ປະ​ທັບ​ໃຈ​ແຫຼ່ງທ່ອງ​ທ່ຽວ​ທຳ​ມະ​ຊາດ​ແລະ​ປະຫວັດສາດ(2)

(GMT+08:00) 2008-08-30 17:55:10 cri
-----------------------------------------------------------------------------------------------------------------
ມື້​ນີ້(ວັນ​ສຸກ,ທີ 29 ສິງຫາ 2008)​​ແມ່ນ​ມື້​ທີ 2 ຂອງ​ການ​ທ່ຽວ​ນະຄອນ​ກຸ້ຍ​ຢາງ,​ເມືອງ​ເອກ​ຂອງ​ແຂວງ​ກຸ້ຍ​ໂຈ່​ວຂອງ​ຄະນະ​ນັກ​ຂ່າວ​ຕ່າງປະ​ເທດ CRI.​ເວົ້າ​ແທ້​​ແລ້ວ​ກໍ່​ແມ່ນ​ມື້​ນີ້​ເອງ​ທີ່​ເປັນ​ມື້​ເລີ່​ມທ່ຽວ​ແທ້ໆ.ຜູ້​ຂຽນ​ມື້​ນີ້​ຕື່ນ​ປະມານ 6 ​ໂມງ,ຕື່ນ​ຂຶ້ນ​ມາ​ໄປ​ເປີດ​ເບິ່ງ​ປ່ອງຢ້ຽມ​ຂອງ​ໂຮງ​ແຮມ​ທີ່ຢູ່​ຊັ້ນ​ທີ 15 ຂອງ​ໂຮງ​ແຮມ"​ກຸ້ຍ​ໂຈ່​ວປາກ"ທີ່​ມີ​ທັງ​ໝົດ 29 ຊັ້ນ​ກໍ່​ແມ່ນ​ເຫດ​ຂີ້​ເຝື້ອ​ຫຼາຍ​ສົມຄວນ​ເຮັດ​ໃຫ້​ຟ້າ​ບົດ​ແຕ່​ກໍ່​ບໍ່​ເຖິງ​ຂັ້ນ​ຟ້າ​ຄຶ້ມ,ສາຍ​ລົມ​ອ່ອນໆ​ໂຊ​ຍພັດ​ມາ​ຕະຫຼອດ,ຍາມ​​ເຊົ້າໆ​ເປີດ​ປ່ອງຢ້ຽມ​ຫາຍ​ໃຈ​ເອົາ​ອາກາດ​ບໍລິສຸດ​ສົດ​ໃສ​ເຂົ້າ​ປອດ​ຈັ່ງ​ແມ່ນ​ຮູ້ສຶກ​ສົດ​ຊື່ນ​ແທ້ໆ.

ຍ້ອນ​ພວກ​ເຮົາ​ມີ​ເວລາ​ຢູ່​ກຸ້ຍ​ຢາງ​ໜ້ອຍ​ຄື​ພຽງ​ແຕ່ 4 ຄືນ 5 ມື້​ເທົ່າ​ນັ້ນ,ສະ​ນັ້ນ,ຕາຕະລາງ​ທ່ຽວ​ຈຶ່ງ​ແໜ້ນ​ອັດ​ເລີຍ,​ແຕ່​ລະ​ມື້​ອອກ​ໂຮງ​ແຮມ​​ແຕ່ 7 ​ໂມງ 30 ຈົນ​ຮອດ 20 ​​ໂມງ​ຫຼື 21 ​ໂມງ​ພຸ້ນ​ລະ​ຈຶ່ງ​ໄດ້​ກັບ​ຮອດ​ໂຮງ​​ແຮມ.