ນັກ​ກິລາ​ຍົກ​ນ້ຳໜັກຫວຽດນາມ​ເວົ້າ​ວ່າ:​ຂ້ອຍ​ຈະ​ນຳ​ເອົາ​ສິ່ງທີ່​ໄດ້​ຮຽນຢູ່​ຈີນກັບ​ຄືນ​​ເມືອ​ປະ​ເທດ

(GMT+08:00) 2008-08-22 15:48:25 cri
-----------------------------------------------------------------------------------------------------------------
ການ​ແຂ່ງ​ຂັນ​ຍົກ​ນ້ຳໜັກ​ໃນ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ສຳ​ເລັດ​ລົງ​ແລ້ວ, ນັກ​ກິລາ​ຍົກ​ນ້ຳໜັກ​ຈີນ ຊິງໄດ້​ທັງ​ໝົດ 8​ຫຼຽນຄຳ ​ແລະ 1ຫຼຽນ​ເງິນ.ແຕ່​ບໍ່​ຮູ້​ວ່າ​ ທ່ານ​ຜູ້​ຟັງ​ໄດ້​ສັງ​ເກດ​ບໍ່ວ່າ ​ໃນ​ຕາຕະ​ລາງ​ຫຼຽນ ລາງ​ວັນ​ຂອງ​ກິລາ​ປະ​ເພດ​ນີ້ ​ໄດ້ປະກົດມີ​ຊື່​ຂອງ​ນັກ​ກິລາ​ຫວຽດ​ນາມ​ເປັນຄັ້ງ ທຳອິດ​ໃນ​ປະຫວັດ​ສາດ, ລາວ​ມີ​ຊື່​ວ່າ: ທ້າວ ຫວງ ອ່ານ​ຕ໋ວນ.  ​ໃນ​ລາຍການ ຄະ​ນະ​ນັກ​ກິລາ​ອາຊີ​ອາຄະ​ເນ​ຢູ່​ປັກ​ກິ່ງ ມື້​ນີ້, ພວກ​ເຮົານຳພາ​ທ່ານມາ​ຮູ້ຈັກ​ກັບ ​ເລື່ອງ​ລາວ​ໂອ​ລິ​ມປິກ​ຂອງ ທ້າວ ຫວງ ອ່ານ​ຕ໋ວນ ນຳ​ກັນ.

   ກ່ອນ​ອື່ນ​ພວກ​ເຮົາ​ຫວນ​ຄືນ​​ຫາການ​ແຂ່ງຂັນ​​ໃນ​ມື້ນັ້ນກ່ອນ, ​ໃນ​ການ​ແຂ່ງຂັນ​ຍົກ​ນ້ຳໜັກ​ປະ​ເພດ​ຈັບ​ຍົກຄັ້ງທຳ​ອິດ​ຂອງ​ລາວ​ແມ່ນ 126ກິ​ໂລ, ຊຶ່ງ​ເປັນນ້ຳໜັກ​ທີ່​ໜັກ​ທີ່​ສຸດ​ໃນ​ຈຳ​ນວນ​ນັກ​ກິລາ​ທີ່​ຈະ​ຍົກຄັ້ງທຳ​ອິດ, ​ແຕ່​ລາວ​ກໍ່​ສາມາດ​ເຮັດ​ໄດ້ສຳ​ເລັດ​. ຫວງ ອ່ານ​ຕ໋ວນ ມີ​ຄວາມໝັ້ນ​ໃຈ​ສູງຫຼາຍ, ລາວ​ຢາກ​ບອກ​ຜູ້​ຊົມ​ທົ່ວ​ໂລກ​ໃຫ້​ຮູ້​ວ່າ​ໃນ​ໂລກ​ນີ້​ຍັງ​ມີ​ລາວ​ຜູ້​ໜຶ່ງ.  ສຸດ​ທ້າຍ ລາວ​ໄດ້​ແຕ່​ຫຼຽນ​ເງິນ​, ​ເພາະ​ຄະ​ແນນ​ລວມຂອງລາວ​ຍັງ​ຂາດ​ພຽງ​ແຕ່ 2ກິ​ໂລ​ເທົ່າ​ນັ້ນ, ​ແຕ່ຫຼຽນ​ເງິນຫຼຽນນີ້ ມີຄ່າ​ເທົ່າ​ກັບຫຼຽນຄຳ, ​ເພາະ​ເປັນຫຼຽນທີ່​ຄະນະ​ນັກ​ກິລາ​ຫວຽດນາມໄດ້​ຮັບ​ຫຼຽນທຳ​ອິດ​ ໃນ​ງານ​ກິລາ​ໂອ​ລິ​ມປິກ​ຄັ້ງນີ້ ​ແລະ​ກໍ່​ແມ່ນຫຼຽນ​ໂອ​ລິ​ມປິກຫຼຽນທີ 2 ​ໃນ​ປະຫວັດ​ສາດຂອງ​ຫວຽດນາມ.  ຫວງ ອ່ານ​ຕ໋ວນ ພໍ​ໃຈຫຼາຍຕໍ່​ຜົນງານ​ຂອງ​ຕົນ.

