ທ່ຽວ​ເມືອງ​"ຊິ່ວ​ເວີນ" ວັນ​ທີ31ສິງຫາ​ປີ2008(4)

(GMT+08:00) 2008-09-02 19:37:08 cri
-----------------------------------------------------------------------------------------------------------------
ຕື່ນ​ເຊົ້າ​ມາ​ມື້​ນີ້, ຜູ້​ຂຽນ​ຮູ້ສຶກ​ຫົວ​ໃຈ​ຫົດ​ແຫ່ວ​ວາດ​ໃດວາດ​ໜຶ່ງ, ​ເພາະ​ຄິດ​ເຖິງ​ວ່າ​ມື້​ນີ້​ແມ່ນ​ມື້​ສຸດ​ທ້າຍ​ແລ້ວ​ທີ່​ໄດ້​ມີ​ໂອກາດ​ສຳຜັດ​ກັບ​ນະຄອນ​ທີ່​ເຢັນ​ສະບາຍ​ແລະ​ສວຍງາມ​ແຫ່ງ​ນີ້; ມື້​ອື່ນ​ຄະນະ​ນັກ​ຂ່າວ​ຕ່າງປະ​ເທດ​ພວມ​ກ​ເຮົາ​ກໍ່​ຈະ​ໄດ້​ກັບ​ປັກ​ກິ່ງ​ແຕ່​ເຊົ້າໆ, ພວກ​ເຮົາ​ມາ​ຢ້ຽມຢາມ​ເທື່ອ​ນີ້​ເຈົ້າພາບ​ເນັ້ນ​ໜັກ​ພາ​ໄປ​ສຳຜັດ​ກັບ​ສະຖານ​ທີ່​ທ່ອງ​ທ່ຽວ​ຕ່າງໆ​ຢູ່​ນອກ​ເມືອງ​ເປັນ​ສ່ວນ​ໃຫຍ່, ​ແລະ​ແຫຼ່ງທ່ອງ​ທ່ຽວ​ທີ່​ເດັ່ນໆ​ຂອງ​ນະຄອນ​ກຸ້ຍ​ຢາງ​ສ່ວນ​ຫຼາຍກໍ່​ນອກ​ເມືອງ​ພຸ້ນ​ອີ​ຫຼີ. ຜູ້​ຂຽນ​ອ່ານ​ເບິ່ງ​ຕາຕະລາງ​ການ​ນຳ​ທ່ຽວ​ເທື່ອ​ນີ້​ຮູ້ສຶກ​ຂາດ​ບ່ອນ​ສຳຄັນ​ບ່ອນ​ໜ່ງ​ທີ່​ສ້າງ​ຊື່ສ​ຽງ​ໃຫ້​ແກ່​ແຂວງ​ກຸ້ຍ​ແຈ່ວ​ຫຼາຍ; ນັ້ນ​ກໍ່​ຄື​ບ່ອນ​ຜະລິດ​ເຫຼົ້າ​ເໝົາ​ຖ່າຍ (Mao tai)ທີ່​ເປັນ​ເຫຼົ້າ​ຂາວ​ມີ​ລະດັບ​ແລະ​ມີ​ຊື່ສ​ຽງ​ໄປ​ທົ່ວ​ປະ​ເທດ​ຈີນ​ແລະ​ຕ່າງປະ​ເທດ; ​ແກ້ວ​ຂະໜາດ500ມີ​ລີ​ລີດ ລາຄາ​ກໍ່​ປະມານ700-800ຢວນ​ແລ້ວ(​ເກືອບ​ລ້ານ​ກີບ)ຫຼື​​ແພງ​ກວ່າ​ນີ້​ກໍ່​ຍັງ​ມີ. ​ເຫຼົ້າ​ນີ້​ຈະ​ຕັ້ງ​ຢູ່​ເທິງ​ໂຕະ​ອາຫານ​ຂອງ​ຄົນ​ທີ່​ອ່າວ​ມີ​ສົມຄວນ; ຖ້າ​ເປັນ​ງານ​ລ້ຽງ​ກໍ່​ເປັນ​ງານ​ລ້ຽງ​ພິ​ເສດ​ຫຼື​ງານ​ລ້ຽງ​ຂະໜາດ​ໃຫຍ່; ຄວາມ​ປຸກ​ແມ່ນ53ອົງສາ. ຜູ້​ຂຽນ​ກໍ່​ບໍ່​ແມ່ນ​ປະ​ເພດ​ພວກ​ຄໍ​ທອງ​ແດງ​ຫຍັງດອກ, ​ແຕ່​ກໍ່​ພໍ​ກິນ​ນຳ​ບ້ານ​ນຳ​ເມືອງ​ໄດ້​ເປັນ​ບາງ​ຄັ້ງບາງ​ຄາວ​ແລະ​ກໍ່​ໄດ້​ຊີມ​ລົດ​ຊາດ​ຂອງ​ເຫຼົ້າ​ໝົາຖາຍມາ​ຫຼາຍ​ເທື່ອ​ເຕີບ, ກິ່ນ​ຫອມ, ລົດ​ຊາດ​ນຸ້ມຄໍ ກືນ​ງ່າຍ ບໍ່​ເຈັບຫົວ. ຄະນະ​ພວກ​ເຮົາຫຼາ​ຍຄົນ​ກໍ່​ສົນ​ໃຈ​ຢາກ​ໄປ​ຢ້ຽມຢາມ​ໂຮງງານ​ຜະລິດ​ຄື​ກັນ, ​ເຈົ້າພາບ​ກໍ່​ຮູ້ສຶກ​ເສຍດາຍ​ຄື​ກັນ​ເພາະ​ເວລາ​ພວກ​ເຮົາ​ມີ​ຈຳກັດ, ຖ້າ​ໄປ​ກໍ່​ຕ້ອງ​ນັ່ງ​ລົດ​ເປັນ​ມື້​ເພາະ​ບ່ອນ​ຜະລິດ​ຢູ່​ໄກ​ຈາກ​ນະຄອນ​ກຸ້ຍ​ຢາງ​ຕັ້ງ​ວ່າ600ກິ​ໂລ​ແມັດ; ​ເຈົ້າພາບ​ບອກ​ວ່າ​ແຫຼ່ງນ້ຳ​ຜະລິດ​ເຫຼົ້າ​ເໝົາ​ຖາ​ຍພິ​ເສດ​ຫຼາຍ​ແລະ​ກໍ່​ມີ​ແຕ່​ສະ​ເພາະ​ຢູ່​ບ່ອນ​ນັ້ນ​ເທົ່າ​ນັ້ນ. ​ເພື່ອ​ໃຫ້​ລີ້ນ​ແລະ​ຄໍ​ພວກ​ເຮົາ​ໄດ້​ສຳຜັດ​ກັບ​ລົດ​ຊາດ​ຂອງ​ເຫຼົ້າ​ດັງ​ໃນ​ຖິ່ນ​ຜະລິດ, ​ເຈົ້າພາບ​ກໍ່​ໃຫ້ຕິດ​ໄມ້​ຕິດ​ມື​ພວກ​ເຮົາ​ຄົນ​ລະ​ແກ້ວ.

ເອົາລະ, ບັດ​ນີ້​ຂໍ​ກ້ຽວ​ກັບ​ຄືນ​ມາສູ່​ການ​ໄປ​ທ່ຽວ​ຂອງ​ຄະນະ​ພວກ​ເຮົາ​ສຳລັບ​ມື້​ນີ້(ວັນ​ອາທິດ, ທີ31ສິງຫາ​ປີ2008)ດີກ​ວ່າ: ຈຸດ​ໝາຍ​ປາຍ​ທາງ​ສຳລັບ​ມື້​ນີ້​ແມ່ນ​ເມືອງ"ຊີ່​ວ​ເວີນ"ທີ່​ຕັ້ງ​ຢູ່​ທິດຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ນະຄອນ​ກຸ້ຍ​ຢາງ; ພວກ​ເຮົາ​ນັ່ງ​ລົດ​ບັດ​ສ໌​ໄປ​ປະມານ1ຊົ່ວ​ໂມງ​ກໍ່​ຮອດ. ຂໍ​ບອກ​ຜູ້​ອ່ານ​ດ້ວຍ​ຄວາມ​ຈິງ​ໃຈ​ວ່າ​ກຸ້ຍ​ຢາງ​ແມ່ນ​ເມືອງທີ່​ອຸດົມສົມບູນ ດິນ​ດຳ​ນ້ຳ​ຊຸ່ມ​ອີ​ຫຼີ, ​ເພາະວ່າ​ບໍ່​ວ່າ​ຈະ​ເດີນທາງ​ອອກ​ໄປ​ທິດ​ໃດ​ຈາກ​ໃຈກາງ​ນະຄອນ, ສອງ​ຟາກ​ທາງ​ກໍ່​ຈະ​ເຫັນ​ໜ່ວຍ​ພູ​ນ້ອຍ​ໃຫຍ່​ສູງ​ຕ່ຳ​ສາຍ​ນ້ຳ​ຫ້ວຍ​ຮ່ອງ​ໜອງ​ບຶງ​ທີ່​ມີ​ພືດ​ພັນ​ທັນ​ຍາ​ຫານ​ນາໆ​ຊະນິດ, ບໍ່​ວ່າຈະ​ເປັນ​ເຂົ້າ ພືດ​ພັນ​ແລະ​ຕົ້ນ​ໄມ້​ໃບ​ຫຍ້າ​ລຽງ​ລາຍຂ​ຂຽວ​ອຸ່ມ​ທຸ່ມ​ຢູ່​ຕາມ​ຮ່ອມ​ພູ ທົ່ງ​ພຽງ, ພູ​ພຽງ​ຫຼື​ແມ່ນ​ກະ​ດັງ​ຢູ່​ຕາມ​ເປີ້ນພູ, ​ເຫັນ​ແນວ​ນີ້​ເຖິງ​ຜູ້​ຂຽນ​ບໍ່​ໄດ້​ຖາມ​ເຖິງ​ຂໍ້​ມູນ​ການ​ຜະລິດ​ດ້ານ​ກະສິກຳ​ກໍ່​ສາມາດ​ຄາດ​ເດົາ​ໄດ້​ເລີຍ​ວ່າ​ແຂວງ​ກຸ້ຍ​​ໂຈ່​ວກໍ່​ຕ້ອງ​ແມ່ນ​ແຂວງ​ໜຶ່ງ​ທີ່​ສຳຄັນ​ຂອງ​ຈີນ​ໃນ​ການ​ຕອບ​ສະໜອງ​ດ້ານ​ສະບຽງ​ອາຫານ, ​ໂດຍ​ສະ​ເພາະ​ແມ່ນ​ເຂົ້າ ສາລີ​ແລະ​ພືດ​ຜັກ​ຕ່າງໆ.

ເມື່ອ​ເດີນ​ທາງ​ໄປ​ຮອດ​ເມືອງ​ຊີ່​ວ​ເວີນ, ສະຖານ​ທີ່​ທຳ​ອິດ​ທີ່​ໜ້າ​ເຫຼື້ອມ​ໃສ​ສັດທາ​ກໍ່​ແມ່ນ​ຫໍພິ​ພິດ​ທະ​ພັນ, ບ່ອນ​ເຮັດ​ວຽກ​ແລະ​ຖ້ຳ​ທີ່​ຕັ້ງ​ຢູ່​ເທິງ​ພູ​ນ້ອຍ"ລົງ​ກາງ​"ທີ່​ຮົ່ມ​ເຢັນ​ຂອງ​ນັກ​ປັດ​ຊະ​ຍາ ນັກ​ການ​ສຶກສາ ນັກ​ປະຕິວັດ ນັກຂ​ຽນງາມ​ແລະ​ນັກ​ກະວີ​ທີ່​ມີ​ຊື່ສ​ຽງຂອງ​ຈີນ​ໃນ​ສະ​ໄໝ​ລາດ​ຊະ​ວົງ​ໝິງ​"1472​ຫາ1528)​ນັ້ນ​ກໍ່​ຄື​ທ່ານ​"ວັງ​ຢາງ​ໝີ​ງ". ​ໃນ​ສະ​ໄໝ​ນັ້ນ​ເພິ່ນ​ກໍ່​ເປັນ​ຂຸນ​ນາງ​ລະດັບ​ສູງ​ໃນ​ວັງ, ​ແຕ່​ຍ້ອນ​ເຮັດ​ຜິດ​ໃຈ​ຂັນ​ທີ​ຜູ້​ມີ​ອຳນາດ​ໃນ​ປີ1506ຈຶ່ງ​ຖືກ​ເນລະ​ເທດ​ໃຫ້​ມາ​ເຮັດ​ວຽກ​ຢູ່​ເມືອງ​ຊິ່ວ​ເວີນ​ແຫ່ງ​ນີ້, ​ແລະ​ຢູ່​ບ່ອນ​ນີ້​ເອງ​ທີ່​ເພິ່ນ​ໃຊ້​ເປັນ​ບ່ອນ​ສຶກ​ສາ​ຄົ້ນ​ຄວ້າ​ໄດ້​ສັນຍາ​ນາມ​ວ່າ"​ເປັນ​ຜູ້ນຳ​ແນວ​ຄິດ​ໃນ​ສະ​ໄໝ​ໃໝ່"​ແລະ​ແນວ​ຄິດ​ອັນ​ພົ້ນ​ເດັ່ນ​ທີ່​ເພິ່ນ​ສ້າງ​ນັ້ນ​ກໍ​ແມ່ນ​"ຄວາມ​ຮູ້​ກັບ​ການ​ກະທຳ​ເປັນອັນ​ດຽວ​ກັນ". ສະຖານ​ທີ່​ແຫ່ງ​ນີ້​ແມ່ນ​ແຫຼ່ງ​ທ່ອງ​ທ່ຽວ​ທີ່​ສຳຄັນ​ແລະ​ໜ້າ​ເຄົາລົບ​ຫຼາຍ, ບໍ່​ສະ​ເພາະ​ແຕ່​ຄົນ​ຈີນ; ຄົນ​ຍີ່ປຸ່ນ​ແລະ​ຄົນ​ສ.