ຄວາມຝັນອັນດຽວກັນ
-----------------------------------------------------------------------------------------------------------------
ທ່ານຜູ້ຟັງທີ່ເຄົາລົບ, ໃນງານໂອລິມປິກເຊິ່ງເປັນສະໜາມກິລາທີ່ແຂ່ງຂັນກັນຢ່າງດຸເດືອດສຳລັບຜູ້ປົກກະຕິນັ້ນ, ນັກກິລາຄົນພິການຜູ້ມີ"ຄວາມຝັນອັນດຽວກັນ", ຈະສາມາດຕໍ່ສູ້ຈົນມີຄວາມຝັນຂອງຕົນໄດ້ຫຼືບໍ່? ນາງນາຕາລິ ດູ ໂທອິດ ນັກກິລາລອຍນ້ຳອາຟຼິກາໃຕ້ແລະນາງນາທາເລຍ ພາຕິກາ ນັກກິລາປິ່ງປ໋ອງໂປໂລຍໄດ້ໃຫ້ຄຳຕອບແລ້ວ. ໃນງານໂອລິມປິກປັກລະດູຮ້ອນຄັ້ງທີ 29 ທີ່ຈັດຂຶ້ນຢູ່ປັກກິ່ງ, ເຂົາເຈົ້າແມ່ນນັກກິລາຄົນພິການພຽງສອງຄົນ, ທີ່ໄດ້ຜ່ານການແຂ່ງຂັນຮອບຄັດເລືອກແລະຢືນຢູ່ໃນສະໜາມແຂ່ງຂັນຂອງງານໂອລິມປິກ.
ປີ 2000, ນາງນາທາລິ ດູ ໂທອິດ ນັກກິລາລ້ອຍນ້ຳອາຟຼິກາໃຕ້ຮ້ອງຂໍເຂົ້າຮ່ວມງານໂອລິມປິກເປັນຄັ້ງທຳອິດ, ແຕ່ພາດໂອກາດໃນທີ່ສຸດ. ສິ່ງທີ່ໜ້າເສຍດາຍແມ່ນໃນປີ 2001, ນາງຖືກຕັດຂາຂວາລຸ່ມຫົວເຂົ່າຍ້ອນຖືກລົດຕຳ. ຫຼັງຈາກນັ້ນພຽງ 3 ເດືອນ, ນາງນາຕາລິໄດ້ກັບຄືນສູ່ອ່າງລອຍນ້ຳ. ຫຼາຍຄົນເຫັນວ່ານາງຈະມີຄະແນນດີແມ່ນເລື່ອງຍາກ, ແຕ່ນາງຍັງໄດ້ຮັບສິດເຂົ້າຮ່ວມງານໂອລິມປິກດ້ວຍຄວາມພະຍາຍາມຂອງຕົນ.
ວັນທີ 20 ສີງຫານີ້, ໃນການແຂ່ງຂັນລອຍມາລາທອນ 10 ກິໂລແມັດເພດຍິງຂອງງານໂອລິມປິກປັກກິ່ງ, ນາງບໍ່ໄດ້ຫຼຽນລາງວັນ, ແລະກໍບໍ່ໄດ້ຢູ່ໃນຈຳນວນ 10 ຄົນນຳໜ້າ, ແຕ່ນາງນາຕາລິຍັງໄດ້ຮັບຄວາມເຄົາລົບຈາກຄົນທົ່ວໄປ.
ໃນການແຂ່ງຂັນເທື່ອນີ້, ມີນັກກິລາ ເຂົ້າຮ່ວມທັງໝົດ25ຄົນ,ແຕ່ວ່ານັກກິລາຈາກຈີເລຜູ່ໜຶ່ງຖອນຕົວອອກຈາກການແຂ່ງຂັນເຄິ່ງທາງ, ນາງນາຕາລີ ດູໂທອິດ ເປັນອັນດັບທີ16ໃນນັກກິລາ24ຄົນທີ່ເຫຼືອນັ້ນ,ຊ້າກວ່ານາງລາລີຊາອິລິຊິນໂຄ ນັກກິລາຣັດເຊຍທີ່ໄດ້ແຊມປຽນນັ້ນພຽງ1ນາທີ22ວິນາທີ2ລິບດາ,ເຮັດໃຫ້ນັກກິລາທີ່ເປັນຄົນປົກກະຕິຫຼາຍຄົນແລະຜູ່ຊົມຮູ້ສຶກງຶດງໍ້ຫຼາຍ.ສິ່ງທີ່ໜ້າງຶດງໍ້ກວ່ານັ້ນແມ່ນ,ກ່ອນໂດດລົງນ້ຳ,ນາງໄດ້ປົດຂາທຽມອອກ,ເກືອບວ່າໄດ້ໃຊ້ຂາພຽງເບື້ອງດຽວ ລອຍ10ກິໂລແມັດ.