 " ​ເທື່ອ​ນີ້​ມາ​ເຂົ້າຮ່ວມ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ ​ແລະ​ໄດ້​ຮັບຫຼຽນ​ເງິນ 1 ຫຼຽນ ​ເປັນ​ສິ່ງ​ທີ່​ຂ້ອຍ​ຄອງ​ຄອຍ​ມາ​ດົນ​ແລ້ວ "
   ຫວງ ອ່ານ​ຕ໋ວນ, ປີ​ນີ້ອາຍຸ 24ປີ, ລາວ​ເຄີຍ​ມາ​ຝຶກ​ຊ້ອມ​ຢູ່ຈີນ​​ເປັນໄລຍະ ຍາວ, ຄູ​ຝຶກ​ຈີນ​ໄດ້​ເອົາ​ໃຈ​ໃສ່​ໃນ​ການ​ຝຶກ​ສອນ ຈຶ່ງ​ເຮັດ​ໃຫ້​ລາວ​ມີ​ຜົນງານ​ທີ່​ດີ ຂື້ນ ​ແລະ​ກໍ່​​ເປັນ​ພື້ນ​ຖານ​ທີ່​ດີ ​ທີ່​ເຮັດ​ໃຫ້​ລາວໄດ້​ຮັບຫຼຽນ​ໃນ​ງານໂອ​ລິ​ມປິກ.  ຫຼັງຈາກ​ການ​ແຂ່ງຂັນ​ສິ້ນ​ສຸດ​ລົງ ທ່ານ ຫວງ ວິນ​ກຽງ, ຫົວໜ້າ​ຄະນະ​ນັກ​ກິລາ​ຫວຽດນາມ ​ເອີ້ນ​ຫຼຽນທີ່​ ຫວງ ອ່ານ​ຕ໋ວນ ຊິງ​ມາ​ໄດ້​ນີ້ ​ເປັນຜົນ​ຜະລິດ​​ແຫ່ງ​ມິດຕະ​ພາບ​ລະຫວ່າງ​ຫວຽດ​ນາມກັບ​ຈີນ.  ຫຼັງຈາກ​ໄດ້​ຮັບ​ຫຼຽນ​ແລ້ວ, ຫວງ ອ່ານ​ຕ໋ວນ ​ໄດ້​ຍ້ອງຍໍ​ຄວາມ​ສາມາດ​​ຂອງ​ຄູ​ຝຶກ​ຈີນ​ໃນ​ການ​ຝຶກ​ສອນຢ່າງ​ບໍ່​ຂາດ​ປາກ.  ຫວງ ອ່ານ​ຕ໋ວນ ​ເວົ້າວ່າ: 

ທຸກ​ຢ່າງ​ຢູ່​ຈີນ ບໍ່​ວ່າ​ຈະ​ເປັນ​ພະນັກງານ, ​ການ​ຝຶກ​ຊ້ອມ ​ແລະ​ອື່ນໆ​ແມ່ນ​ດີ​ຫຼາຍ.  ຂ້ອຍ​ເປັນ​ຄົນ​ທີ່​ເອົາ​ໃຈ​ໃສ່​ໃນ​ການ​ບຳລຸງ​ຮ່າງ​ກາຍ, ຄູ​ຝຶກ​ຈີນ​ໄດ້​ວາງ​ແຜນ​ເປັນ​ຢ່າງ​ດີ ​ໃນ​ການ​ດູ​ແລ​ເບິ່ງ​ແຍງ​ການ​ກິນ​ດື່ມ​ຂອງ​ນັກ​ກິລາ, ​ແຜນ​ການ​ໃນ​ການ​ຝຶກ​ຊ້ອມ​ຂອງ​ເຂົາ​ເຈົ້າ​ລະອຽດຫຼາຍ, ນັກ​ກິລາ​ຈີນ​ເກັ່ງ​ໃນ​ການ​ຮັບ​ມື​ກັບ​ທຸກ​ສະພາບ​ການ, ​ແລະ​​ປຶກສາ​ຫາ​ລືກັບ​ຄູ​ຝຶກ​ຢ່າງ​ກົງ​ໄປ​ກົງ​ມາ​ ກ່ຽວ​ກັບ​ນ້ຳໜັກ​ທີ່​ຈະ​ຍົກກ່ອນ​ຈະ​ເຂົ້າສູ່​ການ​ແຂ່ງຂັນ.

