ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ​ຍ້ອງ​ຍໍ​ງານ​ໂອ​ລິມ​ປິກ​ປັກ​ກິ່ງ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ໃຫຍ່​ຫຼວງ

(GMT+08:00) 2008-08-22 13:50:41 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິ່ນຮວາ: ຫວ່າງ​ມໍ່ໆ​ນີ້, ຢູ່​ຈາ​ກາ​ຕາ, ທ່ານ​ຢູຊຸ​ຟ ຄາ​ນລາ ຮອງ​ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ​ທີ່​ຈະ​ມາ​ເຂົ້າຮ່ວມ​ພິທີ​ອັດ​ງານ​​ໂອ​ລິມ ປິກ​ປັກ​ກິ່ງ​ໃນ​ຕອນ​ຄ່ຳວັນ​ທີ 22 ສິງຫາ​ນີ້ກ່າວ​ວ່າ, ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້ຮັບ​ຜົນ​ສຳ​ເລັດ​ຢ່າງ​ໃຫຍ່ຫຼວງ.

ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຢູ່​ທຳນຽບ, ທ່ານ​ໄດ້​ສະ​ແດງ​ຄວາມ​ເຄົາລົບ​ຕໍ່​ລັດຖະບານ​ຈີນທີ່​ໄດ້​ທຳ​ຄວາມ​ພະຍາຍາມ​ໃຫຍ່ຫຼວງ​ເພື່ອ​ແກ້​ໄຂ​ບັນ​ຫາມົນ​ລະ​ພິດອາກາດ​ແລະ​ສິ່ງ​ແວດ​ລ້ອມ. ທ່ານ​ກ່າວ​ວ່າ, ທ່ານ​ເອງ​ບໍ່​​ເຄີຍ​ໄດ້​ຍິນ​ຄຳ​ຕິຕຽນ​ຕໍ່​ງານໂອ​ລິ​ມປິກ​ຄັ້ງ​ນີ້ຈັກ​ເທື່ອ. ນັກ​ກິລາ​ອິນ​ໂດ​ເນ​ເຊຍ​ເພີງ​ພໍ​ໃຈ​ຕໍ່​ການຈັດ​ການ​ແຂ່ງຂັນ. ​ໃນ​ຖານະ​ເປັນ​ເພື່ອນ​ມິດ​ຂອງ​ຈີນ, ອິນ​ໂດ​ເນ​ເຊຍ​ດີ​​ໃຈຫຼາຍທີ່​ໄດ້​ເຫັນ​ງານໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ຮັບ​ຜົນສຳ​ເລັດ. ​

ໃນ​ເວລາ​ເວົ້າ​ເຖິງ​ການ​ພົວພັນ​ລະຫວ່າງ​ອິນ​ໂດ​ເນ​ເຊຍ​ກັບ​ຈີນ, ທ່ານ​ຄາ​ນລາ​ກ່າວ​ວ່າ, ການ​ພົວພັນ​ລະຫວ່າງ​ອິນ​ໂດ​ເນ​ເຊຍ​ກັບ​ຈີນ​ສຳຄັນ​ຫຼາຍ​ແລະ​ຕ່າງ​ອຳນວຍ​ຜົນປະ​ໂຫຍ​ດ​ໃຫ້​ແກ່ກັນ. ອິນ​​ໂດ​ເນ​ເຊຍ​ຕ້ອງການ​ຜະລິດ​ຕະພັນ​ຂອງ​ຈີນ, ຈີນກໍ່​​ຕ້ອງການ​ຜະລິດ​ຕະພັນ​ຂອງ​ອິນ​ໂດ​ເນ​ເຊຍ, ສອງ​ປະ​ເທດ​ໄດ້​ສ້າງ​ການ​ພົວພັນ​ອັນ​ໝັ້ນ​ແກ່ນໃນ​ຂົງ​ເຂດ​ວັດທະນະທຳ​ແລະ​ສັງຄົມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>