ການ​ເຈລະຈາ 6 ​ຝ່າຍກ້າວ​ເຂົ້າມື້​ທີ​ສາມ ສືບ​ຕໍ່​ຫາລື​ກັນ​ກ່ຽວ​ກັບ​ຮ່າງ​ກວດ​ສອບນີວ​ເຄຼຍຂອງ​ສ.ປ.ປ.​ເກົາຫຼີ

(GMT+08:00) 2008-12-10 17:18:54 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ​ສານ​ຊີ​ນຮວາ:ວັນ​ທີ 10 ທັນ​ວາ​ນີ້,ການ​ເຈລະຈາ 6 ຝ່າຍ​ກ່ຽວ​ກັບ​ບັນຫາ​ນີວ​​ເຄຼຍ​ແຫຼມ​ເກົາຫຼີ​ສືບ​ຕໍ່​ດຳ​ເນີນ​ຢູ່​ປັກ​ກິ່ງ.​ເນື່ອງ​ຈາກວ່າ,​ໃນ​ບັນຫາ​ກວດສອບ​ການ​ລາຍ​ງານ​ແຜນການ​ນີວ​ເຄຼຍຂອງ​ສ.ປ.ປ.​ເກົາຫຼີ,ຍັງ​ມີ​ຄວາມ​ເຫັນ​ຂັດ​ແຍ່ງ​ກັນ​ຢູ່,ຝ່າຍ​ຕ່າງໆ​ຈະ​ສືບ​ຕໍ່​ຫາລື​ກັນ​ກ່ຽວ​ກັບ​ຮ່າງ​ກວດສອບນີວ​ເຄຼຍຢູ່ບົນ​ພື້ນຖານການ​ຫາລື​ກ່ອນ​ໜ້າ​ນີ້.

ຕາມ​ຂ່າວ​ແຈ້ງວ່າ,ການ​ເຈລະຈາ​ຍັງ​ຈະ​ດຳ​ເນີນ​ດ້ວຍ​ຮູບ​ການຈັດ​ກອງ​ປະຊຸມ​ຫົວໜ້າ​ຄະນະ​ແລະ​ການ​ຫາລື​ກັນລະຫວ່າງ​ສອງ​ຝ່າຍ.ຝ່າຍ​ຕ່າງໆ​ໄດ້​ມີ​ຄຳ​ຕອບ​ຕໍ່​ຮ່າງດັ່ງກ່າວ​ແລ້ວ,​ແລະມື້​ນີ້​ຈະ​ສືບ​ຕໍ່​ຫາລື​ກັນ​ກ່ຽວ​ກັບ​ເລື່ອງ​ນີ້.

ເຈົ້າ​ໜ້າ​ທີ່​ໃນ​ກອງ​ປະຊຸມ​ເຜີຍ​ໃຫ້​ຮູ້ວ່າ,ປະຈຸ​ບັນ,​ເວລາຈັດ​ກອງ​ປະຊຸມຍັງ​ບໍ່​ໄດ້​ຕົກ​ລົງ​ກັນ​ເທື່ອ,ຈະ​ປັບ​ເວລາ​ຕາມ​ຄວາມ​ຄືບ​ໜ້າ​ຕົວ​ຈິງ​ຂອງ​ການ​ເຈລະຈາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>