ຂ້ອຍ​ແມ່ນ​ຄົນ​ປັກ​ກິ່ງ​ຜິວ​ດຳ

(GMT+08:00) 2008-08-23 19:23:51 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວCRI:ດຽວ​ນີ້​ປັກ​ກິ່ງ​​ໄດ້​ເຂົ້າສູ່​ໄລຍະ​ຕົ້ນລະດູ​ໃບ​ໄມ້ຫຼົ່ນ​ແລ້ວ,​ໃນ​ຕອນ​ຄ່ຳ, ຍ່າງ​ຕາມ​ຖະ​ໜົນ​ຫົນ​ທາງ​ຮູ້​ສຶກ​ເຢັນ​ສະ​ບາຍ​ໜ້ອຍ​ໜຶ່ງ,​ແຕ່​ຄວາມ​ກະ​ຕື​ລື​ລົ້ນ​ຂອງ​ຜູ້​ຊົມ​ປະ​ເທດ​ຕ່າງໆ​ທີ່​ມີ​ຕໍ່​ງານ​ກິ​ລາ​ໂອ​ລິມ​ປິກ​ຍັງ​ຟົດ​ຟື້ນ​ຢູ່.​ຊາວ​ໜຸ່ມ​ມັກ​​​ເຕົ້າ​ໂຮມ​ກັນ​ຢູ່​ໃນ​ບາ,​ທັງ​ດື່ມ​ເຫຼົ້າ​ທັງ​ເບິ່ງ​ການ​ແຂ່ງ​ຂັນ​ໃນ​ໂທ​ລະ​ພາບ​ຢ່າງ​ມ່ວນ​ຊື່ນ.

ຮ້ານ​ກິນ​ດື່ມ"ປິ​ລິປິ​ລິ"​ແມ່ນ​ຮ້ານ​ກິນ​ດື່ມ​ອາ​ຟະ​ລິ​ກາ​ແຫ່ງ​ທຳ​ອິດ​ຢູ່​ປັກ​ກິ່ງ,​ໃນ​ໄລ​ຍະ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ,​ນັກ​ສຶກ​ສາ​ອາ​ຝະ​ລິ​ກາ​ທີ່​ມາ​ຮຽນ​ຢູ່​ປັກ​ກິ່ງ​ໄດ້​ຈັດ​ກິດ​ຈະ​ກຳ​ທີ່​ຊື່ວ່າ"ຄ່ຳ​ຄືນ​ອາ​ຟະ​ລິ​ກາ"ຢູ່​"​ປິ​ລິ​ປິ​ລິ",​ເພື່ອ​​ເຊຍ​ໃຫ້​ນັກ​ກິ​ລາ​ອາ​ຟະ​ລິ​ກາ,​ແຮ່ງ ເຊຍ​ໃຫ້​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ.​ສ່ວນ​ຜູ້​ທີ່​ຮັບ​ຜິດ​ຊອບ​ປ່ອຍ​ດົນ​ຕີ​ໃນ​"ປິ​ລິ​ປິ​ລິ"​ແມ່ນ​ພາ​ໂຄ,​ຜູ້​ທີ່​ຈະ​ໄດ້​ຮັບ​ການ​ສຳ​ພາດ​ໃນ​ລາຍ​ການ​ມື້​ນີ້.​ພາ​ໂຄ​ແມ່ນ​ຜູ້​ບ່າວ​ເຈົ້າ​ຊູ້​ຜູ້​ໜຶ່ງ​ທີ່​ມາ​ຈາກ​ກີ​ເນ​ເອ​ກົວ​ເຕິ​ຣິ​ອານ,​ພາ​ໂຄ​ເວົ້າ​ດ້ວຍ​ພາ​ສາ​ຈີນ​ທີ່​ຫ່ຼຽນ​ໄຫຼ​ດີ​ຢ່າງ​ພາກ​ພູມ​ໃຈ​ວ່າ ລາວ​ແມ່ນ​ຄົນ​ປັກ​ກິ່ງ​​​ແທ້ໆ,​ມາ​ຮຽນ​ຢູ່​ປັກ​ກິ່ງ​ໃນ​ປີ​1995,​ຢູ່​ປັກ​ກິ່ງ​10​ກວ່າ​ປີ​ແລ້ວ.​ພາ​ໂຄ​ກ່າວ​ວ່າ:"ຂ້ອຍ​ໄດ້​ຢູ່​ຈີນ​10​ກວ່າ​ປີ​ແລ້ວ,​ເຄີຍ​ໄປ​ຫຼາຍ​ບ່ອນ,​ແຕ່​ຂ້ອຍ​ມັກ​ປັກ​ກິ່ງ​ທີ່​ສຸດ,​ຂ້ອຍ​ກໍ່​ບໍ່​ຮູ້​ຍ້ອນ​ຫຍັງ.​ຄື​ວ່າ ​ເມື່ອ​ຂ້ອຍ​ໄປ​ບ່ອນ​ອື່ນ​ແລ້ວ​ກັບ​ຄືນ​ປັກ​ກິ່ງ,​ເມື່ອ​ດົມ​ອາ​ກາດ​ຂອງ​ປັກ​ກິ່ງ​ແລ້ວ,ກໍ່​ຮູ້​ສຶກ​ວ່າ​ ໄດ້​ກັບ​ບ້ານ​ແລ້ວ.​ນີ້ແມ່ນ​ຄວາມ​ຮູ້​ສຶກ​ທີ່​ອະ​ທິ​ປາຍ​ຍາກ."

