ພາ​ສາ​ຈີນ​ໂອ​ລິມ​ປິກ 080824

(GMT+08:00) 2008-08-24 15:32:18 cri
-----------------------------------------------------------------------------------------------------------------
ອຳ​ລາ​​ໂອ​ລິ​ມປິກ-1

ວັນນີ:ສະບາຍດີ​ທ່ານ​ຜູ່​ຟັງ​ທີ່ຮັກ​ແພງ​ທຸກ​ທ່ານ, ລາຍການ​ພາສາ​ຈີນ​ໂອ​ລິ​ມປິກ​ມາ​ພົບ​ກັບ​ທ່ານ​ອີກ​ຕາມ​ນັດ.

ສັງຂານ​​:​ເຈົ້າສະບາຍດີ​ທຸກ​ທ່ານ, ຄຽງ​ຄູ່​ກັບ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້ສິ້ນ​ສຸດ​ລົງ,ລາຍການ​ສອນ​ພາສາ​ຈີນ​ໂອ​ລິ​ມປິກ​ຂອງ​ພວກ​ເຮົາຍັງ​ເຫລືອ​ສອງ​ລາຍການ​ກໍ່ຈະ​ຫມົດ​ລົງ​ແລ້ວ.

ວັນນີ:​ເຈົ້າ,​ໃນ​ສອງ​ລາຍການ​ສຸດ​ທ້າຍ​ນີ້,ສັງຂານ​ກັບ​ວັນນີ​ຈະ​ພ້ອມ​ກັບ​ທ່ານກ່າວ​ຄຳ​ອຳ​ລາ​​ໂອ​ລິ​ມປິກ.

ສັງຂານ​:​ຄັນ​ເວົ້າ​ໃຫ້​ຖືກ​ແທ້​ກໍ່​ແມ່ນຂໍ​ລາ​​ໂອ​ລິ​ມປິກ​ຄັ້ງທີ 29.

ວັນນີ:​ແມ່ນ​ແລ້ວ, ງານ​ໂອ​ລິ​ມປິກ​ພາສາ​ຈີນ​ເວົາວ່າ 奥林匹克运动会(ອ່ານ​ຕາມ) ​ແຕ່​ຄົນ​ຈີນ​ສ່ວນ​ຫລາຍ​ມັກ​ເວົ້າຫຍໍ້​ໆ​ວ່າ 奥运会(ອ່ານ​ຕາມ) ສ່ວນ​ງານ​ໂອ​ລິມປິກ​ທີ່​ອັດ​ລົງ​ຢູ່​ປັດ​ກິ່ງ​ໃນ​ວັນ​ທີ 24 ສິງຫານີ້​ແມ່ນ​ງານ​ໂອ​ລິ​ມປິກ​ລະດູ​ຮ້ອນ​ຄັ້ງທີ 29 第二十九届夏季奥运会

ສັງຂານ:ງານ​ໂລ​ອິມປິກ​ແມ່ນ​ກຳ​ເນີ​ດຢູ່​ເມືອງ​ໂອ​ລິ​ມ​ເປຍ​ຂອງ​ເກຼັກບູ ຮານ.​ໂດຍ​ມີ​ທ່ານ​ບີ​ແອ.ຄູ​ເບີ​ຕິນ ຄົນ​ຝຣັ່ງ​ສົ່ງ​ເສີມ​ຢ່າງ​ແຂງ​ແຮງ, ງານ​ໂອ​ລິ​ມ ປິກ​ສະ​ໄຫມ​ໃຫມ່ຄັ້ງທີ​ຫນຶ່ງ​ກໍ່​ຈັດ​ຂຶ້ນ​ຢູ່​ເມືອງ​ອາ​ແຕນ​ເກຼັກ​ໃນ​ປີ 1896, ທ່ານ​ຄູ​ເບີ​ຕິນກໍ່​ໄດ້​ຮັບ​ການ​ຂະ​ຫນາມນາມວ່າ​ເປັນ​ບິດາ​ແຫ່ງ​ໂອ​ລິ​ມປິກ​ສະ​ໄຫມ​ໃຫມ່.

ວັນນີ:ນອກຈາກ​ ​ໂອ​ລິ​ມປິກ​ລະດູ​ຮ້ອນ​ຫລື 夏季奥运会 (ອ່ານ​ຕາມ),ງານ​ໂອ​ລິ​ມປິກ​ຍັງ​ມີ​ໂອ​ລິ​ມປິກ​ລະດູ​ຫນາວ:冬季奥运会 ໂອ​ລິ​ມປິກ​ຄົນ​ພິການ:残疾人奥运会 ​ໂອ​ລິ​ມປິ​ກ​ຊາວ​ຫນຸ່ມ 青少年奥运会 ໂອ​ລິ​ມປິກ​ພິ​ເສດ 特殊奥运会

ວັນນີ:​ໃນ​ພາສາ​ຈີນ, ຄັນ​ບໍ່​ອະທິບາຍ​ຢ່າງ​ລະອຽດ​ແລ້ວ, ຄຳ​ວ່າ 奥运会 ສ່ວນ​ຫລາຍ​ແມ່ນ​ຫມາຍ​ເຖິງ 夏季奥运会 ​ໂອ​ລິ​ມປິກ​ລະດູ​ຮ້ອນ.

