ພາ​ສາ​ຈີນ​ໂອ​ລິມ​ປິກ 080825

(GMT+08:00) 2008-08-25 15:03:47 cri
-----------------------------------------------------------------------------------------------------------------
ອຳ​ລາ​ໂອ​ລິ​ມປິກ-2

ວັນນີ:ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ຮັກ​ແພງ, ສັງຂານ​ແລະ​ວັນນີ​ມາ​ພົບ​ກັບ​ທ່ານ​ອີກ​ແລ້ວ​ໃນ​ລາຍການ​ສອນ​ພາສາ​ຈີນ​ໂອ​ລິ​ມຫິກ.
ສັງຂານ​​:​ເຈົ້າສະບາຍດີ​ທຸກ​ທ່ານ. ງານ​ໂອ​ລິ​ມປິກ​ລະດູ​ຮ້ອນ​ຄັ້ງທີ 29 ​ໄດ້​ອັດ​ລົງ​ແລ້ວ​ໃນ​ຕອນ​ຄ່ຳ​ວັນ​ທີ 24 ສິງຫານ​ນີ້, ລາຍການ​ສອນ​ພາສາ​ຈີນ​ໂອ​ລິ​ມປິກ​ພວກ​ເຮົາ​ນີ້​ກໍ່​ເປັນ​ລາຍການ​ສຸດ​ທ້າຍ​ແລ້ວ.

ວັນນີ:​ເຈົ້າ,​ໃນ​ລາຍການ​ສຸດ​ທ້າຍ​ມື້ນີ້, ພວກ​ເຮົາ​ຈະສອນ​ກ່ຽວ​ກັບ​ກາ​ຫມາຍ ​ເພງ ​ແລະ​ສັດ​ນຳ​ໂຊກ​ຂອງ​ງານ​ໂອ​ລິ​ມປິກ ພາສາ​ຈີນ​ວ່າ​ແນວ​ໃດ?

ສັງຂານ:​ດີ​ຫລາຍ.

ວັນນີ: ກາ​ຫມາຍ​​ໂອ​ລິ​ມປິກ​ພາສາ​ຈີນ​ວ່າ 奥运会会徽 (ອ່ານ​ຕາມ) 奥运会 ​ແມ່ນ ງານ​ໂອ​ລິ​ມປິກ, 会徽 ​ແມ່ນ​ຫມາຍ​ເຖິງ​ກາ​ຫມາຍ. ຫລື​ບາງ​ຄົນ​ກໍ່​ມັກ​ເວົ້າວ່າ 奥运会会标(ອ່ານ​ຕາມ)

ສັງຂານ: ຄະນະ​ຈັດຕັ້ງງານ​​ໂອ​ລິ​ມປິກ​ເຊິ່ງລວມທັງ​ໂອ​ລິ​ມປິກ​ລະດູ​ຮ້ອນ​ແລະ​ລະດູ​ຫນາວ​ລ້ວນ​ແຕ່​ຈະ​ອອກ​ແບບກາ​ຫມາຍ​ສຳລັບ​ໂອ​ລິ​ມປິກ​ທຸກ​ຄັ້ງ.​ໃນ​ກາ​ຫມາຍ​ໂອ​ລິ​ມປິກ​ຂອງ​ທຸກ​ຄັ້ງທີ່​ຜ່ານ​ມາ, ​ເຖິງ​ວ່າມີ​ຮູບ​ພາບ​ຕ່າງ​ກັນ​ຫລາຍ,​ແຕ່​ລ້ວນ​ແຕ່​ມີ​ອັນ​ຄື​ກັນ,ນັ້ນກໍ່​ແມ່ນ​ຫ້າ​ບ້ວງ​ຂອງ​ໂອ​ລິ​ມປິກ, ​ແລະ​ຍັງມີ​ຮູບ​ພາບ​ທີ່​ສະ​ແດງ​ໃ​ຫ້​ເຫັນ​ເຖິງ​ຈຸດ​ພິ​ເສດ​ປະຫວັດສາດ ພຸມ​ສາດ ຮີດຄອງ​ປະ​ເພນີ​ຂອງ​ປະ​ເທດ​ເຈົ້າພາບ​ທີ່​ຈັດ​ງານ​ໂອ​ລິ​ມປິກ,​ເພື່ອ​ໃຫ້​ຄົນ​ເບິ່ງ​ແລ້ວ​ກໍ່​ຮູ້​​ເຖິງ​ສະຖານ​ທີ່ຈັດ​ງານ​ໂອ​ລິ​ມປິກ.

