ຂ້າພະ​ເຈົ້າ​ໄດ້​ເຫັນ​ງານ​ໂອ​ແລັມ​ປິກ​ທີ່​ຈົບ​ງາມ​ຄັ້ງ​ໜຶ່ງ

(GMT+08:00) 2008-08-22 23:28:20 cri
-----------------------------------------------------------------------------------------------------------------


ວັນ​ທີ 19 ສິງຫາ​ນີ້ ລາຍການ​ຍົກ​ນ້ຳໜັກຂອງ​ງານ​ກິລາ​ໂອ​ແລັມປິກ2008​ໄດ້​ສິ້ນສຸດ​ລົງ, ​ໃນ​ມື້ນັ້ນ ທ່ານ​ທາ​ມາສ ອະ​ຈັນ ປະທານ​ສະຫະພັນ​ຍົກ​ນ້ຳໜັກ​ສາກົນ​ໄດ້​ຕ້ອນຮັບ​ການ​ສຳພາດ​ຂອງນັກ​ຂ່າວ​ວິທະຍຸCRI ພວກ​ເຮົາ​ໂດຍ​ສະ​ເພາະ. ທ່ານ​ອະ​ຈັນ​ກ່າວ​ວ່າ,ວຽກ​ງານ​ຈັດຕັ້ງການ​ແຂ່ງຂັນ​ທັງ​ໝົດ​ເຊິ່ງ​ລວມທັງ​ລາຍການ​ຍົກ​ນ້ຳໜັກ​ຂອງ​ງານ​ກິລາ​ໂອ​ແລັມປິກປັກ​ກິ່ງ​ລ້ວນ​ແຕ່​ສຳ​ເລັດ​ຜົນ​ທີ່​ສຸດ,ນີ້​ແມ່ນ​ງານ​ກິລາ​ໂອ​ແລັມປິກ​ທີ່​ຈົບງາມ​ຄັ້ງ​ໜຶ່ງທີ່​ທ່ານ​ເຄີຍ​ເຫັນ.


ການ​ແຂ່ງຂັນ​ຂອງ​ລາຍການ​ຍົກ​ນ້ຳໜັກ​ຂອງ​ງານ​ໂອ​ແລັມປິກ2008​ແມ່ນ​ຈັດ​ຂຶ້ນຢູ່​ສະໜາມກິລາ​ມະຫາ​ວິທະຍາ​ໄລ​ການບິນ​ແລະ​ການບິນ​ອະວະກາດ​ປັກ​ກິ່ງ, ​ໃນ​ນາມ​ທີ່​ເປັນ​ຜູ້ນຳ​ຂອງ​ສະຫະພັນ​ຍົກ​ນ້ຳໜັກ​ສາກົນ ທ່ານ​ທາ​ມາສ ອະ​ຈັນ ທີ່​ເປັນ​ຊາວ​ຮຸງ​ກາລີ​ໄດ້​ບັນຊາ​ຢູ່​ໃນ​ສະໜາມ​ເກືອບ​ທຸກ​ມື້​ເລີຍ. ​ແຕ່​ກ່ອນ ທ່ານ​ອະ​ຈັນ​ເປັນ​ນັກ​ກິລາ​ອາຊີບ,​ເທື່ອ​ນີ້ ທ່ານ​ໄດ້​ສຳຫຼວດ​ວຽກ​ງານ​ຈັດຕັ້ງ​ແລະ​ອຸປະກອນ​ຕ່າງໆ​ຂອງ​ການ​ແຂ່ງຂັນ​ຍົກ​ນ້ຳໜັກ​ຈາກ​ວິຊາ​ສະ​ເພາະ. ​ແຕ່​ວ່າ,ທ່ານ​ທີ່​ມີ​ຄວາມ​ຮຽກຮ້ອງ​ສູງ​ຫຼາຍ​ນັ້ນ​ພັດ​ບໍ່​ໄດ້ພົບ​ເຫັນ​ຂໍ້​ບົກ​ຜ່ອງ​ຫຍັງ​ເລີຍ,​ເພາະທ່ານ​ເຫັນ​ວ່າ,ງານ​ໂອ​ແລັມປິກ​ປັກ​ກິ່ງ​ແມ່ນ​ງານ​ໂອ​ແລັມປິກ​ທີ່​ຈົບງາມ​ຄັ້ງໜຶ່ງ.