ນາງພາຕິກາ ສາວໃຈເດັດທີ່ແຂນເບື້ອງຂວາ ພິການມາແຕ່ເກີດ,ນາງມີນາມມະຍົດວ່າ"ວິນັສ"ຂອງໂປໂລຍທີ່ເກີດເພື່ອປິ໋ງປ໋ອງ.ນາງໄດ້ແຂ່ງຂັນດ້ວຍແຂນເບື້ອງດຽວທີ່ເຖິງຈະແມ່ນຄົນປົກກະຕິໃຊ້ມື້ສອງເບື້ອງກໍ່ເຮັດໄດ້ຍາກ.
ວັນທີ13ສິງຫານີ້,ນາງປະກົດຕົວຢູ່ໃນງານກິລາໂອລິມປິກປັກກິ່ງເປັນເທື່ອທຳອິດ,ຕາງໜ້າທິມໂປໂລຍແຂ່ງກັບທິມຮົງກົງໃນ ຮອບທຳອິດປະເພດໝູ່ຄະນະເພດຍິງ.ເຖິງວ່າໃນທີ່ສຸດໄດ້ເສຍດ້ວຍຄະແນນພຽງໜ້ອຍດຽວກໍ່ຕາມ,ແຕ່ນັກກິລາທີ່ມີແຂນ ດຽວຜູ່ນີ້ຍັງຄົງໄດ້ຮັບຄວາມເຄົາລົບແລະສຽງຕົບມືຈາກຜູ່ຊົມທົ່ວສະໜາມ.
ນາງພາຕິກາເປັນນັກກິລາອັນດັບທີ3ຂອງໂປໂລຍ ,ອັນດັບທີ147ໃນໂລກ.ເລີ່ມແຕ່ອາຍຸ7ຂວບ,ນາງກໍ່ໄດ້ຕິດໃຈນຳການຕີປິ໋ງປ໋ອງ,ອາຍຸ11ປີ,ນາງໄດ້ເຂົ້າຮ່ວມງານກິລາໂອລິມປິກຄົນພິການ,ອາຍຸ15ປີຊິງໄດ້ແຊມປຽນປິ໋ງປ໋ອງໃນງານກິລາໂອລິມປິກຄົນພິການອາແຕນ2004.ປີນີ້,ໃນການແຂ່ງຂັນຮອບຄັດເລືອກຂອງງານແຂ່ງຂັນປິ໋ງປ໋ອງໂລກ,ນາງຍັງໄດ້ເອົາຊະນະນາງລີເຈ່ຍເວີ່ຍ ນັກກິລາຜູ່ມີຊື່ສຽງຂອງສິງກະໂປທີ່ເປັນອັນດັບທີ6ຂອງໂລກ,ເຊິ່ງໄດ້ຢັ້ງຢືນໃຫ້ເຫັນຄວາມສາມາດຂອງຕົນ.
ເຖິງວ່າໃນທີ່ສຸດນາງປາຕີກາບໍ່ໄດ້ຮັບສິດເຂົ້າຮ່ວມການແຂ່ງຂັນປິ່ງປ໋ອງຍິງດ່ຽວຂອງງານກິລາໂອລິມປິກປັກກິ່ງກໍ່ຕາມ, ແຕ່ໄດ້ຕາງໜ້າທິມປິ່ງປ໋ອງໂປໂລຍເຂົ້າຮ່ວມການແຂ່ງຂັນຍິງປະເພດໝູ່ຄະນະ, ພ້ອມທັງຍາດແຍ່ງຊີງເອົາຫຼຽນຄຳໃນງານກິລາໂອລິມປິກຄົນພິການ. ນາງເວົ້າວ່າ, ສຳລັບຂ້ອຍແລ້ວ, ແຕ່ຫົວທີກໍ່ບໍ່ມີຄຳທີ່ວ່າຄວາມຍຸດຕິທຳ, ຂ້ອຍສາມາດໃຊ້ຄວາມພະຍາຍາມຂອງຕົນເພື່ອເອົາຊະນະຈຸດອ່ອນ, ແລະເສີມຂະຫຍາຍທ່າແຮງຂອງຕົນ. ໃນນາມເປັນນັກກິລາຄົນພິການ, ນາງປາຕີກາໄດ້ໃຊ້ຄວາມງາມອີກດ້ານໜຶ່ງເພື່ອອະທິບາຍທາດແທ້ຂອງກິລາ, ທີ່ສະເທືອນໃຈຊາວໂລກ.
