ເສັ້ນທາງ​ສຳ​ເລັດ​ຜົນ​ແຫ່ງ​ການ​ປະ​ຕິ​ຮູ​ບລະບອບ​ສິດ​ປ່າ​ໄມ້​ຮ່ວມ​ໝູ່​ຂອງ​ບ້ານ​ຫົງ​ຖຽນ​ແຂວງ​ຝູຈ້ຽນ

(GMT+08:00) 2008-09-23 15:26:04 cri
-----------------------------------------------------------------------------------------------------------------
ທ້າຍ​ປີ1978, ບ້ານ​ສິວ​ກາງ ​ເມືອງ​ເຟິ້ງຢາງ​ແຂວງ​ອ່ານ​ຮຸຍ​ຈີນ​ໄດ້​ເປັນ​ບ້ານ​ທຳ​ອິດ​ທີ່​ດຳ​ເນີນ​ການ​ປະຕິ​ຮູບ​ທີ່​ດິນ​ຂອງ​ຊົນນະບົດ​ຈີນ​ທີ່​ຖື​ການ​ແບ່ງ​ນາ​ໃຫ້​ຄອບຄົວ​ຜະລິດຜົນເປັນ​ແກນ​ກາງ. ​ຫຼັງ​ຈາກ​ນັ້ນ20​ປີ, ບ້ານ​ຫົງ​ຖຽນ​ເມືອງ​ຢົງ​ອານ​ແຂວງ​ຝູຈ້ຽນ​ໄດ້​ກາຍ​ເປັນ​ບ້າ​ນທຳ​ອິດ​ຂອງ​ຈີນ​ທີ່​ແບ່ງ​ປ່າ​ໄມ້​ເທິງ​ພູ​ໃຫ້​ຄອບຄົວ​ຄຸ້ມ​ຄອງ​ທຸລະ​ກິດ. ​ເຖິງ​ວ່າ​ເປົ້າ​ໝາຍ​ປະຕິ​ຮູບ​ຂອງ​ສອງ​ບ້ານ​ດັ່ງກ່າວ​ບໍ່​ຄື​ກັນ, ​ແຕ່​ການ​ປະຕິ​ຮູບ​ສອງ​ເທື່ອ​ນີ້​ລ້ວນ​ແຕ່​ແມ່ນ​ການ​ປະຕິ​ຮູບ​ລະບຽບ​ຜະລິດ​ອັນພື້ນຖານ​ຕາມ​ທີ່​ດິນ​ໃນ​ຊົນນະບົດ, ລ້ວນ​ແຕ່​​ແມ່ນ​ຖື​ເອົາ​ຊາວ​ກະສິກອນ​ເປັນ​ຫຼັກ​ໃນ​ການ​ຜະລິດ​ຢູ່​ຕາມ​ໄຮ່ນາ. ປະຈຸ​ບັນ, ນັກ​ຂ່າວCRI​ໄດ້​ໄປ​ເອົາ​ຂ່າວ​ຢູ່​ບ້ານ​ຫົງ​ຖຽນ​ເມືອງ​ອົງ​ອານ​ແຂວງ​ຝູຈ້ຽນທີ່​ນຳ​ໜ້າການ​ປະຕິ​ຮູບ​ລະບຽບ​ສິດ​ປ່າ​ໄມ້​ຂອງ​ຈີນ.

ເມື່ອ​ຍ່າງ​ເຂົ້າ​ບ້ານ​ຫົງ​ຖຽນ, ມີ​ພູຜາ​ປ່າ​ໄມ້​ທີ່​ຂຽວ​ອຸ່ມ​ທຸ່ມ, ຊາວ​ບ້ານ​ທັງຫຼາຍ​ໄດ້​ປູກ​ຕົ້ນ​​ໄມ້​​ໃສ່​ປ່າ​ຢ່າງ​ຫ້າວ​ຫັນ. ​ແຕ່​ຊາວ​ບ້ານ​ບອກ​ນັກ​ຂ່າວ​ວ່າ, ​ໃນ​ຫຼາຍ​ປີ​ກ່ອນ, ບ້ານ​ຫົງ​ຖຽນ​ໄດ້​ຕ່າງ​ກັບ​ປະຈຸ​ບັນ​ຫຼາຍ, ​ໃນ​ເວລາ​ນັ້ນ, ຍ້ອນ​ວ່າ​ສິດ​ປ່າ​ໄມ້​ເທິງ​ພູ​ບໍ່​ຈະ​ແຈ້ງ, ດ້ານ​ໜຶ່ງ​ຊາວບ້ານ​ໄດ້​ຟັນ​ໄມ້​ຢ່າງ​ຊະ​ຊາຍ, ອີກ​ດ້ານ​ໜຶ່ງ​ພັດ​ບໍ່​ມີ​ຄົນ​ໄປ​ປູກ​ໄມ້​ຄືນ.

