ໃນ​ນ້ຳ​ມີ​ປາ​ໃນ​ນາ​ມີ​ເຂົ້າ(3)

(GMT+08:00) 2008-08-31 20:41:59 cri
-----------------------------------------------------------------------------------------------------------------

​ຂຽນ​ໂດຍ: ສັງຂານ ຈູມ​ຄຳ​ພັນ, ຊ່ຽວຊານ​ຂອງ​ພະ​ແນ​ກພາສາ​ລາວ

ຖ້າ​ເວົ້າ​ເຖິງ​ຕົວ​ເລກ​ທີ່​ເປັນ​ສີ​ລິ​ມົງຄຸນ​ແລ້ວ, ຄົນ​ຈີນ​ເຊື່ອ​ວ່າ​ເລກ 8 ​ແມ່ນ​ເລກ​ແຫ່ງ​ຄວາມ​ໂລກ​ດີ. ​ໂອ​ລິ​ມປິກ​ປັກ​ກິ່ງ​ກໍ່​ໄຂ​ຂຶ້ນ​ໃນ​ວັນ​ທີ 8 ສີ​ງຫາ​ 2008. ​ໄປ​ກຸ້ຍ​ຢາງ​ເທື່ອ​ນີ້​ຜູ້​ຂຽນ​ກໍ່​ຈິ່ງ​ຮູ້ສຶກ​ວ່າ​ເລກ 8 ​​ເປັນ​ເລກ​ແຫ່ງ​ຄວາມ​ໂຊກ​ດີ​ອີ່ຫຼີ​ເພາະວ່າ​ຄະນະ​ນັກ​ຂ່າວ​ຕ່າງປະ​ເທດ​ຂອງCRI​ເດີນທາງ​ໄປ​ຮອດ​ກຸ້ຍ​ຢາງ, ​ເມືອງ​ຕາກ​ອາກາດ​ໃນ​ລະດູ​ຮ້ອນ​ທີ່​ດີ​ທີ່​ສຸດ​ຂອງ​ຈີນ​ກໍ​ແມ່ນ​ວັນ​ທີ 28 ສີ​ງຫາ​ 2008. ​ເປັນ​ຫຍັງ​ຈິ່ງ​ວ່າ​ໂຊກ​ດີ? ກໍ່​ເພາະ​ໄດ້​ມີ​ບຸນ​ວາດ​ສະໜາ​ໄດ້​ມາ​ສຳ​ພັດ​ກັບ​ນະຄອນ​ທີ່​ມີ​ເໜ່ທາງ​ທຳ​ມະ​ຊາດ​ປະຫວັດສາດ ຮີດຄອງ​ປະ​ເພນີ​ວັດທະນະທຳ​ທີ່​ອຸດົມສົມບູນ​ແທ້ໆ. ຜູ້​ຂຽນ​ຂໍ​ຂະໜານ​ນາມ​ໃຫ້​ເມືອງ​ນີ້​ຕາມ​ທັດສະນະ​ສ່ວນ​ຕົວ​ວ່າ"ຖິ່ນ​ງາມ ​ຄົນ​ນ້ຳ​ໃຈດີ".

