ງານ​ໂອ​ລິ​ມປິກ​ຄັ້ງ​ທີ29​ອັດ​ລົງ​ຢູ່​ທີ່​ປັກ​ກິ່ງ​ຢ່າງ​ສຳ​ເລັດ​ຜົນ

(GMT+08:00) 2008-08-25 12:25:56 cri
-----------------------------------------------------------------------------------------------------------------

ຕາມ​ຂ່າ​ວສານ​ຊິນ​ຮວາ: ຕອນ​ຄ່ຳ​ວັນ​ທີ24 ສິງຫາ​ນີ້, ພິທີ​ອັດ​ງານ​ກິລາ​​ໂອ​ລິ​ມປິກ​ຄັ້ງ​ທີ29​ໄດ້​ຈັດ​ຂຶ້ນ​ຢູ່​ສະໜາມກິລາ​ແຫ່ງ​ຊາດ​ຈີນ ຫຼື​ຮັງ​ນົກ, ພາຍ​ໃນບັນຍາ​ກາດ​ທີ່​ສາມັກຄີ,ມ່ວນ​ຊື່ນ ​ແລະ ກົມກຽວ​ກັນ,ນັກ​ກິລາ,ຄູ​ເຝິກ ​ແລະ ​ແຂກ​ທີ່​ມາ​ຈາກ​204ປະ​ເທດ ​ແລະ ​ເຂດ​ແຄວ້ນ​ຕ່າງ​ໄດ້ພ້ອມ​ກັນ​ສະຫຼອງ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ຮັບ​ຜົນ​ສຳ​​ເລັດຢ່າ​ງຈົບງາມ.

ທ່ານ​ຫູ​ຈິນທາວ ປະທານ​ປະ​ເທດ​ຈີນ, ທ່ານ​ຊາກ ຣົກ​ເກ ປະທານ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ, ທ່ານຊາມາຣານສ໌ ປະທານກິ​ຕະມະ​ສັກຂອງຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ ​ພ້ອມ​ທັງ ຜູ່​ນຳ ​ແລະ ​ແຂກ​ຜູ່​ມີ​ກຽດທີ່​ມາ​ຈາກ​ແຫ່ງ​ຕ່າງໆ​ທົ່ວ​ໂລກ​ໄດ້​ເຂົ້າ​ຮ່ວມ​ພິທີ​ອັດ​ງານ.

ໃນ​​ເວລາກ່າວ​ຄຳ​ປາ​ໄສຢູ່​​ໃນ​ພິທີ​ອັດ​ງານ, ທ່ານ​ລີ​ວຊີ ປະທານ​ຄະນະ​ຈັດ​ຕັ້ງ​ໂອ​ລິ​ມປິກ​ປັກ​ກິ່ງ​ກ່າວວ່າ, ​ໄຟ​ສັກສິດ​ໂອ​ລິ​ມປິກ​​ໄດ້​ດັບມອດ​ລົງແລ້ວ, ​ແຕ່ຄວາມ​ເປັນ​ມິດກັບ​ໂລກ​ຂອງ​ປະຊາຊົນ​ຈີນ​ຈະລຸກ​ຮຸ່ງ​ແຈ້ງ​ສະຫວ່າງ​ຕະຫຼອດ​ໄປ, ພວກ​ເຮົາ​ອວຍພອນ​ຢ່າງ​ຈິງ​ໃຈໃຫ້​ກິລາ​ໂອ​ລິ​ມປິກ​ສືບ​ຕໍ່ຂະຫຍາຍ​​ຕົວຢ່າງ​ບໍ່​ຢຸດ​ຢັ້ງ.

