ຮອຍຍິ້ມ​ແມ່ນ​ນາມບັດ​ດີ​ທີ່​ສຸດ​ຂອງ​ປັກ​ກິ່ງ

(GMT+08:00) 2008-09-23 17:43:08 cri
-----------------------------------------------------------------------------------------------------------------
ໃນ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ແລະ​ງານ​ໂອ​ລິ​ມປິກ​ຄົນ​ພິການ​ປັກ​ກິ່ງ​ທີ່​ຫາ​ກໍ່​ສິ້ນ​ສຸດ​ລົງ,ການ​ບໍລິການ​ຂອງ​ອາສາ​ສະໝັກ​ທີ່​ລະອຽດ​ແລະ​ຮອບ​ຄອບ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ທົ່ວ​ໂລກ.ສະ​ນັ້ນ,​ໃນ​ພິທີ​ອັດ​ສອງ​ງານດັ່ງກ່າວ,​ໄດ້​ເພີ່ມ​ພິທີ​ມອບ​ດອກ​ໄມ້​ສົດ​ໃຫ້​ຕົວແທນ​ຂອງອາສາ​ສະໝັກ​ເປັນ​ຄັ້ງ​ທຳ​ອິດ.​ໃນ​ລາຍການ《ຊີວິດ​ສັງຄົມ》ມື້​ນີ້,ຜູ້​ດຳ​ເນີນ​ລາຍການຂໍ​ເລົ່າ​ເລື່ອງ​ຂອງ​ອາສາ​ສະໝັກ​ໂອ​ລິ​ມປິກຈັກສອງສາມ​ຄົນ​ໃຫ້​ທ່ານຟັງ.

"ຖ້າ​ທ່ານ​ມີ​ບັນຫາ​ໃດ​ກ່ຽວ​ກັບ​ງານ​ໂອ​ລິ​ມປິກ​ຢາກ​ຖາມ,ຍິນ​ດີ​ຕ້ອນຮັບ​ທ່ານ​​ໂທ​ເຂົ້າສາຍ​ດ່ວນ​ຂອງ​ພວກ​ເຮົາ​ຄື 0086-10-12308.ຫຼື​ເຂົ້າ​ເບິ່ງ​ເວັບ​ໄຊ​ຂອງ​ພວກ​ເຮົາ​ຄື www.2008beijing.cn."

ນາງ​ພັນ​ທິພາ ອັດ​ສາວະ​ເທບ​ພູ​ໄທຫຼື​ຊື່​ຈີນ​ວ່າມາ​ຊູ່​​ເຟີ່ນ,ປີ​ນີ້​ອາຍຸ 25 ປີ,ມາ​ຈາກ​ໄທ,​ແມ່ນ​ອາສາ​ສະໝັກ​ທີ່​ສະໜອງການ​ບໍລິການ​ຢູ່​ສູນ​ຮັບ​ໂທລະສັບ​ຜູ້​ຊົມ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ.ປະຈຸ​ບັນ,ນາງມີ​ເຊື້ອສາຍ​ຈີນພວມ​ຮຽນ​ປະລິຍາ​ເອກວິຊາ​​ແປ​ພາສາ​ຈີນ​ໄທ​ຢູ່​ມະຫາວິທະຍາ​ໄລ​ພາສາ​ຕ່າງປະ​ເທດ​ປັກ​ກິ່ງ.ປີ 2004,ນາງ​ພັນ​ທິພາໄດ້​ມາ​ຮຽນ​ຢູ່​ຈີນ,ນັບ​ແຕ່​ນັ້ນ​ມາ,ນາງ​ເລີ່​ມ​ເຂົ້າ​​​​ໃຈ​ຈີນ,​ແລະ​​​ເລີ່​ມ​ເອົາ​ໃຈ​ໃສ່​ນຳ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ.