​ເຈົ້າພາບ​ພະຍາຍາມ​ໃຫ້​ຄະນະ​ນັກ​ຂ່າວ​ຕ່າງປະ​ເທດ CRI ພວກ​ເຮົາ​ໄດ້​ສຳຜັດ​ວິຖີ​ຊີວິດ​ຂອງ​ຊາວ​ກຸ້ຍ​ຢາງ​ໃນ​ແຕ່​ລະ​ດ້ານ​ຫຼາຍ​ເທົ່າ​ໃດ​ຍິ່ງ​ດີ,ສະ​ນັ້ນ,ມື້​ນີ້​ຈຶ່ງ​ເລີ່​ມ​ຕົ້ນ​ປັ້ນ​ເຂົ້າ​ເຊົ້າ​ຢູ່​ທີ່​ຮ້ານ​ໝີ່​ດັງ​ທີ່​ສຸດ​ຂອງ​ເມືອງ,ນັ້ນ​ກໍ່​ຄື​ຮ້ານ​ໝີ່​ຕະກູນ​ຫຼິວ"​shui xiao Liu Ji chang wang mian"ຫຼື​ຈະ​​ເອີ້ນ​ວ່າ​ຮ້ານ​ເຝີ​ກໍ່​ໄດ້​ຄື​ກັນ,ຮ້ານ​ນີ້​ຕັ້ງ​ຢູ່​ແຄມ​ຖະ​ໜົນ​ຊື່​ດັງ​ໃຈກາງ​ເມືອງ​ກຸ້ຍ​ຢາງ​ນັ້ນ​ກໍ່​ຄື​ຖະໜົນ​ປາວ​ຊ່ານ​ໜານ​ລູ້(Bao​Shan​NanLu​)​ທີ່​ຮົ່ມ​ເຢັນ​ໄປ​ດ້ວຍ​ຮົ່ມ​ໄມ້​ຕະຫຼອດ​ທັງ​ແຄມ​ສອງ​ຟາກ​ກໍ່​ຄື​ຄັນ​ຄູ​ກາງ​ຖະໜົນ,​ເຈົ້າ​ຂອງ​ຮ້ານ​ໃຈດີ,ການ​ປຸງ​ແຕ່ງ​ຫຼື​ແມ່ຄົວ​ແລະ​ພະນັກງານ​ບໍລິການ​ກໍ່​ໃສ່​ໝວກ​ຂາວ​ສຸມ​ຫົວ,ອັດ​ປາກ​ປານ​ແພດ,​ເບິ່ງ​ແລ້ວ​ກໍ່​ຮູ້ສຶກ​ໝັ້ນ​ໃຈ​ໃນ​ຄວາມ​ສະ​ອາດ;ຮ້ານ​ເຝີ​ນີ້​ເປັນ​ຊັ້ນ​ດຽວ,​ເບິ່ງ​ໂຕະ​ຕັ່ງ​ແລ້ວກໍ່​ບັນຈຸ​ລູກ​ຄ້າ​ໄດ້​ປະ​ມານ 100 ກວ່າ​ຄົນ​ໃນ​ພາບ​ດຽວ,ຄົນ​ເຂົ້າໆ​ອອກໆ​ເຕັມ​ເກືອບ​ຕະຫຼອດ.ໝີ່​ຂອງ​ເພິ່ນ​ເປັນ​ໝີ່​ເສັ້ນ​ເຫຼືອງ​ນ້ອຍ;ນ້ຳ​ແກງ​​ແຊບນົວ​ດີ,ຫູບ​ເຂົ້າ​ໄປ​ມີ​ແຮງ​ທ້ອງ​ຍ່າວໆ;ປະສົມ​ປະສານ​ໃນ​ຖ້ວຍ​ໝີ່​ທີ່​ໃຫຍ່​ເຕີບ​ນີ້​ກໍ່​ມີ​ໃສ້​ອ່ອນ​ໝູ,ຕ່ອນ​ຕົ້ມ​ເລືອດ,ຄຽບໝູ,​ເຕົ້າຮູ້,ຖົ່ວງອກ​ແລະ​ຜັກຫອມ,​ແຖມ​ດ້ວຍ​ໄຂ່​ອີກ​ໜ່ວຍ​ໜຶ່ງ​ບັກ​ໃຫຍ່,ສະບາຍ​ທ້ອງ​ຕອນ​​​ເຊົ້າ​ແລ້ວ,ລົດ​ບັສຂອງ​ເຈົ້າພາບ​ກໍ່​ພາ​ພວກ​ເຮົາ​ມຸ້ງ​ໜ້າ​ສູ່​ເຂດ​ເມືອງ​ໃໝ່"ຈີ່ນຢາງ"ທີ່​ຫ່າງ​ຈາກ​ໃຈກາງ​ນະຄອນ​ກຸ້ຍ​ຢາງ​ປະຈຸ​ບັນ​ນີ້​ເຖິງ 