ທ່ານຜູ້ຟັງ, ນາງນາຕາເລຍ ດູໂຕອິດແລະນາງປາຕີກາບໍ່ແມ່ນຜູ້ເຂົ້າຮ່ວມງານກິລາໂອລິມປິກໃນນາມນັກກິລາຄົນພິການເປັນຄັ້ງທຳອິດ. ໃນປະຫວັດສາດ, ກໍ່ເຄີຍມີນັກກິລາຄົນພິການ3ຄົນເຂົ້າຮ່ວມການແຂ່ງຂັນໂອລິມປິກພ້ອມກັນກັບຄົນປົກກະຕິ. ຄືໃນງານກິລາໂອລິມປິກແຊັງລູອິສປີ1904, ເຖິງວ່າຂາຊ້າຍຂອງ ທ້າວຈອຈ໌ ເອເຊີ ນັກກິລາກາຍະກຳອາເມລິກາແມ່ນເຮັດດ້ວຍໄມ້, ແຕ່ ຍັງພະຍາຍາມຈົນສຸດຄວາມສາມາດຊີງໄດ້ຫຼຽນຄຳ3ຫຼຽນ.
ໃນງານກິລາໂອລິມປິກເຊອູນ1984, ນາງເນໂຣລີ ແຟຮອນ ນັກກິລາຍິງທະນູຂອງນູແວນເຊລັງໄດ້ນັ່ງຢູ່ເທິງລໍ້ເຂົ້າຮ່ວມການແຂ່ງຂັນ, ແລະໄດ້ຄະແນນອັນດັບທີ35.
ໃນງານກິລາໂອລິມປິກຊິດນີປີ2000, ນາງມາລາ ຣູນຢານ ນັກກິລາອາເມລິກາໄດ້ເຂົ້າຮ່ວມການແຂ່ງຂັນແລ່ນ1500ແມັດຊີງຊະນະເລີດ, ແຕ່ເວົ້າໃນດ້ານກົດໝາຍແລ້ວ, ນາງເປັນຄົນຕາບອດ, ເພາະວ່ານາງເຫັນແຕ່ພໍມົວໆ.
ຈິດໃຈ່ກວ້າງເທົ່າໃດເວທີສະແດງກໍ່ກວ້າງເທົ່ານັ້ນ. ປະຈຸບັນ, ໃນໂລກຍັງມີນັກກິລາຄົນພິການທຳຄວາມພະຍາຍາມຢ່າງບໍ່ຢຸດຢັ້ງ, ສະແຫວງຫາຄວາມຝັນໂອລິມປິກຂອງຕົນ.
ທ່ານຜູ້ຟັງ, ມາຮອດມື້ນີ້, ການລາຍງານພິເສດກ່ຽວກັບງານກິລາໂອລິມ ປິກປັກກິ່ງກໍ່ຂໍຢຸດເຊົາຊົ່ວຄາວ, ໃນລາຍການດາວໂອລິມປິກພາກສຸດທ້າຍນີ້, ພວກເຮົາໄດ້ແນະນຳນັກກິລາຄົນພິການທີ່ແຂ່ງຂັນກັບນັກກິລາຄົນປົກກະຕິໃນງານກິລາໂອລິມປິກປັກກິ່ງ, ນະທີ່ນີ້ພວກເຮົາຂໍສະແດງຄວາມໂຄລົບຕໍ່ພວກເພິ່ນ, ແລະຫວັງໃຫ້ມິດລາຍການຄົງຈະຕິດຕາມການລາຍງານຂ່າວກ່ຽວກັບງານກິລາໂອລິມປິກຄົນພິການຂອງພວກເຮົາ, ເພື່ອໄຊໂຍໂຮ່ຮ້ອງເປັນກຳລັງໃຈໃຫ້ນັກກິລາຄົນພິການຮ່ວມກັນ.