ວັນນີ:​ເຈົ້າ​ແມ່ນ​ແລ້ວ, ສ່ວນ​ກາ​ຫມາຍ​ຂອງ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ກໍ່​ແມ່ນ​ກາ​ປະ​ທັບ​ທີ່​ຕັ້ງຊື່ວ່າ 中国印-舞动的北京 ​ແປ​ວ່າ ກາ​ປະ​ທັບ​ຈີນ-ປັກ​ກິ່ງ​ທີ່​ກຳລັງ​ຟ້ອນ​,ຮູບ​ພາບ​ຂອງ​ກາ​ນີ້​ ​ມີ​ຈຸດ​ພິ​ເສດ​ຂອງການ​ຂຽນ​ງາມ​​ແບບ​ພື້ນ​ເມືອງ​ຂອງ​ຈີນ​ແລະ​ຈຸດ​ພິ​ເສດ​ຂອງ​ການ​ຫລິ້ນ​ກິລາ​ປະສົມ​ປະສານ​ກັນຄື​ກັບ​ຄົນ​ຫນຶ່ງ​ທີ່​ທັງ​ແລ່ນ​ທັງ​ຟ້ອນ​ໄປ​ຫາ​ໄຊຊະນະ.

ສັງຂານ:ອື່,ສັງຂານ​ເຫັນ​ການີ້​ແລ້ວ,​ເຫັນ​ວ່າ​ມີ​ສີສັນ​ຈີນ​ຫລາຍ.ນີ້​ວັນນີ,​ໃນ​ພິທີ​ອັດ​ງານ​ທີ່ຈັດ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ອາທິດ​ທີ່​ຜ່ານ​ມານ​ນີ້, ວັນນີ​ໄດ້​ຟັງ​ເພງທາງ​ການ​ໂອ​ລິ​ມປິກ​ແລ້ວ​ບໍ່?

ວັນນີ:ອື່,​ແມ່ນ​ເພງໂອ​ລິ​ມປິກ​ທີ່​ເປັນ​ເພງ​ເກຼັກບູຮານ​ນັ້ນບໍ່?

ສັງຂານ:​​ເຈົ້າ​ແມ່ນ​ແລ້ວ, ​ເພງ​ນີ້​ໄດ້​ຮ້ອງ​ເທື່ອ​ທຳ​ອິດ​ໃນ​ງານ​ໂອ​ລິ​ມປິກ​ຄັ້ງທີ 1 ຢູ່​ອາ​​ແຕນ​ໃນ​ປີ 1896, ​ແຕ່​ຕອນ​ນັ້ນມັນ​ຍັງ​ບໍ່​ທັນ​ກາຍ​ເປັນ​ເພງທາງ​ການໂອ​ລິ​ມປິກ​ເທື່ອ, ຈົນ​ຮອດ​ປີ 1958,ຄະນະ​ກຳມະການ​ໂອ​ລິ​ມປິກ​ຈິ່ງ​ຕົກລົງ​ວ່າ​ເອົາ​ເພງ​ນີ້​ເປັນ​ເພງປະຈຳ​ໂອ​ລິ​ມປິກ.ຫລັງ​ຈາກ​ນັ້ນ, ​ໃນ​ພິທີ​ໄຂ​ອັດ​ງານ​ໂອ​  ລິ​ມປິກ​ທຸກ​ຄັ້ງ, ຄົນ​ທັງຫລາຍ​ກໍ່​ໄດ້​ຟັງ​ເພງ​ນີ້​ໄດ້.

ວັນນີ:​ໂອ, ​ເປັນ​ແນວ​ນີ້​ຫວະ? ​ເພງ​ທາງ​ການ​ງານໂອ​ລິ​ມປິກ,ພາສາ​ຈີນ​ເວົ້າວ່າ 奥运会会歌 (ອ່ານ​ຕາມ)

ສັງຂານ:ນອກຈາກ 会歌 ທີ່​ເປັນທາງ​ການ​ແລ້ວ, ​ໃນ​ພິທີ​ໄຂ​ງານ​ໂອ​ລິ​ມ ປິກ​ທຸກ​ຄັ້ງ,ຍັງ​ຈະ​ຮ້ອງ​ເພງ​ສັນ​ຍະ​ລັກ​ຂອງ​ງານ​ໂອ​ລິ​ມປິກ​ຄັ້ງນັ້ນອີກ.