"ຂ້າພະ​ເຈົ້າ​ເຫັນ​ວ່າ,​ໃນ​ງານ​ກິລາ​ໂອ​ແລັມປິກ​ສະ​ໄໝ​ປັດຈຸບັນ,ຄັ້ງທີ່ຈັດ​ຢູ່​ປັກ​ກິ່ງ2008​ແມ່ນ​ມີ​ຂະໜາດ​​ໃຫຍ່​ກວ່າ​ໝູ່​ແລະ​ຈັດຕັ້ງ​ໄດ້​ສຳ​ເລັດ​ຜົນ​ທີ່​ສຸດ,​ເພື່ອ​ກະກຽມຈັດ​ງານ​ໂອ​ແລັມປິກ​ທີ່​ຈົບງາມ,ຄະນະ​ຈັດຕັ້ງຂອງ​ປັກ​ກິ່ງ​ໄດ້​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ. ຂ້າພະ​ເຈົ້າຮູ້ສຶກ​ດີ​ໃຈ​ທີ່​ສຸດ,ຢູ່​ບ່ອນ​ນີ້ ບໍ່​ມີ​ບັນຫາ​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ​ຄື​ຜູ້​ອື່ນ​ເວົ້າ,ບໍ່​ມີ​ຄົນ​ເວົ້າ​ເຖິງປະກົດ​ການທີ່​ບໍ່​ກົມກຽວ​ກັນໃນ​ການ​ສົ່ງ​ຕໍ່​ທວນ​ໄຟ,ຄົນ​ທັງຫຼາຍມີ​ແຕ່​ສົນ​ໃຈນຳຜົນ​ການ​ແຂ່ງຂັນ​ແລະ​ຊົມ​ເບິ່ງ​ການ​ແຂ່ງຂັນ​ອັນ​ໜ້າ​ຊົມ."


​ໃນ​ງານ​ກິລາ​ໂອ​ແລັມປິກ​ຄັ້ງນີ້,ທິມຍົກ​ນ້ຳໜັກ​ຈີນ​​ໄດ້​ຮັບ​ຜົນງານ​ດີ​ເດັ່ນ​ຄື​ໄດ້​ຮັບ 8 ຫຼຽນຄຳ​ແລະ 1 ຫຼຽນ​ເງິນ. ທ່ານ​ອະ​ຈັນ​ກໍ​ໄດ້​ເຫັນ​ການສະ​ແດງ​ທີ່​ດີ​ເດັ່ນ​ຂອງ​ທິມຈີນ,​ໃນ​ສາຍຕາ​ຂອງ​ເພີ່ນ,ການ​ທີ່​ທິມຍົກ​ນ້ຳໜັກຂອງຈີນ​ໄດ້​ຮັບ​ຜົນງານ​ດີ​ແນວ​ນີ້​ບໍ່​ແມ່ນ​ສິ່ງ​ມະຫັດສະຈັນ​ດອກ,​ເພາະວ່າ​ທ່ານ​ອະ​ຈັນ​ໄດ້​ຕິດຕາ​ມ​​ແລະສົນ​ໃຈ​ນຳ​ການ​ພັດທະນາ​ຂອງ​ລາຍການ​ຍົກ​ນ້ຳໜັກ​ຂອງ​ຈີນ​ໃນຫຼາຍປີ​ມາ​ນີ້​ມາ​ໂດຍ​ຕະຫຼອດ. ທ່ານ​ກ່າວ​ວ່າ,ການ​ຮ່ວມ​ມື​ຂອງ​ໝົດ​ທິມຍົກ​ນ້ຳໜັກ​ຂອງຈີນ​ໄດ້​ຝາກ​ພາບ​ປະ​ທັບ​ໃຈ​ອັນ​ເລິກ​ເຊິ່ງ​ໄວ້​ໃຫ້​ທ່ານ,ທ່ານ​ກ່າວ​ວ່າ​:


"ການ​ແຂ່ງຂັນ​ກິລາ​ໃນ​ຍຸກ​ປັດຈຸບັນ​ແມ່ນ​ເອົາ​ໃຈ​ໃສ່​ນຳ​ການ​ຮ່ວມ​ມື​ຂອງ​ໝົດ​ທິມ,​ໃນ​ການ​ກະກຽມ​ການ​ແ​ຂ່ງຂັນ,ການ​ຮ່ວມ​ມື​ຂອງ​ທິມມີ​ບົດບາດສຳຄັນ​ທີ່​ສຸດ. ຄູ​ເຝິກ, ນາຍ​ໝໍ​ແລະ​ພະນັກງານ​ເຕັກນິກ​ອື່ນໆ​ຂອງ​ທິມຍົກ​ນ້ຳໜັກ​ຈີນ​ລ້ວນ​ແຕ່​ເຮັດ​ວຽກ​ໄດ້​ດີ,ນີ້​ກໍ​ແມ່ນ​ສາ​ເຫດ​ທີ່​ເຮັດ​ໃຫ້​ຂ້າພະ​ເຈົ້າດີ​ໃຈ. ທິມຍົກ​ນ້ຳ​ໜັກ​ຈີນ​ໄດ້​ຮັບ​ຫຼຽນ​ຄຳ​ຫຼາຍ​ປານ​ນີ້​ ຂ້າພະ​ເຈົ້າ​ເຫັນ​ວ່າ​ແມ່ນ​ເລື່ອງ​ທີ່​ສົມ​ເຫດ​ສົມ​ຜົນ"ທ່ານ​ອະ​ຈັນ​ບອກ​ນັກ​ຂ່າວ​ວ່າ,​ທ່ານ​ກັບ​ເຈົ້າໜ້າ​ທີ່​ເຕັກນິກ​ຂອງ​ສະຫະ​ພັນ​ຍົກ​ນ້ຳໜັກ​ສາກົນ​ເຄີຍ​ໄປ​ຢ້ຽມຢາມ​ໂຮງ​ຮຽນ​ຍົກ​ນ້ຳ​ໜັກ​ແຫ່ງ​ໜຶ່ງ​ຂອງ​ຈີນ​ທີ່​ຕັ້ງ​ຢູ່​ເຂດ​ຊຸ້ນອີ້​ນະຄອນ​ປັກ​ກິ່ງ,​ຢູ່​ແຫ່ງ​ນັ້ນ ທ່ານ​ອະ​ຈັນ​ໄດ້​ປະກົດ​ເຫັນ​ພື້ນ​ຖານ​ຂອງ​ການ​ພັດທະນາ​ລາຍ​ການ​ຍົກ​ນ້ຳໜັກ​ຂອງ​ຈີນ​ໃນ​ອະນາຄົດ,​ທ່ານ​ກ່າວ​ວ່າ

"ຂ້າພະ​ເຈົ້າ​ກັບ​ເຈົ້າ​ໜ້າ​ທີ່​​ເຕັກນິກ​ໄດ້​ໄປ​ວິທະຍາ​ໄລ​ກິລາ​ແຫ່ງ​ໜຶ່ງ​ຂອງ​ຈີນ,ນັກ​ກິລາ​ຢູ່​ແຫ່ງ​ນັ້ນ​ລ້ວນ​ແຕ່​ມີ​ພື້ນຖານ​ທີ່​ດີ.ມີ​ຊາວ​ໜຸ່ມ​ນັບ​ເປັນ​ພັນ​ຄົນ​ຝຶກ​ແອບ​ທຸກ​ມື້,​ເຂົາ​ເຈົ້າ​ມີ​ການ​ຮັບ​ປະ​ກັນ​ທີ່​ດີ​ໃນ​ດ້ານ​ໂພ​ສະນາ​ການ,​ອາ​ຫານ​ແລະ​ການ​ປິ່ນປົວ.​ຖ້າ​ວ່າ​ທິມຈີນ​ໄດ້​ຫຼຽນ​ຄຳ​ອີກ​ຫຼາຍ​ຫຼຽນ,ຂ້າພະ​ເຈົ້າ​ກໍ່​ບໍ່​ຮູ້ສຶກ​ແປກ​ປະຫຼາດ,​ເພາະນັກ​ກິລາ​ຈີນ​ມີ​ແຜນການ​ຝຶກ​ແອບ​ທີ່​ຈົບງາມ,ຂ້າພະ​ເຈົ້າ​ເຊື່ອ​ວ່າ​ເຂົາ​ເຈົ້າ​ຈົນ​ກະທັ້ງ​ໄດ້​ກຽ​ມພ້ອມ​ແລ້ວ​ເພື່ອ​​ເຂົ້າ​ຮ່ວມງານ​ກິລາ​ໂອ​ລິ​ມປິກ​ລອນ​ດອນ​ປີ2012"