ພາ​ໂຄ​ມັກຄົນ​ຈີນທີ່​ສຸດ,ລາວ​ບໍ່​ຮູ້ສຶກ​ວ່າຕົນ​​ເອງມີ​ຄວາມ​ແຕກ​ຕ່າງ​ກັນ​ກັບ​ຄົນ​ຈີນ,​ເມື່ອ​ແລກ​ປ່ຽນ​ກັບ​ຄົນ​ຈີນ​ກໍ່ບໍ່​ມີ​ອຸ​ປະ​ສັກ​ຫຍັງ.​ພາ​ໂຄ​ບອກ​ນັກ​ຂ່າວ​ວ່າ: ​"ເວົ້າ​ສຳ​ລັບ​ຂ້ອຍ​ແລ້ວ,​ຄົນ​ຈີນ​ກັບ​ຄົນ​ອາ​ຝະ​ລິ​ກາ​ຄື​ພີ່​ນ້ອງ​ຮ່ວມ​ຄອບ​ຄົວ.​ເມື່ອ​ມາ​ຢູ່​ຈີນ,​ຂ້ອຍ​ປະ​ກົດ​ເຫັນ​ວ່າ ມີ​ຫຼາຍ​ເລື່ອງ​ບໍ່​ຕ້ອງ​ອະ​ທິ​ປາຍ​ກໍ່​ເຂົ້າ​ໃຈ​ໂລດ.​ຖ້າ​ວ່າ​ຢູ່​ເອີ​ລົບ,​ຂ້ອຍ​ກໍ່​ຕ້ອງ​ຄິດ​ວ່າ ​ເລື່ອງ​ນີ້​ຍ້ອນ​ຫຍັງ​ເປັນ​ແນວ​ນັ້ນ​ແນວ​ນີ້​?​ແລ້ວ​ຄົນ​ເອີ​ລົບ​ກໍ່​ຈະ​ອະ​ທິ​ປາຍ​ໃຫ້​ຂ້ອຍ​ຟັງ​ວ່າ ​ແມ່ນ​ຍ້ອນ​ສາ​ເຫດ​ປະ​ຫວັດ​ສາດ​ບາງ​ຢ່າງ.​ແຕ່​ວ່າ​ຢູ່​ຈີນ​,​ເຖິງ​ວ່າ​ວັດ​ທະ​ນະ​ທຳ​ຂອງ​ຈີນ​ແລະ​ອາ​ຝະ​ລິ​ກາ​ບໍ່​ຄື​ກັນ​ກໍ່ຕາມ,​ແຕ່ຂ້ອຍ​ເຂົ້າ​ໃຈ​ງ່າຍ."

