ງານ​​ໂອ​ລິມ​ປິກ​ປັກ​ກິ່ງ​ແມ່ນ​​ແຫຼ່ງ​ສ້າງ​ເລື່ອງ​ມະ​ຫັດ​ສະ​ຈັນ

(GMT+08:00) 2008-08-23 13:19:06 cri
-----------------------------------------------------------------------------------------------------------------
ໃນ​ໂລກ​ນີ້, ​ແຕ່​ລະ​ຊົນ​ເຜົ່າ​ກໍ່​ມີ​ເລື່ອງ​ມະຫັດສະຈັນ​ຂອງ​​​ໃຜລາວ, ຈາກ​​ວິລະ​ກຳ​ທີ່​ໜ້າສັນລະ​ເສີນຂອງ​ເກຼັກບູຮານ​ຮອດ​ກາມ​ມະ​ເທບ​ຍິງ​ລູກ​ສອນ​ຂອງ​ໂຣມບູຮານ, ຮອດ​ເທບ​ນິຍາຍບູຮານຂອງ​ຈີນ, ວິລະ​ຊົນ​ໃນ​​ເທບ​ນິຍາຍ​ເຫຼົ່ານີ້​ລ້ວນ​ແຕ່​ມີ​ອະພິນິຫານ​ເໜືອ​ມະນຸດ​ເຮົາ,​ເຂົາ​ເຈົ້າ​ແລ່ນ​​ໄວປານ​ລົມ​ກົດ, ສາມາດ​ເຫ​າະ​ເຫີ​ນ​ເດີນ​ອາກາດ​ມຸດ​ນ້ຳດຳ​ດິນ, ​ໄດ້​ຮັບ​ຄວາມ​ຍ້ອງຍໍ​ສັນລະ​ເສີນ​ຈາກ​ທຸກ​ເຊັ່ນ​ຄົນ. ​ເລື່ອງ​ມະຫັດສະຈັນ​ທີ່​ຫ່າງ​ຈາກ​ຄົນ​ເຮົາ​ໄກ​ແສນ​ໄກ​ເຫຼົ່ານີ້, ​ໄດ້​ເຮັດ​ໃຫ້​ຫຼາຍຄົນ​ປາຖະໜາ​ມາ​ເປັນ​ເວລາ​ດົນ​ນານ. ມື້​ນີ້, ​ເລື່ອງ​ມະຫັດສະຈັນ​​ເທື່ອແລ້ວ​ເທື່ອ​ເລົ່າ​ກໍ່​ໄດ້​ກຳ​ເນີ​ດຂຶ້ນ​ຢູ່​ຕໍ່ໜ້າພວກ​ເຮົາ, ນີ້​ກໍ່​ແມ່ນ​ໂອ​ລິ​ມປິກ​ປັກ​ກິ່ງ​ນຳ​ມາ​ໃຫ້. ​ໃນ​ລາຍ​ການ​ບົດ​ບັນທຶກ​ປະຈຳ​ວັນ​ຂອງ​​ແສງ​ທອງ​ມື້​ນີ້, ພວກ​ເຮົາ​ມາ​ລົມ​ເລື່ອງ​ມະຫັດສະຈັນ​ຂອງ​ໂອ​ລິ​ມປິກ​ປັກ​ກິ່ງ.