ວັນນີ:​ເຈົ້າ, ​ເພງ​ສັນຍະລັກ​ຂອງ​ງານ​ໂອ​ລິ​ມປິກ​ພາສາ​ຈີນ​ເວົ້າວ່າ:主题歌 (ອ່ານ​ຕາມ) ​ເພງ​ສັນຍະລັກ​ປີນີ້​ແມ່ນ​ເພງ 我和你 ຂ້ອຍ​ກັບ​ເຈົ້າ.(ອ່ານ​ຕາມ)

ສັງຂານ:ງານ​ໂອ​ລິ​ມປິກ​ແຕ່ລະຄັ້ງກໍ່​ມີ​ກາ​ຫມາຍ ​ເພງ​ສັນຍະລັກງານ​ໂອ​ລິ​ມປິກ,​ແລະ​ຍັງ​ຕ້ອງ​ມີ​ສັດ​ນຳ​ໂຊກ​ອີກ​,​ແມ່ນ​ບໍ່ວັນນີ?ສ່ວນ​ສັດ​ນຳ​ໂຊກ​ແມ່ນ​ມີ​ຂຶ້ນ​ໃນ​ງານ​ໂອ​ລິ​ມປິກ​ມິ​ວນິກ​ໃນ​ປີ 1972 ​ເປັນ​ເທື່ອ​ທຳ​ອິດ.

ວັນນີ:​ແມ່ນ​ແລ້ວ, ສັດ​ນຳ​ໂຊກ, ພາສາ​ຈີນ​ເວົ້າວ່າ 吉祥物 (ອ່ານ​ຕາມ) ສັດ​ນຳ​ໂຊກ​ແມ່ນ​ສ່ວນປະກອບ​ອັນ​ສຳຄັນ​ອັນ​ຫນຶ່ງ​ຂອງ​ງານ​ໂອ​ລິ​ມປິກ.ກ່ອນ​ງານ​ໂອ​ລິ​ມປິກ​ບາ​ເຊ​​​ໂລ​ນາ​ໃນ​ປີ 1992, ສັດ​ນຳ​ໂຊກ​ສ່ວນ​ຫລາຍ​ແມ່ນ​ຖື​ສັດ​ທີ່​ມີ​ສີສັນ​ຂອງ​ປະ​ເທດ​ເຈົ້າພາບ​ເປັນ​ຫລັກ.ຫລັງ​ຈາກ​ປີ 1992 ​ແລ້ວ, ກໍ່​ມີ​ຮູບ​ຄົນ, ຫລື​ຮູບ​ຈຳລອງ​ອີກ, ​ແລະ​ກໍ່ບໍ່​ແມ່ນ​ໂຕດຽວ​ທໍ່​ນັ້ນ. ​ໃນ​ງານ​ໂອ​ລິ​ມປິກ​ລະດູ​ຫນາວ​ທີ່​ນາ​ກາ​ໂນ​ຍີ່​ປຸ່ນ​ໃນ​ປີ 1998, ສັດ​ນຳ​ໂຊກ​ກໍ່​ມີ​ສີ່​ໂຕ,​ງານ​ໂອ​ລິ​ມປິກ​ຊິດ​ນີປີ 2000, ມີ​ສາມ​ໂຕ, ງານ​ໂອ​ລິ​ມປິກ​ອາ​ແຕນ​ມີ​ສັດ​ນຳ​ໂຊກ​ສອງ​ໂຕ.

ສັງຂານ:​ເຈົ້າ, ມາ​ຮອດ​ຄັ້ງນີ້, ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ກໍ່​ມີ​ຫ້າ​ໂຕ​ອີກ, ​ເຊິ່ງມີ​ຊື່​ລວມວ່າ ​ຝູຫວາ.​ໃນ​ລາຍການ​ພາກ​ກ່ອນ​ພວກ​ເຮົາ​ກໍ່​ເຄີຍ​ຮຽນ​ມາ​ແລ້ວ, ຄັນ​ເວົ້າຊື່​ຂອງ​ຝູຫວາ​ຫ້າ​ໂຕນີ້ລຽນຕິດ​ກັນກໍ່​ແມ່ນ ​ເປີ​ຍຈິ່ງ​ຮ່ວນ​ຢິງຫນີ້ ປັກ​ກິ່ງ​ຍິນ​ດີ​ຕ້ອນຮັບ.

ວັນນີ:​ເຈົ້າ​ແມ່ນ​ແລ້ວ, ສ່ວນ​ງານ​ໂອ​ລິ​ມປິກ​ຄົນ​ພິການ​ທີ່​ຈະ​ຈັດຂຶ້ນ​ໃນ​ເດືອນ​ຫນ້ານີ້,ກໍ່​ມີ​ 吉祥物 ສັດ​ນຳ​ໂຊກຄື​ກັນ.

ສັງຂານ:ສັງຂານ​ເຄີຍ​ໄດ້​ເຫັນ,​ແມ່ນ​ໂຕ​ງົວ​ທີ່​ຫນ້າ​ຮັກ​ໂຕ​ຫນຶ່ງ​ແມ່ນ​ບໍ່​ວັນນີ?