​ເກົາຫຼີ​ກໍ່​ໃຫ້​ຄວາມ​ເຄົາລົບ​ນັບຖື​ນັກ​ປັດ​ຊະ​ຍາ​ວັງ​ຢາງ​ໝິງຫຼາຍ​ຄື​ກັນ; ​ໃນ​ຫໍພິ​ພິດທະ​ພັນ​ທີ່​ຢູ່​ດ້ານ​ຂວາ​ມື​ຂອງ​ປະຕູ​ທາງ​ເຂົ້າ​ມີ​ຮູບພາບ, ​ເຄື່ອງ​ຂອງ​ແລະ​ຄະຕິ​ສອນ​ໃຈ​ຕ່າງໆ​ຂອງ​ເພິ່ນ​ທີ່​ໜ້າ​ສຶກ​ສາ​ຮໍ່າຮຽນ​ຫຼາຍ. ອອກ​ຈາກ​ຫໍພິ​ພິດທະ​ພັນ​ພວກ​ເຮົາ​ກໍ່​ຍ່າງ​ຂຶ້ນ​ຕາມ​ຂັ້ນ​ໄດ​ຊີມັງ​ທີ່​ກວ້າງ​ປະ​ມານ​1​ແມັດ​ຂຶ້ນ​ໄປ​ຕາມ​ພູ​ນ້ອຍ​ທີ່​ຮົ່ມ​ເຢັນ​ເພື່ອ​ໄປ​ເບິ່ງ​ບ່ອນ​ເຮັດ​ວຽກ​ຂອງ​ເພິ່ນ; ຂຶ້ນ​ໄປ​ຮອດ​ເທິງ​ພູ​ກໍ່​ມີ​ເຮືອນ​ນ້ອຍ​ແບບ​ຈີນ​ບູຮານ​ຫຼັງ​ໜຶ່ງ​ຕັ້ງ​ຢູ່​ທາງ​ຊ້າຍ​ມື​ຂອງ​ທາງ​ຍ່າງ, ​ເຮືອນ​ຫຼັງ​ນີ້​ກວ້າງ​ປະມານ4​ແມັດ​ຍາວ6​ແມັດ, ​ເຂົ້າ​ໄປ​ດ້ານ​ໃນ​ກໍ່​ເປັນ​ຫ້ອງ​ໂລ່ງ​ມີ​ຕົວ​ໜຶງສື​ເກົ່າ​ຢູ່​ຕາມ​ຝາ​ຂອງ​ເຮືອນ; ​ມີ​ຄຳ​ໜຶ່ງ​ທີ່​ປະ​ທັບ​ໃຈ​ຜູ້​ຂຽນ​ຫຼາຍທີ່​ວ່າ"ຢູ່​ແບບ​ລຽບ​ງ່າຍ ກໍ່​ສາ​ມາດ​ສ້າງ​ຄວາມ​ດີ​ໄດ້"​. ​ແລ້ວ​ກໍ່​ຍ່າງ​ຂຶນ​ພູ​ອີກ​ຕໍ່​ໄປ​ກໍ່​ຈະ​ເຫັນ​ບ່ອນ​ເຮັດ​ວຽກ​ຂອງ​ເພິ່ນ​ທີ່​ເປັນ​ເຮືອນ​ເກົ່າ2-3​ຫຼັງ​ເຫັນ​ໜ້າ​ໃສ່​ກັນ​​ໃຫຍ່​ສົມ​ຄວນ; ມີ​ຮູບ​ປັ້ນ​ແລະ​ປັດ​ຊະ​ຍາ​ຊີວິດ​ສຳ​ຄັນ​ຂອງ​ເພິ່ນ​ຂຽນ​​ໄວ້; ມີ​ຫໍ​ໄຫວ້ພະ; ຫໍ​ຮັບ​ແຂກ​ແລະ​ຫໍ​ຂຽນ​ໜັງສື​ງາມ​ແລ້ວ​ກໍ່​ໄປ​ເບິ່ງ​ຖ້ຳ​ນ້ອຍ​ທີ່​ສາມາດ​ຍ່າງ​ຊອດ​2-3​ທາງ, ທາງ​ໃນ​ກໍ່​ບໍ່​ກວ້າງຂວາງ​ເທົ່າ​ໃດ, ​ແຕ່​ຊຸ່ມ​ເຢັນ​ສະບາຍ​ດີ, ມີ​ໂຕະ​ໄມ້​ນ້ອຍ​ໜ່ວຍ​ໜຶ່ງ​ຢູ່​ທາງ​ໃນ. ​ເບິ່ງ​ແລ້ວ​ສົມ​ພໍ​ດອກ ວາງ​ຢາງໝີງ​ຈຶ່ງ​ເລືອກ​ສະຖານ​ທີ່​ແຫ່ງ​ນີ້​ເປັນ​ບ່ອນ​ຄົ້ນ​ຄິດ​ປັດ​ຊະ​ຍາ​ຂອງ​ເພິ່ນ, ​ເພາະ​ເປັນ​ສະຖານ​ທີ່​ທີ່​ຮົ່ມ​ເຢັນ​ຫງຽບ​ສະຫງົບ​ດີ​ແທ້ໆ​ແລະ​ຫ່າງ​ໄຫ​ຈາກ​ຜູ້​ຄົນ.