20 ກວ່າ​ກິ​ໂລ​ແມັດ,​ເມື່ອ​ໄປ​ຮອດ​ສຳນັກ​ປົກຄອງ​ຂອງ​ນະຄອນ​ກຸ້ຍ​ຢາງ​ທີ່​ຕັ້ງ​ຢູ່​ເຂດ​ເມືອງ​ໃໝ່​ນີ້​ຈຶ່ງ​ເຫັນ​ວ່າການ​ອອກ​ແບບ​ຜັງ​ເຂດ​ເມືອງ​ໃໝ່​ດີ​ຫຼາຍ,ຖະໜົນ​ຫົນ​ທາງ​ກວ້າງ​ຂວາງ​ໃຫຍ່​ໂຕ​ມະ​ໂຫລານ​ທັນ​ສະ​ໄໝ;ຕຶກ​ອາຄານ​ກໍ່​ເບິ່ງ​​ແລ້ວ​ຮູ້ສຶກ​ແໜ້ນໜາ​ທັນ​ສະ​ໄໝ​ຄື​ກັນ​ແລະ​ທີ່​ສຳຄັນ​ແມ່ນ​ເນັ້ນ​ໜັກ​ຄວາມ​ຂຽວ​ຂອງ​ຕົ້ນ​ໄມ້​ໃບ​ຫຍ້າ,ຢູ່​ອ້ອມ​ຮອບ​ຫຼື​​ໃກ້ໆ​ກໍ່​ມີ​ພູ​ນ້ອຍ​ຕ່ຳ​ສະ​ລັບ​ກັບ​ຕຶກ​ອາຄານ,​ເບິ່ງ​ແລ້ວ​ກວ້າງຂວາງ​ສະບາຍ​ຕາ​ບໍ່​ແອ​ອັດ​ຫຼາຍ​ຄື​ໃຈກາງ​ເມືອງ​ປະຈຸ​ບັນ,ອົງການ​ປົກຄອງ​ສ້າງ​ເຂດ​ໃໝ່​ຂຶ້ນ​ມາ​ກໍ່​ເພື່ອ​ລະບາຍ​ພົນລະ​ເມືອງ 3 ລ້ານ 5 ​ແສນ​ຄົນ​ຂອງ​ນະຄອນ​ກຸ້ຍ​ຢາງ​ໃຫ້​ຂະຫຍັບຂະຫຍາຍ​ອອກ​ມານ​ອກຕື່ມ(​ແຂວງ​ກຸ້ຍ​​ໂຈ່ວມີ​ພົນລະ​ເມືອງ 35 ລ້ານ​ກວ່າ​ຄົນ,ມີ​ເນື້ອ​ທີ່ 176000 ກິ​ໂລ​ຕາ​ແມັດ).ສຳລັບ​ຫ້ອງການ​ປົກຄອງ​ຂອງ​ນະຄອນ​ກຸ້ຍ​ຢາງ​ຢູ່​ເຂດ​ເມືອງ​ໃໝ່​ນີ້​ໃຫຍ່​ໂຕ​ທັນ​ສະ​ໄໝ​ຫຼາຍ,ທາງ​ໃນ​ຕຶກ​ກໍ່​ເນັ້ນ​ຄວາມ​ຂຽວ​ຂອງ​ໄມ້​ປະ​ດັບ​ນາໆ​ພັນ​,​ໄປ​ໃສ​ກໍ່​ຮູ້ສຶກ​ສະບາຍ​ຫູ​ສະບາຍ​ຕາ​ອີ່ຫຼີ.ພວກ​ເຮົາ​ໄປ​ເຖິງ​ແລ້ວ,ຄະນະ​ປົກຄອງ​ກໍ່​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ;ທ່ານ​ຈຽງ​ຊິ່ງ​ເຟິງທີ່​ເປັນ​ຄະນະກຳມະການ​ປະຈຳ​ຂອງ​ນະຄອນ​ກຸ້ຍ​ຢາງ​ກໍ່​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ,​ແຈ້ງ​ສະພາບ​​ໂດຍ​ຫຍໍ້​ຂອງ​ການ​ພັດທະນາ​ໃນ​ແຕ່​ລະ​ດ້ານ​ຂອງ​ນະຄອນ​ກຸ້ຍ​ຢາງ​ໃຫ້​ຟັງ​ພ້ອມ​ທັງ​ຕອບ​ຄຳ​ຖາມ​ຂອງ​ພວກ​ເຮົາ​ຢ່າງ​ເປັນ​ກັນ​ເອງ;ທ່ານ​ກໍ່​ບອກ​ວ່າ,ການ​ພັດທະນາ​ຕ້ອງ​ໄປ​ຄຽງ​ຄູ່​ກັບ​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ;ພັດທະນາ​ສົ່ງ​ເສີມ​ກຸ້ຍ​ຢາງ​ໃຫ້​ເປັນ​ເມືອງ​ທ່ອງ​ທ່ຽວ​ທາງ​ທຳ​ມະ​ຊາດ ປະຫວັດສາດ​ແລະ​ວັດຖຸບູຮານ.ຄົນ​ກຸ້ຍ​ຢາງ​ພູມ​ໃຈ​ຫຼາຍ​ທີ່​ໄດ້​ຖືກ​ຂະ​ໜານນາມ​ວ່າ"​ເມືອງ​ຕາກ​ອາກາດ​ໃນ​ລະດູ​ຮ້ອນ​ທີ່​ດີ​ທີ່​ສຸດ​ຂອງ​ຈີນ".ຫຼັງ​ຈາກ​ນັ້ນ,​ເຈົ້າພາບ​ກໍ່​ພາ​ພວກ​ເຮົາ​ໄປ​ເບິ່ງ​ຜັງ​ຕົວ​ເມືອງ​​ໃໝ່​ຈຳລອງ​ທີ່​ແບ່ງ​ອອກ​ເປັນ 8 ​ເຂດ​ແຕກ​ຕ່າງ​ກັນ,​ເຂດ​ສຳນັກ​ປົກຄອງ,​ເຂດ​ມະຫາວິທະຍາ​ໄລ ສະ​ຖາ​ບັນ ​ໂຮງຮຽນ​ສຳຄັນ​ຕ່າງໆ,​ເຂດ​ຄຸ້ມ​ຊຸມ​ຊົນ​ແລະ​ເຂດ​ອື່ນໆ,​ແຕ່​ເບິ່ງ​​ແລ້ວຢູ່​ເຂດ​ໃຈກາງ​ເມືອງ​ໃໝ່​ມີ​ສວນສາທາລະນະ 2 ​ເຂດ​ໃຫຍ່;​ເບິ່ງ​ຜັງ​ເມືອງ​ໃໝ່​ແລ້ວ,ຜູ້​ຂຽນ​ຮູ້ສຶກ​ອິດສາ​ປະຊາຊົນ​ກຸ້ຍ​ຢາງ​ແທ້ໆທີ່​​ໄດ້​ຢູ່​ເມືອງ​ທີ່​ທັງ​ກວ້າງ​ໃຫຍ່​ທັນ​ສະ​ໄໝ​ແລະ​ຂຽວ​ອຸ່ມ​ທຸ່ມ.

ເມືອງ​ນີ້​ເລີ່​ມລົງມື​ສ້າງ​ມາ​ແຕ່​ປີ 2001,ຄາດ​ວ່າ​ຈະ​ສຳ​ເລັດ​ແທ້ໆ​ໃນ​ປະມານປີ 2015 ຫາ 2020,ຈະ​ຮອງ​ຮັບ​ປະຊາຊົນ​ໄດ້​ຫຼາຍ​ກວ່າ 5 ​ແສນ​ຄົນ,ຈະ​ມີ​ເນື້ອ​ທີ່​ເຖິງ 17 ລ້ານ​ຕາ​ແມັດ,ດຽວ​ນີ້,ການ​ກໍ່ສ້າງ​ສຳ​ເລັດ​ໄປ​ແລ້ວ​ເກືອບ 20%.