ຍ້ອນ​ໃນ​ໄລຍະ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ,ມີ​ນັກ​ກິລາ ນັກ​ຂ່າວ​ແລະ​ນັກທ່ອງ​ທ່ຽວ​ຕ່າງປະ​ເທດ​ຈຳນວນ​ຫຼວງ​ຫຼາຍ​ມາປັກ​ກິ່ງ,ພາສາ​ແມ່ນ​ບັນຫາ​ສຳຄັນ​ທີ່​ສຸດ​ອັນ​ໜຶ່ງ​ທີ່​​ເຂົາ​ເຈົ້າ​ຕ້ອງການຊ່ວຍ​ເຫຼືອ.ຄະນະ​ກຳມະການ​ຈັດ​ຕັ້ງ​ງານ​​ໂອ​ລິມປິກປັກ​ກິ່ງ​ໄດ້​ຮັບ​ເອົາອາສາ​ສະໝັກ​ສະໜອງ​ການ​ບໍລິການ​ດ້ານ​ພາສາ​ຈຳນວນ​ຫຼວງ​ຫຼາຍ​,ນາງ​ພັນ​ທິພາກໍ່​ແມ່ນ​ສະມາຊິກ​ຄົນ​ໜຶ່ງ.

ປີ 2008,ນາງໄດ້​ເປັນ​ອາສາ​ສະໝັກ​ຂອງ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ຢ່າງ​ສົມ​ຫວັງ.

"ຂ້ອຍ​ໄດ້ໂອກາດທີ່​​ຫາຍາກ​ແທ້ໆ,​ໃນ​ເວລາ​ຮຽນ​ຢູ່​ປັກ​ກິ່ງ,​​ເຂົ້າ​ເປັນ​ອາສາ​ສະໝັກ​ຂອງ​ງານ​ໂອ​ລິ​ມປິກ,​​ເພື່ອນ​ມິດ​ຈີນ​ຫຼາຍ​ຄົນ​ສະໝັກ​ໄປ​ແຕ່​ບໍ່​ໄດ້ຮັບ​ການ​ຄັດ​ເລືອກຍ້ອນມີ​ຜູ້​ສະໝັກ​ຫຼາຍ​ກວ່າ​ຄວາມ​ຕ້ອງການ,ສະ​ນັ້ນ,ຈິ່ງຮູ້ສຶກ​ເສຍດາຍ,ຍັງ​ມີ​​ເພື່ອນມິດ​ຕ່າງປະ​ເທດ​ຈຳນວນ​ໜຶ່ງຂໍ​ມາ​ຮຽນ​ຢູ່​ປັກ​ກິ່ງ​ກໍ່​ແມ່ນ​ເພື່ອຢາກເປັນ​ອາສາ​ສະໝັກ​​ໂອ​ລິ​ມປິກ​ງ່າຍກວ່າ​ເກົ່າ,​ແຕ່​ກໍ່​ບໍ່​ໄດ້​ສົມ​ຫວັງ,ສະ​ນັ້ນ,ຂ້ອຍທະນຸ​ຖະໜອມ​ໂອກາດ​ນີ້​ທີ່​ສຸດ."