ຈາກ​​ຖ້ຳ​ຂອງ​ວັງ​ຢາງ​ໝິງກໍ່​ໄປ​ຕໍ່​ທີ່​ສະໜາມ​ກັອຢ​"ແຈງ​ຈົວ"ທີ່​ເປັນ​ສະໜາມ​ດຽວ​ຂອງ​ນະຄອນ​ກຸ້ຍ​ຢາງ​ທີ່​ສວຍ​ງາມ​ຫຼູຫຼາ​ໄດ້​ມາດ​ຕະ​ຖານ​ສາກົນ​ຂະໜາດ​18​ຂຸມ, ສ້າງ​ແລ້ວ​ແຕ່​ປີ1998; ຜູ້​ມາ​ຫຼິ້ນ​ກໍ່​ມີ​ທັງ​ຄົນ​ຈາກ​ກຸ້ຍ​ຢາງ, ນະຄອນ​ອື່ນໆ​ຂອງ​ຈີນ, ​ໃຕ້​ຫວັນ​ຈີນ; ສຳລັບ​ຕ່າງປະ​ເທດ​ສ່ວນ​ຫຼາຍ​ກໍ່​ມາ​ຈາກ​ຍີ່ປຸ່ນ​ແລະ​ສ.​ເກົາ​ຫຼີ. ການ​ອອກ​ແບບ​ກົມ​ກືນ​ກັບ​ທຳ​ມະ​ຊາດ​ດີ​ອີ​ຫຼີ, ​ແບ່ງ​ເປັນ​ເຂດ​ຊ້ອມ​ຕີ​ກອັຟ, ບ່ອນ​ຕີ​ກອັຟ​ແລະ​ເຂດ​ບ່ອນ​ພັກ​ໄປ​ຕາມ​ເນີນ​ນ້ອຍ​ໃຫຍ່, ​ແຍ່ງ​ຍັງ​ມີ​ທະ​ເລ​ສາບ​ນ້ອຍ​ທີ່​ໃສ​ສີ​ຟ້າ​ໃສ​ສະອາດ​ເນັ່ງ​ຍາວ​ໄປ​ຕາມ​ຮ່ອມ​ພູ. ສະ​ໜາມ​ກອັຟ​ຍັງ​ມີ​ວິນ​ລາ​ທີ່​ຫຼູ​ຫຼາ​ແບບ​ຕາ​ເວັນ​ຕົກ​ເຖິງ89​ຫຼັງ​ທີ່​ຕັ້ງ​ເປັນ​ກຸ່ມ​ຕາມ​ແຄມ​ທະ​ເລ​ສາບ, ​ແລະ​ຕັ້ງ​ຢູ່​ກາງ​ປ່າ​ກໍ່​ມີ​ເປັນ​ບ່ອນ​ພັກ​ຜ່ອນ​ທີ່​ສະບາຍ​ກາຍ​ສະບາຍ​ໃຈ, ຫງຽບ​ສະ​ງົບ​ຜາ​ສຸກ ທ່າມ​ກາງ​ທຳ​ມະ​ຊາດ​ພູຜາ​ປ່າ​ໄມ້​ສາຍ​ນ້ຳ, ​ແລ້ວ​ກໍ່​ຍັງ​ມີ​ໂຮງ​ແຮມ​ຂະໜາດ​40​ຫ້ອງ​ໄວ້​ຄອຍ​ບໍລິ​ການ​ຜູ້​ທີ່​ມາ​ຫຼິ້ນ​ກອັຟ​ແລະ​ພັ​ກຜ່ອນ​ອີກ​ດ້ວຍ.