ສັງຂານ:​ເຈົ້າ,​ເຂົ້າ​ໃຈ​​ແລ້ວ. ອ້າວ​ຢູ້ນຮຸ້ຍ ງານ​ໂອ​ລິ​ມປິກຈັດ​ຂຶ້ນ​ທຸກໆ​ສີ່​ປີ​, ​ເທື່ອ​ນີ້​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ແມ່ນ​ເປັນ​ເທື່ອ​ທີ​ສາ​ມທີ່​ຈັດ​ຂຶ້ນ​ຢູ່​ອາຊີ.

ວັນນີ:​ໃນ​​ໄລຍະ​ເກີດສົງຄາມ​ໂລກ​ສອງ​ຄັ້ງ,ງານ​ໂອ​ລິ​ມປິກ​ສະ​ໄຫມ​ໃຫມ່​ເຄີຍ​ເຊົາ​ຈັດ​ສາມ​ຄັ້ງ.​ແຕ່​ນ້ຳ​ໃຈ​ສັນຕິພາບ ມິດຕະພາບ​ແລະ​ຄວາມ​ກ້າວຫນ້າ​ທີ່​ເປັນ​ນ້ຳ​ໃຈ​ຂອງ​ໂອ​ລິ​ມປິກ​ນັ້ນ​ໄດ້​ຮັບ​ຄວາມ​ເຫັນ​ດີ​ຈາກ​ຄົນ​ນັບ​ມື້​ນັບ​ຫລາຍ.ປະ​ເທດ​ແລະ​ນັກ​ກິລາ​ນັບ​ມື້​ນັບ​ຫລາຍ​ກໍ່​ຄອງ​ຄອຍ​ເຕົ້າ​ໂຮມ​ກັນ​ຢູ່​ໃຕ້​ທຸງ​ຫ້າ​ບ້ວງ, ​ແຂ່ງຂັນ​ຢ່າງ​ຍຸດຕິ​ທຳ,​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ, ພ້ອມ​ກັນ​ທ້າ​ທາຍ​ກັບ​ຕົນ​ເອງ​ດ້ວຍ​ນ້ຳ​ໃຈ​ທີ່​ວ່າ​ຍິ່ງ​ສູງ ຍິ່ງ​ໄວ ​ແລະ​ຍິ່ງ​ເຂັ້ມ​ແຂງ.

ສັງຂານ:​ເຈົ້າ​ແມ່ນ​ແລ້ວ, ທຸງ​ຫ້າ​ບ້ວງ​ໂອ​ລິ​ມປິກ​ແມ່ນ​ທຸງ​ສີຂາວ​ທີ່​ພິມ​ຫ້າ​ບ້ວງ​ຂອງ​ໂອ​ລິ​ມປິກ.ຫ້າ​ບ້ວງ​ນີ້​ມີ​ສີຟ້າ ສີດຳ ສີ​ແດງ ສີ​​ເຫລືອງ​ແລະ​ສີຂຽວ.

ວັນນີ:​ເຈົ້າ,ຫ້າ​ບ້ວງ​ໂອ​ລິ​ມປິກ ພາສາ​ຈີນ​ເວົ້າວ່າ 奥运五环 (ອ່ານ​ຕາມ), ຫ້າ​ສີນ​ນີ້​​ໄດ້​ຕາງ​ຫນ້າ​ໃຫ້​ຫ້າທະວີບ​ທີ່​ເຂົ້າຮ່ວມ​ງານ​ໂອ​ລິ​ມປິກ​ຄື ສີເຫລືອງ​ແມ່ນ​ອາຊີ ສີດຳ​​ແມ່ນ​ອາ​ຟຼີກາ ສີຟ້າ​ແມ່ນ​ເອີ​ລົບ  ສີ​ແດງ​ແມ່ນ​ທະວີບອາ​ເມ​ລິ​ກາ​ແລະ​ສີຂຽວ​​ແມ່ນທະ​ວີ​ບ​ໂອ​ເຊ​ອາ​ນີ.

ວັນນີ:ທີ່​ທ່ານ​ຟັງ​ຢູ່​ນີ້​ແມ່ນ​ເພງ 五环旗飘扬在东方 ທຸງ​ຫ້າ​ບ້ວງ​ປິວ​ສະ​ບັດ​ຢູ່​​ຕາ​ເວັນ​ອອກ.

ສັງຂານ:ຜູ່​ດຳ​ເນີນ​ລາຍການ​ທອງ​ສັງ​ຂໍ​ລາ​ທ່ານ​ໄປ​ພ້ອມ​ກັບສຽງ​ເພງ​ນີ້, ມື້​ອື່ນ​ເວລາ​ດຽວ​ກັນ​ພົບ​ກັນ​ອີກ.ສະບາຍດີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>