ໃນ​ນາມ​ເປັນ​ຄົນປັກ​ກິ່ງ,ພາ​ໂຄກໍ່​ສົນ​ໃນ​ນຳ​ງານ​ໂອ​ລິ​ມປິກ​ທີ່​ຈັດ​ຂຶ້ນ​ຢູ່​ໜ້າ​ປະຕູບ້ານ​ຂອງ​ຕົນ​ທີ່​ສຸດ.​ຕັ້ງ​ແຕ່​ກິດຈະກຳ​ສົ່ງ​ຕໍ່​ທວນ​ໄຟ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຢູ່​ທົ່ວ​ໂລກ​ເລີ່​ມດຳ​ເນີນ,ງານ​ກິລາ​ໂອ​ລິ​ມປິກ​ກໍ່​ໄດ້​ກາຍ​ເປັນ​ພາ​ກສ່ວນ​ປະ​ກອບ​ທີ່​ສຳ​ຄັນ​ໃນ​ຊີ​ວິດ​ຂອງ​ລາວ.​ຈາກ​ການ​ສົ່ງ​ຕໍ່​ທວນ​ໄຟ​ຕະ​ຫຼອດ​ຮອ​ດການ​ແຂ່ງຂັນ​ຕ່າງໆ​ຂອງ​ງານ​​ໂອ​ລິມ​ປິກ,​ພາ​ໂຄ​ລ້ວນ​ແຕ່​ເອົາ​ໃຈ​ໃສ່​ທີ່​ສຸດ.​ສ່ວນ​ກິລາ​ທີ່​ລາວ​ມັກ​ທີ່​ສຸດ​ແມ່ນ​ປິ່ງ​ປ່ອງ​ທີ່​ຖືກ​ເອີ້ນ​ເປັນ​ບານ​ແຫ່ງ​ຊາດ​ຂອງ​ຈີນ.​ນາງ​ວາງ​ນານ ນັກ​ກິລາ​ປິ່ງ​ປ່ອງ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ​ແມ່ນ​ດາວ​ກິລາ​ທີ່​ລາວ​ມັກ​ທີ່​ສຸດ.

"ຂ້ອຍ​ມັກ​ ວາງ​ນານ​ຫຼາຍ, ຂ້ອຍ​ກໍ່​ບໍ່​ຮູ້​ວ່າ​ຍ້ອນ​ຫຍັງ​ຈິ່ງ​ມັກ​ນາງ​ປານ​ນີ້,​ໃນ​ເວລາ​ນາງ​ຕີ​ປິ່ງ​ປ່ອງ​ຄື​ວ່າ​ມີ​ການ​ສື່​ສານ​ກັບ​ຜູ່​ອື່ນ,ນາງ​ຈະ​ສະ​ແດງ​ໃຫ້​ເຫັນ​ອາ​ລົມ​ຈິດ."

ການ​ທີ່​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໄຂ​ຂຶ້ນ​ເຮັດ​ໃຫ້​ພາ​ໂຄ​ມີ​ໂອກາດ​ເປັນ​ພິຍານ​ທີ່​ໄດ້​ເຫັນ​ນາງ​ວາງ​ນານ​ທີ່​ຍາດ​ໄດ້​ຫຼຽນ​ຄຳ ​ໝູ່​ຄະ​ນະ​ຫຼຽນ ທຳ​ອິດ​ໃນ​ປະ​ຫວັດ​ສາດ​ຢູ່​ປັກ​ກິ່ງ.​ເວົ້າ​ສຳ​ລັບ​ປາ​ໂຄ​ທີ່​ຕ້ອງ​ຂີ່​ລົດ​ເມ​ແລະ​ລົດ​ຕັກ​ຊີ​ເຂົ້າ​ການ​ເລີກ​ການ​​ແລ້ວ,ການ​ທີ່​ງານ​ກິ​ລາ​ໂອ​ລິມ​ປິກ​​ໄຂ​ຂຶ້ນ​ເຮັດ​ໃຫ້​ການ​ເຮັດ​ວຽກ​ແລະ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ລາວ​ຍິ່ງ​ສະ​ດວກ​ກວ່າ.