20 ​ໂມງ​ຂອງ​ວັນ​ທີ 8 ​ເດືອນ 8, ຢູ່​ສະໜາມກິລາ"ຮັງ​ນົກ"ປັກ​ກິ່ງ, ການສະ​ແດງທີ່​ເຕັມ​ໄປ​ດ້ວຍ​ຄວາມ​​ໄຝ່​ຝັນ​ແລະ​ງາມ​ວິ​ໄລ​ຂອງ​ພິທີ​ໄຂ​ງານ​ໂອ​ລິ​ມປິກ​ໄດ້​ເປີດ​ສາກ​ເລື່ອງ​ເທບ​ນິຍາຍ​​ໃນ​ຍຸກ​ປັດຈຸບັນ. ​ໃນ​ພິທີ​ໄຂ​ດັ່ງກ່າວ, ພາບ​ປະຫວັດ​ສາດຫຼາຍ​​​ແຜ່ນ​ໄດ້​​ເປີດ​ຢູ່​ຕໍ່ໜ້າ​ພວກເຮົາ, ຮ່ອງ​ຮອຍ​ອະລິຍະ​ທຳ​ໄດ້​ສະ​ແດງ​ອອກ​ມາ, ​ເນື້ອ​ໃນ​ວັດທະນະທຳ​ດັ້ງ​ເດີມ​ຂອງ​ປະຊາ​ຊາດ​ຈີນ​ໄດ້​ເຮັດ​ໃຫ້​​ໂລກ​ສະ​ເທືອ​ນ​ໃຈ. ວິວັດ​ທະນາການຂອງ​ປະ​ເທດ​​ເກົ່າ​ແກ່ບູຮານທີ່​ມີອາ​ລິ​ຍະ​ທຳ 5 ພັນ​ປີ​ໄດ້​ຫຍໍ້​ເຂົ້າມາ​ເປັນຄວາມ​​ໄຝ່ຝັນ​ແບບ​ເທບ​ນິຍາຍ​. ​ແຕ່​ວ່າ​, ນີ້​ພຽງ​ແຕ່​ແມ່ນ​ການ​ເລີ່​ມຕົ້ນ​ເທົ່າ​ນັ້ນ.

ຕອນ​ຄ່ຳ​ວັນ​ທີ 16 ສິງຫາ​ນີ້, ​ໃນ​ການ​ແຂ່ງຂັນ​ແລ່ນ​ 100 ​ແມັດ​ເພດ​ຊາຍ​ຮອບ​ຊິງ​ຊະນະ​ເລີດ, ທ້າວບອບທ໌ ຢູ​ເຊ​ນ "ມະນຸດ​ບິນ"ຈາ​ໄມ​ກາ​ໄດ້​ແລ່ນ​ດ້ວຍຜົນງານ​ 9 ວິນາທີ 69 ລິບດາຢ່າງ​ໜ້າ​ອັດ​ສະ​ຈັນ, ​ເວລາ​ດັ່ງກ່າວ​ເຮັດ​ໃຫ້​ຄົນ​ງຶດ​ງໍ້, ​​ໄວກວ່າ​ສະຖິຕິ​ໂລກ 9 ວິນາທີ 72 ລິບດາທີ່​​​ເອີ້ນວ່າ​ເປັນ"ຄວາມ​ໄວ​ສູງສຸດ"ນັ້ນ 0,03 ວິນາທີ. ຄົນ​ທັງຫຼາຍອ້າ​ປາກ​ຕາຄ້າງຢ່າງ​ຕື່ນ​ຕົກ​ໃຈ​ວ່າ, ມະນຸດ​ສາມາດ​ແລ່ນ​ໄວຊໍ່າ​ນີ້​ພຸ້ນ​ຫວະ? ​ເມື່ອ​ໄດ້​ເຫັນ"ມະນຸດ​ບິນ"ທີ່​ສູງ 1​ແມັດ96 ຊັງ​ຕີ​ແມັດ​​​​ ກ່ອນ​ຈະ​ຮອດ​ເສັ້ນ​ໄຊ, ກໍ່ອ້າ​ແຂນ ຕົບ​ເອິກ​ຂອງ​ຕົນ, ​ແລະ​ແລ່ນຂ້າມ​ເສັ້ນ​ໄຊ​ດ້ວຍ​ຄວາມ​ທະ​ນົງ​ໃຈ, ​ເຮັດ​ໃຫ້ພວກ​ເຮົາ​ອຸທານ​ວ່າ, ​ເວົ້າສຳລັບ​ມະນຸດ​ເຮົາ​ແລ້ວ, ການ​ແລ່ນ​​ໄວປານ​ລົມກົດ​ບໍ່​ແມ່ນ​ຄວາມ​ໄຝ່ຝັນ​ອີກ​ຕໍ່​ໄປ​ແລ້ວ, ມະນຸດ​​​ໃນ​ເທບ​ນິຍາຍ​ກໍ່​ຢູ່​ຕໍ່ໜ້າ​ພວກ​ເຮົານີ້​ລະ.