ແຕ່​ກ່ອນ, ບ້ານ​ຫົງ​ຖຽນ​ແມ່ນ​ບ້ານ​ນ້ອຍໆ​ບ້ານ​ໜຶ່ງ​​ໃນ​ເຂດ​ພູດ​ອຍ​ພາກ​ຕາ​ເວັນ​ຕົກ​ຂອງ​ແຂວງ​ຝູຈ້ຽນບ້ານ​ນີ້​ບໍ່​ມີ​ຊື່ສ​ຽງ, ຊາວ​ບ້ານ​ຄືກັນ​ກັບ​ຊາວ​ກະສິກອນ​ທີ່​ຢູ່​ເຂດ​ອື່ນໆ​ຂອງ​ຈີນ, ​ເມື່ອ​ແບ່ງ​ນາ​ໄປ​​ໃຫ້ຄອບຄົວ​ຜະລິດ​ຜົນ​ແລ້ວ, ບ້ານ​ນີ້ນັບ​ມື້​ນັບ​ຮັ່ງ​ມີ​ຂຶ້ນ. ພາຍຫຼັງ​​ໄດ້​ແກ້​ໄຂ​ບັນຫາ​ກິນ​ອີ່ມ​ນຸ່ງ​ອຸ່ນ​ແລ້ວ, ຊາວບ້ານ​ຫົງ​ຖຽນ​ເລີ່​ມພິຈາລະ​ນາ​ວ່າ​ເຮັດ​ແນວ​ໃດ​ຈິ່ງ​ເຮັດ​ໃຫ້​ລາຍ​​ໄດ້​ເພີ່ມ​ຂຶ້ນ. ຊາວບ້າ​ນທັງຫຼາຍ​ລ້ວນ​ແຕ່​ເນັ່ງສາຍ​ຕາ​ໄປ​ໃສ່​ປ່າ​ໄມ້1200​ກວ່າ​ເຮັກຕາ​ທີ່​ທົ່ວ​ບ້ານ​ຮ່ວມ​ກັນ​ຄຸ້ມ​ຄອງ. ຍ້ອນ​ວ່າ​ທົ່ວ​ບ້ານ​ຮ່ວມ​ກັນ​ຄຸ້ມ​ຄອງ​ບໍ່​ສາມາດ​ສ້າງ​ປະສິດທິພາບ​ສູງ, ສະ​ນັ້ນ, ​ໃນ​ບ້ານ​ມີ​ຄຳ​ເວົ້າ​ວ່າ, ພວກ​ເຮົາ​ໄດ້​ເຝົ້າ​ພູ​ຄຳ​, ​ແຕ່​ພັດ​ບໍ່​ມີ​ຊີວິດອັນ​ສຸກ​ສັນ.

ປີ1998, ການ​ປະຕິ​ຮູບ​ລະບອບ​ສິດ​ປ່າ​ໄມ້​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ໄດ້​ດຳ​ເນີນ​ຂຶ້ນ​ຢູ່​ບ້ານ​ຫົງ​ຖຽນຢ່າງ​ມິດໆ, ຫົວ​ຂໍ້​ໃຈກາງ​ໃນ​ການ​ປະຕິ​ຮູບ​ຄັ້ງ​ນີ້​ແມ່ນ​ແບ່ງ​ປ່າ​ໄມ້​​ໃຫ້ຄອບຄົວຄຸ້ມ​ຄອງ. ​ເມື່ອ​ທ່ານ​ເຕິ້ງ​ເວີນ​ຊ່ານ ພະນັກງານ​ນຳ​ໃນ​ບ້ານ​ເວົ້​າ​ເຖິງ​ເລື່ອງ​ນີ້, ທ່າ​ນຍັງ​ຈື່​ໄດ້​ດີ, ທ່ານ​ເວົ້າ​ວ່າ:

​ໃນ​ຂະນະ​ນັ້ນ, ບໍ່​ມີ​ນະ​ໂຍບາຍກ່ຽວ​ກັບ​ບັນຫາ​ນີ້, ພວກ​ເຮົາ​ຈະ​ເຮັດ​ແນວ​ໃດ? ພວກ​ເຮົາ​ກໍ​​ຢ້ານ​ຢູ່, ບໍ່​ມີ​​ແຜນການ​ທີ່​ຄົນ​ທັງຫຼາຍ​ຮັບ​ເຫັນ​ດີ​ນຳ, ພະນັກງານ​ນຳ​ໃນ​ບ້ານ​ໄດ້​ປຶກສາ​ຫາລື​ກັນ​ກ່ຽວ​ກັບ​ເລື່ອງ​ນີ້​ຕະຫຼອດ​ມາ, ຈະ​ແບ່ງ​ປ່າ​ໄມ້​ເຫຼົ່າ​ນີ້​​ແນວ​ໃດ? ຖ້າຊາວ​ບ້ານ​ບໍ່​​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ, ວຽກ​ນີ້​ແນ່ນອນ​ສຳ​ເລັດ​ຜົນ​ບໍ່​ໄດ້. ຕ້ອງ​ພິຈາ​ລະ​ນາ​ເຖິງ​ການແບ່ງ​ປັນ​ຕ້ອງ​ສະ​ເໝີ​ພາບ​ກັນຄື​ກັນ​ກັບ​ແບ່ງປັນ​ນາ, ນັ້ນ​ກໍ​ແມ່ນ​ແບ່ງ​ປັນພູ​ຢ່າງ​ສະ​ເໝີ​ພາບ, ​ແບ່ງ​ປັນສິດ​ຢ່າງ​ສະ​ເໝີ​ພາບ​ແລະ​ແບ່ງປັນ​ຜົນ​ປະ​ໂຫຍ​ດຢ່າງ​ສະ​ເໝີ​ພາບ​ກັນ. ​ໂດຍ​ຜ່ານ​ຈາກ​ຄົ້ນຄວ້າ​ພິຈາລະນາ​ແລະ​ຂໍ​ຄວາມ​ເຫັນ​ນຳ​ຊາວບ້ານ​ແລ້ວ, ບ້ານ​ຫົງ​ຖຽນ​ໄດ້​ໃຫ້​ທຸກ​ຄອບຄົວ​ໃນ​ບ້ານ​ຮັບ​ເໝົາ​ທຸລະ​ກິດ​ຂອງ​ປ່າ​ໄມ້​ຢ່າງ​ກ້າຫານ, ​ເຣັດ​ແບບນີ້​ຄືກັນ​ກັບ​ຮັບ​ເໝົາ​ປູກ​​ນາ, ​ໃຫ້​ຊາວ​ກະສິກອນ​ຖື​ພູ​​ເໝືອນນາ, ​ຖື​ການ​ປູກ​ຕົ້ນ​ໄມ້​​ເໝືອນ​ກັບ​ການ​ປູກ​​ເຂົ້າ.

ພຽງ​ແຕ່ປີປາຍເທົ່າ​ນັ້ນ,ຍ້ອນຊາວ​ກະສິກອນ​ໄດ້​ຮັບພູ​ປ່າ​ໄມ້​ກໍພະຍາຍາມ​ປູກຕົ້ນ​ໄມ້ ຕັ້ງ​ໃຈ​ຮັກສາ,ພູ​ເຮື້ອຮ້າງ​ບໍ່ມີ​ແລ້ວ,ກໍ່​ບໍ່​ມີ​ໃຜ​ຕັດ​ໄມ້ທົ່ວທີບ​ແລ້ວ,ບ້ານ​ຫົງທຽນ​ມີ​ຊີວິດ​ຊີວາ​ຫຼາຍ.​ຊາວບ້ານ​ຜູ້​ໜຶ່ງ​ບອກ​ນັກ​ຂ່າວ​ວ່າ:

"ພູ​ເຮື້ອ​ຮ້າງ​ບໍ່​ມີ​ອີກ​ແລ້ວ,​ເພາະຄົນ​ທັງຫຼາຍ​ຍາດກັນ​ໄປ​ປູກ,ບໍ່​ມີ​ພູ​ເຮື້ອ​ຮ້າງ​ຈັກ​ເມັດ​ແລ້ວ."

ປີ 1998,ໃຕ້​ສະພາ​ບທີ່​ບໍ່ມີ​ຜູ້​ໃດ​ເຮັດ​ກ່ອນ​ຢູ່​ຈີນ,ບ້ານ​ຫົງທຽນ​ອີງ​ຕາມ​ສະພາບ​ຕົວ​ຈິງ​ແລະ​ຄວາມ​ປາຖະ​ໜາ​ຂອງ​ຊາວບ້ານ,​ແບ່ງ​ປັນ​ດິນ​ພູ​ປ່າ​ໄມ້​ໃຫ້​ຊາວ​ກະສິກອນ​ທຸກ​ຄອບຄົວ​ທຸລະ​ກິດ​ແລະ​ຄຸ້ມ​ຄອງ,​ໄດ້​ສ້າງ​ປະຫວັດສາດ​ຂອງ​ການ​ປະຕິ​ຮູບ​ລະບຽບສິດ​ປ່າ​ໄມ້​ຂອງ​ຈີນ,​ແລະ​ໄດ້​ສະໜອງ​ບົດຮຽນ​ໃຫ້​ແກ່​ຈີນ​ດຳ​ເນີນການ​ປະຕິ​ຮູບ​ລະບຽບສິດ​ປ່າ​ໄມ້​ຢ່າງຮອບດ້ານ​ໃນ​ປີ​ນີ້.ພາຍຫຼັງ​ໜ່ວຍ​ສຳ​ຫຼວດຂອງ​ລັດຖະບານ​ຈີນລົງສຳ​ຫຼວດຄົ້ນຄວ້າຢູ່​ບ້ານ​ຫົງ​ທຽນ​ແລ້ວ,​ໄດ້​ຍ້ອງຍໍ​ການ​ກະທຳ​ຂອງ​ບ້ານ​ຫົງທຽນ.

ທ່ານ​ຮວງ​ຈ້ຽນຊີ່​ງ ຜູ້​ຊ່ຽວຊານ​ປ່າ​ໄມ້ຕີ​ລາຄາ​ວ່າ:

"ປີ 1998,​ໃຕ້​ສະພາບ​ທີ່​ບໍ່​ມີ​ເອກະສານ​ຈາກ​ຂັ້ນ​ເທິງ,ກໍ່​ບໍ່​ມີ​ຄົນ​ລິ​ເລີ່ມ,ບ້ານ​ຫົງທຽນ​ໄດ້​ແບ່ງ​ດິນພູ​ປ່າ​ໄມ້​ໃຫ້​ທຸກ​ຄອບຄົວ. 10 ປີຜ່ານ​ໄປ​​ແລ້ວ,ພວກ​ເຮົາ​ມາ​ຄຶດ​ຄວາມ​ຕ້ອງ​ເປັນ​ໄປຂອງ​ມັນ,ຂ້າພະ​ເຈົ້າ​ເຫັນ​ວ່າ,ຕົ້ນຕໍ​ແມ່ນ​ຄວາ​ມຕ້ອງການ​ຂອງສະພາບ​ການ​ທີ່​ຂະ​ຫຍາ​ຍຕົວ.​ຢູ່​ແຂວງ​ຟູ​ຈ້ຽນ,ດິນພູກວມ 80%,​ແມ່ນ້ຳ​ກວມ 10%,ນາກ​ວມ 10%,​ເພາະວ່ານາກວມພຽງ​ແຕ່ 10%,ດິນພູ​ກວມ 80%.ຂ້າພະ​ເຈົ້າຈິ່ງ​ເຫັນ​ວ່າ,ນີ້​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ."