 ຫວງ ອ່ານ​ຕ໋ວນ ​ເວົ້າວ່າ: ທາງ​ດ້ານ​ການ​ສ້າງ​ເຕັກ​ນິກ​ໃໝ່​ ຄູ​ຝຶກ​​ຈີນ​ໄດ້​ໃຫ້ ​ແຮງ​ບັນດານ​ໃຈ​ແກ່​ລາວ​ຢ່າງ​ຫຼວງ​ຫຼາຍ.  ຄູ​ຝຶກ​ເອີຣົບ ຖືປະລິມານ​ການ​ຝຶກ​ຊ້ອມ​​ເປັນ​ສຳຄັນ, ​ແຕ່​ຄູ​ຝຶກ​ຈີນ ພັດ​ຖື​ທ່າ​ແຮງບົ່ມ​ຊ້ອນ​ຂອງ​ນັກ​ກິລາ​ເປັນສຳຄັນ​ເພື່ອ​ຊອກຫາ​ຄວາມ​ສາມາດ​ໃນ​ໂຕ​ຂອງ​ນັກ​ກິລາ​ເອງ.  ສະນັ້ນ ​ໃນ​​ໄລຍະ​ກະກຽມ​ເຂົ້າຮ່ວມ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ, ຫວງ ອ່ານ​ຕ໋ວນ ​ໄດ້​ໃຫ້​ຄວາມ​ສຳຄັນ​ໃນ​ການ​ປະດິດ​ສ້າງ​ໃໝ່​ທີ່​ສຸດ, ຫຼັງຈາກ​ຝຶກ​ຊ້ອມ​ແລ້ວ​ ລາວ​ຈະ​ບັນທຶກ​ຈຸດ​ອ່ອນ​ຂອງ​ຕົນລົງ​ໃນ​ປຶ້ມ​ບັນທຶກທຸກ​ເທື່ອ, ການ​ແຂ່ງ​ຂັນ​ໃນ​ແຕ່ລະ​ເທື່ອ ລາວ​ກໍ່​ຈະ​ລອງ​ເຕັກນິກຂອງ​ການ​ແຂ່ງຂັນ​ທີ່​ແຕກ​ຕ່າງ​ກັນ, ຄ່ອຍໆ​ເຮັດ​ໃຫ້ເຕັກນິກ​ຂອງ​ຕົນ​ໃຫ້ສົມບູນ. 

ກ່ອນ​ພິທີ​ໄຂ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ 7 ມື້, ຫວງ ອ່ານ​ຕ໋ວນ​ໄດ້​ສຳ​ເລັດ​ການ​ຝຶກ​ຊ້ອມ​ຢູ່​ເອີຣົບ ​ແລະ​ມາ​ຮອດ​ປັກ​ກິ່ງ​ຄົນ​ດຽວ​ແບບ​ງຽບໆ​ ​ເພື່ອ​ກະກຽມ​ເຂົ້າຮ່ວມ​​ໂອ​ລິ​ມປິກ​ເປັນຄັ້ງທຳ​ອິດ​.  ​ແຕ່​ລະ​ມື້ ຫວງ ອ່ານ​ຕ໋ວນ ​​ໄປ​ໄປມາ​ມາ ລະຫວ່າງ​ບ້ານ​ໂອ​ລິ​ມປິກ ​ແລະ​ບ່ອນ​ຝຶກ​ຊ້ອມ​ດ້ວຍຄົນ​ດຽວ​ເປັນ​ປົກກະຕິ ​ເພື່ອ​ຝຶກ ຊ້ອມ​ກ່ອນ​ການແຂ່ງຂັນ.  ສຽງ​ກະ​ດິ່ງ​ທີ່​ຄຸ້ນຫູໃນ​ສະຖານ​ທີ່​ຝຶກ​ຊ້ອມ ​ໄດ້​ເຮັດ​ໃຫ້ ຫວງ ອ່ານ​ຕ໋ວນ ຮູ້ສຶກ​ເຖິງ​ການ​ແຂ່ງຂັນ, ການ​ຝຶກ​ຊ້ອມ​ຂອງ​ລາວ ​ໄດ້​ເຮັດ​ໃຫ້​ນັກ​ກິລາ​ຄົນ​ອື່ນໆ​ຮູ້ສຶກ​ຢ້ານ​ກົວ.  ຫວງ ອ່ານ​ຕ໋ວນ ​ເວົ້າວ່າ: ນີ້​ກໍ່​ແມ່ນ​ການ​ຂົ່ມຂູ່​ດ້ານ​ຈິດຕະສາດ​ແນວ​ໜຶ່ງ.

 " ​ໃນ​ການ​ຝຶກ​ຊ້ອມ​ແຕ່ລະ​ມື້ ບໍ່​ຈຳ​ເປັນ​ຕ້ອງຝຶກ​ໃຫ້​ດີ ພຽງ​ແຕ່​ລໍຖ້າ​ໂອກາດ​ເທົ່າ​ນັ້ນ.  ​ໄກ້​ຈະ​ຮອດມື້​ແຂ່ງຂັນ ຂ້ອຍ​​ໄດ້​ສະ​ແດງ​ຄວາມ​ແຂງ​ແຮງ​ຂອງ​ຕົນ ຕໍ່ໜ້ານັກ​ກິລາ​ຄົນ​ອື່ນໆ ​ໂດຍ​ໄດ້​ຍົກ​ນ້ຳໜັກຫຼາຍກວ່າ​ເຂົາ​ເຈົ້າ ສອງ​ສາມ​ກິ​ໂລ ​ເພື່ອ​ເປັນ​ການ​ຂູ່​ຂວັນ​ ​ເຮັດ​ໃຫ້ເຂົາ​ເຈົ້າ​ຫວັ່ນ​ໄຫວ, ນີ້​ກໍ່​ແມ່ນ​ການ​ຂົ່ມຂູ່​ດ້ານ​ຈິດຕະສາດ​ແນວ​ໜຶ່ງ. "

ຫວງ ອ່ານ​ຕ໋ວນ ສຳ​ເລັດ​ການ​ແຂ່ງ​ຂັນ​ໃນ​ງານ​ໂອ​ລິ​ມປິກ​ແລ້ວ, ​ເຖິງ​ວ່າບໍ່​​ໄດ້​ຫຼຽນ​ຄຳ, ​ແຕ່ ຫວງ ອ່ານ​ຕ໋ວນ ​ເວົ້າວ່າ: ​ເຂົ້າ​ຮ່ວມ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ ​ເຮັດ​ໃຫ້​ລາວ​​ໄດ້​ຮັບບົດ​ຮຽນ​ຢ່າງ​ຫຼວງ​ຫຼາຍ, ລາວ​ຍິນ​ດີ​ຮວບ​ຮວມປະສົບ​ການ​ຂອງ​ຕົນ​ອອກ​ມາ ​ເພື່​ອ​ເປັນ​ບົດຮຽນ​ໃຫ້​ແກ່​ນັກ​ກິລາ​ຫວຽດນາມ​ຄົນ​ອື່ນໆ ​ໄດ້​ມີ​ໂອກາດ ຂື້ນ​ໄປ​ຢືນ​ຢູ່​ແທ່ນ​ຮັບ​ລາງວັນ​ໃນ​ງານ​ໂອ​ລິ​ມ​ປິກ.

 " ຈີນ​ມີຫຼາຍ​ສິ່ງຫຼາຍ​ຢ່າງ​ທີ່​ພວກ​ເຮົາ​ຄວນ​ຮ່ຳຮຽນ​ນຳ, ​ແລະ​ຈີນ​ກໍ່ມີ​ຜູ້​ທີ່​ມີ​ຄວາມ​ສາມາດ​ຢ່າງ​ຫຼວງ​ຫຼາຍ, ຖ້າ​ໃນ​ອະນາຄົດ​ຂ້ອຍ​ມີ​ໂອກາດ​ໄດ້​ຝຶກ​​ແອບນັກ​ກິລາ, ຂ້ອຍ​ຈະ​ນຳ​ເອົາ​ບົດຮຽນຂອງ​ນັກ​ກິລາ​ຈີນ​ໄປສອນ​ໃຫ້​ເຂົາ​ເຈົ້າ"
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>