ໂອ​ລິ​ມປິກ​ຂອງປະຊາຊົນ1​ຕື້300​ລ້ານ​ຄົນ

(GMT+08:00) 2008-08-25 20:38:50 cri
-----------------------------------------------------------------------------------------------------------------

"ຜູ່​ໄດ້ສິດ​ເປັນ​ເຈົ້າພາບ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ຄັ້ງ​ທີ29​ໄດ້​ແກ່"ປັກ​ກິ່ງ"
ວັນ​ທີ13​ກໍລະກົດ2001,ກອງ​ປະຊຸມ​ຄົບ​ຄະນະ​ເທື່ອ​ທີ112​ຂອງ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ​ໄດ້​ຈັດ​ຂຶ້ນ​ຢູ່​ມົສກູ ນະຄອນຫຼວງ​ຂອງຣັດ​ເຊຍ.ທ່ານ​ຊາ​ມາລາ​ນສ ປະທານ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນປະກາດ​ວ່າ,ປັກ​ກິ່ງ​ໄດ້​ຮັບ​ສິດ​ເປັນ​ເຈົ້າພາບ​ຈັດ​ງານ​ກິລາ​ໂອ​ລິ​ມປິກ2008.

ຕາມ​ທ່ານ​ລິວ​ເວີນ​ຈ່າວ ຜູ່​ຊ່ຽວຊານ​ຈີນ​ເຫັນ​ວ່າ,​ເທື່ອ​ນີ້,ຄະນະ​ກຳມະການ​ໂອ​ລິ​ມປິກ​ສາ​ກົນ​ຄັດ​ເລືອກ​ຈີນ​ແມ່ນ​ເລື່ອງ​ທີ່ສົມ​ເຫດ​ສົມ​ຜົນ.ທ່ານ​ກ່າວ​ວ່າ:"ຕໍ່ການ​ພັດທະນາ​ຂອງ​ຈີນນັ້ນປະ​ເທດ​ສ່ວນ​ໃຫຍ່​ແລະ​ປະຊາຊົນ​ສ່ວນ​ຫຼາຍ​ໃນ​ໂລກ​ເຫັນ​ວ່າ​ແມ່ນ​ທ່າ​ອຽງ​ທີ່​ປ່ຽນ​ແປງ​ບໍ່​ໄດ້​ແລະ​ຂັດ​ຂວາງ​ບໍ່​ໄດ້."

ເມື່ອ​ຮ້ອງ​ຂໍ​ເປັນ​ເຈົ້າພາບ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ສຳ​ເລັດ​ຜົນ​,ຈີນ​ກໍ່​ສະ​ເຫຼີ​ມສະຫຼອງກັນ​ຢ່າງ​ສຸດ​ໃຈຍ້ອນ​ຄວາມ​ຝັນ​ບັນລຸ​ຜົນ​ເປັນ​ຈິງ​, ບັດ​ນັ້ນ,ຄົນ​ຈີນກໍ່​ເລີ່​ມຄົ້ນ​ຄິດ​ວ່າ,​​ເຮັດ​ແນວ​ໃດ​ຈິ່ງ​ຈະ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ທີ່​ໄດ້​ມາ​ບໍ່​ງ່າຍ​ຄັ້ງ​ນີ້​ໃຫ້​ສຳ​ເລັດ​ຜົນ​ເປັນ​ຢ່າງ​ດີ.

ໃນ​ໄລຍະ​ກຽມ​ຈັດ​ງານ​ກິລາ​ໂອ​ລິ​ມປິກ7​ປີ,ສະໜາມກິລາ​​ແຫ່ງ​ຕ່າງໆ​ເຊັ່ນ​ຮັງ​ນົກ, ກ້ອນ​ນ້ຳ​ສີ່ຫຼ່ຽມ​ໄດ້​ສ້າງ​ຕັ້ງ​ຂຶ້ນ,ປັກ​ກິ່ງ​ຍິ່ງ​ສວຍ​ງາມ​ກວ່າ​ເກົ່າ,ສະອາດ​ກວ່າ​ເກົ່າ​ແລະ​ທັນ​ສະ​ໄໝ​ກວ່າ​ເກົ່າ.
  ພາຍຫຼັງ​ມາ​ຮອດ​ປັກ​ກິ່ງ​ແລ້ວ,ທ້າວໂຢ​ເຊັຟ ອັບ​ດີ ນັກ​ກິລາ​ແລ່ນ ຂ້າມສິ່ງ​ກີດຂວາງ 3000​ແມັດ​ຂອງ​ອົສຕຼາລີ​ມີ​ຄວາມ​ຮູ້ສຶກ​ອັນ​ແທ້​ຈິງ​,ລາວ​ບອກ​ວ່າ:

"​ໃນ​ເວລາ​ຍົນ​ຫາ​ກໍ່​ລົງ​ຈອດ​,ຂ້ອຍ​ກໍ່​ຮູ້ສຶກ​ຕື່ນ​ຕົກ​ໃຈ​ຍ້ອນ​ສະໜາມ​ບິນ​ສາກົນນະຄອນຫຼວງ​ປັກ​ກິ່ງ​ທີ່ໃໝ່ອ່ຽມ,ສະໜາມ​ບິນ​ທັງ​ກວ້າງ​ທັງ​ສະຫງ່າ​ງາມ,ມີ​ບັນຍາກາດ​ທັນ​ສະ​ໄໝ​ຫຼາຍ.​ເສັ້ນທາງ​ຕ່າງໆ​​ໃນ​ເມືອງ​ແລະ​ເສັ້ນທາງ​ໄປ​ຮອດ​ບ້ານ​ໂອ​ລິ​ມປິກ​ລ້ວນ​ແຕ່​ສະດວກຫຼາຍ.ຂ້ອຍ​ບໍ່​ເຂົ້າ​ໃຈ​ເລີຍວ່າ​​ເປັນ​ຫຍັງ​ນັກ​ຂ່າວ​ຕ່າງປະ​ເທດ​ບາງ​ຄົນ​ຈິ່ງ​ມັກ​ຕຳ​ນິຕິ​ຕຽນ​ປັກ​ກິ່ງ, ຂ້ອຍ​ວ່າປັກ​ກິ່ງ,​ເກັ່ງ​ຫຼາຍ."

ທ່ານ​ອິ​ກໍ ກຼຸດິນ ນັກ​ກິລາ​ເອກຂອງ​ທິມບານບ້ວງ​ເພດ​ຍິງຣັດ​ເຊຍ​ເຫັນ​ວ່າ: "ວຽກ​ງານການ​ຈັດ​ຕັ້ງ​ຂອງ​ຈີນ​ດີ​ຫຼາຍ, ອາສາ​ສະໝັກ ພະນັກງານ​ຈັດ​ຕັ້ງ​ ການ​ແຂ່ງຂັນ​ແລະ​ຜູ້​ຊົມ​ທັງ​ໝົດ​ລ້ວນ​ແຕ່​ເຮັດ​ໃຫ້​ຂ້າພະ​ເຈົ້າ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ. ພວກ​ເຮົາ​ຍັງ​ມີ​ບ້ານ​ໂອ​ລິ​ມປິກ​ທີ່ສວຍ​ງາມ. ຍ້ອນ​ການບໍລິການ​ແລະ​ເງື່ອນ​ໄຂ​ພື້ນຖານ​ໂຄງ​ລ່າງ​ອັນ​ດີ​​ເລີດ​ດັ່ງກ່າວ, ນັກ​ກິລາ​ທັງຫຼາຍ​ກໍ​ໄດ້​ສ້າງ​ຜົນງານ​ດີ​ເດັ່ນ​ຫຼາຍ.