ໃນ​ໄລຍະ​ເບື້ອງ​ຕົ້ນ,ການ​​ແບ່ງ​ປັນ​ດິນພູ​ປ່າ​ໄມ້​ຮວມ​ໝູ່​ແລະ​ສິດ​ປ່າ​ໄມ້​ຂອງ​ບ້ານ​ຫົງ​ທຽນ​ໄດ້​ໃຊ້​ຮູບການ​ທີ່​ໃຫ້​ຄອບຄົວ​ຊາວ​ກະ​ສິ​ກອນ​ຮັບ​ເໝົາ​ທຸລະ​ກິດ,​ເຮັດ​ໃຫ້​ແຕ່​ລະ​ຄອບຄົວ​ພ້ອມ​ດ້ວຍ​ສະມາຊິກ​ຄອບຄົວ​ມີ​ສິດ​ຮັບ​ເໝົາ​ທຸລະ​ກິດ​ຢ່າງ​ສະ​​ເໝີ​ພາບ.ຕາມ​ຈຳນວນ​ຄົນທັງ​ໝົດ​ໃນ​ແຕ່​ລະ​ຄອບຄົວ​ມາ​ຕົກລົງ​ເນື້ອ​ທີ່​ຮັບ​ເໝົາ,ເຮັດ​ແນວ​ນີ້,ຈະເຮັດ​ໃຫ້​ຊາວບ້ານ​ທັງ​ໝົດ​ລ້ວນ​ແຕ່​​ເດີນ​ຕາມເສັ້ນທາງ​ຮັ່ງ​ມີ.

ແຕ່​ນັ້ນມາ, ຢູ່​ເທິງ​ພູ, ຕົ້ນ​ໄມ້​ດົກໜາ, ຊາວ​ບ້ານ​ຮັ່ງມີ​ຂຶ້ນ, ອັດຕາ​ປ່າ​ໄມ້​ປົກ​ຫຸ້ມ​ມີ​ເຖິງ 81,4%, ຢູ່​ນຳໜ້າ​ທົ່ວ​ປະ​ເທດຈີນ. ຊາວບ້ານກໍ່​ຈັດ​ຕັ້ງສະມາ​ຄົມ​ຮ່ວມ​ກັນ​ປ້ອງ​ກັນ​ປ່າ​ໄມ້​​ໂດຍ​ຕົນ​ເອງ, ຜັດປ່ຽນ​ກັນລາດຕະ​ເວນຢູ່​ເທິງ​ພູ​ແລະ​ປ້ອງ​ກັນ​ປ່າ​ໄມ້, ປ້ອງ​ກັນ​ຂີ້ລັກ​ແລະ​ປ້ອງ​ກັນ​ໄຟ​ໄໝ້, 10 ປີ​ມາ​ນີ້, ທົ່ວ​ບ້ານ​ບໍ່​ໄດ້​ເກີດ​ຄະດີ​ລັກ​ຕັດ​ໄມ້​ແລະ​ໄຟ​ໄໝ້​ປ່າຈັກ​ເທື່ອ. ພະນັກ​ງານ​ນຳ​ຂອງ​ບ້ານ​ຜູ້​ໜຶ່ງ​ບອກ​ວ່າ:

​"ພາຍ​ຫຼັງ​ແບ່ງປັນ​ດິນ​ພູແລ້ວ, ພູ​ໜ່ວຍ​ນີ້​ແລະ​ໄມ້​ເຫຼົ່ານີ້​​ແມ່ນ​ຊັບ​ສີນ​ຂອງ​ເຂົາ​​​ເຈົ້າເອງ, ຄົນ​ທັງຫຼາຍ​ລ້ວນ​ແຕ່​ເບິ່ງ​ແຍງ​ໃຫ້​ດີໆ, ​​ແລະ​ເປັນ​ເຈົ້າກີ້​ເຈົ້າການ."