ວັນນີ:​ເຈົ້າ​ແມ່ນ​​ແລ້ວ, ມັນ​ມີ​ຊື່ວ່າ 乐乐 ມີ​ຄວາມ​ຫມາຍວ່າ ມ່ວນ​ຊື່ນໃຈ.ພວກ​ເຮົາ​ມັກ​ເວົ້າວ່າມັນ​ເປັນ 福牛乐乐 ​ແປ​ວ່າ ງົວ​ນ້ອຍ 乐乐.
ສັງຂານ:ງົວ​ຖື​ວ່າ​ແມ່ນ​ເພື່ອນ​ອັນ​ເກົ່າ​ແກ່​ຂອງ​ມະນຸດ​ເຮົາ, ມັນ​​ເປັນ​ສັດ​ທີ່​ຊ່ວຍ​ຄົນ​ເຮົາ​ເຮັດ​ໄຮ່​​ໄຖນາ​ຢ່າງ​ມິດ​ງຽບ,ມີ​ນິດ​ໃສ​ທົນ​ທານ​ຫນຽວ​ແນ້ນ,ກໍ່​ພໍດີ​ຖື​ກັບ​ນ້ຳ​ໃຈ​ຂອງ​ນັກ​ກິລາ​ຄົນ​ພິການ​ທີ່​ສ້າງ​ຕົນ​​ໃຫ້​ເຂັ້ມ​ແຂງ​ແລະ​ສູ້​ຊົນ​ກ້າວ​ໄປ​ຫນ້າ​ແລະ​ນ້ຳ​ໃຈ​ໂອ​ລິ​ມປິກ​ຄົນ​ພິການ​ປັກ​ກິ່ງ​ທີ່​ວ່າ ກ້າວລື່ນ​ຕົນ​ເອງ ​ເຊື່ອມ​ໂຍງ​ແລະ​ຊົມ​ໃຊ້​ຮ່ວມ​ກັນ.

ວັນນີ:​ເຈົ້າ​ແມ່ນ​ແລ້ວ, ການ​ແຕ້ມ 福牛乐乐 ​ໄດ້​ໃຊ້​ວິທີ​ແຕ້ມ​ຮູບ​ແຕ້ມ​ປີ​ໃຫມ່​ພື້ນ​ເມືອງ​ຂອງ​ຈີນ,ທັງ​ມີ​ສີສັນ​ຮູບ​ແຕ້ມ​ກະ​ຕຸ້ນ​ຢູ່​ໃນ,ຢູ່​ເທິງ​ຫົວ 福牛乐乐 ຍັງ​ມີ​ ຈອມ​ຂວັນ​ອັນ​ຫນຶ່ງ,ຍິ່ງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຫນ້າ​ຮັກ​ຂອງ​ມັນ​ອີກ.

ສັງຂານ:​ເອີ​ແມ່ນ​ແລ້ວ, ທຳ​ມະ​ດາ​ແລ້ວ​ການ​ແຕ້ມ​ສັດ​ນ້ອຍ​ຫລື​ວ່າ​ເດັກນ້ອຍ​ທີ່​ຫນ້າ​ຮັກ​ນັ້ນ, ກໍ່​ມັກ​ແຕ້ມ​ຈອມຂວັນ​ໃສ່,​ເພື່ອ​ໃຫ້​ເຫັນ​ຄວາມ​ຂີ້ດື້ ຫນ້າ​ຮັກ​ແລະ​ສະຫລາດ​ຂອງ​ເຂົາ​ເຈົ້າ.

ວັນນີ:​ທ່ານ​ຜູ່​ຟັງ,ມາ​ຮອດ​ນີ້,ລາຍການ​ສອນ​ພາສາ​ຈີນ​ໂອ​ລິ​ມປິກ​ກໍ່​ຈະ​ຫມົດ​ເວລາ​ໄປ​ແລ້ວ, ຕອນ​ທ້າຍ​ຂໍ​ມອບ​ເພງ forever friends ​ເພື່ອນ​ຕະຫລອດ​ການພາສາ​ຈີນ​ວ່າ 永远的朋友.

ສັງຂານ:​ເຈົ້າ, ຢົງ​ຢວນ​ເຕີ່​ເຜິ​ງ​ໂຢວ.ຂໍ​ໃຫ້​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ຈົ່ງ​ກາຍ​ເປັນຄວາມ​ຊົງ​ຈຳ​ອັນ​ດີງາມ​​ແກ່​ທ່ານ,​ແລະ​ຂໍ​ໃຫ້​ລາຍການ​ນີ້​ແລະ​ຜູ່​ຈັດ​ລາຍການ​ທັງ​ສອງ​ກາຍ​ເປັນ​ເພື່ອນ​ຂອງ​ທ່ານ​ຈົນ​ເທົ່າ​ໃດໆ.ສະບາຍດີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>