ຈີນ​ຍົກ​ເວັ້ນ​ວິ​ຊາ​ເຂົ້າ​ເມືອງ​ອີກ​ຕໍ່​ພົນ​ລະ​ເມືອງ​ສິງ​ກະ​ໂປ

(GMT+08:00) 2008-09-18 18:29:58 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI:ວັນ​ທີ18​ກັນຍາ​ນີ້,​ໃນກອງ​ປະຊຸມ​ນັກຂ່າວ​ທີ່ຈັດ​ຂຶ້ນຢູ່​ປັກ​ກິ່ງ,ທ່າ​ນນາງຈ່ຽງ ຢູ ​ໂຄ​ສົກ​ກະ​ຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,​ແຕ່​ເວ​ລາ​ສູນ​ໂມງ​ວັນ​ທີ​19​ກັນ​ຍາ​ນີ້​ເປັນ​ຕົ້ນ​ໄປ,​ຈີນ​ຍົກ​ເວັ້ນ​ວິ​ຊາ​ເຂົ້າ​ເມືອງ​ຕໍ່​ພົນ​ລະ​ເມືອງ​ສິງ​ກະ​ໂປ​ທີ່​ຖື​ປັສປໍ​ທຳ​ມະ​ດາ​ມາ​ຈີນ​ເພື່ອ​ທຸ​ລະ​​ກິດ ທ່ອງ​ທ່ຽວ ຢ້ຽມຢາມ​ພີ່​ນ້ອງ​ເພື່ອນ​ມິດ​ຫຼື​ຜ່ານ​ແດນ​ຈີນ​ທີ່ບໍ່​ລື່ນ​ກາຍ​15​ມື້.

ທ່ານ​ນາງ​ຈ່ຽງຢູ​ແມ່ນ​ໃຫ້​ຄຳ​ຕອບດັ່ງກ່າວ​ໃນ​ເວລາ​ຕອບ​ຄຳ​ຖາມ​ທີ່​ກ່ຽວຂ້ອງ​ຂອງ​ນັກ​ຂ່າວ.​ນາງ​ກ່າວ​ເນັ້ນ​ວ່າ,​ພາຍ​ຫຼັງ​ງານ​ໂອ​ລິມ​ປິກ​ແລະ​ງານ​ໂອ​ລິມ​ປິກ​ຄົນ​ພິ​ການ​ປັກ​ກິ່ງ​ອັດ​ລົງ​ແລ້ວ,​ນະ​ໂຍບາຍ​ໃຫ້​ວິ​ຊາ​ຂອງ​ລັດ​ຖະ​ບານ​ຈີນ​ຈະ​ສືບ​ຕໍ່​ຮັບ​ໃຊ້​ການ​ປົກ​ປັກ​ຮັກ​ສາ​ຜົນ​ປະ​ໂຫຍດ​ແຫ່ງ​ຊາດ​ແລະ​ຊຸກ​ຍູ້​ການ​ໄປ​ມາ​ຫາ​ສູ່​ກັນ​ອັນ​ເປັນ​ປົກ​ກະ​ຕິ​ຂອງ​ຄົນ​ຈີນ​ແລະ​ຕ່າງ​ປະ​ເທດ.​ຈີນ​ຈະ​ສືບ​ຕໍ່​ຍຶດ​ໝັ້ນ​ນະ​ໂຍບາຍ​​ໄຂ​ປະ​ຕູ​ສູ່​ພາຍ​ນອກ,​ຕັ້ງ​ໜ້າ​ຊຸກ​ຍູ້​ການ​ໄປ​ມາ​ຫາ​ສູ່​ກັນ​ຢ່າງ​ປອດ​ໄສ​ແລະ​ມີ​ລະ​ບຽບ​ຂອງ​ຄົນ​ຈີນ​ແລະ​ຕ່າງ​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>