ກຸ້ຍ​ຢາງ ​ເມືອງ​ແຫ່ງ​ອາກາດ​ເຢັນ​ສະບາຍ(1)

(GMT+08:00) 2008-08-28 19:02:26 cri
-----------------------------------------------------------------------------------------------------------------


 


ຍົນ​ໂບອີງ737-300​ຂອງ​ສາຍ​ການບິນ"​ແອ​ໄຊ​ນາ"​ໄດ້​ພາຄະ​ນະ​ພວກ​ເຮົາ​​ ເຫີ​ນຟ້າ​ຈາກ​ນະຄອນ​ຫຼວງ​ປັກ​ກິ່ງ​ທີ່​ຕັ້ງຢູ່​ທາງ​ພາກ​ເໜືອ​ຂອງ​ປະ​ເທດ​ມຸ້ງ​ໜ້າ​ລົງ​ໃຕ້​ສູ່​ນະຄອນ​ກຸ້ຍ​ຢາງ​ທີ່​ຕັ້ງຢູ່​ທິດຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ​ໃຊ້​ເວລາ 2 ຊົ່ວ​ໂມງ​ກັບ 40 ນາທີ. ​ພວກ​ເຮົາ​ຮອດ​ສະໜາມບິນ​ກຸ້ງ​ຢາງ​ທີ່​ບໍ່​ໃຫຍ່​ປານ​ໃດ​ແຕ່​ທັນ​ສະ​ໄໝ​ສະອາດ​ງາມ​ຕາ​ໃນ​ຕອນ​ບ່າຍ​ຂອງ​ວັນ​ພະຫັດ,ທີ 28 ສິງຫາ 2008. ​ພໍ​ແຕ່​ກ້າວ​ຂາ​ອອກ​ຈາກ​ປະຕູ​ຍົນ,ສາຍ​ລົມ​ຄ່ອຍໆ​ພັດ​ໂຊ​ຍມາ​ສຳຜັດ​​ໃບ​ໜ້າ,​ເຮັດ​ໃຫ້​ຮູ້ສຶກ​ເຢັນ​ສະບາຍ,​ຮູ້ສຶກ​ໄດ້​ເຖິງ​ຄວາມ​ບໍລິສຸດ​ສົດ​ໃສ​ຂອງ​ອາກາດ​ຢູ່​ທີ່​ນີ້.



ກຸ້ຍ​ຢາງ​ເປັນ​ເມືອງ​ທີ່​ຂຽວ​ອຸ່ມ​ທຸ່ມ​ໄປ​ດ້ວຍ​ຕົ້ນ​ໄມ້​ໃບ​ຫຍ້າ; ​ທ້ອງຟ້າ​ທີ່​ພວກ​ເຮົາ​ເຫັນ​ໃນ​ມື້​ນີ້ ກໍ​ມີ​ເມກ​ບາງ​ສະ​ລັບ​ກັບ​ແສງ​ແດດ​ອັນ​ອົບ​ອຸ່ນ; ​ອຸນຫະພູມ​ປະມານ 20 ອົງສາ​ຕົ້ນໆ. ​ເມືອງ​ນີ້​ແປກ​ຫຼາຍ​ສຳລັບ​ຜູ້​ຂຽນ ​ເພາະ​ເປັນ​ເມືອງ​ທີ່​ມີ​ຕຶກ​ອາຄານ​ເກົ່າ​ແລະ​ຕຶກ​ໃໝ່​ທີ່​ທັນ​ສະ​ໄໝ​ຕັ້ງຢູ່​ຕາມ​ຫວ່າງ​ໜ່ວຍ​ພູ​ນ້ອຍ​ທີ່​ຂຽວງາມ​ດ້ວຍ​ໄມ້ປ່ອງ​ນາໆ​ຊະນິດ​ແລະ​ຕົ້ນ​ໄມ້​ນາໆ​ພັນ. ນັ່ງ​ລົດ​ຈາກ​ສະໜາມ​ບິນ​ເຂົ້າສູ່​ໃຈກາງ​ເມືອງ​ກໍ​ໃຊ້​ເວລາ​ປະມານ 10 ກວ່າ​ນາທີ​ກໍ​ເຖິງ​ແລ້ວ. ຢູ່​ອ້ອມ​ຮອບ​ຕົວ​ເມືອງ​ກໍ​ເຕັມ​ໄປ​ດ້ວຍ​ສາຍພູ​ທັງ​ນ້ອຍ​ແລະ​ໃຫຍ່ ​ແຕ່​ເປັນ​ພູ​ທີ່​ບໍ່​ສູງ​ຫຼາຍ​ຄື​ຢູ່​ພາກ​ເໜືອ​ຂອງ​ປະ​ເທດ​ລາວ.


​ໃນ​ປີ2006 ສະມາຄົມ​ປົກ​ປ້ອງ​ສະພາບ​ແວດ​ລ້ອມ​ອາຊີ-​ປາຊິ​ຟິກຂອງ​ຈີນ​ໄດ້​ຈັດ​ໃຫ້​ກຸ້ງ​ຢາງ​ເປັນ 1 ​ໃນ 10 ​ເມືອງ​ທີ່​ດີ​ທີ່​ສຸດ​ສຳລັບ​ການ​ພັກຜ່ອນ​ຕາກ​ອາກາດ​ໃນ​ລະດູ​ຮ້ອນ​ຂອງ​ຈີນ; ​ກຸ້ຍ​ຢາງ​ກໍ​ຄ້າຍໆ​ກັບ​ຄຸນ​ໝິງ​ຂອງ​ແຂວງ​ຢູນນານ,ຄື​ຈະ​ເປັນ​ເມືອງ​ແຫ່ງ​ລະດູບານ​ໃໝ່​ຕະຫຼອດປີ​ເລີຍ; ມີ​ແຕ່​ຄວາມ​ສົດ​ຊື່ນ ມີ​ແຕ່​ຄວາມ​ຂຽວ​ຮົ່ມ​ເຢັນ​ຕະຫຼອດປີ; ​ກຸ້ຍ​ຢາງ​ເກືອບ​ວ່າ​ມີ​ເມກ​ແລະ​ຝົນຕົກ​ຕະຫຼອດ​ປີ ສະ​ລັບ​ກັບ​ແສງ​ແດດ​ທີ່​ອົບ​ອຸ່ນ. ​ແຫຼ່ງ​ທ່ອງ​ທ່ຽວ​ທຳ​ມະ​ຊາດ,​ວັດຖຸ​ບູຮານ​ແລະ​ຮີດຄອງ​ປະ​ເພນີ​ຊົນ​ເຜົ່າ​ກໍ​ບໍ່​ຢູ່​ໄກ​ຈາກ​ໃຈກາງ​ເມືອງ​ພໍ​ເທົ່າ​ໃດ,​ສະດວກ​ສະບາຍ​ຫຼາຍ​ສຳລັບ​ການ​ເດີນທາງ. ​ແຕ່​ສຳລັບ​ບົດ​ນີ້ ຂໍ​ພໍ​ເທົ່າ​ນີ້​ກ່ອນ; ບົດ​ຕໍ່​ໄປ​ເຫັນ​ຫຍັງ​ດີໆ​ງາມ​ໆ​ປະ​ທັບ​ໃຈ ຈະ​ເອົາ​ມາ​ຂຽນ​ໃຫ້​ອ່ານ​ມ່ວນໆ​ນຳ​ກັນ​ຕໍ່.


1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>