ການ​ແຂ່ງ​ຂັນ​ໂອ​ລິມ​ປິກ​ປັກ​ກິ່ງ​ໃນ​ມື້​ນີ້​ຈະ​ຊິງ​ເອົາ​ຫຼຽນ​ຄຳ 21 ຫຼຽນ​

(GMT+08:00) 2008-08-22 12:25:00 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວCRI: ວັນ​ທີ 22 ສິງຫານີ້, ການ​ແຂ່ງຂັນ​ໂອ​ລິ​ມປິກ​ປັກ​ກິ່ງ​​ໄດ້​ເຂົ້າ​ສູ່​ມື້​ທີ 14 ​ແລ້ວ, ຈະ​ຊິງ​ເອົາ​ຫຼຽນ​ຄຳທັງ​ຫມົດ 21 ຫຼຽນ.
 ມື້ວານ​ນີ້, ຍ້ອນອາກາດບໍ່​ດີ, ການ​ແຂ່ງຂັນ​ຂີ່​ລົດຖີບ​ວິບາກ​ໄດ້​ເລື່ອນ​ເວລາ​ 1 ມື້, ກະ​ວ່າ, ​ຕາມຕາຕະລາງການ​ແຂ່ງຂັນ​ໃນ​ມື້ນີ້​ຊິງ​​ເອົາ​ຫຼຽນ​ຄຳ 21 ຫຼຽນ.


ໃນ​ສະຫນາມກິລາ​ແລ່ນ​ແລະ​ລານ, ທ້າວ​ດາ​​ໂຢນ ​ໂຣ​ເບັສ໌  ຜູ່​ຮັກສາ​ສະຖິຕິ​ໂລ​ກ ນັກ​ກິລາ​ກູ​ບາ​ຊິງ​ໄດ້​ຫຼຽນ​ຄຳ​ດ້ວຍ​ຄະ​ແນນ​ຫຼາຍ​ຖ້ວມ​ທົ້ນ​ຄື 12 ວິນາທີ 93 ລິບດາ​ໃນ​ລາຍການ​ແລ່ນ​ຂ້າ​ມຮົ້ວ​ 110 ​ແມັດ. ທ້າວ​ເນ​ວ​ເຊີນ ​ເອ​ໂວຣາ​ຊິງ​ໄດ້​ຫຼຽນ​ຄຳຫຼຽນທຳ​ອິດ​ຂອງ​ປອກຕຸຍ​ການ​ໃນ​ງານ​ໂອ​ລິ​ມປິກ​ຄັ້ງ​ນີ້​ໃນ​ລາຍການ​ເຕັ້ນ​ຍາວ 3 ກ້າວ​ເພດ​ຊາຍ.


ທິມຈີນ​ໄດ້​​ເຂົ້າ​ສູ່​ການ​ແຂ່ງຂັນ​ຮ​ອບຊິງ​ຊະນະ​ເລີດ​ເປັນເທື່ອ​ທຳ​ອິດ​ໃນ​ປະຫວັດສາດດ້ວຍ​ຄະ​ແນນເປັນ​ທີ 4 ​ໃນກຸ່ມ​ໃນ​ລາຍການ​​ແລ່ນ​ຕໍ່​ແຮງ 4 x 100 ​ແມັດ​ເພດ​ຊາຍ​.


ໃນ​ລາຍການ​ປະ​ເພດ​ບານ, ອາ​ເມ​ລິ​ກາ​ໄດ້​ແຊມ​ປຽນ​ໃນ​ລາຍການ​ບານ​ເຕະ​ເພດ​ຍິງ. ທິມ​ໂຣນລັງ​ໄດ້​ແຊມ​ປຽນ​ໃນ​ລາຍການ​ບານນ້ຳ, ທິມຍີ່​ປຸ່ນ​ຊິງ​ໄດ້​ຫຼຽນ​ຄຳ​ໃນ​ລາຍການ​ຊອບ​ບານ.

ນອກ​ນີ້, ສະຫະພັນ​ຂີ່​ມ້າສາກົນ​ໄດ້​ປະກາດ​ວ່າ, ມ້າຂອງ 4 ຫນ່ວຍ​ຄື:​ເບຼຊິນ  ​ເຢຍລະ​ມັນ ອຽກລັງ​ແລະ​ນອກ​ແວ​​ໄດ້ຖືກກວດພົບສົງ​ໃສ​ໃຊ້​ຢາ​ທີ່​ຖືກ​ຫ້າມ,ຖືກຢຸດ​ສິດ​ເຂົ້າ​ຮ່ວມ

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>