ​ປະ​ເພດ​ທິມ​ໃນ​ງານ​ໂອ​ລິ​ມປິກ​ກັບ​ຜູ່​ຟັງ.

ສັງຂານ:​ເຈົ້າ, ສັງຂານ​ເອງ​ມັກ​ເບິ່ງ​ການ​ແຂ່ງຂັນ​ກາຍຍະກຳ​ຫລື​ຢິມນາສຕິກ​ຫລາຍ,​ເພາະ​ເຫັນ​ວ່າ​ມັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ກຳລັງ​ແຮງ​ແລະ​ຈັງຫວະ​ທີ່​ສວຍ​ງາມ, ຊັ້ນກາຍຍະກຳ ພາສາ​ຈີນ​ວ່າ​ແນວ​ໃດ?

ວັນນີ:体操

ສັງຂານ:ຖີ້ຊ່າວ. ການ​ແຂ່ງຂັນ​ປະ​ເພດ​ທິມຂອງ ຖີ້ຊ່າວ ​ແບ່ງ​ເປັນ​ທິມຊາຍ​ແລະ​ທິມຍິງ.

ວັນນີ:​ເຈົ້າ​ແມ່ນ​ແລ້ວ, ການ​ແຂ່ງຂັນ​ປະ​ເພດ​ທິມ​ເພດ​ຊາຍ ​ເອີ້ນ​ວ່າ 男子团体比赛 ການ​​ແຂ່ງຂັນ​ປະ​ເພດ​ທິມ​ເພດ​ຍິງ​ແມ່ນ 女子团体比赛

ສັງຂານ: ຫນານ​ຈື່ ຖວນຖີ້ ປີ​ຊ້າຍ    ນຸຍຈື່​ ຖວນຖີ້ ປີຊ້າຍ

ວັນນີ:男子团体赛 ​ເວົ້າຫຍໍ້​ເປັນ 男团 ກໍ່​ໄດ້.ສ່ວນ 女子团体赛 ກໍ່​ແມ່ນ 女团

ສັງຂານ:ຫນານ​ຖວນ ນູຍຖວນ.

ວັນນີ: ການ​ແຂ່ງຂັນ​ກາຍຍະກຳ​ປ​ະ​ເພດ​ທິມ​ເພດ​ຊາຍ​ມີ 6 ລາຍການ​ເຊັ່ນ 自由体操 ກາຍຍະກຳ​ເສລີ 鞍马 ມ້າ​ຫູ    吊环ບ້ວງ​ຫ້ອຍ 跳马 ​ແລ່ນ​ໂດດ​ຕີ​ລັງກາ​ເທິງ​ແທ່ນ 双杠 ຮາວ​ຄູ່    单杠ຮາວ​ດ່ຽວ

ສັງຂານ:(ອ່ານ​ຕາມ)

ວັນນີ:ສ່ວນ​ການ​ແຂ່ງຂັນ​ກາຍຍະກຳ​ປະ​ເພດ​ທິມ​ເພດ​ຍິງມີ​ສີ່​ລາຍການ​ຄື 自由体操 ກາຍຍະກຳ​ເສລີ  跳马 ​ແລ່ນ​ໂດດ​ຕີ​ລັງກາ​ເທີ​ງ​ແທ່ນ 高低杠 ຮາວຕ່າງ​ລະດັບ​ 平衡木 ​ມ້າ​ຊົງ​ຕົວ.

ສັງຂານ:(ອ່ານ​ຕາມ) ​ໃນ​ການ​ແຂ່ງຂັນ​ກາຍຍະກຳປະ​ເພດ​ທິມ,​​ແຕ່ລະ​ທິມຈະ​ເລືອກ​ເອົາ​ນັກ​ກິລາ​ສາມ​ຄົນ​ເຂົ້າຮ່ວມ​ການ​ແຂ່ງຂັນ​ຂອງ​ແຕ່​ລະລາຍ​ການ, ຄະ​ແນນ​ລວມຂອງ​ແຕ່ລະຄົນ​ໃນ​ແຕ່​ລະລາຍ​ການ​ນັ້ນນັບ​ເຂົ້າກັນ​ແລ້ວ,ກໍ່​ຖື​ວ່າ​ແມ່ນ​ຄະ​ແນນ​ຂອງ​ທິມນັ້ນ, ທິມ​ໄດ້​ຄະ​ແນນ​ສູງ​ທິມນັ້ນຊະນະ.

ວັນນີ:​ເຈົ້າ​ແມ່ນ​ແລ້ວ, ນອກຈາກ​ການ​ແຂ່ງຂັນ​ປະ​ເພດ​ທິມ​ແລ້ວ, ກາຍຍະ​ຍຳ​ຍັງ​ມີ​ການ​ແຂ່ງຂັນ​ປະ​ເພດ​ດ່ຽວ.​ພາສາ​ຈີນ​ເອີ້ນ​ວ່າ 单项比赛

ສັງຂານ:ຕ່າ​ນ​ຊ້ຽງ ປີ​ຊ້າຍ. ນອກຈາກ​ກາຍຍະກຳ​ແລ້ວ, ການ​ແຂ່ງຂັນ​ບ້ານ​ບ້ວງ ບ້ານ​ສົ່ງ ບານ​ເຕະ​ກໍ່​ລ້ວນ​ແຕ່​ແມ່ນ​ລາຍການ​ແຂ່ງຂັນ​ປະ​ເພດ​ທິມ.

ວັນນີ:​ເຈົ້າ​ແມ່ນ​ແລ້ວ, ບານບ້ວງ 篮球 ບານ​ສົ່ງ 排球 ບານ​ເຕະ 足球

ສັງຂານ: ​ການ​ແຂ່ງຂັນ​ປະ​ເພດ​ທິມສຳຄັນ​ແມ່ນ​ຕ້ອງ​ເບິ່ງ​ວ່າ​ນັກ​ກິລາ​ຕ່າງໆ​ຈະ​ປະສານ​ປະສົມ​ກັນ​ໄດ້​ດີ​ຫລືບໍ່,​ເມື່ອ​ປະສານ​ງານ​ໄດ້​ດີກໍ່​ຄົງ​ຈະ​ໄດ້​ຮັບ​ຜົນງາ​ນີ່​ດີ​ໄດ້.

ວັນນີ:​ເຈົ້າ​ແມ່ນ​ແລ້ວ, ມາ​ຮອດ​ນີ້,​ເວລາ​ກໍ່​ໃກ້ຊິ​ຫມົດ​ແລ້ວ, ຕອນ​ທ້າຍ​ຂໍ​ມອບ​ເພງ we are friends

ສັງຂານ:ຫວັງ​ໃຫ້​ລາຍການ​ພວກ​ເຮົາ​ນີ້​ສາມາດ​ກາຍ​ເປັນ​ເພື່ອນ​ທີ່​ດີ​ກັບ​ທ່ານ​ໄດ້.ສະບາຍດີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>