ອາສາ​ສະໝັກ​ໂອ​ລິ​ມປິກ​ປັກ​ກິ່ງ​ສ່ວນ​ຫຼາຍ​ແມ່ນ​ນັກ​ສຶກສາທີ່​ກຳລັງ​ຮ່ຳຮຽນ​ຢູ່,ຍັງ​ມີ​ສ່ວນ​ໜຶ່ງ​ແມ່ນ​ອາສາ​ສະໝັກຕ່າງປະ​ເທດ,ຊາວ​ຈີນ​ຕ່າງ​ດ້າວ​ຫຼື​ຊາວ​ຈີນ​ທີ່​ພວມດຳລົງ​ຊີວິດ​ຢູ່​ຕ່າງປະ​ເທດ.ນາງ​ວາງ​ຝ່າ​ງທີ່​ຫາ​ກໍ່​ຮຽນ​ຈົບ​ຈາກ​ມະຫາວິທະຍາ​ໄລ​ບາດຂອງ​ອັງກິດ​ໃນ​ເດືອນ​ມິຖຸນາ​ປີ​ນີ້​ແມ່ນ​ຜູ້​ຊ່ວຍ​ຫົວໜ້າ​ຄະນະ​ນັກ​ກິລາ​ອັງກິດ.​ໃນ​ງານ​ໂອ​ລິ​ມປິກ,ນາງ​ວາງ​ຝ່າ​ງຫຍຸ້ງວຽກ​ຫຼາຍ,​ແຕ່​ລະ​ມື້​ກໍ່​ຕ້ອງ​ຮັບ​ຕ້ອນ​ເຈົ້າໜ້າ​ທີ່​ຫຼາຍ​ທ່ານ,​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ​ຫຼາຍ​ແຫ່ງ,​ໄວ​ທີ່​ສຸດ​ກໍ່​ຕ້ອງ​ເລີກ​ການ​ໃນ​ເວລາ 22 ​ໂມງ​ປາຍ,​ແລ້ວຂີ່​ລົດ 1 ຊົ່ວ​ໂມງກັບ​ຄືນ​ເຮືອນ​ເຊົ່າ,ໃກ້​ຈະ​ຮອດ​ທ່ຽງ​ຄືນຈຶ່ງ​ຮອດ​ບ້ານ.​ແຕ່​ນາງ​ວາງ​ຝ່າງຮູ້ສຶກບໍ່​​ເມື່ອຍ​ປາຍ​ໃດ.ນາງ​ເວົ້າ​ຢ່າງ​ກົງ​ໄປ​ກົງ​ມາ​ວ່າ,​ໃນ​ຫຼາຍ​ມື້​ມາ​ນີ້,ບໍ່​ວ່າ​ແມ່ນ​ເຮັດ​ວຽກນຳຄະນະ​ນັກ​ກິລາ​ອັງກິດ,ຫຼື​ລົມ​ກັບ​ອາສາ​ສະໝັກ​ຕ່າງປະ​ເທດ,ນາງກໍ່ມີ​ຄວາມ​ພູມ​ໃຈຢ່າງ​ເລິກ​ເຊິ່ງ​ທີ່​ເປັນ​ຄົນ​ຈີນ.

"ພາຍຫຼັງ​ພິທີ​ໄຂ​ງານ​ສິ້ນ​ສຸດ​ລົງ​ແລ້ວ,ຂ້ອຍ​ຖາມ​ຫົວໜ້າ​ຄະນະ​ວ່າ,ຮູ້ສຶກວ່າພິທີ​ໄຂ​ງານ​ເປັນ​ແນວ​ໃດ?ທ່ານ​​ເວົ້າ​ວ່າ​ນີ້ແມ່ນ​ພິທີ​ໄຂ​ງານທີ່​ດີກ​ວ່າ​ໝູ່​ໃນ​ງານ​ໂອ​ລິ​ມປິກ​ຫຼາຍ​ເທື່ອ​ທີ່​ທ່ານ​ໄດ້​ໄປ​ເຂົ້າ​ຮ່ວມ,ຂ້ອຍ​ກໍ່​ດີ​ໃຈ​ທີ່​ສຸດ.ຫົວໜ້າ​ຄະນະ​ເວົ້າ​​ເລື້ອຍໆ​ວ່າ,ບ້ານ​ໂອ​ລິ​ມປິກ​ຂອງ​ຈີນ​ດີ​ຫຼາຍ​ດີ​ຫຼາຍ,ທ່ານ​ເວົ້າ​ວ່າ​ຕົນ​ເອງ​​ເຄີຍ​ເຂົ້າ​ຮ່ວມ​ງານ​​ໂອ​ລິ​ມປິກ 12 ​ເທື່ອ​ແລ້ວ,ນີ້​ແມ່ນ​ບ້ານ​ໂອ​ລິ​ມປິກທີ່​ດີກ​ວ່າ​ໝູ່.ບໍ່ວ່າ​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ​ໃດ,ທ່ານ​ກໍ່​ເວົ້າ​ແນວ​ນີ້.ຂ້ອຍເປັນ​ຄົນ​ຈີນ​​ຮູ້ສຶກ​ພາກພູມ​ໃຈ​ຫຼາຍ."