ປັດຈຸ​ບັນ, ຢູ່​ບ້ານ​ຫົງ​ຖຽນ, ບ່ອນ​ໃດ​ກໍ່ມີ​ປ່າ​ດົກ​ດົງ​ໜາ, ຂຽວງາມ​ດີ, ຊາວບ້ານ​ມີ​ລາຍ​ໄດ້​ສະ​ເລ່ຍຕໍ່​ປີ 5-6 ພັນ​ຢວນ, ຫຼາຍກວ່າ​ລາຍ​ໄດ້​ສະ​ເລ່ຍ​ຂອງ​ຊົນນະບົດ​ທົ່ວ​ປະ​ເທດ​ຈີນ, ​ໃນ​ນັ້ນ, 60%ມາ​ຈາກ​ປ່າ​ໄມ້. ຍອດ​ຈຳນວນ​ຊັບ​ພະຍາກອນ​ປ່າ​ໄມ້​ເພີ່ມຫຼາຍຂຶ້ນ, ຍັງ​ໄດ້​ຊຸກ​ຍູ້​ໃຫ້​ວິ​ສາ​ຫະ​ກິດ​ປຸງ​ແຕ່ງ​ໄມ້​ໄພ່ພັດ​ທະນາ, ທາງ​ບ້ານ​ໄດ້​ສ້າງ​​ແລະ​ນຳ​ເຂົ້າວິ​ສາ​ຫະກິດ​ປຸງ​ແຕ່ງ​ໄມ້​ໄພ່ 10 ກວ່າ​ແຫ່ງ, ​ໃນ​ນັ້ນ, ມູນ​ຄ່າ 5 ລ້ານ​ຢວນຂຶ້ນ​ໄປ​ກໍ່​ມີ 5 ​ແຫ່ງ.

ປີ 2003, ບົດ​ຮຽນ​ຂອງ​ບ້ານ​ຫົງ​ຖຽນຖືກ​ເຜີຍ​ແຜ່​ໄປ​ທົ່ວ​ແຂວງ​ຝູຈ້ຽນ, ​ເຮັດ​ໃຫ້ປະລິມານ​ປ່າ​ໄມ້​ໃນ​ທົ່ວ​ແຂວງ​ຍົກ​ສູງ​ຂຶ້ນ 7,4 ​ແມັດ​ກ້ອນ​ຕໍ່​ເຮັກຕາ​ໜຶ່ງ, ອັດຕາ​ປ່າ​ໄມ້​ປົກ​ຫຸ້ມ​ເປັນອັນ​ດັບ​ໜຶ່ງ​ທົ່ວ​ປະ​ເທດ. ພ້ອມ​ທັງ​ໄດ້​ຍົກ​ລາຍ​ໄດ້​ຂອງ​ຊາວ​ກະສິກອນ​ຢູ່​ເຂດ​ພູດ​ອຍ​ໃຫ້​ສູງ​ຂຶ້ນ. ທ່ານ​ຮວງ​ຈ້ຽນຊິງ ຜູ້​ຊ່ຽວຊານ​​ປ່າ​ໄມ້​ກ່າວ​ວ່າ:

"​ເມື່ອ​ສັງ​ເກດ​ຈາກ​ຕົວ​ເລກ​ສະຖິຕິ​​ເຫັນ​ວ່າ, ລາຍ​ໄດ້​ເຄິ່ງໜຶ່ງ​​ຂອງ​ຊາວ​ກະສິກອນ​ແມ່ນ​ມາ​ຈາກ​ການ​ຜະລິດ​​ປ່າ​ໄມ້, ປະຊາຊົນ​ເຂດ​ພູດ​ອຍ​ຊອກ​ໄດ້​ເສັ້ນທາງ​ທີ່​ສ້າງ​ຮັ່ງ​ຄຸນ​ມີ​ແລ້ວ, ມີ​ລາຍ​ໄດ້​ເພີ່ມ​ຂຶ້ນ​ແລ້ວ, ​ເສດຖະກິດ​ຂອງ​ເຂດ​ພູດອຍ​ກໍ່​ຈະ​ເລີ​ນຂຶ້ນ, ນີ້​ມີ​ຜົນ​ດີ​ຕໍ່​ປະ​ເທດ​ຊາດ​ແລະ​ຕໍ່​ປະຊາຊົນ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>