ຕໍ່​ຈາກ​ນັ້ນ,ພວກ​ເຮົາ​ກໍ່​ໄປ​ຊົມ​ຫໍ​ວາງສະ​ແດງ​ເຄື່ອງນຸ່ງ​ແລະ​ເຄື່ອງມື​ຮັບ​ໃຊ້​ຊີວິດ​ການ​ເປັນ​ຢູ່​ຂອງ​ຊົນ​ເຜົ່າ​ມົ້ງທີ່​ເປັນ​ຊົນ​ເຜົ່າ​ສ່ວນ​ນ້ອຍ​ທີ່​ມີ​ຈຳນວນ​ພົນລະ​ເມືອງ​ຫຼາຍ​ກວ່າ​ໝູ່​ຂອງ​ແຂວງ​ກຸ້ຍ​ໂຈ່​ວ,ກໍ່​ຄື​ເມືອງ​ກຸ້ຍ​ຢາງ,ນີ້​ກໍ່​ຄື​ຜົນງານ​ການ​ທ້ອນ​ໂຮມ​ສະ​ສົມ​ມາ​ເປັນ​ເວລາ​ຫຼາຍ​ກວ່າ 30 ປີ​ຂອງ​ທ່ານ​ເສິງ​ຊ່ຽນ​ຢາງ(Zeng Xianyang) ຄົນ​​ເຜົ່າ​ຮ້ານ​ທີ່​ຫຼົງ​​ໄຫຼ​ໃນ​ສະ​ເໜ່ຂອງ​ວິຖີ​ການ​ດຳລົງ​ຊີວິດ​ຂອງ​ຊົນ​ເຜົ່າ​ມົ້ງ​ໃນ​ທົ່ວ​ແຂວງ​ກຸ້ຍ​ໂຈ່​ວ;ປະຈຸ​ບັນ,ລູກ​ສາວ​ຂອງ​ເພິ່ນ​ຄື​ນາງ​ເສີງ​ລີ້(Zeng Li) ຄົນ​ງາມ​ກໍ່​ຍັງ​ເປັນ​ຜູ້​ພາ​ແຂກ​ສຳຄັນ​ທ່ຽວ​ຊົມ​ຫໍ​ວາງສະ​ແດງ​ແຫ່ງ​ນີ້​ດ້ວຍ​ພາສາ​ອັງກິດ;ນາງ​ບອກ​ວ່າ,ຢາກ​ໃຫ້​ຊາວ​ໂລກ​ໄດ້​ຮູ້​ປະຫວັດ ວັດທະນະທຳ ການ​ດຳລົງ​ຊີວິດ​ຂອງ​ຊົນ​​ເຜົ່າ​ມົ້ງ.​ເຄື່ອງ​ວາງສະ​ແດງ​ໃນ​ຫໍ​ແຫ່ງ​ນີ້​ມີ​ຫຼາຍ​ເຖິງ 5 ພັນ​ກວ່າ​ຊະ​ນິດ,ບໍ່​ວ່າ​ຈະ​​ເປັນ​ເຄື່ອງນຸ່ງ​ຊົນ​​ເຜົ່າ,​ແຜ່ນ​ແພ​ລວດລາຍ​ສີສັນ​ຂອງ​​ເຜົ່າ​ມົ້ງ​ເກົ່າໆ​ໃນ​ອະດີດ​ຈົນ​ຮອດ​ປະຈຸ​ບັນ,​ເຄື່ອງ​ມື​ຕ່ຳ​ແຜ່ນ,​ເຄື່ອງມື​ຫາ​ກິນ​ແລະຮີ​ດຄອງ​ປະ​ເພນີ.ຫຼັງ​ຈາກ​ນັ້ນ,ຄະນະ​ພວກ​ເຮົາ​​ໄດ້​ໄປເຂດ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ​ວິຈິດ​ພິດສະດານ"ຮ່ວງ​ຊີ່"ຢູ່​ບ່ອນ​ນີ້​ທຳ​ມະ​ຊາດ​ໂລ​ແມນ​ຕິກ​ອີ່ຫຼີ​,​​ເຂົ້າ​ໄປ​ທ່ຽວ​ຢູ່​ສວນ​ນີ້​ທ່ານ​ຈະ​ເຫັນ​ທັງ​ຄວາມ​ຂຽວງາມ​ຂອງ​ປ່າ​ໄມ້ ຄວາມ​ອຸດົມສົມບູນ​ຂອງ​ລະບົບ​ນິ​ເວດ​ວິທະຍາ ​ແມງ​ໄມ້ ​ແມງກະ​​ເບື້ອ,ນ້ຳຕົກ,ໜອງ​ໃຫຍ່,ພູຜາ​ຫີນ…… ຄະນະ​ພວກ​​ເຮົາ​ຍັງ​ເຫັນ​ຄູ່​ແຕ່ງ​ງານ​ໃໝ່​ຫຼາຍ​ຄູ່​ມາ​ທ່ຽວ​ແລະ​ຖ່າຍຮູບ​ຢູ່​ແຫ່ງ​ນີ້.ບັນຍາກາດ​​ເຢັນ​ສະບາຍ ງຽບ​ສະຫງົບ,ໃຜ​ຢາກຫຼີກ​ຄວາມ​ສັບສົນວຸ້ນວາຍ​ຂອງ​ຕົວ​​ເມືອງ​ຕ້ອງ​ມາ​ທີ່​ນີ້​,​ແລ້ວ​ຈະ​ບໍ່​ຜິດ​ຫວັງ.ພວກ​ເຮົາ​ເພີດ​ເພິ່ນ​ກັບ​ການ​ຍ່າງ​ຕາມ​ທາງ​ຫີນ​ກວ້າງ​ປະມານ 1 ​ແມັດ​ແລາະລຽບ​ໄປ​ຕາມ​ພູຜາ​ປ່າ​ໄມ້ ນ້ຳຕົກ​ແລະ​ໜອງ​ບຶງ ຂຶ້ນໆ​ລົງໆ​ປະມານ​ເກືອບ 2 ຊົ່ວ​ໂມງ​ຈຶ່ງ​ລາ​ຈາກ,​ເບິ່ງ​ແຕ່ລະຄົນ​ບີບ​ກ້ອງ​ແບບ​ບໍ່​ຢ້ານ​ຟີມ​ໝົດ​ເລີຍ.

