ສິບ​ສອງ​ພັ່ນ​ນາ​ຈະ​ຕ້ອນຮັບ​ງານ​ແລກປ່ຽນ​ການ​ຄ້າ​ແລະການທ່ອງທ່ຽວເຂດ​ຊາຍ​ແດນ​ຄັ້ງ​ທີ 11

(GMT+08:00) 2008-09-19 20:16:30 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີ​ນ​ຮວາ:ງານ​ແລ​ກປ່ຽນ​ການ​ຄ້າ​ແລະ​ການທ່ອງ​ທ່ຽວເຂດ​ຊາຍ​ແດນ​ສິບ​ສອງ​ພັ່ນ​ນາ​ຄັ້ງ​ທີ 11 ພ້ອມ​ດ້ວຍງານ​ສິລະ​ປະວັດ​ທະນະ​ທຳ​ເຂດ​ຊາຍ​ແດນ​ຈີນ ລາວ ມຽນ​ມາ​ແລະ​ໄທ​ຄັ້ງ​ທີ 14  ງານ​ສິລະ​ປະ​ຊົນ​​ເຜົ່າພາກ​ກາງ​ແລະ​ພາກ​ໃຕ້​ແຂວງ​ຢຸນນານ​ຈີນ​ຄັ້ງ​ທີ 12 ຈະ​ຈັດ​ຂຶ້ນ​ຢູ່​ເມືອງ​ຊຽງ​ຮຸ່ງ​ນັບ​ແຕ່​ວັນ​ທີ 12 ຫາ​ວັນ​ທີ 16 ຕຸລາ​ປີ​ນີ້,ປະຈຸ​ບັນ,ວຽກ​ກະກຽມຕ່າງໆ​ແລະ​ສະພາບ​ດຶງ​ດູດ​ນັກທຸລະກິດມາ​ວາງສະ​ແດງ​ພວມ​ຄືບ​ໜ້າຢ່າງສະດວກ.

ຕາມ​ສະ​ເໜີ​ວ່າ,ງານ​​ແລ​ກປ່ຽນຢູ່​ເຂດ​ຊາຍ​ແດນ​ເທື່ອ​ນີ້​​ໄດ້​ຕັ້ງ​ເຂດ​ວາງສະ​ແດງ 8 ​ເຂດຄື ຜະລິດ​ຕະພັນ​ປູກຝັງ ຊາ ການ​ທ່ອງ​ທ່ຽວ ປ່າ​ໄມ້ ​ແພດສາດ​ແລະ​ຢາ​ພື້ນ​ເມືອງ​ເຜົ່າລື້ ຂໍ້​ມູນ​ຂ່າວສານ ​​ເຂດຕ່າງປະ​ເທດ​ແລະ​ເຂດສິນຄ້າ​ອື່ນໆ.ສິນຄ້າ​ທີ່​ວາງສະ​ແດງ​ຕົ້ນຕໍ​​ແມ່ນ ຜະລິດ​ຕະພັນ​ກະສິກຳ ຜະລິດ​ຕະພັນ​ຊີວະ​ຊາດ ຜະລິດ​ຕະພັນ​ໄຮ​ເຕັກ ​ເຄື່ອງ​ຈັກ​ໄຟຟ້າ ​ເຄື່ອງ​ໄຟຟ້າ​ໃຊ້​ໃນ​ເຮືອນ ​ເຄື່ອງ​ໃຊ້​ປະຈຳ​ວັນ ​​ແຜ່ນ​ແພ​​ເຄື່ອງນຸ່ງຂອງ​ຖື ຜະລິດ​ຕະພັນ​ໄມ້ ຜະລິດ​ຕະພັນ​ການທ່ອງທ່ຽວ​ແລະ​ດອກ​ໄມ້​ເປັນ​ຕົ້ນ.ກະຊວງ​ການ​ຄ້າ​ໄທ​​ໄດ້​ກ່າວ​ວ່າ​ຈະ​ຈັດ​ຕັ້ງຄະນະ​ນັກທຸລະກິດ​ໄທ​ທີ່​ປະກອບ​ດ້ວຍ 100 ວິ​ສາ​ຫະກິດເຂົ້າ​ຮ່ວມ​ການວາງສະ​ແດງ.ອົງການ​ປົກຄອງ​ກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາ​ຍັງ​ຈະ​ເຊີນ​ທີ່​ປຶກສາ​ການ​ຄ້າ​ຂອງສະຖານທູດປະ​ເທດ​ອາ​ຊຽນພ້ອມ​ດ້ວຍ​ຍີ່ປຸ່ນ ສ.​ເກົາຫຼີ​ປະຈຳ​ຈີນ​ແລະ​ເອກ​ອັກຄະ​ລັດຖະທູດ​ຂອງ 5 ປະ​ເທດ​ເອີ​ລົບ​ເໜືອ​ແລະຣັດ​ເຊຍ​ປະຈຳ​ຈີນ​ມາທັດສະນະ​ສຶກສາຢູ່​ໃນ​ກິ່ງ​ແຂວງ.

ທ່າ​ນຕ່າວ​ລີ​ນຢີ່ນ ​ເຈົ້າ​ຄອງ​ກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາ​ແນະນຳ​ວ່າ,ສິບ​ສອງ​ພັ່ນ​ນາ​ກັບ​ລາວ ມຽນມາ​ມີ​ສາຍພູ​ສາຍ​ນ້ຳ​ຕິດ​ຈອດ​ກັນ ​ແລະ​ໃກ້ກັບ​ໄທ,​ມີເສັ້ນ​ຊາຍ​ແດນ​ຍາວ​ເຖິງ 966,3 ກິ​ໂລ​ແມັດ,ມີ​ເສັ້ນ​ທາງນ້ອຍ​ໃຫຍ່ 60 ກວ່າ​ສາຍຕິດ​ກັບ​ຕ່າງປະ​ເທດ,ມີ​ດ່ານ​ຊາຍ​ແດນລະດັບ​ຊາດ 4 ​ແຫ່ງ.ປີ​ນີ້,ທາງ​ຫຼວງສາກົນ​ຄຸ່ນມີ​ງ ບາງກອກຕອນ​ຢູ່​ຈີນ​ໄດ້​ສ້າງ​ສຳ​ເລັດ​ທັງ​ໝົດ​ແລ້ວ,​​ເສັ້ນທາງ​ເສດຖະກິດ​ເໜືອ​ໃຕ້​ຂອງອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ພວມ​ສ້າງສາ​ຢ່າງ​ຕັ້ງໜ້າ,ສິບ​ສອງ​ພັ່ນ​ນາ​ຈະ​ເສີມຂະ​ຫຍາ​ຍທ່າ​ແຮງ​ດ້ານ​ພູມປະ​ເທດຂອງ​ຕົນ​ຢ່າງ​​ເຕັມທີ່,ຮ່ວມ​ມື​ກັບປະ​ເທດ​ອ້ອມ​ຂ້າງ​ຕື່ມ​ອີກ,​ບັນລຸ​ຄາດໝາຍ​ທີ່ວ່າ"ຈັ້ງ​ຕິ​ນອາຊີ​ປາຊີ​ຟິກ ຮ່ວມ​ມື​ກັບປະ​ເທດ​ອ້ອມ​ຂ້າງ ​ໄຂ​ປະຕູ​ທິດໃຕ້ ​ເດີນ​ໄປ​ສູ່​ອາຊີ​ອາຄະ​ເນ".
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>