ລາວ​ບອກ​ວ່າ:

"ປັກ​ກິ່ງ​ມີ​ການ​ປ່ຽນ​ແປງ​ໃຫຍ່​ຫຼາຍ! ​ເວົ້າ​​ແນວ​ໃດ​​ແນະ? ອັນທີ​ໜຶ່ງກໍ​ຄື​ຄົມມະນາ ຄົມ, ປະຈຸ​ບັນ​ເຈົ້າ​ສາມາດ​ຂີ່​ລົດ​ໄຟ​ໃຕ້​ດິນ​ໄປສະ​ໜາມ​ບິນ​ເລີຍ, ຍັງ​ໄດ້​​ເພີ່ມ​ສາຍ​ລົດ​ໄຟ​ໃຕ້​ດິນ​ຈຳນວນ​ໜຶ່ງ, ນີ້​ແມ່ນ​ການ​ປ່ຽນ​ແປງ​ໃຫຍ່​ຫຼາຍ, ​ໄດ້​ເຮັດ​ໃຫ້​ພາກ​ໃຕ້​ແລະ​ພາກ​ເໜືອ​ຂອງ​ປັກ​ກິ່ງ​ເຊື່ອມຕໍ່​ກັນ."

​ໃນ​ສາຍຕາ​ຂອງ​ອ້າຍ​ບ່າວອາ​ຝຼິກາ​ນີ້, ງານ​ໂອ​ລິ​ມປິກ​ບໍ່ພ​ຽງ​ແຕ່​​ໄດ້​ເຮັດ​ໃຫ້​ປັກ​ກິ່ງ​​ເກີດ​ມີ​ການ​ປ່ຽນ​ແປງ​​ໃຫຍ່​ກໍ​ຕາມ, ຍັງ​ໄດ້​ສ້າງ​ໂອກາດ​ຫາ​ຍາກ​ທີ່​ດູດ​ດຶງ​ສາຍຕາ​ຂອງ​ທົ່ວ​ໂລກ​ໃຫ້​ຈີນ, ລາວ​​ເວົ້າ​ວ່າ:

"​ໂດຍ​ຜ່ານ​ງານ​ໂອ​ລິ​ມປິກ​ເທື່ອ​ນີ້, ທົ່ວ​ໂລກ​ລ້ວນ​ແຕ່​ຈະ​​ເອົາ​ໃຈ​ໃສ່​ນຳຈີນ, ​​ເອົາ​ໃຈ​ໃສ່​ທຸກ​ດ້ານ​ຂອງ​ຈີນ​ໂດຍ​ຜ່ານ​ເວລາ​ສອງ​ອາທິດ, ບໍ່ພ​ຽງ​ແຕ່​ແມ່ນ​ວັດທະນະທຳ ​ເສດຖະກິດ​ຂອງ​ຈີນ​, ຍັງ​ຈະ​ເບິ່ງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຈີນ."

ພາ​​ໂຄ​ກ່າວ​ວ່າ, ​ເຖິງ​ວ່າ​ບໍ່​ໄດ້​ໃສ່​ເສື້ອຍືດສີຟ້າ​ທີ່​ສວຍ​ງາມ, ​ແຕ່​ລາວ​ກໍ​ແມ່ນ​ອາສາ​ສະໝັກ​ໂອ​ລິ​ມປິກ​ຜູ້​ໜຶ່ງ.

"ຂ້ອຍ​ແມ່ນສະໜັບສະໜູນ​ງານ​ໂອ​ລິ​ມປິກ​​ເບື້ອງ​ຫຼັງ, ​ຂ້ອຍແມ່ນ​ອາສາ​ສະໝັກ​​ເບື້ອງ​ຫຼັງ​ຂອງ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ! ຂ້ອຍ​ຮູ້ສຶກ​ພາກພູມ​ໃຈ​ຕໍ່​ງານ​ໂອ​ລິ​ມປິກ​ປັກ​ກິ່ງ!"

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>