ເຖິງ​ຕອນ​ບ່າຍ,ກໍ່​ລຸຍ​ທ່ຽວ​ຕໍ່​ທີ່​ເມືອງ​ບູຮານ"ຊິ່ງອານ"ທີ່​ມີ​ປະຫວັດ​ເກົ່າ​ແກ່​ເກືອບ 1 ພັນ​ປີ,​ແຕ່​ປະຊາຊົນ​ໃນ​ເມືອງ​ນີ້​ຍັງ​ຮັກສາ​ເຮືອນ​ຊານ​ບ້ານ​ຊ່ອງ​ວັດວາອາ​ຮາມ;ກຳ​ແພງ​ເມືອງ​ແລະ​ວິຖີ​ດຳລົງ​ຊີວິດ​ໄວ້​ໄດ້​ດີ​ອີ່ຫຼີ.ພວກ​ເຮົາ​ຍ່າງ​ເລາະ​ລຽບ​ໄປ​ມາ​ຕາມ​ທາງ​ຫີນ​ກວ້າງ​ປະມານ​ສອງ​ແມັດ​ປະ​ທັບ​ໃຈ​ກັບ​ສິ່ງ​ບູຮານ​ເຫຼົ່າ​ນີ້​ຄື​ກັບພວກ​ເຮົາ​ໄດ້​ຍ້ອນ​ອະດີດ​ຄືນ​ໄປ​ຫຼາຍ​ຮ້ອຍ​ປີ,​ເຮືອນ​ແຕ່​ລະ​ຫຼັງ​ຍັງ​ມີ​ປະຊາຊົນ​ອາ​ໄສ​ຢູ່,ມີ​ການ​ຂາຍ​ອາຫານ​ພື້ນ​ເມືອງ​ແລະ​ຂອງ​ທີ່​ລະ​ລຶກຕາມ​ສອງ​ຟາກ​ທາງ​ຍ່າງ;ວິຖີ​ຊີວິດ​ແບບ​ລຽບ​ງ່າຍ.​ເມືອງ​ເກົ່າ​ນີ້​ຫ່າງ​ຈາກ​ໃຈກາງ​ນະຄອນ​ກຸ້ຍ​ຢາງ​ອອກ​ໄປ 24 ກິ​​ໂລ​ແມັດ.ມື້​ນີ້​ພວກ​ເຮົາ​ປິດ​ທ້າຍ​ການ​ທ່ຽວ​ດ້ວຍ​ການ​ຊິ​ມອາຫານ​ພື້ນ​ເມືອງ​ຢູ່​ຮ້ານ​ອາຫານ​ໃນ​ເຂດ​ເມືອງ​ເກົ່າ​ທີ່​ປົກ​ຄຸມ​ໄປ​ດ້ວຍ​ບັນຍາ​ກາດ​ແບບ​ບູຮານ​ແທ້ໆ​ຈົນ​ຮອດ 21 ​ໂມງ​ຈິ່ງ​ເດີນທາງ​ກັບ​ເຖິງ​ໂຮງ​​ແຮມ.ຍອມຮັບ​ວ່າ​ເມື່ອຍ​ແຕ່​ຄຸ້ມ​ຄ່າ​ອີ່ຫຼີ​ສຳລັບ​ມື້​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>