ຖ້າວ່າ​ທ່ານ​ເຄີຍ​ໄປ​ທ່ອງທ່ຽວ​ແຫ່ງ​ຕ່າງໆ​ຂອງ​ຈີນ, ທ່ານ​ກໍ​ສາມາດ​ເຫັນ​ວ່າ, ງານ​ໂອ​ລິມປິກທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໄດ້​ກາຍ​ເປັນ​ງານ​ໂອ​ລິ​ມປິກ​ຂອງ​ປະຊາຊົນຈີນ 1 ຕື້ 300 ລ້ານ​ຄົນ​ແຕ່​ດົນ​ແລ້ວ​. ຄົນ​ຈີນ​ນັບ​ແຕ່​ເດັກນ້ອຍຮອດ​ຜູ້​ເຖົ້າ​​ຜົມ​ຫງອກ, ລ້ວນ​ແຕ່​ລົມ​ກັນ​ກ່ຽວ​ກັບ​ງານ​ໂອ​ລິມປິກ, ລ້ວນ​ແຕ່​ຢາກ​​ເຮັດ​ສິ່ງ​ໃດ​ສິ່ງ​ໜຶ່ງປະກອບສ່ວນ​ໃຫ້​ແກ່​ງານ​ໂອ​ລິ​ມປິກ. ​ໃນ​ເວລາ​ທວນ​ໄຟ​ໂອ​ລິມປິກ​ສົ່ງ​ຕໍ່​ຢູ່ 110 ຕົວ​ເມືອງ​ຂອງ​ຈີນ, ບ່ອນ​ສົ່ງ​ຕໍ່​ທວນ​ໄຟ​ມີ​ຄົນ​ເຕັມ​​ໄປ​ໝົດ, ກາຍ​ເປັນ​ການສົ່ງ​ຕໍ່​ທວນ​ໄຟ​​ທີ່​ມີ​ຜູ້​ເຂົ້າ​ຮ່ວມຫຼາຍທີ່​ສຸດ​ໃນ​ປະຫວັດງານ​ໂອ​ລິມປິກ. ອີກ​ດ້ານ​ໜຶ່ງ, ຈຳນວນ​ອາສາ​ສະໝັກ​ຂອງ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ຫຼາ​ຍຊ່ຳນີ້​ກໍ​ແມ່ນ​ຫາ​ຍາກ​ໃນ​ງານ​ໂອ​ລິ​ມປິກ​ທຸກຄັ້ງ​ທີ່​ຜ່ານ​ມາ.

​ໃນ​ພິທີ​ອັດ​ງານ​ໂອ​ລິ​ມປິກ, ທ່ານ​ຊາກ​ຣົກ​ເກ ປະທານ​ຄະນະ​ກຳມະການ​ງານ​ໂອ​ລິມປິກ​ສາກົນ​ຕີ​ລາ​ຄ່າ​ວ່າ:

"​ໂດຍ​ຜ່ານ​ງານ​ໂອ​ລິ​ມປິກ​ເທື່ອ​ນີ້, ​ໂລກ​ໄດ້​ຮູ້ຈັກ​ຈີນ​ຫຼາຍ​ກວ່າ​ເກົ່າ, ຈີນ​ກໍ​ໄດ້​ຮູ້ຈັກ​ໂລກ​ຫຼາຍ​ກວ່າ​ເກົ່າ. ນີ້​ແມ່ນ​ງານ​ໂອ​ລິ​ມປິກ​ຢ່າ​ງ​ແທ້​ຈິງ​ແລະ​ດີ​ເດັ່ນ​ເປັນ​ພິ​ເສດ!"

ທ່ານ​ຖາວ​ເຫວີ​ນຈ່າວ ນັກວິຊາ​ການທີ່​ມີ​ຊື່ສ​ຽງຍັງ​ໄດ້​​ເຫັນ​ປະກົດ​ການ​ໜຶ່ງ​ທີ່​ໜ້າ​ສົນ​ໃຈຢ່າງ​ໜຶ່ງ: ນັ້ນ​ກໍ​ຄື​ໃນ​ທິມກິລາ​ຈີນ​ຫຼາຍ​ທິມ, ມີ​ຄູ​ຝຶກ​ທີ່​ມາ​ຈາກ​ຕ່າງປະ​ເທດ.




"ຕົວຢ່າງ​ທີ່​ເດັ່ນຊັດ​ທີ່​ສຸດ​ແມ່ນ​ນາງ​ລາງ​ພີ​ງ,ນາງ​ເຄີຍ​ເປັນນັກ​ກິລາ​ບານ​ສົ່ງທີ່​ຊື່​ດັງ​ຂອງ​ຈີນ, ແຕ່​ດຽ​ວນີ້​​ເປັນ​ຄູ​ຝຶກຂອງ​ທິມບານ​ສົ່ງ​ອາ​ເມລິ​ກາ,​ແລະ​​ນຳພາ​ທິມອາ​ເມ​ລິ​ກາ​ເອົາ​ຊະ​ນະ​ທິມ ຈີນ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ຄັ້ງນີ້."