ເວລາ​ປະມານ14​ໂມງ​ພວກ​ເຮົາ​ກໍ່​ໄປ​ທ່ຽວ​ສວນສັດ​ເມືອງ​ຊິ່ວ​ເວີນ​ທີ່​ຫາ​ກໍ່​ເປີດ​ບໍລິ​ການ​ມາ​ໄດ້2ປີ, ມີ​ສັດ​ຫຼາຍ​ກວ່າ80​ຊະນິດ​ແລະ​ກວມ​ເນື້ອ​ທີ່​ພູ​ນ້ອຍ​400ກວ່າ​ເຮັກ​ຕາ; ພວກ​ເຮົາ​ໄປ​ຮອດ​ກໍ່​ພໍດີ​ມີ​ຝົນຝອຍ, ​ເຮັດ​ໃຫ້​ອາກາດ​ເຢັນ​ສະບາຍ​ຂຶ້ນ​ຕື່ມ; ຝົນຝອຍ​ບຶດ​ລະ​ຕົກ​ບຶດ​ລະ​ເຊົາ. ຜູ້​ຂຽນ​ກໍ່​ເຄີຍ​ໄປ​ທ່ຽວ​ສວນສັດ​ຫຼາຍ​ປະ​ເທດ​ແລະ​ບາງ​ບ່ອນ​ຂອງ​ຈີນ ລວມ​ທັງ​ສວນ​ສັດ​ປັກ​ກິ່ງ. ການ​ບໍ​ລິ​ຫານ​ຄຸ້ມ​ຄອງ​ຂອງ​ເຂົາ​ເຈົ້າ​ກໍ່​ດີ​ສົມຄວນ; ​ແຕ່​ເມື່ອ​ໄດ້​ມາ​ທ່ຽວ​ສວນສັດ​ເມືອງ​ຊິ່ວ​ເວີນ​ຂອງ​ນະ​ຄອນ​ກຸ້ຍ​ຢາງ​ແລ້ວ​ກໍ​ເຫັນ​ສັດ​ຕ່າງໆ​ຄື​ກັບ​ບ່ອນ​ອື່ນໆ, ບໍ່​ວ່າ​ຈະ​ເປັນ​ອູດ ​ເສືອ ສິງ ລີງ ກວາງ ຟານ ງູ ນົກ ​ໄກ່​ປ່າ ງົວ​ຈາມ​ມະ​ລີ​ຈາກ​ທິ​ເບ​ດ ຊ້າງ ມ້າ​ລາຍ ຢີຣັບ, ໝີ​ແລະ​ອື່ນໆ​ຈຳນວນ​ຫຼວງ​ຫຼາຍ, ​ແຕ່​ບໍ່​ມີ​ໝີ​ແພ້​ນດ້າ, ສິ່ງ​ທີ່​ຜູ້​ຂຽນຮູ້ສຶກ​ປະ​ທັບ​ໃຈ​ກວ່າ​ສວນສັດ​ບ່ອນ​ອື່ນ​ກໍ່​ແມ່ນ​ເນື້ອ​ທີ່​ທີ່​ກວ້າງ​ຂວາງ​ກວມ​ພູ​ເປັນ​ໜ່ວຍ​ທີ່​ປົກ​ຄຸມ​ໄປ​ດ້ວຍ​ປ່າ​ໄມ້​ແປກ​ແລະ​ໄມ້​ຊະນິດ​ອື່ນໆ, ພ້ອມ​ທັງ​ພືດ​ຫຍ້າ​ຢູ່​ຕາມ​ໜ້າດິນ, ຢູ່​ນີ້​ແມ່ນ​ປ່າ​ແທ້ ບໍ່​ແມ່ນ​ປ່າ​ຈຳລອງ; ຜູ້​ຊົມ​ກໍ່​ສາມາດ​ເຫັນ​ສັດ​ປະ​ເພດ​ຕ່າງໆ​ໄດ້​ຢ່າງ​ໃກ້ຊິດ, ​ແມ່ນ​ກະ​ຄັ້ງ​ເສືອ ສິງ ໝີ ທີ່​ອັນຕະລາຍ, ​ແຕ່​ຍ້ອນ​ການ​ອອກ​ແບບ​ທີ່​ດີ​ຈຶ່ງ​ເຮັດ​ໃຫ້​ໃກ້ຊິດ​ຫຼາຍ. ​ເບິ່ງ​ສັດ​ຕ່າງໆ​ກໍ່​ມີ​ຊີວິດ​ຊີວາ ບໍ່​ຫງ່ວມ​ເຫງົາ ຍ້ອນ​ມີ​ປ່າ​ແທ້ ບໍລິ​ເວນ​ຄອກ​ກັ້ນ​ສັດ​ແຕ່ລະ​ປະ​ເພດ​ກໍ່​ກວ້າງ​ຂວາງ ​ເຮັດ​ໃຫ້​ສັດ​ຮູ້ສຶກ​ວ່າ​ບໍ່​ຖືກ​ກັກ​ຂັງ​ໜ່ວງ​ໜ່ຽວ​ຈຶ່ງ​ເຮັດ​ໃຫ້​ພວກ​ມັນ​ສົດ​ຊື່ນ​ຫ້າວ​ຫັນ, ຫຼຽວ​ເຫັນ​ເສືອ​ນ້ອຍ3-4​ໂຕ​ໄລ່​ກັນ​ຢອກ​ກັນ​ແລະ​ສີງ ນ້ອຍ​ໜ້າ​ຮັກຫຼາຍ. ອ້ອມ​ພູ​ແລະ​ເຂດ​ສັດ​ຊະນິດ​ຕ່າງໆ​ມີ​ຖະໜົນ​ຊີມັງ​ອ້ອມ​ຮອບ, ຢາກຍ່າງ​ກໍ່​ໄດ້​, ຢາກ​ຂີ່​ລົດ​ທ່ຽວ​ກໍ​ດີ, ​ເຫັນ​ທັງ​ສັດ​ແລະ​ປ່າ​ໄມ້​ຂຽວ​ງາມ​ຢູ່​ສອງ​ຟາກ​ທາງ​ແລ້ວ​ຮູ້ສຶກ​ສະ​ບາຍ​ໃຈ​ແທ້ໆ. ສິ່ງ​ໜຶ່ງ​ອີກ​ທີ່​ເດັ່ນ​ຂອງ​ສວນສັດ​ເມືອງ​ຊີ່​ວ​ເວີນ​ກໍ່​ຄື​ການ​ສະ​ແດງ​ຂອງ​ຊ້າງ​ອາ​ຊີ5​ເຊືອກ​ທີ່​ສະ​ແດງ​ລາຍການ​ຕ່າງໆ, ກິນ​ເວລາ​ເກືອບ1ຊົ່ວ​ໂມງ​ໄດ້​ຢ່າງ​ສະຫຼາດ​ຮູ້​ຄວາມ​ແລະ​ໜ້າ​ປະ​ທັບ​ໃຈ​ຫຼາຍ; ບໍ່​ວ່າ​ຈະ​ເປັນ​ການ​ເຕະ​ບານ, ຢືນ​ໝູນ​ຢູ່​ເທິງ​ຕັ່ງ​ນ້ອຍ, ຢືນ​ຕໍ່​ໂຕ​ແລະຕໍ່​ກົ້ນ​ກັນ; ​ແລະ​ທີ່​ເຮັດ​ໃຫ້​ຜູ້​ຊົມ​ຍົກ​ໂປ້​ໃຫ້​ແລະ​ຕົບມື​ບໍ່​ເຊົາ​ກໍ່​ແມ່ນ​ຊ້າງ​ເລືອກ​ແຟນທີ່​ເອົາ​ຜູ້​ຊົມ​ທີ່​ເປັນ​ຜູ້​ສາວ3ຄົນ​ລົງ​ໄປ​ມີ​ສ່ວນ​ຮ່ວມ; ​ເລືອກ​ໄດ້​ແລ້ວ​ກໍ່​ໃຊ້​ງວງ​ຈູບ​ແກ້ມ​ແຟ​ນພ້ອມ! ອິດສາ​ຊ້າງ​ເດ້! ພວກ​ເຮົາ​ເພີດ​ເພີນ​ຢູ່​ກັບ​ທຳ​ມະ​ຊາດ​ແລະ​ສັດ​ນາໆ​ຊະນິດ​ເກືອບ2ຊົ່ວ​ໂມງ​ແລ້ວ​ຈຶ່ງ​ມາ​ກັນ​ກັບ​ສູ່​ນະຄອນ​ກຸ້ຍ​ຢາງ. ຄາບ​ເຂົ້າ​ແລງ​ສັ່ງ​ລາ​ມື້​ນີ້​ເຈົ້າພາບ​ພາ​ໄປ​ກິນ​ອາຫານ​ພື້ນ​ເມືອງ​ຂອງ​ຊົນ​ເຜົ່າ​ມົ້ງຢູ່​ນອກ​ເມືອງ​ບໍ່​ໄກ​ປານ​ໃດ. ຮ້ານ​ນີ້​ຊື່ວ່າ"ຮ້ານ​ຕິ່ງ​ກວາ​ເສິນ"ທີ່​ເບິ່ງ​ດ້ານ​ນອກ​ເປັນ​ເຮືອນ​ໄມ້5ຊັ້ນ, ຫຼັງຄາ​ແລະ​ລະບຽງ​ມີ​ລວດ​ລາຍ​ປາຍ​ແຫຼມ​ສວຍ​ງາມ ຕັ້ງ​ຢູ່​ເທິງ​ເນີນ​ພູ​ນ້ອຍ​ແຕ່​ເວລາ​ເຂົ້າ​ໄປ​ທາ​ງ​ໃນ​ແລ້ວ, ​ແຕ່ລະ​ຫ້ອງ​ເປັນ​ຊີມັງ​ທີ່​ມີ​ລວດລາຍ, ຮູບ​ພາບ​ໃຫຍ່ ການສະ​ສະຫຼອງ​ບຸນ​ປະ​ເພນີ​ຂອງ​ຊົນ​ເຜົ່າ​ມົ້ງຕິດ​ຢູ່​ຝາ, ພ້ອມ​ດ້ວຍ​ເຄື່ອງ​ປະດັບ​ແລະ​ເຄື່ອງດົນຕີ​ຂອງ​ຊົນ​ເຜົ່າ, ອາຫານ​ຈານ​ເດັດ​ຂອງ​ຮ້ານ​ນີ້​ພິ​ເສດ​ສຸດໆ​ແມ່ນ​ແກງ​ປາ​ໜັງ​ໃສ່​ຜັກ​ສົ້ມ​ຊາມ​ໃຫຍ່​ຕັ້ງ​ຢູ່​ເຕົາ​ໄຟ​ຮ້ອນໆ​ກາງ​ໂຕະ, 10ຄົນ​ຍັງ​ກິນ​ເກືອບ​ບໍ່​ໝົດ​. ນ້ຳ​ແກງ​ເປັນ​ສີ​ແດງ​ອ່ອນ, ສົ້ມ​ໜ້ອຍ​ໜຶ່ງ, ຫູບ​ແລ້ວ​ມີ​ແຮງ ທ້ອງ​ຍ່າວໆ!​ແຕ່​ທີ່​ຂາດ​ບໍ່​ໄດ້​ກໍ່​ຄື​ຜັກຫອມ​ບົ່ວ​ທີ່​ຊອຍ​ນ້ອຍໆ​ກັບ​ຂົ້ວ​ໝາກ​ເຜັດ​ປົ່ນ​ໃນ​ຖ້ວຍ​ນ້ອຍ​ຂອງ​​ແຕ່ລະຄົນ. ​ແກງ​ກໍ່​​ເຜັດ​ເຕີບ​ແລ້ວ​, ​ແຕ່​ຍັງ​ມີ​ຂົ້ວ​ໝາກ​ເຜັດ​ປົ່ນ​ນີ້​ໃຫ້​ອີກ​ເຄິ່ງຖ້ວຍ​ນ້ອຍ. ທ່ານ​ຜູ້​ຟັງ, ຄິດ​ເບິ່ງ​ວ່າ​ອາຫານ​ພື້ນ​ເມືອງ​ຂອງ​ກຸ້ຍ​ຢາງ​ລົດ​ເດັດ​ຂະໜາດ​ໃດ! ​ໃຜ​ກິນ​ເຜັດ​ບໍ່​ໄດ້​ກໍ່​ບໍ່​ຕ້ອງ​ຕື່ມ​ໝາກ​ເຜັດ. ​ແຕ່​ສຳລັບ​ຄະນະ​ພວກ​ເຮົາ​ແລ້ວ​ບາງ​ຄົນ​ກໍ່​ມັກ​ເຜັດ ບາງຄົນ​ກໍ່​ບໍ່​ມັກ​ເຜັດ, ​ແຕ່​ກໍ່​ຢາກ​ລອງ​ຂອງ​ແທ້!​ແຊບ​ຫຼາຍ​ທັງ​ນ້ຳ​ແກງ​ທັງ​ປາ​ໃຫຍ່​ທັງ​ຜັກ​ສົ້ມ. ​ໃນ​ຂະ​ນະ​ທີ່​ກິນ​ເຂົ້າ​ກໍ່​ມີ​ບາ​ວສາວ4-5ຄົນ​ນຸ່ງ​ຊຸດ​ພື້ນ​ເມືອງ​ມົ້ງ​ເຕັມ​ຊຸດ​ມີ​ສີສັນ​ລວດລາຍ​ແລະ​ເຄື່ອງ​ປະດັບ​ເງິນ​ເຕັມ​ໂຕ​ມາ​ເປົ່າ​ແຄນ​ແລະ​ຂັບ​ມົ້ງ​ເຫງັ້ນ​ເຫຼົ້າ​ຂາວ​ພື້ນ​ເມືອງ​ໃຫ້​ພວກ​ເຮົາ​ອີກ, ຈົນ​ອີ່ມ​ໜໍາ​ສຳລານ​ທັງ​ປາກ-ທ້ອງ​ແລະ​ໃຈ, ​ແລ້ວ​ກໍ່​ສະ​ແດງ​ຄວາມ​ຂອບ​ໃຈ​ເຈົ້າພາບ​ຢ່າງ​ສຸດ​ຊິ້ງທີ່​ໄດ້​ໃຫ້ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ​ແລະປະ​ທັບ​ໃຈ​ໃນ​ຕະຫຼອດ4ມື້​ຜ່ານ​ມາ.
1 2 3 4 5 6 7
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>