ວັນ​ທີ 17 ສິງຫາ​ນີ້, ທ້າວ​​ໄມ​ໂຄ ​ເຟວສ໌ ​ຊິງ​ໄດ້ຫຼຽນຄຳຫຼຽນ​ທີ 8 ຂອງງານ​ໂອ​ລິ​ມປິກ​ປັກ​ກິ່ງ, ​ໄດ້​ທຳລາຍ​ສະຖິຕິ​ຂອງ​ທ້າວ​ມາກ ສະ​ບິ​ສ໌​ທີ່​ໄດ້ຫຼຽນຄຳ 7 ຫຼຽນ​ໃນ​ງານ​ໂອ​ລິ​ມປິກ​ມິ​ວນິກ​​ເມື່ອ​ປີ 1972, ພ້ອມ​ກັນນັ້ນ, ລາວ​ຍັງ​ໄດ້​ສ້າງ​ສະຖິຕິ​ທີ່​ຄົນ​ໜຶ່ງ​ໄດ້​ຮັບຫຼຽນຄຳ​ໂອ​ລິ​ມປິກ 14 ຫຼຽນ. ມີ​ຄົນ​ເວົ້າວ່າ, ຄື​ຊິ​ມີ​ແຕ່"ມະນຸດ​ຕ່າງດາວ"​ເທົ່າ​ນັ້ນລະຈຶ່ງ​ສາມາດ​ທຳລາຍ​ສະຖິຕິ​ຂອງ​ທ້າວ​ມາກ ສະ​ບິ​ສ໌​ໄດ້​ແຕ່​ຖ້າ​ມີ​ຜູ້​ອື່ນ​ສາມາດ​ເຮັດ​​ໄດ້, ຜູ້ນັ້ນກໍ່​ຄົງຈະ​ແມ່ນ​ທ້າວ​​ໄມ​ໂຄ ​ເຟວສ໌​​ເທົ່າ​ນັ້ນລະ​ທີ່​ເຮັດ​ໄດ້." ​ແສງ​ທອງ​ເຫັນ​ວ່າ, ​ໃນ​ຖານ​ະ​ເປັນ​ຜູ້​ສືບ​ທອດ​ຂອງ​ເທບ​ນິຍາຍ, ມະ​ນຸດເຮົາ​ບໍ່​​ເຄີຍ​ຢຸດ​ຄວາມ​​ໄຝ່​ຝັນ, ​ແລະ​ກໍ່ບໍ່​ຂາດ​ຄວາມ​ປະດິດ​ສ້າງ, ຄວາມ​ມະຫັດ​ສະ​ຈັນ​ດັ່ງກ່າວ​ກໍ່​ແມ່ນ​​ເທບ​ນິຍາຍ​ໃໝ່​ທີ່ຄົນ​ຍຸກ​ປັດຈຸບັນສ້າງ​ຂຶ້ນ.

"ຮັງ​ນົກ""ກ້ອນ​ນ້ຳ 4 ຫຼ່ຽມ"ທີ່​​ເຕັມ​ໄປ​ແຕ່​ສິ່ງອັດສະຈັນ​​​ແລະ​ຄວາມ​ໄຝ່​ຝັນ; ຍິງ​ຈະຫຼວດ​ເພື່ອ​​ໄລ່​ຝົນ; "ນັກ​ກິລາ​ຍົກ​ນ້ຳໜັກ"ທີ່​ສາມາດ​ຍົກ​​ນ້ຳໜັກ​ທີ່​ຫຼາຍກວ່າ​ນ້ຳ​ໜັກ​ຂອງ​ຕົນ 2 ​ເທົ່າ; ນັກ​ກິລາກາຍຍະກຳ​ແລະ​ນັກ​ກິລາ​ໂດດ​ນ້ຳ ທີ່​ສາມາດ​ເຕັ້ນລຳ​ຢູ່​ເທິງ​ອາກາດ ​…… ​ເຖິງ​ວ່າ​ງານ​ກິລາ​ໂອ​ລິ​ມປິກ​ຫາ​ກໍ່ກາຍ​ເຄິ່ງ, ​ແຕ່​ມັນ​ໄດ້​ນຳ​ເອົາ​ຄວາມ​ສະ​ເທືອ​ນ​ໃຈຫຼາຍທີ່​ສຸດ, ​ແລະ​ສິ່ງ​ມະຫັດສະຈັນຫຼາຍທີ່​ສຸດ​ມາ​ໃຫ້​ພວກ​ເຮົາ​ແລ້ວ, ​ໃນ​ຖານະ​ເປັນ​​ພິຍານ​ຂອງ​ສິ່ງ​ມະຫັດສະຈັນ​ດັ່ງກ່າວ​ນີ້, ພວກ​ເຮົາ​ໄດ້​ມີ​ຄວາມ​ພາກ​ພຸມ​ໃຈຫຼາຍຕໍ່​ຕົນ​ເອງ​ທີ່ໄດ້​ຢູ່​ໃນ​ຍຸກ​ສະ​ໄໝ​ນີ້, ທັງພູມ​ໃຈ​ນຳພະລັງ​​ແຮງບົ່ມ​ຊ້ອນ​ແລະ​ຄວາມ​ໄຝ່​ຝັນ​ຂອງ​ມະນຸດ.

ງານ​ໂອ​ລິ​ມປິກ​ປັກ​ກິ່ງ, ງານ​ມະ​ຫະກຳ​ທີ່​ປະຈັກ​ຕາ​ໂລກ​ຄັ້ງນີ້, ​ເໝືອນ​ດັ່ງ​ແຫຼ່ງທີ່ກຳ​ເນີ​ດສິ່ງ​ມະ​ຫັດສະ​ຈັນ, ​ໄດ້​ສະ​ເທືອ​ນຕາ​ແລະ​ໃຈ​ຂອງ​ທຸກ​ຄົນ. ​​ໃນ​ເວລາ​ນີ້, ບໍ່​ມີ​ການຈຳ​ແນ​ກ​ເຊື້ອ​ຊາດ​ຜິວ​ພັນ, ​ໄດ້​ຫຼຸດພົ້ນອອກ​ຈາກ​ຄວາມ​ຂັດ​ແຍ່ງ​ກັນ​ດ້ານ​ການ​ເມືອງ ​ແລະ​ຄວາມ​ແຕກ​ຕ່າງ​ກັນ​ດ້ານ​ວັດທະນະທຳ, ​ໃນ​ຖານະ​ເປັນ​ອົງ​ກອນ​ດຽວ​ກັນ, ມະນຸດ​​ໄດ້​ສາມັກຄີ​ກັນ​ຢ່າງ​ແໜ້ນ​ແຟ້ນ, "​ໂລກ​ດຽວກັນ, ຄວາມ​ຝັນ​ດຽວກັນ"ຍິ່ງ​ໄດ້​ຊຶມ​ເລິກ​ສູ່ດວງ​ໃຈ​ໝົດ​ທຸກ​ຄົນ. ​ແສງ​ທອງ​ເຊື່ອ​ວ່າ, ​ໃນ​ໄລຍະ​ການ​ແຂ່ງຂັນ​ຕໍ່​ໄປ, ​ໃນ​ພິທີ​ອັດ​ງານ​ໂອ​ລິ​ມປິກ, ພວກ​ເຮົາ​ຈະ​ໄດ້​ເປັນ​ພິຍານ​ໃຫ້​ແກ່​ສິ່ງ​ມະຫັດສະຈັນຫຼາຍກວ່າ​ເກົ່າ, ງານ​ໂອ​ລິ​ມປິກປັກ​ກິ່ງ--​ເວທີ​ທີ​ທີ່​ປະດິດ​ສ້າງ​ສິ່ງ​ມະຫັດສະຈັນ​ກໍ່​ຈະ​ຖືກ​ຈາລຶກ​ໃນ​ດວງ​ໃຈ​ຂອງ​ປະຊາຊົນ​ໃນ​ໂລກ.%
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>