ທ່ານ​ທາວ​ເວີນ​ຈ່າວ​ກ່າວ​ວ່າ,​​ເລື່ອງ​ແບບ​ນີ້​ຖ້າ​ວ່າ​ຢູ່​ໃນ20​ປີ​ກ່ອນຫຼືວ່າ30​ປີ​ກ່ອນ, ຄົນ​ຈີນ​ແມ່ນ​ບໍ່​ອາດຮັບ​ເອົາ​ໄດ້.​ແຕ່​ດຽວ​ນີ້,ຈິດ​ໃຈ​ຂອງ​ຄົນ​ຈີນ​ເປີດ​ກວ້າງ​ກວ່າ​ເກົ່າ​ແລ້ວ,​ການ​ທີ່​ນັກ​ກິ​ລາ​ຂອງ​ຈີນ​ໄປ​ປະ​ເທດ​ອື່ນ,​ແມ່ນ​ເປັນ​ເລື່ອງ​ປົກ​ກະ​ຕິ​ທີ່​ປະ​ເທດ​ຕ່າງ​ກັນ​ແລະ​ວັດ​ທະ​ນະ​ທຳ​ຕ່າງ​ກັນ​ແລກ​ປ່ຽນ​​ກັນ​ແລະ​ຊ່ວຍ​ເຫຼືອ​ກັນ.​ນີ້​ກໍ່​ແມ່ນ​ຈຸດ​ປະ​ສົງ​ທີ່​ພວກ​ເຮົາ​ຢາກ​ບັນ​ລຸ​ໂດຍ​ຜ່ານ​ກິ​ລາ​ແລະ​ງານ​​ໂອ​ລິມ​ປິກ.​​ຈິດ​ໃຈ​ທີ່​ເປີດ​ກວ້າງ​ຂອງ​ຄົນ​ຈີນ​ໄດ້​ສະ ​ແດງ​ໃຫ້​ເຫັນ​ເປັນ​ຢ່າງ​ດີ​ໃນ​ງານ​ກິລາ​ໂອ​ລິມ​ປິກ​ຄັ້ງ​ນີ້.

ທ່ານ​ຈິ່ນຢວນຜູ ຜູ້​ຊ່ຽວຊານ​ຊື່​ດັງ​ຂອງ​ຈີນ​ກ່າວ​ວ່າ:"​ເທື່ອ​ນີ້​ຈີນ​ສະ​ເໜີ​ອອກ​ມາ​ວ່າ ຄວາມ​ປອງ​ດອງ ຄວາມ​ຮັກ​ແພງ​ແລະ​ຄວາມ​ສະ​ໜິດ​ສະ​ໜົມ,​ແມ່ນ​ຢາກ​ໃຊ້​ຄວາມ​ປອງ​ດອງ​ທີ່​ເປັນ​ຈິດ​ໃຈ​​ຝ່າຍ​ຕາ​ເວັນ​ອອກ​ຂອງ​ຈີນ​ມາ​ເປັນ​ການ​ຄ້ຳ​ຊູ​ຍູ້​ໜູນ​ຕໍ່​ຈິດ​ໃຈ​ໂອ​ລິມ​ປິກ​ທີ່​ວ່າ ​"ສູງ​ກວ່າ​ເກົ່າ ​ໄວ​ກວ່າ​ເກົ່າ​ແລະ​ແຂງ​ແຮງ​ກວ່າ​ເກົ່າ"."

ແຕ່​ງານ​ກິລາ​ໂອ​ລິ​ມປິກ​ຂອງ​ຄົນ​ຜູ້​ດຽວ​ຂະຫຍາຍ​ຮອດ​ງານ​ກິລາ​ໂອ​ລິ​ມປິກ​ຂອງ​1​ຕື້​300​ລ້ານ​ຄົນ,ນີ້​ແມ່ນ​ຂະ​ບວນການ​ທີ່​ຈີນ​ຍ່າງ​ເຂົ້າ​ໃກ້​ກັບ​ໂອ​ລິ​ມປິກ​ແລະ​ຍ່າງ​ໄປ​ສູ່​ໂລກ.​ເຖິງ​ວ່າ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ໄດ້​ອັດ​ງານ​ຢ່າງ​ຈົບງາມ​ແລ້ວ​ກໍ່​ຕາມ,​ແຕ່​ຈີນ​ຍັງ​ຈະ​ເຊື່ອມ​ໂຍງ​ເຂົ້າ​ກັບ​ໂອ​ລິມ​ປິກ​ແລະ​ປະ​​ເຊີນ​ໜ້າ​ກັບ​ໂລກ​ດ້ວຍ​ຈິດ​ໃຈ​ທີ່​ເປີດ​ກວ້າງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>