ປະ​ຊາ​ຊົນ​80%​ຂຶ້ນ​ໄປ​ທີ່​ຖືກ​ຫິ​ມະ​ປິດ​ລ້ອມ​ຢູ່​ເມືອງ​ໂຫຼງ​ຈື​ເຂດ​ຕິ​ເບດ​ຈີນ​ໄດ້​ຮັບ​ການ​ກອບ​ກູ້

(GMT+08:00) 2008-10-31 15:23:13 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິນຮວາ:ນັບ​ມາ​ຮອດຕອນ​ຄ່ຳ​ວັນ​ທີ30​ຕຸລາ​ນີ້,ປ​ະຊາ​ຊົນ80%ຂຶ້ນ​ໄປ​ທີ່​ຖືກປິດ​ລ້ອມ​ຢູ່​ເມື​ອງ​ໂຫຼ​ງຈືທີ່​ປະສົບ​ໄພ​ຫິມ​ະຮ້າຍ​ແຮງ​ທີ່​ສຸດ​ຂອງ​ເຂດ​ຕິ​ເບ​ດຈີນ​ໄດ້​ຮັບ​ການ​ກອບ​ກູ້​.ປະຈຸ​ບັນ​ນີ້,​ເມືອງ​ໂຫຼ​ງຈື​ໄດ້​ມີ4ຄົນ​ເສຍ​ຊີວິດ,1ຄົນ​ຫາຍ​ສາບ​ສູນ,ຍັງ​ມີ289ຄົນຖືກ​ຫິມະ​ປິດ​ລ້ອມ.ອັງກາ​ນປົກຄອງ​ຂັ້ນ​ຕ່າງໆ​ຂອງ​ເຂດ​ປົກຄອງ​ຕົນ​ເອງ​ເຂດ​ຕິ​ເບ​ດພວມ​ຈັດ​ຕັ້ງ​ພະນັກງານ​​ໄປ​ກ​ອບກູ້​ຢ່າງ​ສຸດ​ຂີ​ດ.

ສະຖິຕິ​ເມືອ​ງ​ໂຫຼ​ງຈືສະ​ແດງ​​ໃຫ້​ເຫັນ​ວ່າ,​ເລີ່​ມ​ແຕ່​ວັນ​ທີ່26​ຕຸລາ​ນີ້​ດຫິມະ​ຕົກ​​ເປັນ​ເວລາ36​ຊົ່ວ​ໂມງ​ລຽນຕິດ,ຄວາມ​ໝາ​ຫິມະ​ທີ່​ສະ​ເລ່ຍ​ໃນ​ທົ່ວ​ເມືອງ​ມີ1,5​ແມັດ,ມີ​ປະຊາຊົນ1600​ກວ່າ​ຄົນ​ຖື​ກປິດ​ລ້ອມ,ກາຍ​ເປັນ​ເມືອງທີ່​ປະສົບ​ໄພ​ຫິມະ​ຮ້າຍ​ແຮງ​ທີ່​ສຸດ​ໃນ​ຕິ​ເບ​ດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>