ນອກ​ຈາກ​ຜົນງານ​ທີ່​ດີ​ເດັ່ນ​ຂອງ​ນັກ​ກິລາ​ຈີນ​ແລ້ວ,ທ່ານ​ທາ​ມາສ ອາ​ຈັນ ຍັງ​ຮູ້​ສຶກ​ງຶດ​ງໍ້​ຫຼາຍ​ຕໍ່​ຜູ່​ຊົມ​ຈີນ​ທີ່​ໄປເບິ່ງ​ການ​ແຂ່ງຂັນ​ຍົກ​ນ້ຳໜັກ​ຢູ່​ສະ​ໜາມ​ກິ​ລາ​ມະ​ຫາ​ວິ​ທະ​ຍາ​ໄລ​ການ​ບິນ​ອະ​ວະ​ກາດ​ປັກ​ກິ່ງ,ທ່ານ​ເຫັນ​ວ່າ,ຜູ່​ຊົມ​ຈີນ​ບໍ່​ພຽງ​ແຕ່​ມີ​ຄວາມ​ກະ​ຕື​ລື​ລົ້ນ​ຢ່າງ​ເຕັມ​ປ່ຽມ​ເທົ່າ​ນັ້ນ,​ແລະ​ຍັງ​ໄດ້​ປະຕິບັດ​ຕໍ່​ນັກ​ກິລາ​ປະ​ເທດ​ຕ່າງ​ໆຢ່າງ​ຍຸດຕິ​ທຳ.ທ່ານ​ກ່າວ​ວ່າ:

"ຂ້າພະ​ເຈົ້າ​ຢາກ​ບອກ​ທ່ານວ່າ,​ໃນ​ຫຼາຍ​ມື້​ຜ່ານ​ມາ,ຂ້າພະ​ເຈົ້າ​ດີ​ໃຈ​ຫຼາຍ​ທີ່​ໄດ້​ເຫັນ​ມີ​ຜູ່​ຊົມ​ຈີນ​ຫຼານ​ປານ​ນັ້ນ​ໄປ​ຊົມ​ການ​ແຂ່ງຂັນ​ຍົກ​ນ້ຳໜັກ​ຢູ່​ສະໜາມກິລາ,ຂ້າພະ​ເຈົ້າ​ຍັງ​ຢາກ​ເຊື້ອ​ເຊີນ​ຜູ່​ຄົນ​ຫຼາຍ​ກວ່ານັ້ນ​ໄປ​ຊົມ​ການ​ແຂ່ງຂັນ​ນີ້,​ເຂົາ​ເຈົ້າ​ເຊຍ​ໃຫ້​ນັກ​ກິລາ​ທຸກ​ຄົນ,ບໍ່​ພຽງ​ແຕ່​ເຊຍ​ໃຫ້​ນັກ​ກິລາ​ຈີນ​ເທົ່າ​ນັ້ນ,ຍັງ​ໄດ້​ເຊຍ​ໃຫ້​ນັກ​ກິລາ​ປະ​ເທດ​ອື່ນ​ຢ່າງ​ທ່ຽງ​ທຳ​ອີກ​ດ້ວຍ,​ຈັ່ງ​ແມ່ນ​ດີ​ຫຼາຍ."
​ໃນ​ຕອນ​ທ້າຍ​ຂອງ​ການ​ສຳພາດ,ທ່ານ​ອາ​ຈັນ​ໄດ້​ຜ່ານ​ຈາກ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ສົ່ງ​ຄວາມ​ອວຍພອນ​ໄປ​ຍັງ​ຜູ່​ຟັງ​ທຸກ​ຄົນ,ທ່ານ​ກ່າວ​ວ່າ:

"ຂ້າພະ​ເຈົ້າ​ຊື່ວ່າ​ທາ​ມາສ ອາ​ຈັນ, ​ແມ່ນ​ກຳມະການ​ຂອງ​ຄະນະ​ກຳມະການ​ໂອ​ລິມ​ປິກ​ສາ​ກົນ,​ປະ​ທານ​ຂອງ​ສະຫະພັນ​ຍົກ​ນ້ຳ​ໜັກ​ສາກົນ,ຂ້າພະ​ເຈົ້າ​ຂໍ​ຝາກ​ຄວາມ​ອວຍພອນ​ທີ່​ດີ​ທີ່​ສຸດ​ໄປ​ຍັງ​ມິດ​ລາຍການ​ຂອງ​CRI,ຂໍ​ໃຫ້​ທຸກໆ​ຄົນ​ຈົ່ງ​ມີ​ຄວາມ​ສຸກ,ຄວາມສະບາຍດີໝົດ​ທຸກ​ຄົນ!"

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>