ໃນ​ເວລາກ່າວ​ຄຳ​ປາ​ໄສຢູ່​​ໃນ​ພິທີ​ອັດ​ງານ,ທ່ານຊາກ ຣົກ​ເກ ປະທານ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ​ກ່າວ​ວ່າ, ນີ້​ແມ່ນ​ງານ​ກິລາ​ໂອ​ລິ​ມປິກ​ຄັ້ງ​ໜຶ່ງ​ທີ່ບໍ່​ມີ​ອັນທຽບ​ໄດ້, 16ມື້​ທີ່ສະຫງ່າ​ລາສີ​ຈະຈາລຶກ​ໃນ​​ໃຈ​ຂອງ​ພວກ​ເຮົາ​​ຕະຫຼອດ​ໄປ. ທ່ານ​ຕາງໜ້າ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ, ຂອບ​ໃຈ​ປະຊາຊົນ​ຈີນ, ຂອບ​ໃຈ​ອາສາ​ສະໝັກ​ທີ່ດີ​ເດັ່ນ ທັງຫຼາຍ,ຂອບ​ໃຈ​ຄະນະ​ຈັດ​ຕັ້ງ​ໂອ​ລິ​ມປິກ​ປັກ​ກິ່ງ. ສຸດ​ທ້າຍ,ທ່ານຊາກ ຣົກ​ເກ​ກໍ່ປະກາດອັດ​ງານ​ກິລ​າ​ໂອ​ລິ​ມປິກ​, ​ແລະ ຮຽກຮ້ອງ​ໃຫ້​ຄົນ​ທັງ​ຫຼາຍ​ໄປ​ເຕົ້າ​ໂຮມ​ກັນ​ໃນ​ງານ​ໂອ​ລິ​ມປິກ​ຄັ້ງ​ທີ30​ທີ່​ຈະຈັດ​ຂຶ້ນ​ຢູ່​ນະຄອນ​ລອນ​ດອນ​ໃນ4​ປີ​ຂ້າງ​ໜ້າ.

ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ແມ່ນງານ​ມະຫາ​ກຳ​ກິລາ​ທີ່ສະຫງ່າ​ລາສີ​ໃນ​ປະ​ຫວັດ​ສາດ​ກິລາ​ຂອງ​ໂອ​ລິ​ມປິກ. ​ໃນ16​ມື້​ທີ່​ຜ່ານ​ໄປ​ນັ້ນ, ນັກ​ກິລາ1​ໝື່ນ​ກວ່າ​ຄົນ​ທີ່​ມາ​ຈາກ204​ປະ​ເທດ ​ແລະ ​ເຂດ​ແຄວ້ນ​ໄດ້ຕໍ່​ສູ້​ກັບ​ສິ່ງ​ທ້າ​ທາຍ​ ​ແລະ ສ້າງ​ສະຖິຕິ​ໃໝ່,ທຳລາຍສະຖິຕິ​​ໂລກ38​ລາຍການ ​ແລະ ສະຖິຕິ​ງານ​ໂອ​ລິ​ມປິກ85​ລາຍການ, ມີຫຼາຍ​ປະ​ເທດ ​ແລະ ​​ເຂດ​ແຄວ້ນ​ສາມາດ​ຊີງໄດ້ຫຼຽນຄຳ ​​ແລະ ຫຼຽນ​ອື່ນໆໃນ​ງານ​ໂອ​ລິ​ມປິກ. ​ໃນ​ຖານະ​ທີ່​ເປັນ​​ເຈົ້າພາບ, ຄະນະ​ນັກ​ກິລາ​ຈີນ​ໄດ້​ຮັບ​ຫຼຽນ​ຄຳ51ຫຼຽນ, ຫຼຽນ​ລາງວັນ100​ຫຼຽນ, ​ເປັນ​ທີ​ໜຶ່ງ​ໃນ​ລາຍ​ຊື່​ຫຼຽນ​ຄຳ​ຂອງງານ​ໂອ​ລິ​ມປິກ, ​ໄດ້​ສ້າງຜົນງານ​ດີກ​ວ່າ​ໝູ່​ ນັບ​ແຕ່​ຄະນະ​ນັກ​ກິລາ​ຈີນ​​ໄດ້​ເຂົ້າ​ຮ່ວມ​ງານ​ໂອ​ລິ​ມປິກ​ມາ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>