ມື້​ນີ້(ວັນ​ເສົາ, ທີ30​ສີ​ງຫາ)ອາກາດ​ຢູ່​ນະຄອນ​ກຸ້ຍ​ຢາງ​ຍິ່ງ​ຊຸ່ມ​ເຢັນ​ເພາະ​ຜ່ານ​ມາ​ມີ​ຝົນ​ແຮງ​ແລະ​ສືບ​ຕໍ່​ຕົກ​ລິນ​ຄ່ອຍໆ​ເປັນ​ບາງ​ຄັ້ງ​ຄາວ​ຕະຫຼອດ​ມື້​ນີ້, ທຸກ​ຄົນ​ຕ້ອງ​ຖື​ຄັນ​ຮົ່ມ​ຕິດ​ຕົວ. ມື້​ນີ້​ເຈົ້າພາບ​ພາ​ອອກ​ໄປ​ທ່ຽວ​ໄກ​ກວ່າ​ເກົ່າ​ເພື່ອ​ໄປ​ຊົມ​ວິຖີ​ຊິວິດ​ຂອງ​ຄົນ​ຊົນນະບົດ​ຢູ່​ເມືອງ​ຂ່າຍຢາງທີ່​ຕັ້ງ​ຢູ່​ຫ່າງ​ຈາກ​ນະຄອນ​ກຸ້ຍ​ຢາງ​ໄປ​ທາງ​ທິດ​ຕາມ​ເວັນ​ອອກສຽງ​ເໜືອ 50 ກິ​ໂລ​ແມັດ, ພວກ​ເຮົາ​ນັ່ງ​ລົດ​ບັດ​ສ໌ພິ​ເສດ​ທີ່​​ເຈົ້າພາບ​ຈັດ​ໃຫ້​ເດີນທາງ​ໄປ​ກິນ​ເວລາ​ຊົ່ວ​ໂມງ​ປາຍ​ໜ້ອຍ​ໜຶ່ງ​ຈິ່ງ​ຮອດ​ເມືອງ​ຂ່າຍ​ຢ່າງ. ຕົວ​ເມືອງ​ນີ້​ຕັ້ງ​ຢູ່​ຕາມ​ຮ່ອມ​ພູ​ແລະ​ເປັນ​ພູມີ​ນ້ຳ​ຊິງ​ຫຼຸ​ງ​ໄຫຼ​ຜ່ານ. ນ້ຳ​ສາຍ​ນີ້​ກໍ່​ບໍ່​ໃຫຍ່​ບໍ່​ນ້ອຍ, ທຽບ​ຢູ່​ລາວ​ແລ້ວ​ກໍ່​ຊ່ຳໆ​ກັບ​ນ້ຳ​ຊອງ​ຢູ່​ເມືອງ​ວັງ​ວຽງ​ແຂວງ​ວຽງ​ຈັນ​ນັ້ນ​ລະ. ກ່ອນ​ຈະ​ໄປ​ທ່ຽວ​ບ້ານ​ຊົນ​ເຜົ່າ 2 ບ້ານ​ຕາມ​ແຜນ​ເດີນທາງ​ສຳລັບ​ມື້​ນີ້, ​ເຈົ້າພາບ​ພາ​ພວກ​ເຮົາ​ຂີ່​ລົດ​ບັດ​ສ໌ຂຶ້ນ​ໄປ​ເ່ງພູ​ສູງ​ເພື່ອ​ໄປ​ຊົມ​ວິວຂອງ​ຊົນນະບົດ​ທີ່​ໜ້າ​ປະ​ທັບ​ໃຈ; ຂຶ້ນ​ໄປ​ຮອດ​ຈຸດ​ຊົມ​ວິວທີ່​ສູງ​ຈາກ​ລະດັບ​ນ້ຳ​ທະ​ເລ 800 ກວ່າ​​ແມັດ​ນັ້ນ, ຫຼຽວ​ລົງ​ໄປ​ທາງ​ລຸ່ມ​ໄກໆ​ມັນ​ຊ່າງ​ງາມ​ອີ່ຫຼີ, ສົມ​ວ່າ​ເປັນ​ເຂດ​ທີ່​ດິນ​ດຳ​ນ້ຳ​ຊຸ່ມ​ແທ້ໆ. ຢູ່​ຜົ້ງ​ທີ່​ມີ​ພູ​ອ້ອມ​ຮອບ​ນັ້ນ​ມີ​ສາຍ​ນ້ຳ​ຊິງ​ຫຼຸ​ງ​ໄຫຼ​ກ້ຽວ​ກອດ​ທົ່ງ​ນາ​ທີ່​ເຂົ້າ​ຫາ​ກໍ່​ຖອກ​ຮວງ​ໃໝ່​ຂຽວ​ທົ່ວ​ທົ່ງ​ເບິ່ງ​ແລ້ວ​ຄື​ມັງກອນ​ໂຕ​ໃຫຍ່​ເລືອ​ກ້ຽວ​ກອດ​ດິນ​ແດນ​ທີ່​ອຸດົມສົມບູນ​ແຫ່ງ​ນີ້. ດ້ວຍ​ຄວາມ​ກະຕືລື​ລົ້ນ​ທີ່​ຈີນ​ໄດ້​ເປັນ​ເຈົ້າພາບ​ໂອ​ລິ​ມປິກ 2008, ຊາວນາ​ໄດ້​ປູກ​ພືດ​ທີ່​ເປັນ​ສີ​ເຂັ້ມ​ມ່ວງ​ໜ້ອຍ​ໜຶ່ງ​ເພື່ອ​ໃຫ້​ສີ​ຕັດ​ກັບ​ສີຂຽວ​ຂອງ​ທົ່ງ​ນາ​ທີ່​ກວ້າງ​ໃຫຍ່; ​ເຂົາ​ເຈົ້າ​ປູກ​ພືດ​ທີ່​ວ່າ​ນັນ​ໃຫ້​ເປັນ​ຮູບ 5 ບ້ວງ​ໂອ​ລິ​ມປິກຂະໜາດ​ໃຫຍ່​ຢູ່​ກາງ​ທົ່ງ, ຫຼຽງ​ລົງ​ໄປ​ຈາກ​ຈຸດ​ຊົມ​ວິວ​ເຫັນ​ໄດ້​ຢ່າງ​ຈະ​ແຈ້ງ​ຕາມ​ທີ່​ຜູ້​ຂຽນ​ໄດ້​ຖ່າຍ​ພາບ​ມາ​ແບິ່ງ​ປັນ​ຄວາມ​ງາມ​ໃຫ້​ເບິ່ງ​ນຳ​ກັນ​ນີ້​ລະ.


1 2 3
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>