ງານ​ໂອ​ລິມ​ປິກ​ວິ​ທະ​ຍາ​ສາດ​ປັກ​ກິ່ງ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ພົ້ນ​ເດັ່ນ.

(GMT+08:00) 2008-08-22 12:14:30 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວ​ຈາກ​ຫນັງສືພິມ​ປະຊາຊົນ​ລາຍ​ວັນ​ຂອງ​ຈີນ: ​ໃນ 7 ປີ​ມານີ້, ກະຊວງ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີຂອງ​ຈີນ​ກັບອົງການ​ປົກຄອງນະຄອນ​ປັກ​ກິ່ງ​ແລ​ະ​ພາກສ່ວນ​ທີ່​ກ່ຽວຂ້ອງ​ໄດ້​ທຸ່ມງົບປະມານ​ລວມ 3 ຕື້ 170 ລ້​ານຢວນ, ​ໄດ້ສຳ​ເລັດ​ພັນ​ກວ່າ​​ໂຄງການ, ​ໄດ້​ປະດິດ​ສ້າງ​ຫມາກຜົນ​ດ້ານ​ວິທະຍາສາດ​ເຕັກນິກຊັ້ນ​ນຳ​ຈຳນວນ​ຫນຶ່ງ.

ພິທີ​ໄຂ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ໃຊ້​ລະບົບ​ເຕັກນິກ​ທີ່​ສັບສົນ​ກວ່າ​ຫມູ່​ໃນ​ງານ​ໂອ​ລິ​ມປິກ​ຄັ້ງ​ທີ່​ຜ່ານ​ມາ, ​ໄດ້ນຳ​ໃຊ້​ເຕັກນິກ​ໃຫມ່​ທີ່​ຍອດ​ຍ້ຽມ​ໃນ​ໂລກຢ່າງ​ຫຼວງ​ຫຼາຍ.  ສະຫນາມກິລາ​ແຫ່ງ​ຊາດ​ຈີນ​ຫຼື​ຮັງ​ນົກ​ແລະ​ສູນ​ລອຍ​ນ້ຳ​ແຫ່ງ​ຊາດຫຼຶກ້ອນ​ນ້ຳ​ສີ່​ຫຼ່ຽມ​ໄດ້​ສ້າງ​ສະຖິຕິ​ສູງ​ສຸດ​ໃນ​ໂລກຢ່າງ​ຫຼວງ​ຫຼາຍ.  ​ໃນ​ສະຫນາມກິລາ ​ໂອ​ລິ​ມປິກ​ທີ່​ສ້າງ​ໃຫມ່ 11 ​ແຫ່ງ​ ​ເຊັ່ນສວນ​​ໂອ​ລິ​ມປິກ​​​ເປັນຕົ້ນ, ຝ່າຍ​ຈີນ​​​ໄດ້​ອອກ​ແບບ 7 ​ແຫ່ງ​ຢ່າງ​ເປັນ​ອິດສະຫຼະ, ຈີນ​ກັບ​ຕ່າງປະ​ເທດ​ຮ່ວມ​ກັນ​ອອກ​ແບບ 4 ​ແຫ່ງ. ການ​ກໍ່ສ້າງ​ໂຄງການ​ໂອ​ລິ​ມປິກ​ປັກ​ກິ່ງ​ທັງ​ຫມົດ​ໄດ້​ຮັບຜົນສຳ​ເລັດດ້ານ​ວິທະຍາສາດ​ເຕັກນິກ​ໃຫມ່​ທີ່​ປະດິດ​ສ້າງ​ໃຫມ່​ຢ່າງ​ເປັນ​ເຈົ້າ​ຕົນ​ເອງຫຼາຍ​ສິບ​ລາຍ,  ​ເຫຼັກ​ກ້າ​​ທັງ​ຫມົດ​ໃນ​ໂຄງການ​ໂອ​ລິ​ມປິກ​ແມ່ນ​ຈຸດຜະລິດ​ເອົາ​ເອງ​ຫມົດ


ບົດ​ລາຍ​ງານ​ການປະ​ເມີນຂອງ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ​ໄດ້​ຂຽນ​ວ່າ, ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ຈະຈົ່ງ​ມໍ​ລະ​ດົກ​ທີ່​ລ້ຳ​ຄ່າ​ໄວ້​ໃຫ້​ແກ່ຈີນ​ແລະ​ໂລກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>