ລັດຖະບານ​ຈີນ​ແຕ່ງ​ຕັ້ງ​ເອກ​ອັກຄະ​ລັດຖະທູ​ດຈີນ​ປະຈຳ​ອາ​ຊຽນຜູ້​ທຳ​ອິດ

(GMT+08:00) 2008-12-30 17:37:21 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI:​ເພື່ອ​ເພີ່ມ​ທະວີ​ການ​ພົວພັນ​ແລະ​ການ​ປະສານ​ງານ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ,ລັດຖະບານ​ຈີນ​​ໄດ້​ຕັ້ງ​ຕຳ​ແໜ່​ງ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ອາ​ຊຽນ,​ແລະ​ຕົກລົງ​ແຕ່ງ​ຕັ້ງທ່າ​ນສົ່ວ​ຮ້ານ​ຊີ​ນ​ເປັນ​ເອກ​ອັກຄະ​ລັດ​ຖະທູດ​ຈີນ​ປະຈຳ​ອາ​ຊຽນຜູ້​ທຳ​ອິດ,ແຕ່ປະຈຸ​ບັນ,ຍັງ​ເປັນ​ເອກ​ອັກຄະ​ລັດ​ຖະທູດ​ທີ່​ບໍ່​ມີສະ​ຖານ​ທູດ​ປະຈຳ​ຢູ່ອາ​ຊຽນ​ເທື່ອ.

ວັນ​ທີ 30 ທັນ​ວາ​ນີ້,​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ,ທ່ານ​ຊີນກ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ແຈ້ງ​ຂ່າວ​ນີ້.ທ່ານ​ສົ່ວ​ຮ້ານ​ຊີນ​ແມ່ນ​ນັກ​ການ​ທູດ​ອາວຸ​ໂສ​ຂອງ​ຈີນ​ແລະ​ຜູ້​ຊ່ຽວ​ຊານ​ດ້ານ​ກົດ​ໝາຍ​ລະຫວ່າງ​ຊາດ,​ເຄີຍ​ເປັນ​ຫົວໜ້າ​ກົມ​ສົນ​ທິສັນ​ຍາ​ແລະ​ກົດ​ໝາຍ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ແລະ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ໂຮນລັງທັງ​ເປັນ​ຜູ້ຕາງໜ້າ​ຂອງ​ຈີນ​ປະຈຳ​ອົງການ​ເກືອດຫ້າມອາວຸດ​ເຄມີ​ຫຼື OPCW.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>