ໃນ​ໄລຍະ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ,ນອກຈາກ​ອາສາ​ສະໝັກ​ທີ່​ບໍລິການ​ໃນສະໜາມກິລາ​ແລ້ວ,ຍັງ​ມີ​ອາສາ​ສະໝັກຈຳນວນ​ຫຼວງ​ຫຼາຍທີ່​ບໍລິການ​ໃນ​ຕົວ​ເມືອງ.​ເຂົາ​ເຈົ້າ​ເຮັດ​ວຽກ​ຢູ່​ຕາມ​ຖະໜົນ​ແລະ​ສວນສາທາລະນະໃນ​ຕົວ​ເມືອງ​ປັກ​ກິ່ງ,ໃຫ້ຄຳ​ແນະນຳດ້ານ​ຂໍ້​ມູນ​ຂ່າວສານ​ແລະຊ່ວຍຜູ້​ກ່ຽວຂ້ອງ​ກັບ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ແລະ​ຊາວ​ເມືອງ​ອັນ​ໄພສານ ຮັບ​ມື​ຊຳລະກັບ​ກໍລະນີ​ສຸກ​ເສີນ​.

ຢູ່​ໜ້າ​ປະຕູ​ສວນ​ສະໜຸກ​ຊືຈີ​ງຊ່ານທີ່ຢູ່​ພາກ​ຕາ​ເວັນ​ຕົກ​ຂອງ​ປັກ​ກິ່ງ​ກໍ່​ມີ​ສະຖານີ​ບໍລິການ​ຄື​ແນວ​ນີ້.ອາສາ​ສະໝັກ​ທີ່​ເຮັດ​ວຽກຢູ່​ນີ້​ລ້ວນ​ແຕ່​ແມ່ນ​ນັກ​ສຶກສາ,ອາຍຸ​ສະ​ເລ່ຍບໍ່​ຮອດ 21 ປີ.​ແຕ່​ລະ​ມື້,​ເຂົາ​ເຈົ້າ​​ເຮັດ​ວຽກ​ແຕ່ 9 ​ໂມງ​ຈົນຮອດ 17 ​ໂມງ,ບອກທາງ​ໃຫ້​ນັກ​ທ່ອງ​ທ່ຽວ​ແລະສະໜອງ​ການ​ຊ່ວຍ​ເຫຼືອ​ແກ່​​ເຂົາ​ເຈົ້າ.ອາສາ​ສະໝັກ​ເຫຼົ່າ​ນີ້​​ເວົ້າ​ວ່າ:

"ຂ້ອຍ​ຮູ້ສຶກ​ມີ​ກຽດຫຼາຍ​ທີ່​ໄດ້​​ເຂົ້າ​ຮ່ວມ​ເປັນອາສາ​ສະໝັກ."

"ມີ​ກຽດ​ຫຼາຍ​ທີ່​ສາມາດ​ເປັນ​ໜຶ່ງ​ໃນ​ອາສາ​ສະໝັກ​ທີ່​ສະໜອງ​ການ​ບໍລິການ​ໃນ​ຕົວ​ເມືອງ,ສາມາດ​​ເພີ່ມ​ສີສັນ​ໃຫ້​ແກ່ງານ​ໂອ​ລິ​ມປິກ​ປັກ​ກິ່ງ."

"​​ເຖິງ​ວ່າ​​ເມື່ອຍ​ກໍ່ຕາມ,​ແຕ່​ຮູ້ສຶກ​ມີ​ກຽດ​ຫຼາຍ."

