ຈີນ​ປະ​ກາດ​ແຜນ​ການ​ລວມ​ຂອງ​ການ​ສ້າງ​ສາ​ຄືນ​ໃໝ່​ຫຼັງ​ໄພ​ແຜ່ນ​ດິນ​ໄຫວ ​ເມືອງ​ເວິ້ນ​ຊວນ

(GMT+08:00) 2008-09-24 11:41:38 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິນ​ຮວາ:  ຕາມ​ເວ​ບ​ໄຊ​ທາງ​ການ​ຂອງ​ຈີນ ທີ່ປະກາດ​ໃນ​    ວັນ​ທີ 23ກັນຍາ​ນີ້​ ກ່ຽວ​ກັບ​ແຜນການ​ລວມ ຂອງ​ການ​ສ້າງສາ​ຄືນ​ໃໝ່ຫຼັງ​ໄພ ແຜ່ນດິນ​ໄຫວ ​ເມືອງ​ເວິ້ນຊວນ, ຈີນ​ວາງ​ແຜນ​ໄວ້​ໃນ​ໄລຍະປະມານ 3ປີ, ​ໃຊ້ງົບປະມານ​ທັງ​ໝົດ 1ພັນ​ຕື້​ຢວນ​ໃຫ້​ສຳ​ເລັດ​ວຽກ​ງານ​ສ້າງສາ​ຄືນ​ໃໝ່ຫຼັງ  ໄພແຜ່ນດິນໄຫວ​ໃນ​ເຂດ​ທີ່​ໄດ້​ຮັບ​ຜົນ​ກະທົບໜັກ​​​ໃນ​ແຂວງ​ເສ​ສວນ, ​ແຂວງ ກ່ານ​ຊູ້, ​ແຂວງສານ​ຊີ່, ​ເຮັດ​ໃຫ້ພື້ນຖານ​​ການ​ດຳລົງ​ຊີວິດ ແລະ​ການ​ພັດທະ ນາ​ເສດຖະກິດ​ສັງຄົມ ຂອງ​ເຂດ​ປະສົບ​​ໄພ​ ບັນລຸ ຫຼື​ເຫ​ນືອກວ່າ​ລະດັບ​ກ່ອນ​ເກີດ​ໄພ​ແຜ່ນດິນ​ໄຫວ,ພະຍາຍາມ​​ກໍ່ສ້າງ​ເຂດ​ປະສົບ​ໄພ​​ໃຫ້ເປັນ​ຄອບຄົວ​​ໃໝ່ທີ່​ມີ​​ແຕ່ຄວາມຜາສຸກ, ມີ​ສິ່ງ​ແວດ​ລ້ອມ​ທີ່​ດີ, ປອດ​ໄພ​ແລະ​ກົມກຽວ​ກັນ.

ໃນ ໄລ ຍະ​ຮ່າງແຜນການພາກສ່ວນທີ່​ກ່ຽວ​ຂ້ອງ​ໄດ້​ຈັດຕັ້ງນັກວິຊາການ ລົງສຳຫຼວດ​ຢູ່​ສະຖານທີ່​ກ່ຽວຂ້ອງ​, ພ້ອມ​ທັງ​ນຳ​ເອົາ​ ​ແຜນການ​ຂໍ​ຄວາມ​ຄິດ​ຄວາມ​ເຫັນ ຖະ​ແຫຼງ​ຕໍ່​ພາຍ​ໃນ ​ແລະ​ຕ່າງປະ​ເທດ​ຢ່າງ​ເປັນ​ທາງ​ການ ​ເພື່ອ​ຂໍ​ຄວາມ​ເຫັນ​ຢ່າງ​ກວ້າງຂວາງ​ແລະ​ຮັບ​ເອົາ​ຄຳ​ຄິດ​ຄຳ​ເຫັນ ​ແລະ​ຄຳ​ສະ​ເໜີ​ຢ່າງຫຼວງຫຼາຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>