ຈີນ​ປະ​ຕິ​ບັດ​ການ​ພັດ​ທະ​ນາ​ຊ່ວຍ​ເຫຼືອ​ຜູ້​ທຸກ​ຍາກ​ຂະ​ໜາດ​ໃຫຍ່

(GMT+08:00) 2008-10-31 20:10:57 cri
-----------------------------------------------------------------------------------------------------------------
ຕາມ​ຂ່າ​ວCRI:​ບັນຫາ​ຄວາມທຸກ​ຍາກ​ແມ່ນ​ຫົວ​ຂໍ້​​ໜຶ່ງ​ຂອງ​ທົ່ວ​ໂລກ.ນັບ​ແຕ່​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ເປັນ​ຕົ້ນມາ,​ຈີນ​ໄດ້​ຮັບ​ຜົນສຳ​ເລັດ​ອັນ​ປະ​ຈັກ​ຕາ​ໃນ​ດ້ານຕ້ານ​ຄວາມທຸກ​ຍາກ,ສະ​ຖິຕິ​ຈາກ​ທະນາ​ຄານ​ໂລກສະ​ແດງ​ໃຫ້​ເຫັນ​ວ່າ,ຜົນສຳ​ເລັດຂອງ​ວຽກ​ງານ​ພົ້ນຈາກ​ຄວາມທຸກ​ຍາກ​ທົ່ວ​ໂລກ​ໃນ25ປີ​ຜ່ານ​​ມາມີ67%​ແມ່​ນມາ​ຈາກ​ປະ​ເທດ​ຈີນ.

ໃນ​ໄລຍະ​ຕົ້ນຂອງ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ໃນປີ1978, ​ປະຊາ​ກອນ​ທີ່ທຸກ​ຍາກ​ເດັດ​ຖານຂອງ​ຈີນ​ມີ250​ລ້ານຄົນ.​ເພື່ອ​ເພີ່​ມທະ​ວີການ​ບຳບັດ​ຄວາມທຸກ​ຍາກ​ຕື່ມອີກ,​ລັດຖະ​ບານ​ຈີນ​ໄດ້​ດຳ​ເນີນ​ການ​ບຳບັດ​ຄວາມ​ທຸກ​ຍາກ​ແບບພັດ​ທະນາ​ຂະໜາດ​ໃຫຍ່ຢ່າ​ງມີ​ແຜນການ ​ແລະ​ມີ​ການຈັດ​ຕັ້ງໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ຈີນ.

ຮອດ​ປີ1986​,ປະຊາ​ກອນ​ທີ່ທຸກ​ຍາກ​​ເດັດ​ຖານຂອງ​ຈີນ​ໄດ້​ຫຼຸດ​ລົງ​ຮອດ125​ລ້ານຄົນ,​ຮອດ​ປີ2005​ຫຼຸດ​ລົງ​ຮອ​ດ23​ລ້ານ6​ແສນ5​ໝື່ນ​ຄົນ.ຮ​ອດປີ2007,​ໄດ້​ຫຼຸດ​ລົງ​ຮອດ14​ລ້ານ7​ແສນ9​ໝື່ນ​ຄົນ,ກາຍ​ເປັນປະ​ເທດ​ທີ່​ນຳ​ໜ້າ​ບັນລຸ​ຄາດໝາຍ​ຂອງເປົ້າ​ໝາຍ​ການ​ພັດ​ທະນາ​ສະຫັດ​ສະ​ວັດ​ຄືປ​ະຊາກ​ອນທີ່​ທຸກ​ຍາກ​​ເດັດ​ຖານ​ຫຼຸດ​ລົງ​ເຄິ່ງໜຶ່ງ,​ໄດ້​ປະກອບ​ສ່ວນ​ອັນຕັ້ງ​ໜ້າ​ເຂົ້າ​ໃນ​ວຽກ​ງານ​ຫຼຸດ​ຜ່ອນ​ຄວາມທຸກ​ຍາກ​ຂອງ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>