ງານ​ລ້ຽງ​ ຍ່ອມ​ມີ​ວັນ​ເລີກລາ!(5)

(GMT+08:00) 2008-09-02 20:00:22 cri
-----------------------------------------------------------------------------------------------------------------

ມື້​ນີ້(ວັນ​ທີ1​ກັນຍາ​ປີ2008)​ຄະນະ​ນັກ​ຂ່າວ​ຕ່າງປະ​ເທດ​ຂອງCRI​ທີ່​ປະກອບ​ດ້ວຍ​ຜູ້​ຊ່ຽວຊານ​ຂອງ​ພະ​ແນກ​ພາ​ສາ​ລາວ ມະ​ເລ​ເຊຍ ຕັງ​ຊາ​ນີ ມົງ​ໂກ​ລີ ອັງກິດ ​ເຢຍລະ​ມັນ ອິນ​ເດຍ​ແລະ​ສາ​ທາ​ລະ​ນະ​ລັດ​ເຊັກອອກ​ສູ່​ສະໜາມ​ບິນ​ນະຄອນ​ກຸ້ຍ​ຢາງ​ເພື່ອ​ເດີນທາງ​ກັບ​ປັກ​ກິ່ງ​ແຕ່6​ໂມງ.
 
ຕະຫຼອດ​4ຄືນ5ມື້​ທີ່​ພວກ​ເຮົາ​ມີ​ວາດ​ສະໜາ​ໄດ້​ມາ​ທ່ຽວ​ກຸ້ຍ​ຢາງ, ນະ​ຄອນ​ຕາກ​ອາ​ກາດ​ໃນ​ລະດູ​ຮ້ອນ​ທີ່​ດີ​ທີ່​ສຸດ​ຂອງ​ຈີນ, ​ເມືອງ​ແຫ່ງ​ນີ້​ອາກາດ​ເຢັນ​ສະບາຍ​ແຫ່ງ​ນີ້ ທຸກ​ສິ່ງ​ທຸກ​ຢ່າງ​ລ້ວນ​ແຕ່​ປະ​ທັບ​ໃຈ ບໍ່​ວ່າ​ຈະ​ເປັນ​ສາຍ​ລົມ​ທີ່​ອ່ອນ​​ໄຫວ ​ແສງ​ແດດ​ທີ່​ອົບ​ອຸ່ນ, ສາຍ​ຝົນ​ທີ່​ຊຸ່​ມ​ເຢັນ, ອາ​ກາດ​ທີ່​ສົດ​ຊື່ນ​ເຢັນ​ສະບາຍ​ ຢູ່​ກຸ້ຍ​ຢາງ​ໃນ​ລະດູ​ຮ້ອນ​ສູງ​ສຸດ​ກໍ່​ມີ​ແຕ່24​ອົງ​ສາ, ສ່ວນ​ລະດູ​ໜາວ​ຕ່ຳ​ສຸດ​ກໍ່​ພຽ​ງ​ແຕ່4ອົງສາ, ສະ​ນັ້ນ​ຄຳ​ເວົ້າ​ລາວ​ຄຳ​ໜຶ່ງ​ວ່າ"ໝີ​ຮ້ອນ​ມາ​ເພິ່ງ​ເຢັນ"​ແມ່ນ​ໝາະ​ທີ່​ສຸດ​ທີ່​ຈະ​ໃຊ້​ກັບ​ນະຄອນ​ກຸ້ຍ​ຢາງ​ແຫ່ງ​ນີ້, ສີຂຽວ​ຂອງ​ຕົວ​ເມືອງ​ແລະ​ຊົນນະບົດ​​ເຮັດ​ໃຫ້​ພວກ​ເຣົາສະ​ບາຍ​ຕາ​ທີ່​ສຸດ, ​​ແຫຼ່ງ​ທ່ອງ​ທ່ຽວ​ທຳ​ມະ​ຊາດ​ພູຜາ​ຖ້ຳ​ຫ້ວຍ​ນ້ຳ​ລຳ ລວມ​ໄປ​ເຖິງ​ນ້ຳຕົກຕ​າດ​ທີ່​ໜ້າ​ອັດສະຈັນ; ການ​ພັດທະນາ​ໃຫ້​ເປັນ​ຕົວ​ເມືອງ​ທີ່​ທັນ​ສະ​ໄໝ​ໄປ​ຄຽງ​ຄູ່​ກັບ​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ທີ່​ດີ​ເລີດ; ອະນຸລັກ​ວິຖີ​ການ​ດຳລົງ​ຊີວິດ​ທີ່​ລຽບ​ງ່າຍ​ບໍ່​ວຸ້ນວາຍ, ​ແລະ​ຮີດຄອງ​ປະ​ເພນີ​ຂອງ​ຊົນ​ເຜົ່າ​ທີ່​ດີງາມ, ການ​ເຮັດ​ໃຫ້​ມະນຸດ​ກັບ​ທຳ​ມະ​ຊາດ​ຢູ່​ຮ່ວມ​ກັນ​ຢ່າງ​ເປັນ​ມິດ, ການ​ອະນຸລັກ​ຮ່ອງ​ຮອຍ​ປະຫວັດ​ສາດ​ໃຫ້​ແກ່​ຄົນ​ລຸ້ນຫຼັງ​ໄດ້​ຄົ້ນ​ຄວ້າ​ສຶກ​ສາຫຼື​ຊີວິດ​ການ​ເປັນ​ຢູ່​ທີ່​ຜາ​ສຸກ​ຂອງ​ປະຊາຊົນ​ບໍ່​ວ່າ​ຕົວ​ເມືອງ​ກໍ່​ຄື​ຊົນນະບົດ ຊ່າງ​ສ້າງ​ພາບ​ປະ​ທັບ​ໃຈ​ໃຫ້​ແກ່ຄະນະ​ພວກ​ເຮົາ​ໄປ​ອີກ​ນານ​ແສນ​ນານ. ລາ​ກ່ອນ​ກຸ້ຍ​ຢາງ ນະຄອນ​ທີ່​ນ້ຳ​ໄຫຼ​ໄຟ​ສະຫວ່າງ ຫົນ​ທາງ​ດີ​ທຸກ​ທົ່ວ​ຫົນ​ແຫ່ງ! ​ເມື່ອ​ໄປ​ຢ້ຽມຢາມ​ວັດ​ຫຼື​ສະຖານ​ທີ່​ສັກສິດ​ທີ່​ຄົນ​ທ້ອງ​ຖິ່ນ​ໃຫ້​ຄວາມ​ເຄົາລົບ​ແລະ​ສັກກາລະ​ບູຊາ​ໃນ​ແຕ່​ລະ​ບ່ອນ​ນັ້ນ, ພວກ​ເຮົາ​ກໍ່​ໄດ້​ແຕ່​ອະທິ​ຖານ​ຂໍ​ໃຫ້​ໄດ້​ມີ​ໂອກາດ​ກັບ​ມາ​ຢາມ​ກຸ້ຍ​ຢາງ​ອີກ. ມື້​ນີ້​ຄະນະ​ພວກ​ເຮົາ​ຈາກ​ໄປ​ພ້ອມ​ກັບ​ຫອບ​ຫິ້ວ​ເອົາ​ພາບ​ແຫ່ງ​ຄວາມ​ປະ​ທັບ​ໃຈ​ໄປ​ນຳ. ສຳລັບ​ທ່ານ​ຜູ້​ອ່ານ​ບັນ​ທອກ​ການ​ເດີນ​ທາງ​ມາ​ທັງ​ໝົດ​5ບົດ​5ມື້​ນີ້, ຢາກ​ໄປ​ສຳຜັດ​ກັບ​ຄວາມ​ໜ້າ​ປະ​ທັບ​ໃຈ​ທີ່​ກ່າວ​ມາ, ທ່ານ​ກໍ່​ເດີນ​ທາງ​ໄປ​ໄດ້​ຢ່າງ​ສະ​ດວກ, ບໍ່​ວ່າ​ຈະ​ເປັນ​ຖ້ຽວ​ບິນ​ໂດຍ​ກົງ​ຈາກ​ປັກ​ກິ່ງ, ຈາກ​ຄຸນ​ມິ​ງ, ຈາກ​ໜານ​ໜິງຫຼື​ນະ​ຄອນ​ອື່ນໆ​ຂອງ​ຈີນ​ມາ​ກຸ້ຍ​ຢາງ​ກໍ່​ມີ​ຢ່າງ​ປົກ​ກະຕິ, ລົດ​ໄຟ​ຫຼື​ລດ​ເມ​ຈາກ​ຄຸນ​ມິ​ງ​ແລະ​ໜານ​ໜິງມາ​ກຸ້ຍ​ຢ່າງ​ກໍ່​ມີ​ເໝືອນ​ກັນ. ມາ​ເທາະ, ມາ​ທ່ຽວ​ກຸ້ຍ​ຢາງ​ແລ້ວ​ທ່ານ​ຈະ​ຫຼົງ​ອຸ​ທານ​ອອກ​ມາ​ວ່າ" ​ໂອ່! ນີ້​ຄື​ສະຫວັນ​ເມືອງ​ຄົນ". ກຸ້ຍ​ຢາງປຽບ​ສະ​ເໝືອນ​ນາງ​ສາວ​ທີ່​ຫວານ​ໜ້າ​ຮັກ, ​ເມື່ອ​ທ່ານ​ຕົກ​ໃຈ​ຫຼຸມ​ຮັກ​ຂອງ​ນາງ​ແລ້ວ​ທ່ານ​ຈະ​ຖອນ​ຕົວ​ບໍ່​ຂຶ້ນ! ລາ​ກ່ອນ ກຸ້ຍ​ຢາງ​ທີ່​ຮັກ! ຂ້ອຍ​ຈະ​ຄິດ​ຮອດ​ເຈົ້າ​ຕະຫຼອດ ຂ້ອຍ​ຈະ​ບໍ່​ມີ​ວັນ​ລືມ​ເຈົ້າ​ແລະ​ຂໍ​ສັນຍາ​ວ່າ​ຂ້ອຍ​ຈະ​ກັບ​ມາ​ຫາ​ເຈົ້າ​ອີກ​ແນ່​ນອນ! (ຈົບ)

1 2 3 4 5 6
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>