ນອກ​ຈາກ​ຊາວ​ໜຸ່ມ​ແລ້ວ,ຢູ່ຕາມ​ຖະໜົນ​ຫົນທາງ​ຕ່າງໆ​ຂອງ​ປັກກິ່ງ,ຍັງ​ມີ​ອາສາ​ສະໝັກ​ໂອ​ລິ​ມປິກຈຳນວນ​ໜຶ່ງ​ທີ່​ເຮັດ​ວຽກ​ຢູ່​​ເຂດ​ຊຸມ​ຊົນ​ທີ່​ແມ່ນຜູ້​ເຖົ້າ.​ເຂົາ​ເຈົ້າບອກທາງ​ແລະ​ຕອບ​ຄຳ​ຖາມ​ຂອງ​ຄົນ​ທີ່​ຍ່າງໄປ​ມາ​ຕາມ​ແຄມຖະໜົນ​ທີ່​ແອອັດ.​ແມ່ເຖົ້າ​ຊາງ​ຈື້ຟູ້ ປີ​ນີ້​ອາຍຸ 66 ປີ​ແລ້ວ,ກໍ່​ແມ່ນ​ອາສາ​ສະໝັກ​ຜູ້​ໜຶ່ງ,​ແມ່ເຖົ້າ​ເວົ້າ​ວ່າ:

"​ເນື່ອງ​ຈາກ​ວ່າ,ຂ້ອຍ​ມັກ​ກິ​ລາ​ໂອ​ລິ​ມປິກ​ຫຼາຍ,ຍາມ​ຍັງ​ນ້ອຍ,ຂ້ອຍ​ກໍ່​ມັກ​ຊ່ວຍ​ຜູ້​ອື່ນ,​ເປັນ​ອາ​ສາ​ສະໝັກ​ທີ່​ສະ​ໜອງ​ການ​ບໍລິການ​ໃນ​ຕົວ​ເມືອງ​,​ໄດ້​ເຮັດ​ໃຫ້​ສອງ​ດ້ານ​ນີ້​ປະສົມ​ປະສານ​ກັນ,​ເຮັດ​ໃຫ້ຄວາມ​ຝັນ​ແຕ່​ກ່ອນ​ຂອງ​ຂ້ອຍ​ໄດ້​ປະກົດ​ເປັນ​ຈິງ,ນັ້ນ​ກໍ່​ຄື​ສະໜອງ​ການ​ບໍລິການ​ໃຫ້​ງານ​​ໂອ​ລິ​ມປິກ.ຂ້ອຍກຽມພ້ອມໝົດ​ທຸກ​ດ້ານ.ຂ້ອຍ​ໄດ້​ຫັດກາຍ​ໃຫ້​​​ສຸຂະພາບແຂງ​ແຮງ,ຍັງ​ໄດ້​ຮຽນ​ເຕັກນິກຫຼາຍ​ດ້ານ​ຄື:ຄວາມ​ຮູ້​ກ່ຽວ​ກັບ​ການຊ່ວຍ​ເຫຼືອສຸກ​ເສີນ ພາສາ​ອັງກິດ​ແລະ​ພາສາ​ມື,ຂ້ອຍ​ສາມາດ​ສະໜອງ​ການ​ບໍລິການ​ເປັນ​ຢ່າງ​ດີ."

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ,​ເຖິງ​ວ່າ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ແລະ​ງານ​ໂອ​ລິມປິກ​ຄົນ​ພິການປັກ​ກິ່ງ​ໄດ້​ອັດ​ລົງ​ແລ້ວກໍ່ຕາມ,​ແຕ່​ອາສາ​ສະໝັກ​ທັງຫຼາຍ​ໄດ້​ຝາກ​ຄວາມປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ​ໄວ້ໃນ​ດວງ​ໃຈ​ຂອງ​ຄົນຈີນ​ແລະ​ແຂກ​ຕ່າງປະ​ເທດ​ດ້ວຍ​ຮອຍຍິ້ມ​ທີ່​ງາມ​ແລະ​ຈິງ​ໃຈ​ທີ່​ສຸດ​ຂອງ​ຕົນ,​ເຂົາ​ເຈົ້າ​ເວົ້າ​ວ່າ,ຮອຍ​ຍິ້ມ​ແມ່ນ​ນາມບັດ​ດີ​ທີ່​ສຸດ​ຂອງ​ປັກ​ກິ່ງ.​
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>